ຄວາມ​ອິດ​ເມື່ອຍ​ຕ່າງ​ກັນ ​ແບບ​ວິທີ​ພັກຜ່ອນ​ກໍ່​ຕ່າງ​ກັນ

(GMT+08:00) 2012-01-17 09:58:14     cri
ໃນ​ເວລາ​ຄົນ​ເຮົາ​ອິດ​ເມື່ອຍ,ມັກ​ມີ​ຄວາມ​ຮູ້ສຶກ​ເມື່ອຍ​ຫຼາຍ​ຢ່າງ​ຫຼາຍ​ແນວ,ຍ້ອນ​ວ່າ​ມູນ​ເຫດ​ທີ່​ພາ​ໃຫ້​ເມື່ອຍ​ບໍ​ຄື​ກັນ,ສະ​ນັ້ນ ວິທີ​ແກ້​ເມື່ອຍ​ກໍ່​ບໍ່​ຄື​ກັນ,ຖ້າ​ບໍ່​ດັ້ງ​ນັ້ນ​ບໍ່​ພຽງ​ແຕ່​ບໍ່​ໄດ້ຜົນ​ເທົ່າ​ນັ້ນ,ຍັງ​ອາດ​ຈະ​ເຮັດ​ໃຫ້​ເມື່ອຍ​ຫນັກ​ເຂົ້າ.

ເມື່ອຍ​ຍ້ອນ​ອອກກຳລັງ​ກາຍ:ສ່ວນ​ຫຼາຍ​ມີ​ອາການ​ແຂນ​ຂາອ່ອນ​ແຮງ,ປວດ​ກ້າມ​ເນື້ອ,​ແຕ່​ຈິດ​ໃຈ​ຍັງ​ຊື່ນ​ຢູ່,ສາ​ເຫດ​ທີ່​ພາ​ໃຫ້​ອິດ​ເມື່ອຍ​ທາງ​ກຳລັງ​ກາຍ​ແມ່ນ​ສິ່ງ​ປ່ຽນ​ຖ່າຍ​ອັ່ງ​ອໍ​ໃນ​ເລືອດ​ຫຼາຍ​ເກີນ​ໄປ,​ເຮັດ​ໃຫ້​ກ້າມ​ເນື້ອ​ບໍ່​ສາມາດ​ເຄື່ອນ​ເຫນັງ​ຢ່າງ​ໄດ້ຜົນ​ຕໍ່​ໄປ,​ເມື່ອ​ສັນຍານ​ຖືກ​ສົ່ງ​ໄປ​ຮອດ​ປະສາດ​ກາງ,ຄົນ​ເຮົາ​ກໍ່​ຈະ​ຮູ້ສຶກ​ອິດ​ເມື່ອຍ.

ວິທີ​ແກ້​ເມື່ອຍ​ທາງ​ແຮງ​ກາຍ​ທີ່​ດີ​ທີ່​ສຸດ​ແມ່ນ​ນອນ,ກ່ອນ​ນອນ​ໃຫ້ອາບ​ນ້ຳ​ຮ້ອນ​ຫຼື​ເອົາ​ນ້ຳ​ຮ້ອນ​ແຊ່​ຕີນ,​ເຮັດ​ແນວ​ນີ້​ຈະ​ນອນ​ຫຼັບ​ງ່າຍ.

ເມື່ອຍຍ້ອນ​ໃຊ້ສະຫຼອງ​ຫຼາຍ:ຍ້ອນ​ໃຊ້​ສະຫມອງ​ເປັນ​ເວລາ​ດົນ​ນານ​ຈຶ່ງ​ພາ​ໃຫ້​ເລືອດ​ແລະ​ອອກ​ຊີ​ແຊນ​ໄປ​ຫໍ່ຼລ້ຽງ​ສະຫມອງ​ບໍ່​ພຽງພໍ,​ແລ້ວ​ເຮັດ​ໃຫ້ສະຫມອງ​ເມື່ອຍ,ສ່ວນ​ຫຼາຍ​ມີ​ອາການ​ວິນ​ຫົວ ບໍ່​ຢາກກິນ​ຫຍັງ,ຄວາມ​ຈຳ​ເສື່ອມ​ ​ໃຈ​ບໍ່​ຕ້ອມ​ເປັນ​ຕົ້ນ.

