ປີນີ້ ນະຄອນຫຼວງ ຈະສູ້ຊົນເຮັດໃຫ້ (GDP) ເພີ່ມຂຶ້ນ

(GMT+08:00) 2012-01-16 10:56:13     cri
ອີງ​ຕາມ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ສົກ​ປີ 2010-2011 ແລະ ທິດ​ທາງ​ແຜນການ​ສົກ​ປີ 2011-2012 ຂອງ​ນະຄອນຫຼວງ​ວຽງ​ຈັນ ແລ້ວ​ເຫັນ​ໄດ້​ວ່າ ສົກ​ປີ​ນີ້ ດ້ານ​ເສດຖະກິດ​ມະຫາ​ພາກ​ນະຄອນຫຼວງ ຈະ​ສູ້​ຊົນ​ເຮັດ​ໃຫ້​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ບັນລຸ 12,45% ຂຶ້ນ​ໄປ​ຕາມ​ເປົ້າ​ໝາຍ ແລະ ສ້າງ​ມູນ​ຄ່າ​ເພີ່ມ​ໃນ​ລາຄາ​ປັດຈຸບັນ ປະມານ 21.400 ຕື້​ກີບ

ໃນ​ນັ້ນ​ຂະແໜງ​ກະສິກຳ-ປ່າໄມ້ ເພີ່ມ​ຂຶ້ນ 10% ກວມ​ເອົາ​ປະມານ 19% ຂອງ GDP ຂະແໜງ​ອຸດສາຫະກຳ ເພີ່ມ​ຂຶ້ນ 14% ກວມ​ເອົາ​ປະມານ 43% ຂອງ GDP ແລະ ຂະແໜງ​ບໍລິການ ເພີ່ມ​ຂຶ້ນ 13% ກວມ​ເອົາ​ປະມານ 38% ຂອງ GDP

ດ້ານ​ແໜງ​ເສດຖະກິດ ສູ້​ຊົນ​ຜະລິດ​ເຂົ້າ ໃຫ້​ໄດ້ 344.608 ໂຕນ ປູກ​ພືດ​ຜັກ ໃຫ້​ໄດ້ 105.215 ໂຕນ ໝາກ​ໄມ້​ໃຫ້​ໝາກ ໃຫ້​ໄດ້ 12.717 ໂຕນ ຜະລິດ​ພືດ​ອຸດ­ສາຫະກຳ ໃຫ້​ໄດ້ 150.530 ໂຕນ ປູກ​ສາລີ​ອາຫານ​ສັດ ໃຫ້​ໄດ້ 28.857 ໂຕນ ມັນຕົ້ນ ໃຫ້​ໄດ້ 65.124 ໂຕນ ແລະ ຜະລິດ​ທາດ​ຊີ້ນ ໃຫ້​ໄດ້ 43.240 ໂຕນ​ຕໍ່​ປີ ຜະລິດ​ອຸດສາຫະກຳ​ປຸງ​ແຕ່ງ ແລະ ຫັດຖະກຳ ໃຫ້​ເພີ່ມ​ຂຶ້ນ 14% ທຽບໃສ່​ສົກ​ປີ 2010-2011 ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ ໃຫ້​ໄດ້ 412,22 ຕື້​ກີບ ແລະ ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ນະຄອນຫຼວງ ໃຫ້​ໄດ້ 1.367.233 ຄົນ ສ້າງ​ລາຍ​ຮັບ ໃຫ້​ໄດ້ 130 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 1.000 ຕື້​ກີບ.