ມໍລະດົກ​ໂລກ​ໃນ​ປະ​ເທດ​ລາວ

(GMT+08:00) 2012-01-17 10:10:24     cri
ປະ​ເທດ​ລາວ​ມີ​ສ່ອງ​ແຫ່ງ​ທີ່​ໄດ້​ຈົດ​ທະບຽນຂື້ນ​ເປັນ​ມໍລະດົກ​ໂລດ​ຄື:

ຫຼວງພະ​ບາງ ​ໄດ້​ຈົດ​ທະບຽນຂື້ນ​ເປັນ​ເມືອງ​ມໍລະດົກ​​ໂລກທາງ​ດ້ານ​ວັດທະນາ​ທຳ​ໃນ​ປີ 1995 ດ້ວຍ​ເຫດຜົນ​ທີ່​ວ່າ: ມີ​ວັດວາອາ​ຮາມ​ທີ່​ເກົ່າ​ແກ່​ເປັນ​ຈຳນວນຫຼວງຫຼາຍ, ມີ​ເຮືອນ​ທີ່​ເປັນ​ເອກ​ກະ​ລັກ​ແບບ​ດັ້ງ​ເດີມ, ຕົວ​ເມືອງ​ຕັ້ງ​ຢູ່​ແຄມ​ນ້ຳຂອງ​ແລະ​ນ້ຳ​ຄານ​ຊຶ່ງ​ໄຫຼມາ​ປ່ອງ​ໃສ່​ກັນ ທ່າມກາງ​ທຳ​ມະ​ຊາດ​ອັນ​ສວຍ​ສົດ​ງົດ​ງາມ​ແລະ​ຊາວຫຼວງພະ​ບາງ​ມີ​ບຸກຄະ​ລິກຍີ້ມ​ແຍ້ມ​ແຈ່ມ​ໃສ, ​ເປັນ​ມິດ​ກັບ​ແຂກ​ຄົນ​ແລະ​ມີ​ຂະນົບ​ທຳນຽມປະ​ເພນີ​ທີ່​ດີງາມ.

ຊຶ່ງ​ກົງ​ກັບ​ເກນການ​ພິຈາລະນາ​ຂອງ​ອົງການ UNESCO (ອົງການ​ການ​ສຶກສາ, ວິ​ທະຍາ​ສາດ​ແລະ​ວັດທະນາ​ທຳ) ດັ່ງ​ນີ້:

II ​ເປັນ​ສິ່ງ​ທີ່​ມີ​ອິດ​ທິພົນ​​ໃຫ້​ເກີດ​ການ​ພັດທະນາ​ສືບຕໍ່ມາທາງ​ດ້ານ​ການ​ອອກ​ແບບ​ທາງ​ດ້ານ​ສະ​ຖາປັດຕະຍະ​ກຳ, ອານຸສອນ​ສະຖານ, ປະຕິມາ​ກຳ, ສວນ​ແລະ​ທິວ​ທັດ, ຕະຫຼອດຈົນ​ຮອດ​ການ​ພັດທະນາ​ສິລະ​ປະກຳທີ່​ກ່ຽວຂ້ອງຫຼືຕະຫຼອດຮອດ​ການ​ພັດທະນາ​ການ​ຕັ້ງ​ຖິ່ນ​ຖານ​ຂອງ​ມະນຸດ​ຊຶ່ງ​ໄດ້​ເກີດ​ໃນ​ໄລຍະໜຶ່ງ​ແລະ​ບ່ອນ​ໃດ​ບ່ອນໜຶ່ງຂອງ​ໂລກ​ທີ່​ຄົງ​ຮັກສາ​ໄວ້​ດ້ານ​ວັດທະນາ​ທຳ.

IV ​ເປັນ​ຕົວຢ່າງ​ອັນ​ໂດດ​ເດັ່ນ​ຂອງ​ປະ​ເພດ​ສິ່ງ​ກໍ່ສ້າງ, ​ເປັນ​ຕົວ​ແທນ​ຂອງ​ການ​ພັດທະນາ​ທາງ​ດ້ານ​ວັດທະນາ​ທຳ-​ສັງຄົມ-​ສິນລະປະກຳ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຍີ, ອຸດສາຫະກຳ​ໃນ​ປະຫວັດສາດ​ຂອງ​ມະນຸດ.

V. ​ເປັນ​ຕົວຢ່າງ​ອັນ​ໂດດ​ເດັ່ນ​ຂອງ​ວັດທະນາ​ທຳ​ຂອງ​ມະນຸດ, ຂະ​ນົບ​ທຳນຽມປະ​ເພນີ​ແຫ່ງ​ສະຖາປັດຕະຍະກຳ, ວິທີ​ການ​ການກໍ່ສ້າງຫຼືການ​ຕັ້ງ​ຖ່ນຖານ​ຂອງ​ມະນຸດ.

ຜາສາດ​ຫີນ​ວັດ​ພູ​ຈຳປາ​ສັກ ລວມທັງ​ສິ່ງ​ກໍ່ສ້າງ​ໃກ້​ຄ່ຽງ​ໄດ້​ຈົດ​ທະບຽນຂື້ນ​ເປັນ​ມໍລະດົກ​​ໂລກ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ມໍລະດົກ​ໂລກ​ສະ​ໄໝສາມັນ​ຄັ້ງ​ທີ 25 ​ເມື່ອ​ປີ 2001, ດ້ວຍ​ຂໍ​ກຳນົດ​​ແລະຫຼັກ​ເກນ​ຂອງ​ການ​ພິຈາລະນາ​ເປັນມໍລະດົກ​ໂລກ​ດັ່ງ​ນີ້:

III ເປັນ​ສິ່ງ​ທີ່​ຢືນ​ຍັນ​ເຖິ່ງຫຼັກຖານຂອງ​ວັດທະນາ​ທຳຫຼືອະລິຍະ​ທຳ​ທີ່​ປະກົດ​ໃຫ້​ເຫັນ​ຢູ່​ໃນ​ປັດຈຸບັນຫຼືວ່າ​ຫາຍ​ສາບ​ສູນ​ໄປ​ແລ້ວ.
IV ​ເປັນ​ຕົວຢ່າງ​ອັນ​ໂດດ​ເດັ່ນ​ຂອງ​ປະ​ເພດ​ສິ່ງ​ກໍ່ສ້າງ, ​ເປັນ​ຕົວ​ແທນ​ຂອງ​ການ​ພັດທະນາທາງ​ດ້ານ​ວັດທະນາ​ທຳ-​ສັງຄົມສິນລະປະກຳ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຍີ, ອຸດສາຫະກຳ​ໃນ​ປະຫວັດສາດ​ຂອງ​ມະນຸດ.

VI ມີ​ຄວາມ​ຄິດຫຼືຄວາມ​ເຊື່ອ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ກັບ​ເຫດການຫຼືມີ​ຄວາມ​ໂດດ​ເດັ່ນ​ຢ່າງ​ຍິ່ງ​ໃນ​ປະຫວັດສາດ.