ວິທີ​ແກ້ຄວາມ​ອິດ​ເມື່ອຍ​ທາງ​ສະຫມອງ​ທີ່​ດີກວ່າ​ຫມູ່​ແມ່ນ​ໃຫ້​ຫຼິ້ນ​ກິລາ​ບາງ​ຢ່າງ,ຕົວຢ່າງ​ຄື​ຫຼິ້ນ​ບານ ຫັດກາຍ​ຍະ​ກຳ ຍ່າງ​ຫຼິ້ນ​ເປັນ​ຕົ້ນ,​ແຕ່​ບໍ່​ຄວນ​ດຸ​ເດືອດ​ເກີນ​ໄປ,​ແລະ​ຢ່າ​ຫຼິ້ນ​ດົນ​ໂພດ,​ໃນ​ເວລາ​ຫຼິ້ນ​ສະຫມອງ​ໄດ້​ຮັບ​ການ​ພັກຜ່ອນ​ຈຶ່ງ​ພາ​ໃຫ້​ເຊົາ​ເມື່ອຍ.

ຖ້າ​ເມື່ອຍ​ທາງ​ຈິດ​ໃຈ​ແມ່ນ​ຍ້ອນ​ຈິດ​ໃຈ​ຖືກ​ສິ່ງ​ຫຍໍ້​ທໍ້​ກະຕຸກ​ແລ້ວ​ພາ​ໃຫ້​ເກີດ​ມີ​ຈິດ​ໃຈ​ຫຍໍ້​ທໍ້​ບາງ​ຢ່າງ,ສ່ວນ​ຫຼາຍ​ຈະ​ມີ​ອາການ​ວິຕົກ​ກັງວົນ​ແລະ​ອຸກ​ໃຈ​ເປັນ​ຕົ້ນ.

ຕໍ່​ອາການ​ເມື່ອຍ​ທາງ​ຈິດ​ໃຈ​ຈະ​ອາ​ໄສ​ແຕ່​ການ​ນອນ​ພັກຜ່ອນ​ແຕ່​ຢ່າງ​ດຽວ​ແມ່ນ​ແກ້​ໄຂ​ບໍ່​ໄດ້,ຄວນ​ລະບາຍ​ອາລົມ​ອຸກ​ອັ່ງ​ໃນ​​ໃຈ​ຢ່າງ​ທັນ​ການ,ເຊັ່ນ​ໄປ​ລົມ​ກັບ​ເພື່ອນທີ່​ຮູ້​ໃຈ​ກັນ​ຫຼື​ເຂົ້າຮ່ວມ​ການ​ເຄື່ອນ​ໄຫ​ວວັດທະນະທຳ​ຫຼື​ກິລາ​ແລະ​ການ​ລື້​ນ​ເລີງທີ່​ມີ​ຜົນ​ດີ​ຕໍ່​ຮ່າງກາຍ​ບາງ​ຢ່າງ​ກໍ່​ໄດ້,ພ້ອມ​ກັນ​ນັ້ນ,ຄວນ​ເຮັດ​ໃຫ້​ຈິດ​ໃຈ​ປອດ​ໄສ,​ເພີ່ມ​ຄຸນສົມບັດ​ສຶກສາ,ສັບ​ຊ້ອນ​ຈິດ​ໃຈ​ຂອງ​ຕົນ​ໃຫ້​ຢູ່​ໃນ​ສະພາບ​ທີ່​ດີ,​ເຮັດ​​ໃຈກວ້າງ,​ເພື່ອ​ຫຼຸດຜ່ອນ​ຫຼື​ລົບ​ລ້າງ​ສາ​ເຫດ​ທີ່​ພາ​ໃຫ້​ອິດ​ເມື່ອຍ​ທາງ​ຈິດ​ໃຈ

ສູ​ບຢາ​ຕ້ອງ​ລະວັງເວລາ​ແລະ​ສະຖານ​ທີ່ສູບຢາ​ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ,ທັງ​ນີ້​ແມ່ນ​ໃຜໆ​ກໍ່​ຮູ້​ແລ້ວ,​ແຕ່​ສູບຢາ​ບໍ່​ຖືກ​ເວລາ ສ່ິງ​ແວດ​ລ້ອມ​ແລະ​ສະຖານ​ທີ່​ຍ່ິງ​ມີ​ຜົນ​ຮ້າຍ,ທັງນີ້​ອາດ​ຈະ​ແມ່ນ​ຜູ່​ທີ່​ສູບ​ຢາ​ຫຼາຍ​ຄົນ​ບໍ່​ ​ໄດ້​ຄຽດຄຶດ​

ຄວາມເຂົ້າ​ໃຈ​ຜິດຂໍ້​ທີ​ໜຶ່ງ​ຄື ຕອນ​ເຊົ້າ​ສູບຢາ​ກອກ​ໜຶ່ງ,ມີຈິດ​ໃຈສົດ​ຊື່ນຫມົດ​ມື້,ຄວາມ​ເວົ້າ​ນີ້​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ຜູ່​ສູບຢາມາ​ດົນ​ນານ,​ເລື່ອງ​ທຳ​ອິດ​ໃນ​ຕອນ​ເຊົ້າ​ກໍ​ແມ່ນ​ສູບ​ຢາກອກໜຶ່ງ,ຍັງ​ເວົ້າ​ວ່າ​ສູບຢາ​ສາມາດ​ເຮັດ​ໃຫ້​ຈິດ​ໃຈສົດ​ຂື່ນ ຖ້າວ່າຕື່ນ​ເຊົ້າມາ​ບໍ່​ສູບຢາກອກ​ຫນຶ່ງ,ກໍ່​ບໍ່​ຮູ້​ຈະ​ເຮັດ​​ແນວ​ໃດ,ຈົນ​ເຖິງ​ຂັ້ນ​ຮູ້ສຶກ​ວ່າ​ຍັງ​ ມີ​ເລື່ອງ​ໃດ​ໜຶ່ງບໍ່​ທັນ​ເຮັດ, ​ໂດຍ​ສະ​ເພາະ​ຜູ່​ທີ່​​ແງ້ນ​ຢາ,​ເວລາຕື່ນ​ມາ​ຍັງ​ຢູ່​ຕຽງ​ກໍ​ຟ້າວສູບຢາ​ກ່ອນ, ບໍ່​ຮູ້​ວ່າ​ເມື່ອ​ນອນ​ຫມົດ​ຄືນ​ແລ້ວ,ອາກາດ​ໃນ​ຫ້ອງ​ນອນຍັງ​ບໍ່​ທັນ​ລຸ​ລ່ວງ​ເທື່ອ,ອາກາດບໍ່​ດີ​ນີ້​ປົນ​ກັບຄວັນ​ຢາ​ຖືກ​ສູບ​ເຂົ້າ​ໃນ​ປອດ,ນອກ​ນີ້​,ຍັງ​ບໍ່ທັນກິນ​ເຂົ້າ​ກໍ​ສູບຢາ,ຄວັນ​ຢາ​ຈະ​ເຮັດ​ໃຫ້​ຫຼອດລົມ​ຫາຍ​ໃຈ​ປ່ອຍ​ທາດ​ແຫຼວ​ຊືມອອກ​ມາ,ດົນ​ ຕາມ​ດົນ​ກໍຈະ​​ເຮັດ​ໃຫ້​ຫຼອດ​ລົມຫາຍ​ໃຈ​ອັກ​ເສບຊ້ຳ​ເຮື້ອ,ມີ​ຄຳ​ພັງ​ເພີຍ​ວ່າ,ຕອນ​ເຊົ້າ​ສູບຢາ,ຕາຍ​ໄວ, ຄຳ​ພັງ​ເດີຍນີ້​ໄດ້​ຕັກ​ເຕືອນ​ຄົນ,​ເຖິງ​ວ່າຄຳ​ພັງ​ເພີຍນີ້​ເວົ້າ​ໂຍກ​ແດ່,​ແຕ່​ກໍຊີ້​ບອກໃນ​ລະດັບ​​ໃດ​ຫນ່ຶງວ່າ​ສູບຢາ​ໃນ​ຕອນ​ເຊົ້າ​ມີ​ຜົນ​ຮ້າຍ​ອັນຫນັກຫນ່ວງ.​

