ການທ່ອງທ່ຽວແບບອະນຸຮັກ ແມ່ນຫຍັງ?

(GMT+08:00) 2012-01-17 09:42:34     cri

ອົງ​ການທ່ອງທ່ຽວ​ໂລກ (UNWTO) ໄດ້​ໃຫ້​ຄຳ​ນິ​ຍາມ​ກ່ຽວ​ກັບ​ການທ່ອງທ່ຽວ​ແບບ​ອະນຸ​ຮັກ​ວ່າ ແມ່ນ​ການທ່ອງທ່ຽວ​ທີ່​ເນັ້ນ​ໃສ່​ທຳ​ມະ​ຊາດ​ເຊິ່ງ​ມີ​ຄວາມ​ສົນໃຈ​ໃນ​ການ​ສັງເກດ​ການ ແລະ ການ​ນິຍົມ​ຊົມ​ຊອບ​ທາງ​ດ້ານ​ທຳ​ມະ​ຊາດ​ແລະ​ວັດທະນະທຳ, ຮີດຄອງ​ປະເພນີ​ໃນ​ພື້ນ​ທີ່​ທຳ​ມະ​ຊາດ, ປະກອບ​ມີ​ການ​ສຶກ​ສາ ແລະ ສິ່ງ​ອະທິບາຍ​ກ່ຽວ​ກັບ​ຄວາມ​ຫມາຍ​ຂອງ​ແຫລ່ງ​ທ່ອງ​ທ່ຽວ. ໂດຍ​ທົ່ວ​ໄປ​ແລ້ວ​ກິດຈະກຳ​ການ​ທ່ອງ ທ່ຽວ​ແບບ​ອະນຸ​ຮັກ ແມ່ນ​ຈັດ​ເປັນ​ກຸ່ມ​ບໍ່​ຫລາຍ ເຊິ່ງ​ຈັດ​ໂດຍ​ຜູ້​ທີ່​ມີ​ຄວາມ​ຮູ້​ພື້ນຖານ​ດ້ານ​ການທ່ອງທ່ຽວ​ແບບ​ອະນຸ​ຮັກ​ແລະ​ເປັນ​ເຈົ້າ​ຂອງ​ໂດຍ​ນັກ​ທຸລະ ກິດ​ທ້ອງຖິ່ນ ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ​ທາງ​ດ້ານ​ລົບ​ໃນ​ຂົງເຂດ​ທຳ​ມະ​ຊາດ, ວັດທະນະທຳ ແລະ ສິ່ງແວດລ້ອມ​ໃນ​ການ​ສະຫນັບສະຫນູນ​ການ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ​ໂດຍ​ສ້າງ​ໃຫ້​ມີ​ຜົນ ປະໂຫຍດ​ທາງ​ດ້ານ​ເສດຖະກິດ​ໃຫ້​ປະຊາຊົນ​ທ່ອງ​ຖິ່ນ. ປູກ​ຈິດ​ສຳນຶກ​ໃຫ້​ປະຊາຊົນ​ທ້ອງຖິ່ນ​ແລະ​ນັກ​ທ່ອງ​ທ່ຽວ​ກ່ຽວ​ກັບ​ຄວາມ​ຈຳເປັນ​ໃນ​ການ​ປົກ​ປັກ​ຮັກສາ​ຊັບ​ສົມບັດ​ທາງ​ທຳ​ມະ​ຊາດ ແລະ ວັດທະນະທຳ.

ອົງ​ການທ່ອງທ່ຽວ​ອະນຸ​ຮັກສາ​ກົນ (TIES) ບອກ​ວ່າ​ການທ່ອງທ່ຽວ​ອະນຸ​ຮັກ​ແມ່ນ​ການທ່ອງທ່ຽວ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ຂົງເຂດ​ທຳ​ມະ​ຊາດ, ສົ່ງເສີມ​ການ​ອະນຸ​ຮັກ​ສິ່ງແວດລ້ອມ ແລະສົ່ງເສີມ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງຖິ່ນ​ໃຫ້​ດີ​ຂຶ້ນ.


