ດື່ມ​ນ້ຳ​ອັດ​ລົມສູ່ມື້​ຈະ​ເຮັດ​ໃຫ້​ນ້ຳໜັກ​ເພີ່ມ​ຂຶ້ນ​ເກືອບ7​ ກິ​ໂລ​ຕໍ່​ປີ

(GMT+08:00) 2012-01-16 10:36:18     cri
ຕາມ​ໜັງສືພິມ​ຕ້າກົ່ງ​ປ້າວ​ຂອງ​ຮົງ​ກົງ​ລາຍ​ງານ​ວ່າ, ບົດ​ນິພົນ​ວິທະຍາສາດບົດ​ໜຶ່ງ​ໃນ​ວາລະສານ​ໂພຊະ​ນາ​ການ​ອາ​ເມ​ລິ​ກາ​ທີ່​ພິມ​ຈຳໜ່າຍ​ໃນ​ມໍ່ໆ​ນີ້​ໄດ້​ສະຫຼຸບ​ວ່າ, ມື້ໜຶ່ງ​ດື່ມ​ນ້ຳ​ອັດ​ລົມ​ກະປ໋ອງໜຶ່ງ, ປີ​ໜຶ່ງ​ຈະ​ພາ​ໃຫ້​ນ້ຳໜັກ​ເພີ່ມ​ຂຶ້ນ​ເກື​ອບ 7​ໂລ.

ໃນ40​ປີ​ທີ່​ຜ່ານ​ມາ, ຊາວ​ອາ​ເມ​ລິ​ກາ​ໄດ້​ດື່ມ​ນ້ຳ​ອັດ​ລົມ​ແລະ​ເຄື່ອງ​ດື່ມ​ທີ່​ມີ​ທາດນ້ຳຕານ​ອື່ນໆ ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເປັນສາ​​ເຫດ​ ​ພາ​ໃຫ້​ພວກ​ເຂົາ​ເຈົ້າຕຸ້ຍຂຶ້ນ.

ມີຫຼັກ​ຖານ​ສະ​ແດງ​ຢ່າງ​ຈະ​ແຈ້ງວ່າ, ​ເຄື່ອງ​ດື່ມ​ເຫຼົ່າ​ນີ້​​ຂາຍ​ດິບ​ຂາຍ​ດີ​ແມ່ນ​ມູນ​ເຫດສຳຄັນທີ່​ພາ​ໃຫ້​ຄົນ​ນັບ​ມື້​ນັບ​ຫຼາຍ​ມີ​ນ້ຳໜັກ​ເພີ່ມ​ຂຶ້ນ.​

​ອາ​ເມ​ລິ​ກາ​ເລີ່​ມຈຳກັດ​ເຄື່ອງ​ດື່ມ​ປ​ະ​ເພດ​ທີ່​ມີ​ທາດນ້ຳຕານ. ​​ເດືອນ​ພຶດສະພາ​ປີ​ນີ້, ພໍ່ຄ້າ​ຂາຍ​ເຄື່ອງ​ດື່ມ​ຕ່າງໆ​ເຫັນ​ດີ​​ເຊົາ​ຂາຍນ້ຳ​ອັດ​ລົມ​ໃນ​ໂຮງຮຽນ​ບາງ​ແຫ່ງ, ​ແລະ​ຈຳກັດ​ການຂາຍ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ໃຫ້​ເດັກນ້ອຍ