ຄວາມເຂົ້າ​ໃຈ​ຜິດ​ທີ​ສອງ​ຄື:ກິນ​ເຂົ້າ​ແລ້ວ​ສູບຢາ​ກອກ​ໜຶ່ງ,ສະບາຍ​ປານເທວະ​ດາ, ເວົ້າ​ສຳລັບ​ຜູ່​ສູບຢາ​ແລ້ວ​ຍິ່ງຈະ​ພາ​ໃຫ້​ຄົນ​ເຂົ້າ​ໃຈ​ຜິດ,​ເມື່ອກິນ​ເຂົ້າ​ແລ້ວ,​ເລືອດ​ຈໍລະ​ຈອນ​ເພີ່ມ​ຂຶ້ນ,ທາດນີ​ໂກຕິນຖືກ​ດູດ​ເຂົ້າ​ໃນ​ເລືອດຢ່າງ​ວ່ອງ​ໄວ,​ເຮັດ​ໃຫ້​ຄົນ​ຢູ່​ໃນ​ສະພາບຕື້ນ​ຕັນ​ໃຈ, ຈຶ່ງ​ຮູ້​ສຶກສະຫມອງ​ປອດ​ໂປ່ງ,ກໍ​ຄື​ຜູ່​ຕິດ​ຢາ​ເວົ້າ​ນັ້ນວ່າ​ສະບາຍ​ປານເທວະ​ດາ,ທີ່​ຈິງ​ແລ້ວ,ກິນ​ເຂົ້າ​ແລ້ວ​ສູບຢາ​ກອກ​ໜຶ່ງ,ມີ​ຜົນ​ຮ້າຍຫຼາຍ​ກວ່າ​ສູບ​ຢາ10 ກອກ​​ໃນ​ຍາມ​ທຳ​ມະ​ດາ,​ເພາະວ່າ​ກິນ​ເຂົ້າ​ແລ້ວ​ກາ​ໂລ​ລີ​ໃນ​ຮ່າງກາຍ​ຄົນເພີ່ມ​ຂຶ້ນ,ຍາມ​ນີ້​ສູບຢາ​ອາດ​ຈະ​ເຮັດ​ໃຫ້ການ​ຊືມ​ພື້ນຖານ​ຂອງ​ທາດ​ໂປຼຕິນ​ແລະ​ເກືອ​ກາກ​ໂບນາດຖືກ​ລະງັບ,​ເຮັດ​ໃຫ້​ອາຫານ​ລະລາ​ຍຍາກ,​ແລະ​ກະທົບກະ​ເທືອນ​ເຖິງ​ການດູດຮັບທາດ​ບຳລຸງ,ສະ​ນັ້ນ,ອາດ​ເວົ້າ​ໄດ້​​ວ່າ,ກິນ​ເຂົ້າ​ແລ້ວ​ສູບຢາ,ມີ​ຜົນ​ຮ້າຍ​ຫາ​ອັນ​ປຽບ​ບໍ່​ໄດ້.​

ຄວາມເຂົ້າ​ໃຈ​ຜິດຂໍ້​ທີ​ສາມ​​ເວລາຫມູ່​ເພື່ອນ​ໂອ້​ລົມກັນ,ກໍ​ຈະ​ຕ້ອງ​ດື່ມເຫຼົ້າ​ສູບຢາ,ຫຼາຍໆ​ຄົນ​ລ້ວນ​ແຕ່​ມັກ​ສູບຢາ​ໃນ​ເວລາ​ດື່ມ​ເຫຼົ້າ,ເຫັນ​ວ່າ​ຫມູ່​ຢູ່​ນຳ​ກັນ,ຕ້ອງ​ກິນ​ເຫຼົ້າສູບຢາ,​ແນວ​ນີ້​ຈຶ່ງ​ມີ​ບັນຍາກາດ​ດີ,ຂາດ​ອັນ​ໃດ​ກໍບໍ່​ໄດ້, ດື່ມເຫຼົ້າ​ຫຼາຍ​ແລ້ວ,ກໍ​ສູບ​ຢາກອກໜຶ່ງ,ຄື​ວ່າມ່ວນຊື່ນ​ຫຼາຍ,​ແຕ່​ວ່າ​ເຈົ້າ​ອາດ​ຈະ​ບໍ່​ຮູ້​ວ່າ,ທັງ​ດື່ມເຫຼົ້າ​ທັງສູບຢາ​ໄປ​ພ້ອມ​ຍິ່ງ ມີ​ຜົນ​ຮ້າຍຫຼາຍ​ກວ່າ​ພຽງ​ດື່ມ​ເຫຼົ້າ​ຫຼື​ສູບຢາຢ່າງ​ດຽວ,​ເພາະວ່າ​ເຫຼົ້າຈະ​ລະລາຍ​ຢູ່​ໃນຄວັນກອກຢາ,ຊຸກ​ຍູ້​ໃຫ້​ທາດ​ທີ່ພາ​ໃຫ້ເປັນ​ມະ​ເຣັງຍ້າຍ​ເຂົ້າ​ສູ່ຈຸ​ລັງ,ມີ​​ເອກະສານ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ່​ເປັນ​ມະ​ເຮັງ​ປາກ​ມີ​ຈຳນວນ 70% ກ່ຽວ​ພັນ​ເຖິງ​ທັງ​ສູບ​ຢາ​ທັງ​ກິນ​ເຫຼົ້າ,ສິ່ງ​ທີ່​ຫນັກຫນ່ວງ​ກວ່າ​ຫມູ່​ນັ້ນແມ່ນ​ທັງ​ກິນ​ເຫຼົ້າ​ທັງ​ສູບຢາ​ຈະ​ເຮັດ​ໃຫ້​ສັບພະ​ຄຸນ​ລະລາຍ​ຂອງ​ຕັບ​ລົບ​ລ້າງ​ແຕ່​ເຫຼົ້າ​​ ​ໄດ້​ພັດ​ລົບ​ລ້າງ​ແນວ​ອື່ນຍາກ,ຈະ​ເຮັດ​ໃຫ້​ທາດ​ພິດ​ໃນ​ຢາ​ສູບ​ຈົມໃນ​ຮ່າງກາຍ​​ຂອງ​ຄົນຫຼາຍ​ຊົ່ວ​ໂມງ​ຈົນ​ເຖິງ​ຂັ້ນ​ຫຼາຍ​ມື້ອັນ​ໄດ້ເພີ່ມ​ທະວີ​ຜົນ​ຮ້າຍຕໍ່​ຮ່າງກາຍ,ສະ​ນັ້ນ, ທັງກິນເຫຼົ້າທັງ​ສູບຢາ​ຈະ​ມີ​ອັນຕະລາຍ​ຕໍ່​ສຸຂະພາບ​ແລະ​ຊີວິດ.​

