ເດັກ​ນ້ອຍບໍ່​ຄວນ​ກິນ​ໄຂ່​ໄກ່​ຫຼາຍ​ເກີນ​ໄປ

(GMT+08:00) 2012-01-16 10:37:40     cri
ຂ່າວ​ສຸຂະພາບ​ປະຈຳ​ອາທິດ: ທ່ານ​ຜູ້​ຟັງ, ​ໄຂ່​ໄກ່​ແມ່ນ​ອາຫານ​ບຳລຸງ​ທີ່​ຄົນ​ທັງຫຼາຍ​ມັກ​ກິນ, ພໍ່​ແມ່​ທັງຫຼາຍ​​ກໍ​ມັກ​ໃຫ້​ເດັກ​ນ້ອຍແລະ​ເດັກ​ແດງ​ກິນ​ໄຂ່​ໄກ່, ​ແຕ່​ຜູ້​ຊ່ຽວຊານ​​​ສະ​ຖາ​ບັນ​ຮັກສາ​ສຸຂະພາບ​ແມ່​ແລະ​ເດັກ​ນະຄອນ​ນານ​ກິ່ງ​ກ່າວ​ວ່າ, ​ເດັກ​ນ້ອຍບໍ່​ຄວນ​ກິນ​ໄຂ່​ໄກ່​ຫຼາຍ​ເກີນ​ໄປ.

ຜູ້​ຊ່ຽວຊານ​ເວົ້າ​ວ່າ, ຍ້ອນ​ວ່າລະບົບ​ລະລາຍອາຫານ​ຂອງ​ເດັກ​ນ້ອຍ​ຍັງອ່ອນ​, ຖ້າ​ໃຫ້​ເດັກນ້ອຍ​ກິນ​ໄຂ່​​ໄກ່​ຫຼາຍ, ບໍ່ພ​ຽງ​ແຕ່​ຈະ​ເຮັດ​ໃຫ້​ອາຫານ​ຍ່ອຍຍາກເທົ່ານັ້ນ

​ໃນ​​ໄຂ່​ຂາວມີ​ທາດ​ອາ​ວີ​ດິນ, ​ເມື່ອ​ໄປປະສົມ​ກັບບີ​ໂອ​ຕິ​ນຢູ່​ໃນ​ລຳ​ໄສ້​ແລ້ວ, ຈະຂັດ​ຂວາງ​ການ​ດູດ​​ເອົາ​ທາດ​​ບຳລຸງ, ​ເຮັດ​ໃຫ້​ເດັກນ້ອຍ​ຂາດ​ວິຕາມິນ, ກະທົບກະ​ເທືອ​ນສຸຂະພາບ​ຂອງ​ເດັກ.

ເດັກ​ອ່ອນທີ່​ຍັງ​ບໍ່​ຮອດ​ເຄິ່ງປີ( ຫຼື ອາຍຸບໍ່ຮອດ 6 ເດືອນ ) ​ນັ້ນ​ບໍ່​ຄວນ​ກິນ​ໄຂ່​ຂາວ, ​ເພາະວ່າ​ລະບົບ​ລະລາຍ​ຂອງ​​ເດັກ​ອ່ອນຍັງ​ບໍ່​ສົມບູນ​ເທື່ອ, ລຳໄສ້​ຍັງ​ບາງຫຼາຍ.

ໂປຼຕິນຂາວ​ໄຂ່​ຂາວ​ເປັນ​ເມັດ​ນ້ອຍໆ, ບາງ​ທີ່​ອາດ​ຈະຜ່ານ​ຈາກລຳ​ໄສ້​ເຂົ້າ​​​ໄປ​ໃນ​ສາຍເລືອດ​ຂອງ​ເດັກ​ນ້ອຍໂດຍ​ກົງ, ​ເຮັດ​ໃຫ້​ເດັກອ່ອນ​ມີອາການ​ແພ້​​ເມັດ​ໄຂ່​ຂາວ, ​ແລະ​ເປັນຕຸ່ມ.

ໄຂ່​ໄກ່​ທີ່​ຕົ້ມ​ບໍ່​ທັນ​ສຸກ​ນັ້ນ​ກິນ​ບໍ່​ໄດ້. ຜູ້ຊ່ຽວຊານ​ເວົ້າ​ວ່າ, ​ເຖິງ​ຈະ​ແມ່ນໄຂ່​ໄກ່​ທີ່​ເປັນ​ໜ່ວຍກໍ​ຈະ​ຖືກ​ເຊື້ອ​: ຊາ​ແມນ​ເນ​ລາ​ເຊິ່ງ​ເປັນ​ເຊື້ອທີ່ ເຊື່ອ​ມພິດ​ໄດ້​ງ່າຍ.

ສະ​ນັ້ນ​ໄຂ່​ຈືນ​ຕ້ອງ​ຈືນ3​ນາທີ, ສ່ວນ​​ໄຂ່ຕົ້ມ​ຕ້ອງ​ຕົ້ມ7​ນາທີ, ຖ້າ​ບໍ່​ດັ່ງ​ນັ້ນ​ບາງທີຈະ​ພາ​ໃຫ້​​ເບື່ອ​ຍ້ອນເຊື້ອ​​ໂຣກ​​.