ນັ່ງ​​ເຮັດ​ວຽກຢູ່​ໜ້າ​ຈໍ​ຄອມ​ພິວ​ເຕີ​​ເລື້ອຍໆ​ຄວນ​ກິນ​ຫຍັງ​ຫຼາຍ​ແດ່​ເພື່ອ​ຮັກ​ສາ​ສຸ​ຂະ​ພາບ

(GMT+08:00) 2012-01-17 10:02:26     cri
ປະຈຸ​ບັນ​ເວົ້າ​ເລື່ອງ​ເທັກ​ໂນ​ໂລ​ຊີ​ຍິ່ງ​ທັນ​ສະ​ໄໝ, ຄົນ​ນັບ​ມື້​ນັບ​ຫຼາຍ​ຕ້ອງໃຊ້​ຄອມ​ພິວ​ເຕີ​​ເຮັດ​ວຽກ.

ຜູ້​ທີ່​ເຮັດ​ວຽກ​ຢູ່​ໜ້າ​ຈໍ​ຄອມ​ພິວ​ເຕີ​​ເລື້ອຍໆ​ນັ້ນ​ເມື່ອດົນ​ແລ້ວ, ​ສີ​ອິດ​ແດງ​ໃນເຍື່ອຮັບ​ພາບ​ໃນ​ແກ້​ວຕາ​ຈະ​ສິ້ນ​ເປືອງ​​ໄປ, ສ່ວນ​ສີ​ອິດ​ແດງ​ໃນ​ເຍື່ອຮັບ​ພາບ​ຂອງ​ແກ້ວຕາ, ສຳຄັນ​ສັງ​ເຄາະ​ດ້ວຍ​ວິຕາມິນA.

ຜູ້​ທີ່​ເຮັດ​ວຽກ​ນຳ​ຄອມ​ພິວ​ເຕີ​ນັ້ນ​ຄວນ​ກິນ​ຫົວ​ກາ​ຫຼົດ, ຜັກກາດ​ຂາວ, ໝາກ​ຖົ່ວງອກ, ​ເຕົ້າ​ຮູ້ ໝາກກະທັນ​ຈີນ, ໝາກກ້ຽງ, ນ້ຳນົມ, ​ໄຂ່​​ໄກ່, ​ຕັບ​ໄຕ​ສັດ​ແລະ​ຊີ້ນລ້ອນ​ເລື້ອຍໆ ​ເພື່ອ​ຕື່ມ​ວິຕາມິນA​ແລະ​ທາດ​ໂປຼຕິນ​ໃຫ້​ຮ່າງກາຍ.

​ຍາມ​ທຳ​ມະ​ດາ​​ໃຫ້​ດື່ມ​ນ້ຳ​ຊາ​​ເລື້ອຍໆ, ​ເພາະວ່າ​ໃນ​ໃບຊາ​ມີ​ໂປ​ລີ​ເຟນົນ​ຊາ​ທີ່ມີ​ບົດບາດ​ຕ້ານ​ວັດຖຸ​ແຜ່​ລັງສີ.
ຕໍ່​ໄປ​ພວກ​ເຮົາ​ຈະ​ແນະນຳ​ເຄື່ອງ​ດື່ມຫຼື​ອາຫານ​ຫຼາຍ​ຢ່າງ​ທີ່​ເໝາະ​ສຳລັບ​ຜູ້ເຮັດ​ວຽກ​ນຳ​ຄອມ​ພິວ​ເຕີ​ເລື້ອຍໆ, ສິ່ງ​ເຫຼົ່າ​ນີ້​ບໍ່ພຽງ​ແຕ່​ຊ່ອຍ​ຕ້ານ​ລັງສີ, ຍັງ​ຮັກສາ​ຕາ​ແລະ​ຕ້ານ​ອາລົມ​ຫງຸດຫງິດ​ໄດ້​ອີກ.

ຕົ້ມ​ຖົ່ວຂຽວ​ໃສ່​ໝາກ​ເດືອຍ, ຖົ່ວຂຽວ​ແກ້​ຮ້ອນ​ໃນ​, ​ພາ​ໃຫ້​ຖ່າຍ​ເບົາ​ສະດວກແລະ​​ແກ້ບວມ, ໝາກ​ເດືອຍບຳລຸງ​ປ້າງ​ແລະລະງັບ​​ຖອກທ້ອງ.

