ລັດ​ອະນຸມັດ 6 ຕື້​ເພື່ອ​ໂຄສະນາ​ປີ​ການ​ທ່ອງ​ທ່ຽວ​ລາວ

(GMT+08:00) 2012-01-17 09:44:42     cri
ອົງການ​ທ່ອງ​ທ່ຽວ​ແຫ່ງຊາດ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະ​ທໍາ​ແລະ​ທ່ອງ​ທ່ຽວ ມີ​ແຜນ​ພັດທະນາ​ສົ່ງ​ເສີມ​ການທ່ອງທ່ຽວ​ຫຼາຍ​ດ້ານ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​.

ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ທໍາ​ມະ​ຊາດ, ປະຫວັດສາດ, ​ວັດ​ທະນະ​ທໍາ​ແລະ​ສະຖານ​ທີ່​ປູ​ສະ​ລິ​ຍະສະ​ຖານ​ອັນ​ເກົ່າ​ແກ່​ແຕ່​ເໜືອ​ຕະຫຼອດ​ໄຕ້.

ປີ 2012 ລັດຖະບານ​ໄດ້​ອະ​ນຸມັດ​ຫງົບປະມານ ຈໍານວນ 6 ຕື້​ກີບ ສໍ​າລັບ​ໂຄສະນາ​ປະຊາ​ສໍາພັນ​ແລະ​ສົ່ງ​ເສີມ​ປີ​ທ່ອງ​ທ່ຽວ.

​ເພື່ອ​ເປັນ​ທີ່​ຮັບ​ຮູ້​ຢ່າງ​ກວ້າ​ງຂວາງ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ​ເພື່ອ​ເປັນ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​​ເຂົ້າ​ມາລາ​ວ​ໃນ​ປີ​ທ່ອງ​ທ່ຽວ​ລາວ​ນີ້ ​ໄດ້​ເຫັນ​ຄວາມ​ສວຍ​ງາມ.

ນອກ​ນັ້ນ, ຍັງ​ມີ​ພາບ​ບັນຍາກາດ​ບົນ​ປ້າຍ​ໂຄ​ສະນາ, ປົດ​ສະ​ເຕີ້, ​ແຜ່ນ​ພັບ, ສື່​ສິ່ງ​ພິມ, ອິນ​ເຕີ​ເນັດ ​​ແລະ​ເຄື່ອງນຸ່ງ​ຖື​ຕ່າງໆ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເຮົດ​ໃຫ້​ປີ​ທ່ອງ​ທ່ຽວ​ປີ​ນີ້​ສາມາດ​ຍາດ​ເອົາ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ມາ​ອາຊີ​ແລ້ວ​ເຂົ້າ​ມາ​ທ່ອງ​ທ່ຽວ​ລາວ​ໃຫ້​ຫຼາຍ​ຂື້ນ.

​ເປົ້າ​ໝາຍທີ່​ຈະ​ດຶງ​ເອົາ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມທ່ຽວລາວ​​ໃນ​ລາວ​ໃຫ້​ບໍ່​ຕໍ່າ​ກວ່າ 2 ລ້ານ 6 ​ແສນ​ຄົນ ຕະຫຼອດ​ປີ 2012 .
ຖຍມີ​ການ​ດໍາ​ເນີນ​ງານ​ເພື່ອ​ກຽມພ້ອມ​ທັງ​ໃນ​ດ້ານ​ໂຮງ​ແຮມ, ຮ້ານ​ອາຫານ, ສະຖານ​ທີ່​ທ່ອງ​ທ່ຽວ​ແລະ​ການ​ບໍລິການ​ຕ່າງໆ​ສໍາລັບ​ຮັບຮອງ​ປີ​ທ່ອງ​ທ່ຽວ​ລາວ​ໃຫ້​ໄດ້​ຢ່າງ​ມີ​ປະສິດທິພາບ.

​ເຮັດ​ໃຫ້​ເປັນ​ທີ່​ປະ​ທົບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ອີກ​ດ້ວຍ.