Tom Chaplin ນັກຮ້ອງເພງຣັອກອັງກິດ

(GMT+08:00) 2012-01-17 10:21:54     cri
ລາຍການ: ເພງກັບສິລະປິນ
(ໂຄສົກ: ນ້ອຍ & ລູ່ ອອກອາກາດທຸກວັນເວລາ 20:00-21:00ໂມງ)
Tom Chaplin ນັກຮ້ອງເພງຣັອກຂອງອັງກິດ



ນ:ເຂົ້າມາໄລຍະນີ້ ພວກເຮົາກໍ່ມີນັກຮ້ອງໃນແນວເພງຣັອກມາແນະນຳໃຫ້ມິດລາຍ ການໄດ້ຮູ້ຈັກ ! ສິນລະປິນຄົນນີ້ມີຊື່ວ່າ: Thomas Oliver Chaplin ຫລືເປັນທີ່ຮູ້ຈັກ ໃນວົງການເພງສັ້ນໆກໍ່ແມ່ນ Tom Chaplin ກັບຕຳແໜ່ງນັກຮ້ອງນຳໃນວົງ Keane ທີ່ເປັນວົງດັງມາຈາກເມືອງHastingsໃນອັງກິດ ສ້າງຕັ້ງຂື້ນໃນປີ 1997 !

ລ:Tom Chaplin ເປັນໜຶ່ງໃນນັກຮ້ອງເພງຣັອກພອນສະຫວັນຂອງອັງກິດ ໂດຍ ມີຈຸດເລີ່ມຕົ້ນຈາກການເປັນນັກຮ້ອງປະສານສຽງໃນໂຮງຮຽນປະຖົມ Vinehallທີ່ມີ ພໍ່ຂອງລາວເອງ David Chaplin ເປັນຜູ້ອຳນວຍການໃຫຍ່ໃນໂຮງຮຽນດັ່ງກ່າວ ! Tom ໄດ້ມີໂອກາດຮ່ວມຫລິ້ນກັບຫລາຍວົງ ໃນຂະນະທີ່ຮຽນຢູ່ມະຫາວິທະຍາໄລ Edinburgh ຂອງສະກອດແລນ ທີ່ສ້າງຂື້ນແຕ່ປີ1583 ! ຈົນອົງການUNESCO ໄດ້ຮັບຮອງເອົາໂຮງຮຽນດັ່ງກ່າວຂື້ນທະບຽນມໍລະດົກໂລກ !

ນ:ປັດຈຸບັນ Tom Chaplin ໄດ້ຮັບຄວາມນິຍົມຫລາຍໃນລັດ East Sussex ຂອງອັງກິດ,ນອກນັ້ນ ຍັງມີການຈັດຄອນເສີດໄປສູ່ແຟນເພງໃນລັດຕ່າງໆ ກັບຄວາມສາ ມາດການເປັນນັກຮ້ອງນຳ,ນັກແຕ່ງເພງ,ນັກອອກແບບ MV ລວມໄປເຖິງຄວາມສາມາດ ໃນການຫລີ້ນດົນຕີ ບໍ່ວ່າຈະເປັນເປຍໂນ, ກີ່ຕ້າ, ເບສ, ອໍແກນ ແລະອື່ນໆ !

(ເພງ)

ນ:Tom Chaplin ເປັນນັກຮ້ອງ ດັງໃນລັດ East Sussexຂອງອັງກິດ ໃນແນວ ເພງທີ່ເອົາໃຈແຟນເພງຜູ້ທີ່ມັກເຕັ້ນກັບຈັງຫວະຣັອກ ! Tom ກ້າວເຂົ້າເປັນສະມາຊິກ ໃນວົງບອຍແບນໃນນາມ Keaneໃນປີ2007 ໂດຍມາແທນDominic Scott ອາດີດ ນັກຮ້ອງນຳໃນວົງດັ່ງກ່າວທີ່ໄດ້ຂໍລາອອກໄປກັບເສັ້ນທາງສິລະປິນດ່ຽວ !

