Tank ນັກ​ຮ້ອງ​ຊາຍ​ອີກ​ຄົນ​ໜຶ່ງ ຈາກ​ໄຕ້ຫວັນ​ຂອງ​ຈີນ

(GMT+08:00) 2012-01-19 10:19:00     cri
Tank ນັກ​ຮ້ອງ​ຊາຍ​ອີກ​ຄົນ​ໜຶ່ງ ຈາກ​ໄຕ້ຫວັນ​ຂອງ​ຈີນ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ໂດຍ​ສະ​ເພາະ ​ແມ່ນ​ການ​ແຕ່ງ​ເພງ ​​Tank ຫຼື Jian Zhong Lu​ ​ເກີດ ​ໃນໄຕ້ຫວັນ​ຂອງ​ຈີນ ​ໃນ​ວັນ​ທີ 6 ​ເດືອນ ກຸມພາ 1982

ກ່ອນ​ທີ່​ຈະ​ປ່ອຍ ອະ​ລະ​ບ້ຳ​ທຳ​ອິດ​ອອກ​ມາ​ນັ້ນ Tank ​ໄດ້​​ເຮັດ​ວຽກຢູ່​ເບື້ອງຫຼັງ ​ໂດຍ​ແມ່ນການ​ແຕ່ງ​ເພງ ​ໃຫ້​ກັບ​ສິລະ​ປິນທີ່​ໂດ່ງດັງຫຼາຍຄົນ ​ເຊັ່ນ Zhou Yu Ming Vic ຫຼື F4 ແລະ ກຸ່ມ​ສິລະ​ປິນຍິງ SHE ​ນອກ​ຈາກ​ນັ້ນ​ຍັງ ​ແຕ່ງ​ເພງ ​ໃຫ້​ກັບ ອະ​ລະ​ບ້ຳ​ທີ 3 ຂອງ Wilber Pan ​ໃນ​ຜົນງານ​ເພງ Letting You Go ແລະ ສິລະ​ປິ​ນອື່ນໆ ອີກຫຼາຍຄົນ ​

ເມື່ອ​ອາຍຸ 21ປີ Tank ​ໄດ້​ມີ​ຜົນງານ​ເພງ ທີ່​ແຕ່ງ​ອອກ​ມາ​ນັ້ນ ຫຼາຍກ່ວາ 200 ​ເພງ  ​ແລະ ​ເປັນ​ທີ່​ຍອມຮັບ​ໃນ​ວົງ​ການ​ເພງ ຖັດຈາກ David Taoແລະ Jay Chou

Tankເລີ່​ມຕົ້ນ​ໃນ​ການ​ເຊັນ ສັນຍາ ກັບ​ຄ້າຍ​ເພງ Him International Music ​ແລະ ປ່ອຍ​ອະ​ລະ​ບ້ຳ Fighting, The Law Of Surviving ​ເຊິ່ງ​ແມ່ນ​ອະ​ລະ​ບ້ຳ​ຊຸດ​ທຳ​ອິດ ອອກ​ມາ​ໃນວັນ​ທີ 23 ກຸມພາ ປີ 2006 ​ແລະ ​ໃນ​ປີ ດຽວກັນ​ນີ້ ຫຼັງຈາກ​ມີ​ຜົນງານ​ເພງ ອອກ​ສູ່​ບັນດາ​ຜູ້​ຟັງ ​ແລະ ​ແຟນ​ເພງ ​ເຮັດ​ໃຫ້ Tank ສາມາດ​ຍາດ​ມາໄດ້ ​ເຖິງ 2 ​ລາງວັນ ນັກ​ຮ້ອງ​ນັກ​ແຕ່ງ​ເພງ​ດີ​ເດັ່ນ ​ແລະ ສິລະ​ປິນຊາຍ​ດີ​ເດັ່ນ ​ໃນ​ງານ​ປະກາດ​ລາງວັນ Hong Kong TVB8 Award

ຕໍ່ມາ​ໃນ​ປີ 2007 ​ໄດ້​ອອກ​ຜົນງານ​ເພງຮ່ວມ​ກັບ Yoga Lin ທີ່​​​ໃຊ້​ປະກອບ​ເຂົ້າ​ໃນ​ລະຄອນ​ເລື່ອງ Bull Fighting ພ້ອມ​ທັງ​ມີ ອະ​ລະ​ບ້ຳຊຸດ​ທີ 2 ທີ່​ປ່ອຍ​ອອກ​ມາ ​ໃນ​ວັນ​ທີ 29 ມັງກອນ ປີ 2007 ​ແລະ ​ໃນ​ປີ​ນີ້ ກໍ​ຍັງ​ສາມາດ​ຄ້ວາ​ມາ​ໄດ້​ຕື່ມ​ອີກ 2 ລາງວັນ ​ແລະ 3 ລາງວັນ​ໃນ​ປີ 2008 ​

ສ່ວນອະ​ລະ​ບ້ຳ​ລ່າ​ສຸດ ​The 3rdRound ​ເຊິ່ງ​ແມ່ນ​ອະ​ລະ​ບ້ຳ ທີ 3 ນັ້ນ ປ່ອຍ​ອອກ​ມາ​ໃນ​ວັນ​ທີ 31 ພຶດສະພາ ປີ 2009