10 ອັນດັບປະ​ເທດ​ທີ​ນ້ອຍ​ທີ່​ສຸດ​ໃນ​ໂລກ 2011

(GMT+08:00) 2012-01-17 10:07:33     cri
10 ປະ​ເທດ​ມັນ​ດິຝ, ນະຄອນຫຼວງຊື່ວ່າ: ມາ​ເລີ (Male), ນຳ​ໃຊ້​ພາສາ ລີ​ເວີ​ຮີ(Dhivehe) ​ເປັນ​ພາສາ​ທາງ​ການ, ມີ​ເນື້ອ​ທີ່ 298 ກິ​​ໂລ​ຕາ​ແມັດ, ​ເປັນ​ເກາະຕັ້ງ​ຢູ່​ມະຫາ​ສະໝຸດອິນ​ເດຍ, ມີ​ປະຊາກອນ 394 999 ຄົນ ( ກໍລະກົດ 2011)

9ປະ​ເທດ​​ເຊ​ເຊ​ລສ, ນະຄອນຫຼວງຊື່ວ່າ: ວິກ​ໂຕ​ເລຍ(Victoria), ​ໃຊ້​ພາສາ​ຝຼັ່ງ, ອັງກິດ​ແລະ​ພາສາ ​ເຊ​ຊີ​ໂລ​ສ ຄຼີ​ໂອນ​ເປັນ​ພາສາ​ທາງ​ການ, ມີ​ເນື້ອ​ທີ່ 451ກິ​ໂລ​ຕາ​ແມັດ, ​ເປັນ​ເກ​າະຕັ້ງ​ຢູ່​ມະຫາ​ສະໝຸດອິນ​ເດຍ, ມີ​ປະຊາກອນ 84 000 ຄົນ( 2009)

8 ເຊນຄິສ​ແລະ​ເນ​ວິດ(Saint Kitts and Nevis), ນະຄອນຫຼວງຊື່ວ່າ: ບາສຊີ​ເທີ​ລີ(Basseterre), ນຳ​ໃຊ້​ພາສາ​ອັງກິດ​ເປັນ​ພາສາ​ທາງ​ການ, ມີ​ເນື້ອ​ທີ່ 261 ກິ​​ໂລ​ ຕາ​ແມັດ, ​ເປັນ​ສອງເກ​າະຕັ້ງ​ຢູ່​ທະ​ເລ​ເຄລິບ​ເບຼນ, ມີ​ປະຊາກອນ 51 300 ຄົນ (​ເດືອນ​ກໍລະກົດ ປີ 2005)

7 ມາກ​ແຊນ, ,ນະຄອນຫຼວງຊື່ວ່​າ: ມາ​ຈູ​​ໂລ (Majuro) ຕັ້ງ​ຢູ່​ກາງ​ມະຫາ​ສະໝຸດປາຊິ​ຟິກ, ​ໃຊ້​ພາສາ​ອັງກິດ​ແລະ​ພາສາ​ມາ​​ໂຊ​ເລັສ ​ເປັນ​ພາສາ​ທາງ​ການ, ມີ​ເນື້ອ​ທີ່ 181. ກິ​​ໂລ​ຕາ​ແມັດ, ມີ​ປະຊາກອນ 68 000 ຄົນ (2009)

6 liechtenstien, ມີ​ນະຄອນຫຼວງຊື່ວ່າ: ວາ​ລຸດ (Vadus), ​ໃຊ້​ພາສາ​ເຍຍ​ລະ​ມັນ​ເປັນ​ພາສາ​ທາງ​ການ, ຕັ້ງ​ຢູ່​ໃຈກາງ​ທະວີບ​ເອີ​ລົບ ຕັ້ງ​ຢູ່​ເນີນ​ພູ​ລະ​ຫວ່າງ​ປະ​ເທດ​ອົດ​ສະ​ຕາ​ລີ ​ກັບ ​ປະ​ເທດສະ​ວິດ ມີ​ເນື້ອ​ທີ່ 160ກິ​​ໂລ​ຕາ​ແມັດ 4 ​ແສນ 7 ໝື່ນ 5ພັນຕາ​ແມັດ, ມີ​ປະຊາກອນ 36 010 ຄົນ (2010) ​

