2012 ປີ​ທ່ອງ​ທ່ຽວລາວ ຫວັງ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາລາວ 2 ລ້ານ 6 ​ແສນ​ຄົນ

(GMT+08:00) 2012-01-17 09:27:41     cri
ປີ​ທ່ອງ​ທ່ຽວລາວ​ຄັ້ງ​ທີ1 ​ໄດ້​ເປີດ​ຂື້ນ​ໃນ​ປີ 1999-2000, ການ​ເປີດ​ປີ​ທ່ອງ​ທ່ຽວລາວ​ຄັ້ງ​ທີ2 ມີ​ຂື້ນ​ໃນ​ວັນ​ທີ່31 ທັນວາ 2011ຜ່ານ​ມາ.

ການ​ເປີດ​ປີ​ທ່ອງ​ທ່ຽວປີ​ນີ້​ນັບ​ວ່າ​ເປັນ​ເທື່ອ​ທີ2 ຂອງ​ປະ​ເທດ​ລາວ, ພາຍຫຼັງລາວ​ໄດ້​ເປີດ​ປີ​ທ່ອງ​ທ່ຽວລາວ​ຄັ້ງ​ທຳ​ອິດ​ໃນ​ເມື່ອ11 ປີ​ກ່ອນ(1999-2000), ນັບ​ແຕ່​ນັ້ນ​ມາ​ການທ່ອງທ່ຽວລາວ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ມີ​ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາລາ​ວ​ເພີ່ມ​ຂື້ນ​ໃນ​ອັດຕາ​ສະ​ເລ່ຍ 25 %.

ສະ​ເພາະ​ປີຜ່ານ​ມາ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາລາ​ວ 2ລ້ານ 5 ​ແສນ​ເທື່ອ​ຄົນ, ​ແລະ​ເປົ້າໝາຍຂອງ​ປີ​ທ່ອງ​ທ່ຽວລາວ 2012 ນີ້​ໄດ້​ມີ​ເປົ້າໝາຍທີ່​ຈະ​ດຶງ​ດູດ​ເອົານັກ​ທ່ອງ​ທ່ຽວ​ເຂົ້າ​ມາລາ​ວ 2ລ້ານ 6​ແສນ​ຄົນ​.

ປັດ​ຈຸ​ບັນ​ທົ່ວ​ປະ​ເທດ​ລາວ​ມີ​​ໂຮງ​ແຮມ 357 ​ແຫ່ງ, ​ເຮືອນ​ພັກ 1127 ​ແຫ່ງ, ຮ້ານ​ອາຫານ 1246 ​ແຫ່ງ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວທາງ​ທຳ​ມະ​ຊາດ​ແລະ​ວັດທະນາ​ທຳ 1493​ແຫ່ງ ​ໃນ​ນີ້​ມີ​ພຽງ 456 ​ແຫ່ງ​ທີ່​ໄດ້​ຮັບ​ການ​ພັດທະນາ​ສາມາດ​ຮັບ​ນັກ​ທ່ອງ​ທ່ຽວ​, ​ໃນ​ຂະນະ​ນີ້​ໂຮງ​ແຮມ​ແລະ​ຮ້ານ​ອາຫານ​ສາມາດ​ຮັບ​ນັກ​ທ່ອງ​ທ່ຽວ​ເຂົ້າ​ພັກ​ເຊົ່າ​ໄດ້​ທັງໝົດ 37 500 ຄົນ​ຕໍ່ມື້.​

ແຂວງ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວຫຼາຍກວ່າໝູ່​ແມ່ນ​ແຂວງຫຼວງພະ​ບາງ, ນະຄອນຫຼວງວຽງຈັນ​ແລະ​ແຂວງ​ຈຳປາ​ສັກ.

ນັກ​ທ່ອງ​ທ່ຽວທີ່​ເຂົ້າ​ມາ​ທ່ຽວລາວ​ແມ່ນ​ມາ​ຈາກ​ຂົງ​ເຂດ​ອາຊີ​ປາຊີ​ຟິກ 2 ລ້ານ 2 ​ແສນ ກວມ 90 %, ສ່ວນ​ທີ່​ເຫຼືອ​ແມ່ນ​ມາ​ຈາກ​ທະວີບອາ​ເມ​ລິ​ກາ​ມີ 6ໝື່ນຄົນ, ມາ​ຈາກ​ທະວີບອັບ​ຟຼິກາ​ແລະ​ຕາ​ເວັນ​ອອກ​ກາງ ມີ​ພຽງ 7 ພັນ​ຄົນ.