ຄວາມເຂົ້າ​ໃຈ​ຜິດຂໍ້​​ທີ​ສີ່​,​​ໄປ​ຫ້ອງ​ນ້ຳ​ທັງ​ສູບຢາສະດວກ​ທັງ​ສອງ​ຢ່າງ,ຫຼາຍ​ຄົນ​ເຫັນ​ວ່າ​ໃນ​ຫ້ອງ​ນ້ຳ​ມີ​ກີ່ນ​ເຫມັນ,ສູບຢາ​ສາມາດ​ຫຼຸດກິ່ນ​ເຫມັນ,ທີ່​ຈິງ​ແລ້ວ,​ໃນ​ຫ້ອງ​ນ້ຳ​ກິ່ນ​ອາ​ໂມ​ນີອັກ​ສູງ​ກວ່າ​ບ່ອນ​ອື່ນໆ,ທາດ​ອົກ​ຊີ​ແຊນ​ຫນ້ອຍ​ກວ່າ​,​ແຕ່​ໃນ​ກໍລະນີ​ມີ​ອົກ​ຊີ​ແຊນ​ຫນ້ອຍ,ຢາສູບ​ອາດ​ຈະ​ມີ​ທາດ​ຊຸມ​ເຟີ​ດີ​ອົກ​ສິດ​ແລະ​ອອກ​ຊິດ​ເດີ​ກາກ​ບອນ​ຍິ່ງ​ຫຼາຍ​ໃຕ້​ສະພາບ​ຂາດ​ອົກ​ຊີ​ແຊນ,ຈົນ​ເຮັດ​ໃຫ້​ອາຍ​ພິດ​ແລະ​ເຊື້ອ​​ໂຣກໃນ​ຫ້ອງ​ນ້ຳ​ຖືກ​ດູດ​ເຂົ້າ​ໃນ​ປອດ,ຈຶ່ງ​ມີ​ຜົນ​ຮ້າຍ​ທີ່​ສຸດ​ຕໍ່​ສຸຂະ​ພາບ,ຜູ່​ເປັນ​ໂຣກ​ຫມາກ​ຫົວ​ໃຈ​ວາຍ​ແລະ​ຫຼອດ​ລົມຫາຍ​ໃຈ​ອັກ​ເສບ​​ຊ້ຳ​ເຮື້ອຄັນ​ສູບຢາ​ໃນ​ຫ້ອງ​ນ້ຳ,ອາດ​ຈະ​ ​ພາໃຫ້​​ເຈັບຫມາກ​ຫົວ​ໃຈ ຫົວ​ໃຈ​ວາຍອັດ​ຕັນ​ຫຼື​ຫຼອດ​ລົມຫາຍ​ໃຈ​ອັກ​ເສບ​ກະທັນຫັນສະ​ນັ້ນ​ຜູ່​ຕິດ​ຢາສູບ​ຕ້ອງ​ລະວັງ​ເວລາ​ແລະສະຖານ​ທີ່​ສູບຢາ,ທຳ​ມະ​ດາ​ແລ້ວ,ຖ້າພິຈາລະນາເຖິງ​ສຸຂະພາບ​ຂອງ​ຕົນ,ອອກ​ຢາ​​ໄດ້ແມ່ນ​ດີ​ທີ່​ສຸດ.