5ປະ​ເທດ​ຊານ​ມາ​ລິ​ໂນ, ຕັ້ງ​ຢູ່​ທະວີບ​ເອີ​ລົບ, ນະຄອນຫຼວງຊື່ວ່າ ຊານ ມາລີ​ໂນ, ​ໃຊ້​ພາສາ​ອີ​ຕາ​ລີ​ເປັນ​ພາສາ​ທາງ​ການ, ມີ​ເນື້ອ​ທີ່ 61 ກິ​​ໂລ​ຕາ​ແມັດ 2 ​ແສນ​ຕາ​ແມັດ, ມີ​ປະຊາກອນ​ທັງໝົດ 31 887 ຄົນ( 31 ມີນາ 2012)

4 ປະ​ເທດ​ຕູ​ວາ​ລູ, ນະຄອນຫຼວງຊື່ວ່າ: ຟູ​ນາ​ຟູ​ຕິ(Funafuti), ​ເປັນ​ເກາະ​ຢູ່​ໃນ​ມະ ຫາ​ສະໝຸດປາຊິ​ຟິກ ລະຫວ່າງ​ ​ເກາະ​ຮາ​ວາຍ ​ກັບປະ​ເທດ​ອົດ​ສະ​ຕາ​ລີ, ນຳ​ໃຊ້​ ພາສາ Tuvaluan ​ແລະ​ອັງກິດ​ເປັນ​ພາສາ​ທາງ​ການ, ມີ​ເນື້ອ​ທີ່ 26 ກິ​​ໂລ​ຕາ​ ແມັດ, ມີ​ປະຊາກອນ​ທັງໝົດ 10 544 ຄົນ( ​ເດືອນ​ກໍລະກົດ 2011)

3 ປະ​ເທດ​ນາ​ອູ​ລູ, ມີ​ນະຄອນຫຼວງຊື່ວ່າ: ຍາ​ເລັນ(Yaren), ນຳໃຊ້ພາສາ ອັງກິດແລະພາສາ ນາອູລູອານເປັນພາສາທາງການ, ມີ​ເນື້ອ​ທີ່ 21 ກິ​​ໂລ​ຕາ​ແມັດ, ມີ ປະຊາກອນ​ທັງໝົດ 9 322 ຄົນ (​ເດືອນ​ກໍລະກົດ ປີ 2010)

2 ປະ​ເທດ​​ໂມ​ນາ​​ໂຄ, ນະຄອນຫຼວງຊື່ວ່າ ນະຄອນ ໂມ​ນາ​​ໂຄ ຕັ້ງ​ຢູ່​ທະວີບ​ເອີ​ລົບ, ນຳ​ໃຊ້​ພາສາ​ຝຼັງເປັນ​ພາສາ​ທາງ​ການ, ມີ​ເນື້ອ​ທີ່ 1ລ້ານ 9 ​ແສນ 8 ໝື່ນ ​ຕາ​ແມັດ, ມີ​ປະຊາກອນ 35986 ຄົນ(2011)

1. ປະ​ເທດວາ​ຕິ​ກັນ, ນະຄອນຫຼວງຊື່ວ່າ ນະຄອນ ວາ​ຕິ​ກັນ ຕັ້ງ​ຢູ່​ທະວີບ​ເອີ​ລົບ, ນຳ​ໃຊ້​ພາສາ​ອີ​ຕາລຽນ​ເປັນ​ພາສາ​ທາງ​ການ, ມີ​ເນື້ອ​ທີ່ 4 ​ແສນ 4 ໝື່ນ ​ຕາ​ແມັດ, ​ມີ​ປະຊາກອນ 829 ຄົນ(2010)