ຫລວງພະບາງຈັດງົບ 400 ລ້ານ​ກວ່າvກີບ​ປັບ​ປຸງ​ແຫລ່ງ​ທ່ອງ​ທ່ຽວ​ຕາດ​ກວາງ​ຊີ

(GMT+08:00) 2012-01-16 10:34:37     cri
ແຂວງ​ຫລວງ​ພະ​ບາງ​ໃຊ້ 400 ລ້ານ​ກວ່າ​ກີບ ເພື່ອ​ປັບປຸງ​ແຫລ່ງ​ທ່ຽວ​ທ່ອງ​ນ້ຳຕົກຕາດ​ກວາງຊີ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວທີ່​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ປະຈຸ​ບັນ​ ບໍລິເວນ​ຕາດ​ຫນ້າ​ທ່ຽວ​ຫລາຍ​ຂຶ້ນ ຫລັງ​ການ​ກໍ່ສ້າງ​ສຳເລັດ​ລົງ.

ແຂວງ​ຫລວງ​ພະ​ບາງ ​ລົງທຶນ​ສູງຂະນະ​ທີ່​ບໍລິສັດ​ຮຸ່ງ​ວິໄລ​ກໍ່ສ້າງຜູ້​ຮັບ​ເຫມົາ​ກໍ່ສ້າງ​ເອົາໃຈໃສ່ໃນ​ຫນ້າທີ່ ເຮັດ​ໃຫ້ການ​ກໍ່ສ້າງປະຕູໂຂງ ແລະ ຂົວ​ເຫລັກ​ຂ້າມນ້ຳຫນ້າ​ຕາດ​ກວ້າງ 1,50 ແມັດ,ຍາວ 45 ກວ່າ​ແມັດ, ສຳເລັດ​ລົງ ພາຍ​ໃນ​ເວລາ​ພຽງ 3 ເດືອນ, ສາມາດ​ຮອງ​ຮັບ​ບັນດາ​ນັກ​ທ່ອງທ່ຽວ​ທີ່​ເຂົ້າ​ຊົມ​ໄດ້​ຍ່າງ​ຜ່ານ ຫລື ຢືນ​ຊົມ​ນ້ຳຕົກ​ຫນ້າຜາ​ໄດ້​ສະດວກ​ຂຶ້ນ.

ນັບ​ຕັ້ງແຕ່​ພາຍຸ​ຮາຍ​ມາ ແລະ ນົກ​ເຕັນ​ໄດ້​ພັດ​ຜ່ານ​ໃນ​ປີຜ່ານມາ ນອກ;ຈາກ​ຈະ​ເຮັດ​ໃຫ້​ເກີດ​ຜົນເສຍ​ຫາຍ​ຫລາຍ​ຢ່າງ​ຕໍ່​ພື້ນຖານໂຄງ​ລ່າງ​ແລ້ວ​ຍັງ​ສ້າງ​ຄວາມເສຍ​ຫາຍ​ຕໍ່​ດ້ານ​ການທ່ອງທ່ຽວຢ່າງ​ໃຫຍ່​ຫລວງ ເປັນຕົ້ນ​ເຂດ​ນ້ຳຕົກ​ຕາດ​ກວາງຊີ​ບໍລິເວນ​ຜາຫນ້າ​ຕາດ​ກວາງຊີ​ດ້ານ​ຊ້າຍ​ມືຊັ້ນ​ສຸດ​ທ້າຍ​ບ່ອນ​ນ້ຳ​ໂຕນ​ໄດ້​ຖືກຍຸບ​ໂຕ​ລົງ ເຮັດ​ໃຫ້​ຄວາມ​ສວຍງາມ​ຂອງ​ຕາດ​ກວາງຊີ​ບໍ່​ຄືເກົ່າລວມ​ທັງ​ປະຕູໂຂງ​ທາງ​ເຂົ້າ​ກໍ່ຫັກ​ພັງ ແລະ ຂົວ​ໄມ້​ຂ້າມ​ນ້ຳຫນ້າຕາດ​ກໍ່​ຖືກ​ເປ່​ເພ ສະນັ້ນ ທາງ​ພະແນກ​ທ່ອງ​ທ່ຽວ​ແຂວງ​ຫລວງພະ​ບາງ​ຈິ່ງ​ຕ້ອງ​ຈົກ​ງົບປະshy;ມານ 400 ລ້ານ​ກວ່າ​ກີບ ເພື່ອ​ປັບປຸງ ແລະ ສ້ອມແປງ​ຄືນ.

ການ​ລົງທຶນ​ປັບປຸງ​ຄັ້ງ​ນີ້ ໂດຍຫລັກ​ແມ່ນ​ເລັງ​ໃສ່ 2 ຫນ້າ​ວຽກໃຫຍ່​ເຊັ່ນ: ກໍ່ສ້າງ​ປະຕູໂຂງ​ທາງເຂົ້າ​ຕາດ​ກວາງຊີ, ຂົວ​ຂ້າມ​ນ້ຳ​ຢູ່ຫນ້າ​ຕາດ​ສ້າງ​ໃຫ້​ເປັນ​ຂົວ​ເຫລັກທີ່​ສາມາດ​ຮັບປະກັນ​ໄດ້​ດ້ານຄວາມ​ປອດ​ໄພ ໂດຍ​ແມ່ນ​ບໍລິສັດຮຸ່ງ​ວິໄລ​ກໍ່ສ້າງ​ເປັນ​ຜູ້​ຮັບ​ເຫມົາ, ທ່ານ​ຫົວຫນ້າ​ພະ​ແນກ​ທ່ອງທ່ຽວ ກ່າວ.

ເພື່ອ​ຕ້ອນຮັບ​ປີ​ທ່ອງ​ທ່ຽວ​ລາວ 2012 ນີ້ ທາງ​ພະ​ແນກ​ຍັງ​ຈະ​ໄດ້​ສືບຕໍ່ສ້າງ​ແຜນ​ພັດ­ທະນາ ແຫລ່ງ​ທ່ອງທ່ຽວ​ໃນ 12 ຕົວ​ເມືອງ​ໃຫ້​ມີຄວາມ​ເຫມາະ​ສົມ ເພື່ອ​ສ້າງ ຄວາມ​ປະ​ທັບ​ໃຈ​ໃຫ້​ກັບ​ບັນດານັກ​ທ່ອງ​ທ່ຽວ​ໃຫ້​ໄດ້​ຫລາຍ​ຂຶ້ນ.