ປະເພນີ ... ທີ່ໜ້າສຶກສາ ແລະ ນຳມາວິໄຈ
(GMT+08:00) 2012-01-16 10:48:18 cri
ຍາມມື້ເຊົ້າ ກໍຄືຕອນແລງ ຕາມໂຮງຮຽນປະຖົມ ມັດທະຍົມ ໃນຕົວເມືອງ ຈະເຫັນຜູ້ປົກຄອງມາຮັບມາສົ່ງ ຕ້ອນເອົາລູກຫຼານຂອງຕົນ ຢ່າງເປັນຂະບວນ ບາງຄົນກໍເອົາລົດ ໃຫຍ່ ໄປຈອດຮອດປະຕູທາງເຂົ້າ ຈຶ່ງມີຄວາມໝັ້ນໃຈ ໝົດຄວາມເປັນຫ່ວງເປັນໄຍ ຕໍ່ຄວາມປອດໄພຂອງລູກຫຼາຍຂຶ້ນ ທັງເປັນການປ້ອງກັນລູກຫຼົງທາງ ເມື່ອຍວິນ ຖືກ ແດດລົມ ເປັນຫວັດເປັນໄອ ປະຢັດລາຍຈ່າຍ ບາງຄົນກໍຢາກໃຫ້ງ່າຍໃນເວລາຕິດຕໍ່ພົວພັນ ຊອກຫາສຳມະປິຄວາມກັງວົນໃຈ ຖ້າເບິ່ງອີກມູມໜຶ່ງ ການຂີ່ລົດໃຫຍ່ ມັນບໍ່ມີ ແນວເສຍ ບາງຄົນຫົວທໍ່ໝາກກອກ ກໍຍັງຂັບລົດກະຊວງໄປໂຮງຮຽນເອງ ສະຫຼຸບແລ້ວ ກໍແມ່ນຮັກລູກນັ້ນລະ ເລີຍເຮັດໃຫ້ລູກບໍ່ຮູ້ຈັກໄປໂຮງຮຽນດ້ວຍຕົນເອງ ໝາຍວ່າມື້ ໃດທີ່ພໍ່ແມ່ບໍ່ໄປສົ່ງ ກໍແມ່ນຂາດໂຮງຮຽນ ຢ່າງມີເຫດຜົນ.
ຄຳວ່າ ປະເພນີ ແມ່ນສິ່ງທີ່ນິຍົມປະພຶດປະຕິບັດສືບຕໍ່ກັນມາ ຈົນເປັນແບບແຜນຂະໜົບທຳນຽມ ຫຼື ຮີດຄອງປະເພນີ ມີບາງຄົນກໍເອົາເຫດຜົນ ສົ່ງລູກໄປໂຮງຮຽນ ເພື່ອ ເປັນເງື່ອນໄຂໃນການມາເຮັດວຽກຊ້າ ຊຶ່ງອັນນັ້ນ ມັນກໍກາຍເປັນນະໂຍບາຍທາງດ້ານສັງຄົມໜຶ່ງ ທີ່ພວກເຮົາຖືເປັນມາດຖານ ໃນການເປີດກອງປະຊຸມຕອນ 8:30 ຫຼື 9:00 ໂມງ ເພາະມີຄວາມຈຳເປັນ ຕ້ອງຖ້າໃຫ້ພໍ່ແມ່ເຮັດພັນທະດູແລເບິ່ງແຍງ ສະຖາບັນຄອບຄົວ ໃຫ້ມີຄວາມຜາສຸກສາກ່ອນ.
ການສົ່ງລູກ ເອົາໃຈໃສ່ຫ່ວງໄຍໃກ້ຊິດ ເປັນເລື່ອງທີ່ດີ ແລະ ສົມຄວນສົ່ງເສີມແທ້ໆ ແຕ່ສິ່ງທີ່ຢາກນຳມາແລກປ່ຽນໃນມື້ນີ້ ກໍແມ່ນບາງທີການສົ່ງ-ຮັບລູກ ຈຳເປັນບໍ່ ? ທີ່ຜູ້ ປົກຄອງທຸກຄົນ ຕ້ອງຈູງແຂນນຳຈົນຮອດຮົ້ວ ຫຼື ປະຕູໂຮງຮຽນທຸກຄັ້ງ ເປັນໄປໄດ້ບໍ ? ບາງຄັ້ງ ກໍຊ່ວຍແນະນຳອະທິບາຍໃຫ້ລູກ ເປັນຄົນກ້າຫານ ເຂັ້ມແຂງ ຮູ້ຈັກປະ ເຊີນບັນຫາ ອຸປະສັກ ແລະ ຂໍ້ຫຍຸ້ງຍາກ ຊ່ວຍເຫຼືອແກ້ໄຂບັນຫາດ້ວຍມັນໝອງ ແລະ ກຳລັງກາຍຂອງລູກແດ່ ເວົ້າສະເພາະການສົ່ງລູກ ເຮົາອາດສາມາດ ຈອດລົດ ໄກຈາກໂຮງຮຽນ 500-1.000 ແມັດ ບອກລູກວ່າຮອດແຍກແລ້ວລ້ຽວຂວາ ກ່ອນຂ້າມທາງໃຫ້ເບິ່ງລະອຽດ ... ຄິດວ່າບໍ່ໜັກໃຈ ທັງໄດ້ຊ່ວຍແກ້ໄຂການສັນຈອນ ແຕ່ເດັກ ນ້ອຍໃນຊົນນະບົດ ເຂດຫ່າງໄກ ກໍຍັງໄດ້ຍ່າງມາໂຮງຮຽນ ໄກຕັ້ງ 3-4 ຫຼັກ ແຕ່ປານນັ້ນຍັງເປັນນັກຮຽນເກັ່ງ ນັກຮຽນພອນສະຫວັນ ແລະ ໄປສ້າງຊື່ສຽງຮອດຍີ່ປຸ່ນ ອົດສະຕຣາລີ...
ເປັນຫຍັງ ? ເດັກນ້ອຍພວກເຮົາບາງຄົນ ໂດຍສະເພາະເດັກຍິງ ເວລາຫວິດຫູຫວິດຕາພໍ່ແມ່ ຈຶ່ງມັກມີບັນຫາໃຫ້ຄອບຄົວອຸກອັ່ງ ກິນບໍ່ແຊບ ນອນບໍ່ແຈບ ... ຕາມຄວາມ ຄິດເຫັນສ່ວນຕົວແລ້ວ ແມ່ນຍ້ອນພວກເຮົາ ບໍ່ໄດ້ສ້າງພູມຄຸ້ມກັນໄວ້ແຕ່ຍັງນ້ອຍໆ.
ເດັກນ້ອຍພວກເຮົາ ຖືກຝຶກໃຫ້ມີບ່ອນເອື່ອຍອີງ ເພິ່ງພາ ແລະ ມັກສະບາຍ ຕັ້ງແຕ່ຍັງນ້ອຍໆ ອັນໃດກໍຕ້ອງແມ່ນຄົນອື່ນຊ່ວຍ ຈັບຕີນຈັບມືຖືແຂນ ຈຶ່ງຄ່ອຍຮູ້ຈັກຍ່າງ ຢາກໃຫ້ລູກຂອງເຮົາ ມີໂອກາດເຕີບໃຫຍ່ ? ປັດໄຈໜຶ່ງ ກໍແມ່ນສ້າງລູກໃຫ້ມີຄວາມເຂັ້ມແຂງ ແລະ ຮູ້ຈັກຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນ.