ເຊັນສັຍຍາກໍ່ສ້າງເສັ້ນທາງ 1E

(GMT+08:00) 2012-01-16 10:27:10     cri
ເຊັນສັນຍາວັນທີ 28 ທັນວາ 2011
ໂຄງການກໍ່ສ້າງເສັ້ນທາງ 1E ແມ່ນຜ່ານແຂວງຄຳມ່ວນແລະແຂວງບໍລິຄຳໄຊ, ແມ່ນທາງຫຼວງແຫ່ງຊາດເຊື່ອມຕໍ່ຈາກທາງເລກ 8 ຫາທາງ ເລກ12 ເປັນເສັ້ນທາງຮັບໃຊ້ການພັດທະນາເສດຖະກິດສັງຄົມແລິເປັນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ການກໍ່ສ້າງແມ່ນແບ່ງອອກເປັນ 3 ໄລຍະແລະມີຄວາມຍາວທັງໝົດປະມານ 86 ກິໂລແມັດ, ມີມູນຄ່າການກໍ່ສ້າງ; 320 ຕື້ກວ່າກີບ.
ຄງການກໍ່ສ້າງຂົ່ວແມ່ນ້ຳຂອງນາສັກ-ຄົກເຂົາດໍ ຢູ່ໃນແລວທາງເສດຖະກິດເຊື່ອມຕໍ່ພາກຕາເວັນຕົກສ່ຽງເໜືອເຂົ້າຫານະຄອນຫຼວງວຽວຈັນ, ເປັນຂົ່ວເຊື່ອມຕໍ່ແຜ່ນດິນລາວຢູ່ສອງຝາກຝັ່ງເຂົ້າຫາກັນຄື: ເມືອງປາກລາຍ ແຂວງໄຊຍະບູລີ - ເມືອງ  ຊະນະຄາມ ແຂວງວຽງຈັນ, ມີຄວາມຍາວທັງໝົດ 356 ແມັດ,ເປັນການຮ່ວມມືກັບລັດຖະບານໂຮນລັງມີມູນຄ່າທັງໝົດເກືອບ 2 ລ້ານ 2 ແສນເອີໂລ.