ພະ​ແນກ​ໂຍທາ​ທິ​ການແລ ຂົນສົ່ງ​ນະຄອນ​ຫຼວງ​ວຽງ​ຈັນ​ເປີດ​ເຜີຍ​ໂຕ​ເລກ​ການ​ເພີ່ມ​ຂື້ນ​ຂອງ​ລົດ

(GMT+08:00) 2012-01-16 10:59:01     cri
ໃນ​ປີ 2011 ມີ​ຜູ້​ມາ​ຂຶ້ນ​ທະບຽນ​ພາຫະນະ​ທຽບໃສ່​ປີຜ່ານມາ​ແມ່ນ​ບໍ່​ຫຼາຍ ເພີ່ມ​ຂຶ້ນ​ປະມານ 5-6% ສ່ວນ​ຜູ້​ມາ​ສອບເສັງ​ໃບ​ຂັບ​ຂີ່​ແມ່ນ​ເພີ່ມ​ຂຶ້ນ​ຫຼາຍ ຄື​ຈຳນວນ​ສະຖິຕິ​ການ​ຂຶ້ນ​ທະບຽນ​ພາຫະນະ​ທັງ​ລົດຈັກ ແລະ ລົດ​ໃຫຍ່​ໃນ​ປີ 2000 ມີ 11.292 ຄັນ

ໃນ​ນັ້ນ ລົດຈັກ​ມີ 7.163 ຄັນ ສະເພາະ​ປີ 2011 ໃນ 11 ເດືອນ​ຜ່ານ​ມາ ມີ​ທັງ​ໝົດ 50.848 ຄັນ ໃນ​ນັ້ນ ລົດຈັກ 31.217 ຄັນ ຖ້າ​ນັບ​ແຕ່​ປີ 2000 ມາ​ເຖິງ​ປັດຈຸບັນ ມີ​ພາຫະນະ​ທີ່​ຂຶ້ນ​ທະບຽນ​ທັງ​ໝົດ 491.425 ຄັນ ໃນ​ນີ້ ລົດຈັກ 336.057 ຄັນ ສ່ວນ​ສະຖິຕິ​ໃບ​ຂັບ​ຂີ່​ລົດຈັກ ແລະ ລົດ​ໃຫຍ່ ປີ 2000 ໄດ້​ອອກ​ໃບ​ຂັບ​ຂີ່​ໃຫ້​ຜູ້​ຂັບ​ຂີ່​ທັງ​ໝົດ 97.317 ໃບ

ໃນ 11 ເດືອນ​ຂອງ​ປີ​ນີ້ ໄດ້​ອອກ​ໃບ​ຂັບ​ຂີ່​ທັງ​ໝົດ 238.305 ໃບ ນັບ​ແຕ່​ປີ 2000 ເຖິງ​ປັດຈຸບັນ ໄດ້​ອອກ​ໃບ​ຂັບ​ຂີ່​ທັງ​ໝົດ 1.834.359 ໃບ.