ລ: ແລະຕະຫລອດໄລຍະ5ປີທີ່ຢູ່ກັບວົງKeane, Tom Chaplinໄດ້ມີບົດບາດສຳ ຄັນໃນການຊຸກຍູ້ໃຫ້ວົງດັ່ງກ່າວໄດ້ເປັນທີ່ຮູ້ຈັກຂອງແຟນເພງຫລາຍຂື້ນໃນທົ່ວອັງກິດ ແລະອອກໄປສູ່ອາເມຣິກາ ທັງໃນບົດບາດການເປັນນັກຮ້ອງນຳ ແລະນັກແຕ່ງເພງ ! ນອກນັ້ນຍັງເປັນໜຶ່ງໃນສະມາຊິກ ທີ່ໄດ້ແຕ່ເພງຫລາຍອອກມາຫລາຍກວ່າໝູ່ໃຫ້ກັບວົງ ດັງກ່າວ ລວມທັງໝົດເຖິງ 7ເພງດ້ວຍກັນ!

ນ:ໃນນັ້ນ ກໍ່ມີ: Call Me What You Like, Closer Now, Pattern Of My Life ທີ່ມີ Annie Lennox ນັກຮ້ອງດັງຄົນສະກອດແລນມາຮ້ອງຮ່ວມນຳ ! ນອກນັ້ນກໍ່ມີເພງ The Silence of an Alien, Maybe I can change, Playing Along ແລະ A Bad Dream ! ເຊິ່ງລວມເຖິງ 5ອະລາບ້ຳທີ່ໄດ້ສ້າງຮ່ວມກັບສະມາຊິກຄົນອື່ນໆໃນວົງ Keaneນຳອີກ !

F4 ທີ່​ໂດ່ງດັງ​ແລະ​ໄດ້​ຮັບ​ຄວາມ​ສຳ​ເລັດ. ​ ຈົນ​ກາຍ​ມາ​ເປັນ​ວົງ​ດົນຕີ​ຍອດ​ນິຍົມ​ນຳ​ຫນ້າ​ຫມູ່​ ​F4​ປະກອບ​ດ້ວຍ 4ຄົນ ຄື Jerry​, Ken​​ Vic,​ Vanness​

F4 ກຳ​ເນີດຢ່າງ​ເຕັມ​ໂຕ​ຈາກ​ລະຄອນ​ເລື່ອງ Meteor Gardenທີ່​ດັດ​ແປງ​ມາ​ຈາກ​ກາ​ຕູນ​ຍີ່​ປຸ່ນ​ເລື່ອ​ງ Hana Yori Dango ແປ​ວ່າ​ຊາຍ​ໜຸ່ມ​ທີ່​ງາມ​ກວ່າ​ດອກ​ໄມ້ ​ເຊິ່ງ​ເປັນ​ເລື່ອງ​ຂອງ​ກຸ່ມຊາຍ​ໜຸ່ມ​ຖານະ​ລໍ້າ​ລວຍ​ແຕ່​ນິ​ໄສ​ຂີ້​ດື້4ຄົນ ທີ່​ຮວມ​ໂຕ​ກັນ​ແລະ​ເອີ້ນ​ໂຕ​ເອງ​ວ່າ F4ຫຍໍ້​ມາ​ຈາກ Flower 4ຫມາຍ​ເຖິງ​ມິດຕະພາບ​ລະຫວ່າງ​ຊາຍ​ຫໜຸ່ມ4ຄົນ​ນີ້​ທີ່​ຈະ​ເບ່ງ​ບານ​ຕະຫລອດ​ໄປ.

ເມື່ອ​ລະຄອນ​ເລື່ອງ​ນີ້​ປະສົບ​ຜົນສຳ​ເລັດ​ໂດ່ງດັງ​ຂື້ນ​ມາ ຈິ່ງ​ເປັນ​ໂອກາດ​ເຫມາະ​ສົມ​ທີ່​ຈະ​ຕັ້ງ​ວົງ Boy band​ໃນ​ນາມ F4​ໂດຍ​ສະມາຊິກ​ກໍ່​ຄື​4 ຫນຸ່ມນັກສະ​ແດງ​ເລື່ອງ​ນີ້​ນັ້ນ​ເອງສາມາດ​ສະຫລຸບ​ໄດ້​ວ່າ​ທັງ​4ຄົນ​ໃຊ້​ເວລາ​ໃນ​ການ​ກ້າວ​ສູ່​ຄວາມ​ເປັນ Super star ລະດັບ​ເຂດ​ອາຊີ​ໃນ​ໄລຍະ​ພຽງ9​ເດືອນ ນັບ​ຈາກທີ່​ລະຄອນ​ເລື່ອງ Meteor Garden ອອກ​ອາກາດ​ຄັ້ງ​ທຳ​ອິດ​ຢູ່​ໄຕ້​ຫວັນຂອງ​ຈີນເມື່ອ​ເດືອນ​ເມສາ​ປີ​2001