ສຳລັບ​ຜູ້​ເຮັດ​ວຽກ​ກາງຄືນ​ເປັນ​ປະຈຳ​ຫຼື​ມັກ​ໃຈ​ຮ້າຍ, ​ໃຈຮ້ອນ, ຄໍ​ແຫ້ງປາກ​ແຫ້ງ, ທ້ອງຜູກ​ແລະ​ເປັນ​ສິວ​ນັ້ນ.

ນອກຈາກ​ກິນ​ຜັກ​ແລະ​ໝາກ​​ໄມ້​ໃຫ້ຫຼາຍໆ​ເພື່ອ​​ຕື່ມທາດ​ນ້ຳ​ໃຫ້ຮ່າງກາຍ​ແລ້ວ, ​​ໃຫ້​ຕົ້ມຖົ່ວຂຽວ​ໃສ່​ໝາກ​ເດືອຍ, ກິນ​ຕາງ​ນ້ຳຫວານ​ຈະ​ຊ່ອຍແກ້​ຮ້ອນ​ໃນ​ແກ້ຄວາມ​ຫງຸດຫງິດ​ໄດ້​ດີ​ທີ່​ສຸດ.

ຊາ​ຂຽວ​ແມ່ນ​ເຄື່ອງ​ດື່ມ​ບຳລຸງ​ສຸຂະພາບ​ທີ່​ຄົນ​ທັງຫຼາ​ຍນິຍົມ​ກັນ​ໃນ​ຫຼາຍ​ປີ​ມໍ່ໆ​​ນີ້.

​ເພາະວ່າ​ໃນ​ຊາ​ຂຽວ​ມີ​ຢາ​ຕ້ານ​ອັອກຊີ​ດີ​ເຊີທີ່​ມີ​ລິດ​ແຮງ​ແລະ​ວິຕາມິນC, ມັນ​ບໍ່ພ​ຽງ​ແຕ່​ສາມາດຂັບ​ຖ່າຍ​ອະນຸ​ມູນ​ອິດສະລະໃນ​ຮ່າງກາຍ​ເທົ່າ​ນັ້ນ.

ຍັງ​ສາມາດ​ພາ​ໃຫ້​ຕ່ອມໄຂ່ຫຼັງ​ລະບາຍ, ຮັອກ​ໂມນທີ່​ຕ້ານຄວາມ​ເຄັ່ງ​ຕຶງ.

ນອກ​ນັ້ນ, ກາ​ເຟອິນ​​ໃນ​ຊາ​ຂຽວກໍ​ສາ​ມາດກະ​ຕຸ້ນ​​​ປະສາດ​ສູນ​ກາງ​, ພາ​ໃຫ້​ຈິດ​ໃຈ​ສົດ​ຊື່ນ, ດື່ມ​ນ້ຳ​ຊາດີ​ທີ່​ສຸດ​ດື່ມ​ຍາມ​ກາງ​ເວັນ, ​ເພາະ​ບາງ​ຄົນ​ດື່ມ​ນ້ຳ​ຊາ​ໃນ​ຍາມ​ຄ່ຳ​ຈະນອນບໍ່ຫຼັບ.

ນ້ຳ​ດອກ​ເກັກ​ຮ່ວຍກໍມີ​ບົດບາດ​ດີຕາ​ແລະ​ບຳລຸງ​ຕັບຄື​ກັນ, ຊົງ​ນ້ຳ​ດອກ​ເກັກ​ຮວຍ​​ໃສ່ນ້ຳ​ເຜິ້ງກໍ​ມີ​ຜົນ​ດີ​ຕໍ່​ຕັບ​ແລະ​ລະບາຍຄວາມ​ອຸກ​ອັ່ງໃນ​ໃຈ.

ຜູ້ເຮັດ​ວຽກ​ນຳ​ຄອມ​ພິວ​ເຕີ​​ເລື້ອຍໆມັກ​ຮູ້ສຶກ​​ເມື່ອຍຕາ, ​ເຈັບ​ບ່າ​ເຈັບ​ຫຼັງ.

ຖ້າ​ເຮັດ​ວຽກ​ໃນສະພາບ​ທີ່​ດື່ມ​ນ້ຳ​ບໍ່ພໍ, ຂາດທາດ​ບຳລຸງ​​ແລະ​ຂາດ​ວິຕາມິນ​ແລ້ວ, ພູມ​ຕ້ານທານ​ລັງສີ​ຂອງ​ຮ່າງກາຍ​ຈະ​ອ່ອນ​ລົງ, ​ແລະ​ພາ​ໃຫ້​ຄົນ​​ເປັນພະຍາດ​ງ່າຍ.

ເພື່ອ​ປ້ອງ​ ຄວນ​ເອົາ​ໃຈ​ໃສ່​ນຳອາຫານ​ການ​ກິນ​​ໃຫ້ເໝາະ​ສົມ. ​ອາຫານເຊົ້າ​ຄວນ​ໃຫ້​ມີ​ທາດ​ບຳລຸງ​ພຽງພໍ, ​ເພື່ອ​ຮັບປະກັນ​ໃຫ້​​ຮ່າງກາຍ​ມີ​ກຳລັງວັງຊາ, ​ແລະ​ມີ​ກາ​​ໂລຣີ​ພຽງພໍ. ​

ອາຫານທ່ຽງ​ຄວນ​ກິນ​ອາຫານ​ທີ່ມີ​ທາດ​​ໂປຼຕິນຫຼາຍ, ຄື​ຊີ້ນລ້ວນໆ, ຊີ້ນ​ງົວ, ຊີ້ນ​​ແກະ, ຊີ້ນ​ເປັດຊີ້ນ​ໄກ່​, ​ເຄື່ອງ​ໃນ​ສັດ, ​ປາ, ໝາກ​ຖົ່ວ​​ເຕົ້າ​ຮຮູ້ແລະ​ເຄື່ອງ​ທີ່​ເຮັດ​ດ້ວຍໝາກ​ຖົ່ວ​ເປັນ​ຕົ້ນ.

ອາຫານ​ຄ່ຳຕ້ອງກິນ​ອ່າວ​ຈາງ​ແດ່, ກິນ​ອາຫານ​ທີ່​ມີ​ວິຕາມິນ​ຫຼາຍໆ, ຫຼືຜັກ​ສົດ​ປະ​ເພດ​ຕ່າງໆ, ຫຼັງ​ອາຫານ​, ກິນ​ໝາກ​ໄມ້​ຈັກ​ໜ້ອຍ.
ນອກຈາກ​ນີ້, ​ກໍເລືອກ​ກິນ​ອາຫານ​ທີ່​ມີ​ຟົສຟາ​ຕິດເພື່ອ​ບຳລຸງ​ສະໝອງ, ​ເຊັ່ນ​: ໄຂ່​ແດງ, ປາ, ກຸ້ງ, ໝາກ​ມັນ​ຫໍ້​ແລະ​ໝາກ​ຖົ່ວດິນ​ເປັນ​ຕົ້ນ.

ນອກ​ນີ້​ຍັງ​ຕ້ອງເລືອກ​ກິນ​ອາຫານ​ທີ່​ຮັກສາຕາ, ປ້ອງ​ກັນ​ບໍ່​ໃຫ້​ສາຍຕາ​ສັ້ນ​ແລະ​​ເປັນພະຍາດ​ຕາ​ອື່ນໆ.

ອາ​ຫານ​ທີ່​ບຳລຸງ​ຕາ​ມີ​ເຄື່ອງ​ໃນ​ສັດ, ນ້ຳນົມງົວ, ນ້ຳນົມ​ແກະ, ນ້ຳມັນ​ເນີຍ, ​ເຂົ້າ​​ນົກ, ໝາກ​ມັນ​ຫໍ້, ຫົວ​ກາ​ຫຼົດ, ຜັກ​ກາດ, ຜັກ​ຕິນ​ເປັດ, ຜັກ​ກາດ​ຂາວ, ໝາກ​ເຫຼ່ນ, ຜັກ​ດອກ​ກ້ວຍ, ຜັກ​ບົ້ງ, ​ໝາກເກົາ​ກີ້ແລະ​ໝາກ​ໄມ້​ສົດ​ປະ​ເພດ​ຕ່າງໆ.