ມະຫາວິທະຍາ​ໄລ​ສຶກສານາໆຊາດ ຊີ​ອານ

(GMT+08:00) 2012-01-16 10:51:46     cri
·ແຂວງ​ສານຊີ​ ແມ່ນ​ແຂວງ​ທີ່​ມີ​ທ່າ​ແຮງ​ດ້ານ​ການ​ສຶກສາ​ຂອງ​ປະ​ເທດ​ຈີນ, ມີ​ສະ​ຖາ​ບັນ​ການ​ສຶກສາ​ລວມທັງ​ວິທະຍາ​ໄລ​ແລະ​ມະຫາວິທະຍາ​ໄລ ປະມານ 100 ​ແຫ່ງ​ແລະ​ມີ​ປັນຍາ​ຊົນ​ຊາວ​ຈີນ​ກວ່າ 10 ລ້ານ, ມະຫາວິທະຍາ​ໄລ​ສຶກສາ​ນາໆຊາດ ຊີອານ(XISU), ແມ່ນຕັ້ງຢູ່ຊີອານ, ເມືອງຫຼວງຂອງແຂວງຊານຊີ.

·ຖືວ່າເປັນສະຖາບັນການສືກສາທີ່ມີຊື່ສຽງທີ່ສຸດໃນພາກຕະເວັນອອກຂອງຈີນ, ມີລະບົບການສິດສອນແບບຄົບວົງຈອນ,ມີທັງການສຶກສາຄົ້ນຄວ້າພາສາຕ່າງປະເທດນຳອີກ.

·ຜ່ານມາມີນັກພາສາສາດແລະນັກການທູດທີ່ເກັ່ງໆຈົບຈາກສະຖາບັນແຫ່ງນີ້; xisu ​ໄດ້​ມີ​ບົດ​ບາດ​ອັນ​ສໍາຄັນ​ໃນ​ການ​ສິດສອນ​ແລະ​ຝຶກ​ອົບຮົມ ທັກ​ສະ​ດ້ານ​ພາສາ​ຕ່າງປະ​ເທດ​ໃນ​ ສສປ ຈີນ .

·ອີງ​ໃສ່​ປະສົບ​ການ​ຫຼາຍໆ​ດ້ານ​ແລະ​ການ​ຊ່ວຍ​ເຫຼືອ​ທີ່​ດີ​ເລີດ​ຈາກ​ທ່ານ ດຣ ອອດ ພົງ​ສະຫວັນ, ຜ່ານ​ການ​ປະ​ເມີນ​​ແລະ​ການ​ຄັດ​ເລືອກ​ທີ່​ເຂັ້ມ​ງວດ, ​ໃນ​ທີ່​ສຸດ​ມະຫາວິທະຍາ​ໄລ XISU ກໍ່​ໄດ້​ຕັດສິນ​ໃຈ​ທີ່​ຈະ​ໃຫ້ການ​ຍົກຍ້ອງ ທ່ານ ດຣ ອອດ ຂື້ນ​ເປັນ​ສາດສະດາຈານ​ກິດ​ຕິ​ມະ​ສັກ ​ໂດຍ​ໄດ້​ຮັບ​ການ​ອະນຸມັດ​ຢ່າງ​ເປັນ​ທາງ​ການ​ຈາກ​ພະ​ແນ​ກສຶກສາ​ແຂວງ​ຊີ​ອານ​.

·ແລະ​ທາງ​ສະ​ຖາ​ບັນ​ກໍ່​ຍັງ​ໄດ້​ກ່າວ​ເຊີນ​ທ່ານ ດຣ ອອດ ​ໄປ​ໃຫ້ການ​ບັນຍາຍ​ທາງ​ວິຊາ​ການ ​ເພື່ອ​ຊ່ວຍ​ທອດປະສົບ​ການ​ໃນ​ການ​ນດໍາ​ເນີນທຸລະ​ກິດ ​ແກ່​ບັນດາ​ນັກ​ນຶກ​ສາ ​ແລະ​ຄູ​ອາຈານ​ຈີນ ຂອງ​ມະຫາ​ວິທະຍາ​ໄລ XISU ອີກ​ດ້ວຍ.

·ນີ້​ເປັນ​ຄັ້ງ​ທໍາ​ອິດ​ສໍາລັບ​ມະຫາວິທະຍາ​ໄລ XISU ທີ່​ໄດ້​ໃຫ້ການ​ຍົກຍ້ອງ​ຄົນ​ຕ່າງປະ​ເທດ ຂື້ນ​ເປັນ​ສາດສະດາຈານ​ກິດ​ຕິ​ມະ​ສັກ​ຜູ້​ເຊິ່ງ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ມະຫາສານ ​ແກ່​ປະ​ເທດ​ບ້ານ​​ເກີດ​ເມືອງ​ນອນ​ຕົນ​ເອງ .

·ນອກຈາກ​ນີ້​ທ່ານ​ ດຣ ອອດ ພົງ​ສະຫັວນ ​ເອງ​ກໍ່​ໄດ້​ຖື​ວ່າ ​ເປັນ​ປະຊາຊົນ​ລາວ​ຜູ້​ທໍ​າອິດ ທີ່​ໄດ້​ຮັບ​ການ​ຍົກ​ຍ້ອງ​ໂດຍ ມະຫາວິທະຍາ​ໄລ​ທີ່​ມີຊື່​ສຽງ​ທີ່​ສຸດ​ຂອງ​ຈີນ ຂື້ນ​ເປັນ​ສາດສະດາ​ຈານ​ກິ​ຕິ​ມະ​ສັກ.

·ຖື​ວ່າ​ນີ້​ເປັນ​ເຫດ​ການ​ທາງ​ປະ​ຫວັດ​ສາດ​ຄັ້ງສໍາ​ຄັນ​ສໍາລັບ​ການ​ແລກ​ປ່ຽນ​ທາງ​ການ​ສຶກສາ​​ແລະ​ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ຈີນ.