ຜູ້​ກຳກັບຂອງ​ລະຄອນ​ເລື່ອ​ງນີ້​ເປັນ​ຕົວ​ຕັ້ງ​ຕົວ​ຕີ​ເອົາ4ຄົນ​ນີ້​ມາ​ຕັ້ງ​ເປັນ​ວົງ Boy band​ໂດຍ​ທີ່​ບໍ່​ມີ​ພື້ນຖານ​ຮ້ອງ​ເພງ​ຢ່າງ​ຈິງ​ຈັງ​ ​ແລະ ໄດ້​ສົ່ງ4ຄົນ​ໄປ​ຮຽນ​ຮ້ອງ​ເພງ​ ພ້ອມ​ກັບ​ອອກ​ຜົນງານ​​ເພງ​ຊຸດ​ທຳ​ອິດ​ຄື Liu Xing Yuພາຍ​ໃຕ້​ຊື່ F4ອັນ​ທີ່​ມາ​ຈາກ​ລະຄອນ​ເລື່ອງ Meteor Garden​ແລະ​ສາມາດ​ເຮັດ​ຍອດ​ຈຳຫນ່າຍສະ​ເພາະ​ໃນ​ໄຕ້​ຫວັນ​ໄດ້​ຮອດ180,000​​ແຜ່ນ

ຄວາມ​ຮ້ອນ​ແຮງ​ຂອງF4ລະບາດ​ໄປ​ທົ່ວ​ອາຊີແລະປະ​ເທດ​​ອື່ນໆ.ຕໍ່​ມາທ້າຍ​ເດືອນ​ພະຈິກປີ2002ຫລັງ​ຈາກ​ປະສົບ​ຄວາມ​ສຳ​ເລັດ​ຈາກ​ການ​ຕະ​ເວນ​ຄອນ​ເສີດ , F4 ​ກັບ​ສູ່ໄຕ້​ຫວັນ​​ເພື່ອຖ່າຍປົກ​ແຜ່ນ​ຜົນງານ​ຊຸດ​ທີ່2 Fantasy 4ever ຫລືຜົນງານ​ເພງ​ຊຸດ​ນີ້​ແມ່ນF4​​ເຮັດ​​ໂດຍ​ໃຊ້​ເວ​ລະຫວ່າງຈາກ​ການ​ອັດ​ລະຄອນ Meteor Garden 2.

ເດືອນທັນວາປີ2007,ພາຍ​ໃຕ້​ການ​ຄອງ​ຄອຍ​ຢ່າງ​ຂອງ​ແຟນ​ເພງ​ນັບ​ເປັນ​ລ້ານ​ຄົນ​ໃນ​ທົ່ວ​ອາຊີ, ວົງF4ທີ່​​ແຍກ​ຈາກ​ກັນ​ເພື່ອພັດທະນາ​ຂອງ​ໃຜລາວ​ມາ​ເປັນ​ເວລາ​ຫ້າ​ປີ​ແລ້ວ​ນັ້ນ​ໄດ້​ເຕົ້ມ​ໂຮມ​ກັນ​ອີກສ້າງ​ອາ​ລະ​ບ້ຳ​ຊຸດ​ໃໝ່​ທີ່​ມີ​ຊື່ວ່າ ລໍຖ້າ​ເຈົ້າ​​ຢູ່ແຫ່ງ​ນີ້. ສ່ວນ​ເພງ​ ​ທີ່​ມີ​ຊື່ດຽວ​ກັນ​ໃນ​ອາລະ​ບ້ຳ​ຫາ​ກໍ່​ອອກ​,ກໍ່​ໄດ້​​ເຂົ້າ​ສຸູ່ການຈັດ​ອັນ​ດັບ10​​ເພງ​ດັງ ຂອງ​ຈີນ.

ສ່ວນ​ລາງນັນ ທີ່​ສາມາດ ຄ້ວາ​ມາ​ໄດ້ ປະ​ກອບ​ມີ ລາງວັນ Hongkong TVB8 Award ກັບ​ລາງວັນ ນັກ​ຮ້ອງ​ກຸ່ມ​ດີ​ເດັ່ນ ​ໃນ​ປີ 2002​ແລະ HongKong Album Sales Award ​ເຊ່ງ​ແມ່ນ​ລາງ​ວັນ ທີ່​ສ້າງ​ຍອດ​ຂາຍ​ໄດ້​ດີ .