Tiffany Darwish ນັກຮ້ອງຈາກອາເມຣິກາ

(GMT+08:00) 2012-01-19 10:07:26     cri
ລາຍການ: ເພງກັບສິລະປິນ
(ໂຄສົກ: ນ້ອຍ & ລູ່ ອອກອາກາດທຸກວັນເວລາ 20:00-21:00ໂມງ)
Tiffany Darwish ນັກຮ້ອງຈາກອາເມຣິກາ



ນ:ເຂົ້າມາໄລຍະນີ້ພວກເຮົາກໍ່ຈະພາມິດລາຍການບິນໄປສະຫາລັດອາເມຣິກາ ເພື່ອໄປສຳພາດ ຢ້ຽມຢາມຖາມຂ່າວສິລະປິນດັງຄົນນີ້ Tiffany Darwish ທີ່ມີຊື່ເຕັມ Tiffany Renee Darwish ເຈົ້າຂອງ2ຜົນງານເພງດັງທີ່ເຄີຍຂື້ນຊາດ໌ອັນດັບ1ຂອງBillboards ກັບຜົນງານເພງCould've Been ແລະ I Saw Him Standing There ທີ່ເປັນການນຳເອົາເພງດັງຂອງວົງThe Beatles ມາດັດແປງໃໝ່ !

ລ:Tiffany Darwish ເປັນນັກຮ້ອງຍິງໄວອາຍຸ41ປີ, ເກີດໃນວັນທີ2ຕຸລາ1971 ທີ່ເມືອງນໍວອກ ລັດແຄລິຟໍເນຍ ສະຫາລັດອາເມຣິກາກັບຄວາມສາມາດທີ່ຫລາກຫລາຍໃນການຮ້ອງເພງຕາມຈັງຫວະດົນຕີທີ່ບໍ່ຊ້ຳກັນ ບໍ່ວ່າຈະເປັນ Pop, Rock, R&B, Soul ແລະແນວເພງຍ້ອນຍຸກແບບອາເມຣິກາໃຕ້ Country Pop ນອກນັ້ນກໍ່ຍັງມີກິ່ນອາຍຂອງດົນຕີແຈສ ມາປະສົມປະສານໃນບາງຄັ້ງ!

ນ:Tiffany ກ້າວເຂົ້າສູ່ວົງການເພງໃນປີ1981 ໃນຂະນະທີ່ອາຍຸໄດ້10ປີ ແລະເລີ່ມເປັນທີ່ຮູ້ຈັກໃນຜົນງານເພງ I Think We're Alone Nowທີ່ປ່ອຍອອກມາໃນປີ1987 ! ພິເສດໃນເພງດັ່ງກ່າວກໍ່ເປັນການນຳເອົາເພງເກົ່າຂອງກຸ່ມສິລະປິນ Tommy James and the Shondells ວົງຣັອກຂອງອາເມຣິກາທີ່ປະສົບຜົນສຳເລັດທີ່ສຸດໃນຊຸມປີ1960 ນຳມາດັດແປງໃໝ່ !

(ເພງ)

ນ: ປັດຈຸບັນTiffany Darwish ນອກຈາກຈະເອົາດີໃນການຮ້ອງເພງແລ້ວ ຍັງພັດທະນາຄວາມສາມາດຂອງຕົນເອງໃນສາຍການສະແດງ ໂດຍມີຫລາຍກວ່າ10ເລື່ອງທີ່ອອກມາສູ່ຜູ້ຊົມທົ່ວອາເມຣິກາ ທັງໃນລະຄອນໂທລະພາບລັກສະນະເປັນເລື່ອງSitcom ທີ່ສາມາດຍອກໃຍກັນ ສ້າງຮອຍຍິ້ມໃຫ້ແກ່ຜູ້ເຂົ້າຊົມສົດໆ ! ນອກນັ້ນກໍ່ມີ ລະຄອນເວທີ ແລະຮູບເງົາເປັນໜັງໃຫຍ່ຕ່າງໆ !

ລ:ແລະເຖິງວ່າຈະອາຍຸໄດ້41ປີແລ້ວກໍ່ຕາມ ແຕ່Tiffany Darwish ກໍ່ຍັງສາມາດຮັກສາຜິວພັນໜ້າຕາ ແລະຮູບຮ່າງຂອງຕົນເອງໃຫ້ເບິ່ງຄືສາວຢູ່ຕະຫລອດເວລາ ໂດຍປາສະຈາກການໃສຍະກຳແຕ່ຢ່າງໃດ ! ສ່ວນເຄັດລັບທີ່ລາວໄດ້ຂຽນໄວ້ໃນເວັບໄຊກໍ່ຄື ກິນປາ ການກິນຜັກຫລາຍໆ ດື່ມນົມ ຫລີກລ້ຽງການກິນຊີ້ນທີ່ມີໄຂມັນ ແລະທີ່ສຳຄັນແມ່ນໝັ່ນອອກກຳລັງກາຍ !

ນ:ຕະຫລອດໄລຍະ31ປີໃນວົງເພງ Tiffany ໄດ້ມີຜົນງານເພງອອກມາທັງໝົດ 8ອະລາບ້ຳ ໃນນັ້ນກໍ່ມີ: Tiffany(1987), Hold an Old Friend's Hand, New Inside, Dreams Never Die, The Color of Silence, Dust Off and Dance, Just Me ແລະ Rose Tattoo ທີ່ເປັນອະລາບ້ຳລ່າສຸດປ່ອຍອອກມາໃນປີ2011 !