ອົງການ​ອະນຸ​ຮັກ​ທຳ​ມະ​ຊາດ (IUCN): ການທ່ອງທ່ຽວ​ອະນຸ​ຮັກ​ແມ່ນ​ການທ່ອງທ່ຽວ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສິ່ງແວດລ້ອມບໍ່​ລົບ​ການ, ທຳລາຍ​ທຳ​ມະ​ຊາດ, ທ່ອງ​ທ່ຽວ​ເພື່ອ​ການ​ຊື່ນ ຊົມ ແລະ ຮຽນ​ຮູ້​ຄຸນຄ່າ​ຂອງ​ທຳ​ມະ​ຊາດ ວັດທະນະທຳ (ທັງ​ໃນ​ອະດີດ ແລະ ປະຈຸ​ບັນ) ສົ່ງເສີມ​ການ​ການ​ອະນຸ​ຮັກ, ຫລຸດຜ່ອນ​ຜົນ​ກະທົບ​ທາງ​ລົບ​ໃຫ້​ມີ​ຫນ້ອຍ​ທີ່​ສຸດ​ພ້ອມ​ທັງ​ສະຫນອງ​ຜົນ ປະໂຫຍດ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ໃຫ້​ແກ່​ປະຊາຊົນ​ທ້ອງຖິ່ນ.

ສະຫະພັນ​ອະນຸ​ຮັກ​ໂລກ (World Conservation Unionຫລື WCU) ການທ່ອງທ່ຽວ​ອະນຸ​ຮັກ​ແມ່ນ​ການທ່ອງທ່ຽວ​ທີ່​ສົ່ງ​ຜົນ​ກະທົບ​ທາງ​ດ້ານ​ລົບ​ນ້ອຍ​ທີ່​ສຸດ ແລະ ແມ່ນ​ການ​ນຳ ທ່ຽວ​ທີ່​ນຳ​ຜົນ​ປະໂຫຍດ​ທາງ​ດ້ານ​ບວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ທ້ອງຖິ່ນ (Sustainable Tourism, 2010)

ອົງ​ການທ່ອງທ່ຽວ​ອະນຸ​ຮັກສາ​ກົນ (International Ecotourism Society) IES: ແມ່ນ​ການທ່ອງທ່ຽວ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ທຳ​ມະ​ເພື່ອ​ອະນຸລັກ​ຮັກສາ​ສິ່ງແວດລ້ອມ​ເຮັດ​ໃຫ້​ຊີວິດ ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງຖິ່ນ​ດີ​ຂຶ້ນ (Sustainable Tourism, 2010)

ອົງ​ການທ່ອງທ່ຽວ​ແຫ່ງ​ຊາດ​ລາວ: ແມ່ນ​ເປັນ​ກິດຈະກຳ​ການທ່ອງທ່ຽວ​ໃນ​ເຂດ​ຊົນນະບົດ​ເພື່ອ​ແນໃສ່​ສົ່ງເສີມ​ອະນຸ​ຮັກ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ວັດທະນະທຳ​ໂດຍ​ສະເພາະ​ແມ່ນ ຢູ່​ພາຍ​ໃນ ແລະ ບໍລິເວນ​ໃກ້​ຄຽງ​ປ່າ​ສະຫງວນ​ແຫ່ງ​ຊາດ ແລະ ເຂດ​ປ່າ​ສະຫງວນ​ຂອງ​ແຂວງ; ສົ່ງເສີມ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທ້ອງຖິ່ນ​ແລະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຜູ້​ມາ​ຢ້ຽມ ຢາມ​ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ ແລະ ຢາກ​ກັບ​ມາ​ຢ້ຽມຢາມ​ສະຖານທີ່​ດັ່ງກ່າວ ອີກ​ເທື່ອ​ໃຫມ່.

ສະຫລຸບ​ລວມ​ແລ້ວ ການທ່ອງທ່ຽວ​ແບບ​ອະນຸ​ຮັກ​ແມ່ນ​ການທ່ອງທ່ຽວ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ທຳ​ມະ​ຊາດ, ເປັນ​ຮູບ​ແບບ​ການທ່ອງທ່ຽວ​ທີ່​ຊ່ວຍ​ສົ່ງເສີມ​ການ​ອະນຸ​ຮັກ​ທຳ​ມະ​ຊາດ ແລະ ວັດທະນະທຳ; ຊ່ວຍ​ໃຫ້​ພາກສ່ວນ​ຕ່າງໆ​ເຫັນ​ຄຸນຄ່າ​ຂອງ​ທຳ​ມະ​ຊາດ​ເພີ່ມ​ຂຶ້ນ ແລະ ມີ​ວິທີ​ການ​ທີ່​ລະອຽດ​ອ່ອນ ນຳ​ໃຊ້​ຊັບພະຍາກອນ​ດັ່ງກ່າວ​ມາ​ຊ່ວຍ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ. ດັ່ງນັ້ນ ການທ່ອງທ່ຽວ​ແບບ​ອະນຸ​ຮັກ​ຈິ່ງ​ມີ​ຄວາມ​ສຳຄັນ ແລະ ເປັນ​ປະໂຫຍດ​ໃຫຍ່​ຫລວງ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະເທດ