ອາກາດ​ໜາວ​ທີ່​ປັກ​ກິ່ງ

(GMT+08:00) 2012-01-20 16:14:28     cri

ສະບາຍດີ​ມິດ​ລາຍການທຸ​ກທ່ານ! 19​ໂມ​ງພົບ​ກັນ​ອີກ​ແລ້ວ​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ຂ​ອງ CRI ທີ່​ໜຸ່ມ​ໃຫຍ່​ເປັນ​ຜູ້​ຈັດ​ສູ່​ຟັງ​ທຸກ​ຄືນ! ​ເວົ້າ​ແລ້​ວ​ເດືອນ ທັນວາ, ມັງກ​ອນ​ແນວ​ນີ້​ຢູ່​ວຽງ​ຈັນ​ບາງ​ໄລຍະ​ກໍ​ໜາວ​ຫຼາຍ​ຢູ່ ​ແຕ່​ສ່ວນ​ຫຼາຍກໍ​ໜາວ​ໜ້ອຍ ຫຼື​ບາງ​ໄລຍະ​ຍັງ​ອຸ່ນ ຍັງ​ຮ້ອນ​ອີ​ກຊ້ຳ ​ແຕ່​ວ່າ​ຄັນ​ໃຜ​ຊິ​ໄປ​ປັກ​ກິ່ງ​ໄລຍະ​ນີ້​ຂໍ​ບອກ​ເລີຍ​ວ່າ​ ທັນວາ ມັງກອນ ກຸມພາ ມີນາ ບໍ່​ມີ​ມື້​ອຸ່ນ​ແນ່ນອນ ມີ​​ແຕ່​ໜາວ​ກັບ​ໜາວ​ແລ້ວ ບາງ​ມື້​ຕ່ຳ​ສຸ​ດຮອດ​ລົບ10​ອົງສາ​ກໍ​ມີ ບາງ​ມື​ກໍ​ມີ​ຫິມະ​ຕົກ​ອີກ ອຸນຫະພູມ​ສູງ​ສຸດ​ກໍ​ມີ​ແຕ່ 0-2ອົງສາ​ປະມານ​ນີ້​ລະ ກໍ​ຄຶດ​ເບິ່ງ​ເນາະວ່າ​ມັນ​ໜາວ​ສ່ຳ​ໃດ? ຂັ້ນວ່າ​ວຽງ​ຈັນ​ມື້​ໜາວ​ຫຼາຍໆ​ກໍ​ມີ​ແຕ່ 14-15 ອົງ​ສາກໍ​ຍັງ​ໜາວ​ຂະໜາດ​ນີ້ ​ແລະ ອາກາ​ດຕິດ​ລົບ​ຢູ່​ປັກ​ກິ່ງ​ມັນ​ຈະ​ໜາວ​ຂະໜາດ​ໃດ? ຜ່ານ​ມາ​ບາງ​ມື້​ໜຸ່ມ​ໃຫຍ່​ກໍ​ເວົ້າສູ່​ຟັງ​ກ່ຽວ​ກັບ​ອາກາດ​ໜາວ​ຢູ່​ປັກ​ກິ່ງ​ສູ່​ຟັງ​ເລັກໆ​ໜ້ອຍໆ ​ແຕ່​ຄື​ນນີ້​ຈະ​ເວົ້າ​ໃຫ້​ຟັງ​ລະອຽດ​ສົມ​ຄວນ ວ່າ​ທ່ານ​ໄປ​ປັກ​ກິ່ງ​ໃນ​ໄລຍະ​ທີ່​ໜາວໆ​ແນວ​ນີ້​ຈະ​ພົບ​ຫຍັງ​ແດ່? ຄວນ​ກຽ​ມຕົວ​ຮັບ​ມື​ແນວ​ໃດ? ​ແລະ ຈະ​ເຮັດ​ແນວ​ໃດ​ຈື່ງ​ຈະ​ມີ​ຄວາມສຸກ ຈະ​ມ່ວນ ​ເວລາ​ໄປ​ປັກ​ກິ່ງ​ໃນ​ຍາມໜາວໆ​ແນວ​ນີ້! ຟັງ​ເພງ​ຊຸດ​ທຳ​ອິດ​ກ່​ອນ​ເນາະ ​ແລ້ວ​ຈະ​ເວົ້າສູ່​ຟັງ​ລະອຽດ​ຕື່ມ!

​ເພງ


2​ເພງ​ທຳ​ອິດ​ຈາກ​ລາຍການ​ຜ່ານ​​ໄປ! ຢ່າ​ລືມ​ມີ​ຄຳ​ເຫັນ​ຫຍັງ? ຢາກຮູ້...........​ໂທ 711477 SMS 9300 ​ເອົາ​ບັດ​ນີ້​ຈະ​ລົມ​ສູ່​ຟັງ​ວ່າ​ຖ້າ​ທ່ານ​ໄປ​ປັກ​ກິ່ງ​ນະຄອນຫຼວງ​ຂ​ອງຈີນ​ໃນ​ຍາ​ມໜາວໆ​ແນວ​ນີ້​ຈະ​ພົບ​ພໍ້​ຫຍັງ​ແດ່? ລົງ​ຍົນ​​ໄປ​ປັບ​ອັນ​ທີ່​ຈະ​ພົບຕາມ​ແຄມ​ຖະໜົນ​ຫົນທາງ​ ກໍ​​ແມ່ນ​ຕົ້ນ​ໄມ້​ໃບ​ຫຍ້າທີ່​ຫ່ຽວ​ແຫ້ງ​ໂລດ​ແລ້ວ ຕົ້ນ​ໄມ້​ກໍ​ເຫຼືອ​​ແຕ່​ຕົ້ນ ແຕ່​ກິ່ງ​ ແຕ່​ກ້ານຫັ້ນ​ແລ້ວ ຍາ​​ມນີ້​ຈະ​ໄປ​ເບິ່ງ​ດອກ​ໄມ້​ງາມໆ ຕົ້ນ​ໄມ້​ຂຽວໆ ຫຼື ຫຍ້າຂຽວໆ​ບໍ່​ເຫັນ​ແລ້ວຢູ່​ປັກກິ່ງ​ນະ ທ້ອງ​ຟ້າ​ສ່ວນ​ຫຼາຍ​ກໍບົດ​ອື້ມຄື້ມຢູ່​ລະ ດົນໆ 2-3ມື້​ກໍ​ຈຶ່ງ​ເຫັນ​​ແສງ​ແດດ​ສົດ​ໃສ​ເທື່ອ​ໜື່ງ​ເປັນ​ແນວ​ນັ້ນລະ! ​ເອົາ ຂໍ​ຢ້ຳອີກ​ເດີ​ວ່າ​ຜູ້​ທີ່​ຈະ​ໄປ ​ໂດຍ​ສະ​ເພາະ​ໄປ​ໄລຍະ​ສັ້ນ ອາທິດ 2ອາທິດ ​ເດືອນ​ໜື່ງ 2​ເດືອ​ນ​ແນວ​ນີ້​ນະ ຄັນ​ບໍ່ຢາ​ກຊື້​ເຄື່ອງ​ກັນ​ໜາວ​ແພງ​ຢູ່​ປັກ​ກິ່ງ ກໍ​ເອົາ​ເຄື່ອງ​ກັນ​ໜາວ​ໄປ​ແຕ່​ວຽງ​ພີ້​ຫຼາຍໆ​ໂລດ ບໍ່​ວ່າ​ຈະ​ເປັນ​ໝວກ​ໜາ ຫຼື​ຈະ​ເປັນ​ໝວກ​ໜັງ​ແຮ່ງ​ດີ ຜ້າພັນ​ຄໍ ຖົງມື ຖົງຕີນ ​ເສື້ອ​ກັນ​ໜາວ​ໜາໆ ​ໂສ້ງຢີນ ​ເອົາ​ໄປ​ຫຼາຍໆ​​ໂລດ! ອອກ​ເຮືອນ ອອກ​ໂຮງ​ແຮມ ອອກ​ໄປ​ນອກ ຄັນ​ບໍ່ນຸ່ງ​ໜາໆ ອຸ່ນໆ​ຄື​ເວົ້າມາ​ຫັນ​ອອກ​ໄປ​ບໍ່​ຮອດ 10ກ້າວ​ດອກ ຊິ​ໄດ້​ແລ່ນ​ກັບ​ເຂົ້າ​ເຮືອ​ນ​ໄວ​ບໍ່ຄ້ານ​ໂລດ​ແລ້​ວ ! ຢູ່​ໃນ​ຕຶກ ອາຄານ ມີ​ອາຍ​ອຸ່ນ​ຢູ່ ​ແຕ່​ອອກ​ໄປ​ນອກ​ບໍ່​ມີ​ໄດ ! ຖົງຕີນ​ຄວນ​ເອົາ​ລຸ້ນໜາໆ​ເດີ ​ເພາະວ່າ​ຕີນ​ນີ້​ສຳຄັນ​ຫຼາ​ຍ​ໄດ ​ເພາະວ່າ​ເປັນ​ສູນ​ລວມຂອງ​ເສັ້ນປະສາດ​ເດ ! ຄັນ​ບໍ່​ຮັກສາ​ໃຫ້​ອົບ​ອຸ່ນ​ດີ​ແທ້ໆ ສຸຂະພາບ​ມີ​ບັນຫາ​ໂລດ​ແລ້ວ ​ໄຂ້​ແຕ​ກ​ໂລດ​ແລ້ວ​ຄັນ​ປ່ອຍ​ໃຫ້ຕີນ​ເຢັນ​ນະ ! ​ແຕ່​ວ່າ​ຍາມໜາວໆ​ແນວ​ນີ້​ໄປ​ປັກ​ກິ່ງ​ກໍ​ໄດ້​ບັນຍາກາດ​ດີໆ​ອີກ​ແບບ​ໜື່ງ​ໄດ໋ ອອກ​ໄປ​ນອກ​ເຫັນ​ໜຸ່ມ​ສາວ​ນຸ່ງ​ເຄື່ອງ​ໜາໆ​ງາມໆ ​ໂດຍ​ສະ​ເພາະ​ຜູ້​ສາວ​ຈີນ​ນຸ່ງ​ເຄື່ອງ​ແຟຊັ່ນ​ຍາມໜາວ​ງາມ​ຂະໜາດ ທາ​ສົບ​ແດ​ງໆ ນຸ່ງ​ເສື້ອ​ໜັງ ​ເສື້​​ອຂົນ​ສັດ ນຸ່ງ​ໂສ້ງ​ຢີນ ຫຼື​ໂສ້ງ​ຮັດ​ເນື້​ອຟິດໆຮັດ​ຫຸ່ນ​ໃສ່​ເກີບ​ໂບກ​ໜັງ​ດຳ​ສົ້ນສູງໆຍ່າງ​ດ້ວຍ​ຄວາມ​ໝັ້ນ​ໃຈ ສະງ່າ​ງາມ​ຂະໜາດ ! ​ເຊັກ​ຊີ້​ດີ​ຂະໜາດ ​ເອົາ,ຟັງ​ເພງ​ອີກ​ກ່ອນ​ເນາະ​ແລ້ວ​ຈະ​ລົມ​ບັນຍາກາດ​ຍາມໜາວໆ​​ແບບ​ນີ້​ຢູ່ປັກ​ກິ່ງ​ສູ່​ຟັງ​ຕໍ່

​ເພງ

ຂະນະ​ນີ້.........ຄື​ນນັ້ນໜຸ່ມ​ໃຫຍ່​ພວມ​ລົມ​ບັນຍາກາດ​ຍາມໜາວໆ​ຢູ່​ປັກ​ກິ່ງ​ສູ່​ຟັງ​ຢູ່ ​ເພື່ຶອຈະ​​ເປັນ​ປະ​ໂຫຍ​ດ​ແກ່​ຜູ້​ທີ່​ເພິ່ນມີ​ແຜນຈະ​ເດີນທາງ​ໄປ​ວຽ​ກ​ໃດ​ກໍ​ແລ້ວ​ແຕ່ລະ! ​ໄປ​ປັກ​ກິ່ງ​ໄລຍະ​ນີ້​ຈະ​ໄດ້​​ເຫັນ​ໜອງ​ນ້ຳຢູ່​ໃນ​ທີ່ຕ່າງໆກາຍ​ເປັນນ້ຳກ້ອນ​ລະ! ຊາວ​ໜຸ່ມຫຼາ​ຍຄົນ​ກໍ​ໄດ້​ໂອກາດ​ຫຼິ້ນ​ສະ​ເກັດ​ຢູ່​ເທິງ​ໜ້າ​ໜອງ​ນ້ຳຍ້ອນ​ໜ້ານ້ຳມັນ​ກ້າມ​ໜາ​ຈື່ງ​ຫຼິ້ນ​ໄດ້, ບາ​ງຄົນ​ກໍ​ເອົາ​ຕັ່ງ​ໄປ​ນັ່ງ​ຕຶກ​ເບັດ ​ເຈາະ​ນ້ຳກ້ອນ​ເປັນ​ຮູ​ພໍປ່ອນ​ຮູ​ເບັດ​ລົງ​ແລ້ວ​ກໍ່​ນັ່ງ​ຖ້າ​ປາ​ກິນ​ເບັດ​ຢູ່ຫັ້ນງຽບໆ ! ​ໄປ​ປັກ​ກິ່ງ​ຕອນ​ນີ້​ຈະ​ເຫັນ​ຄົນ​ຈີນ​ຕຸ້ຍ​ຂື້ນ​ເພາະວ່າ​ໄປ​ອອກກຳລັງ​ກາຍ​ທາງ​ນອກ​ບໍ່​ໄດ້​ເດ່! ມີ​ແຕ່​ເຮັດ​ວຽກ ກິນ ນອນ ຍາວ​ໜາວ​ແນວ​ນີ້​ກໍ່​ນອນ​ແຊ​ບ​ແທ້ໆ. ຄັນ​ຍ່າງ​ໄປ​ຕາມ​ຖະໜົນ​ກໍ່​ອາ​ດາ​ຈະ​ເຫັນ​ຄົນ​ຈີນ​ຈີ່​ມັນ​ດ້າງ​ຫົວ​ໃຫຍ່ໆ​ໃສ່​ຟຸຍ ຫອມ​ດີ​ຂະ​ໜາດ ! ໜາວໆ​ຊື້​ມັນ​ດ້າງ​ຈີ່​ກິ​ນຮ້ອນ​ໆ ທັງ​ແຊບ ທັງ​ຫອມ ​ໄດ້​ພະລັງງານ​ສູ້​ຄວາມ​ໜາ​ວ​ໄດ້​ດີ​ໄດ ! ໜາ​ວໆ​ນີ້​ຮ່າງກາ​ຍຄົນ​ເຮົາ​ກໍ​ຕ້ອງ​ການ​ພະລັຳງານ​ເພີ່ມ​ຂື້ນ ​ເພື່ອ​ສູ້​ກັບ​ອາກາດ​ໜາວ, ສະນັ້ນ​ໄປ​ປັກ​ກິ່ງ​ອອກ​ໄປ​ນອກ​ກໍ່ຊຶ້ຂອງ​ກິນ​ຫຼິ້ນ​ຫຼາຍ​ອັນ​ຕິດ​ໄມ້​ຕິດ​ມື​ບໍ່​ອຶດ ບໍ່​ວ່າ​ຊິ​ເປັນ​​ແກ່ນ​ດອກ​ຕາ​ເວັນ​ບໍ່, ​ແກ່ນ​ໝາກອຶ​ບໍ່, ​ແກ່ນໝາກ​ໂມ​ບໍ່ ຫຼື ​ແກ່ນ​ພືດ​ປະ​ເພດ​ມັນ​ໃຫ້ພະ​ລັງ​ງານ​ຕ່າງໆ​ຍ່າງ​​ໄປ ກິນ​​ໄປ​ເພີນ​ດີ​ໄດ້​ພະລັງງານ​ອີກ ! ຄັນ​ໄປ​ຫຼິ້ນ​ຕາມ​ສູນ​ຊັອບປິ້ງ​ຫຼື​​ແຫຼ່ງທ່ອງ​ທ່ຽວ​ທ່ານ​ກໍ​ຈະ​ເຫັນ​ໄມ້​ສຽບ​ໝາກ​ກະທັນ​ຈຸບ​ນ້ຳຕານ ຜູ້​ສາວ​ຈີນ​ມັກຂະ​ໜາດ ຍາມໜາວ​ແນວ​ນີ້! ​ແຕ່​ວ່າ​ໜຸ່ມ​ໃຫຍ່​​ເຫັນ​​ແລ້ວ​ບໍ່​ກ້າ​ກິນ ຢ້ານ​ຕຸ້ຍ​ຍ້ອນ​ນ້ຳຕານ ! ສຽບ​ໜື່ງກໍ​ມີ​ເກື​ອບ 10ໜ່ວຍ​ພຸ້ນ​ລະ ​ເບິ່ງ​ຜູ້​ສາ​ວຈີນ ​ເດັກນ້ອຍ​ຈີນ ກິນ​ເປັນຕ​າ​ແຊບ​ເອົາ​ແທ້​ເອົາ​ວ່າ ! ສຽບ​ໜື່ງກໍ​ບໍ່​ແພງ 2-3ຢວນນິລະ !​ປະມານ 2-3ພັນ​ກີບ​ນິລະ ! ​ເອົາ,ຟັງ​​ເພງ​ອີກ​ກ່ອນ​​ເນາະ​ແລ້ວ​ຈະ​ເວົ້າສູ່​ຟັງ​ວ່າ​ເຄື່ອງ​ດື່ມ​ສຳ​ຄັນ​ຫຼາຍ​ປານ​ໃດ​ໃນ​ຍາ​ມໜາວ​ຫຼາຍໆ​ຢູ່​ປັກ​ກິ່ງ​ແນວ​ນີ້!

​ເພງ

ເພງ​ຈີນ​ມ່ວນໆ​ຜ່ານ​​ໄປ​ແລ້ວ ບັດ​ນີ້​ກໍ​ມາ​ຟັງ​ຕໍ່​ຄັນ​ໃຜ​ຈະ​ໄປ​ປັກິ່ງ​ຍາມໜາວ​ທີ່​ສຸດ​ແນວ​ນີ້ ຄວນ​ກຽມ​ຕົວ​ແນວ​ໃດ? ປັກ​ກິ່ງ​ຍາມ​ນີ້​ອາກາດ​ແຫ້ງ​ອີ່ຫຼີ​ໄດ​ທ່ານ​ຜູ້​ຟັງ ສະນັ້ນ ຊາ ກາ​ເຟ ນ້ຳ​ເຕົ້າຮູ້ຫຼື​ນົມ​ອຸ່ນໆ​ຈະ​ມີ​ປະ​ໂຫຍ​ດຫຼາຍ​ຕໍ່​ສຸຂະພາບ ຕອນ​ໜຸ່ມ​ໃຫຍ່​ເຮັດ​ວຽກ​ຢູ່​ປັກ​ກິ່ງ ຍາມໜາວ​ໆ​ແນວ​ນີ້​ທັງ​ຢູ່​ເຮືອນ ທັງ​ຢູ່​ຫ້​ອງການ​ດື່ມນ້ຳຊາ​ອຸ່ນ​ຕະຫຼອດ​ມື້​ເລີຍ ກາງ​ຄືນ​ກໍ​ອຸ່ນ​ນົມ​ສົດ​ກິນ ນ້ຳ​ເຕົ້າຮູ້​ຮ້ອນ​ກິນ ມັນ​ຈຳ​ເປັນ​ຫຼາຍ​ຕໍ່​ຮ່າງກາຍ ມັນ​ສາມາດ​ເພີ່​ມຄວາມ​ຊຸ່ມຊື່ນ​ຂ​ອງຮ່າງກາຍ​ໄດ້​​ເດ ! ​ໃນ​ຫ້ອງ​ນອນຄື​ກັນ​ກໍ​ໄດ້​ເອົາ​ຊາມ​ນ້ອຍ​ໃສ່​ນ້ຳ​ເຢັນ​ມາ​ວາງ​ໄວ້​ແຈ​ໃດ​​ແຈ​ໜຶ່ງ​ຂ​ອງຫ້ອງ​ນອນພຸ້ນ​ໄດ! ອັນ​ຄວາມ​ມັນ​​​ອາກາດ​ແຫ້ງຫັນ ຄັນ​ບໍ່​ເຮັດ​ແນວ​ນີ້​ເລືອດດັງ​ອາດ​ອອກ​ໄດ້ ! ອ​າກ​າດໜາວໆ​ແບບ​ນີ້​ອາຫານ​ທີ່ຄົນ​ປັກ​ກິ່ງ​ມັກ​ໄປ​ກິນ​ກໍ​ແມ່ນ ໝໍ້​ຮ້ອນ​ຊີ້ນ​​ແກະ ຊີ້ນ​ງົວ ຊີ້ນ​ໝູ​ລະ, ​ໂດຍ​ສະ​ເພາະ​ຈຸ່ມຊີ້ນ​ແກະ ມີ​ຜັກ​ມີ​ເຫັດ​​ແລະ​ຫຼາຍໆ​ອັນງັບ​​ເຫຼົ້າຂາ​ວຈີນ​ລົງ​ໄປ​ເລັກ​ນ້ອຍ​ອົບ​ອຸ່ນ​ດີ​ຂະໜາດ! ​ເຫັນ​ບໍ່​ຄົນ​ຢູ່​ເຂດ​ໜາວ​ມັກ​ກິນ​ຊີ້ນ​ແກະ​ໄດ​ທ່ານ​ຜູ້​​ຟັງ ​ເພາະວ່າ​ມັນ​ໃຫ້​ພະລັງງານ​ຄວາມ​ຮ້ອນ​ແກ່​ຮ່າງກາຍ​ໄດ້​ດີ! ​ເອົາ,ຂໍ​ກັບ​ມາ​ລົມ​ເລື່ອງ​ໜ້າ​ຕາ​ຜິວ​ພັນ​ຕື່ມ ​ເພາະວ່າ​ປັກ​ກິ່ງ​ຕອນ​ໜາ​ວໆ​​ແນວ​ນີ້ ນອກ​ຈ​າກຈະ​ນຸ່ງ​ເຄື່ອງ​ໜາໆ​ແຕ່​ຫົວ​ຮອດ​ຕີນ​ແລ້ວ​ປານ​ນັ້ນຜິວ​ພັນ​ບໍ່​ວ່າ​ຈະ​ເປັນ​ຕົນ​ໂຕ ໜ້າ ສົບ ໝູ່​ນີ້ກໍ​ແຫ້ງໆ! ຕ້ອງ​ມີ​ໂລ​ຊັ່ນ​ຫຼັງ​ອາບນ້ຳ​ແລ້ວ​ກໍ​ທາ​ໝົດ​ໂຕ​ເດີ້ ຄັນຊັ້ນນອນ​ບໍ່​ໄດ້ ຊິ​ໄດ້​ເກົາ​ຂ້າງ ​ເກົາ​ທ້ອງ ​ເກົາ​ຂາ​ໂຕ້ ບີ​ແຂ່ງ​ຕວດໆໝົດ​ຄື​ນ​ໄດ .! ໜ້າ​ກໍ​ຕ້ອງ​ທາ​ໂລ​ຊັ່ນ ສົບ​ກໍ​ຕ້ອງ​ທາ​ລິບ​ສະຕິ​ກມັນ ຄັນຊັ້ນ​ແຕ​ກຈົນ​ເລືອດ​ຊຶມພຸ້ນ​ແລ້ວ ! ຖື​ເບົາ​ບໍ່​ໄດ້​​ເດີ​ເລື່ອງ​ນີ້​ທ່ານ​ຜູ້​ຟັງ​ເອີຍ! ທ່ານ​ຜູ້​ຟັງບາງ​ທ່ານ​​ໂດຍ​ສະ​ເພາະ​ທ່ານ​ຊາຍຊ້ຳວ່າ​ໂອຍ ! ​ຂ້ອຍ​ຜູ້​ຊາຍ​​ເອິກ​ສາມ​ສອກຜູ້​ຊາຍ​ແທ້​ບໍ່​ແມ່ນ​ຜູ້​ຊາຍ​ທຽມ ຈັກ​ນ່ອຍ​ເຂົາ​ຊິ​ວ່າ​ປ່ຽນ​ແປງ​ພຶດຕິ​ກຳ​ທາງ​ເພດ​ແລ້ວ​ບໍ? ໜຸ່ມ​​ໃຫຍ່​ທຳ​ອິດ​ກໍ​ຄິດ​​ແນ​ວນີ້​ລະ ຢູ່ວຽງ​ກໍ​ບໍ່​ເຮັດ​​ແນວ​ນັ້ນ ດຽວນີ້​ກັບ​ມາ​ຢູ່​ວຽງ​ແລ້​ວກໍ​ບໍ່​ເຮັດ​ແນວ​ນັ້ນ ບໍ່​ຢາກ​ເປັນ​ເຈົ້າສຳອາງ​ເກີນ​​ໄປ! ​ແຕ່​ວ່າ​ຢູ່​ປັກ​ກິ່ງ​ຍາມ​ໜາວ​ບໍ່​ເຮັດ​ບໍ່ໄດ້​ຂໍ​ບອກ! ມັນ​ອັນຕະລາຍ​ຕໍ່​ສຸຂະ​ພາບ​ແທ້​ໄດ ! ​ໂລ​ຊັ່ນ​ທາ​ໜ້າ​ກໍຕ້ອງ​ໄດ້​ທາ​ທັ້ງໆ​ທີ່​ບໍ່​ມັກ​ແທ້ໆ ! ອັນ​ໃດ​ກໍ​ຢ່າ​ລະ​ຊິ​ຢືນ​ເປັນ​ກະຕ່າຍ​ຂາ​ດຽວ ຫຼື ​ເປັນ​ຄົນ​ຊ້າຍ​ຈັດ​ຂວາ​ໂພດບໍ່​ໄດ້ ສະພາບ​​ແວດ​ລ້ອມ​ຕົວ​ຈິງ​ຢູ່​ແຕ່​ລະ​ບ່ອນມັນ​ຕ່າງ​ກັນຕ້ອງ​ປັບ​ຕົວ​ເຂົ້າ​ໃຫ້​ມັນ​​ໄດ້ ​ໃຫ້​ເປັນ Flaxible man ຫັນ​ລະ​ເນາະ ​ເອົາ​ຟັງ​ເພງ​ອີກ​ກ່ອນ

​ເພງ

ຂໍ​ຂອບ…………… ຕຳ​ນິ………… ​ເອົາ​ມາ​​ລົມ​ເລື່ອງ​ອ​າກາດ​ໜາວ​ຢູ່​ປັກ​ກິ່ງ​ຕໍ່​ເນາະ ! ​​ເວ​ລາ​ຢູ່​ລາວ​ອາກ​າດຮ້ອນ​ເລື່ອງ​ອາບ​ນ້ຳບາງ​ເທື່ອ​ມື້ໜຶ່ງ 3​ເທື່ອ​ກໍ​ມີ​ໄດ​ເນາະທ່ານ​ຜູ້​ຟັງ ຢ້ານ​ໝູ່​ເໝັນ​ເດ ​ເພື່ອ​ຄວາມ​ສະ​ອາດ​ແດ່ ! ບາດ​ໄປ​ຢູ່​ຈີນ​ແລ້ວ​ຍາມໜາວ​ແນວ​ນີ້​ໜຸ່ມ​ໃຫຍ່​ອາບນ້ຳມື້​ລະ​ເທື່ອ ຍັງ​ມີ​ໝູ່​ຄົນ​ຈີນ​ເຕືອນ​ວ່າ: ຢ່າ​ອາບ​ດຸຫຼາຍ​ໃນ​ຍາມ​ໜາວ​ແນວ​ນີ້ ​ເພາະວ່າ​ມັນ​ໜາວ​ແຮງ ກິ່ນ​ໂຕ​ກໍ​ບໍ່​ມີ​ດັອກ ນ້ຳທີ່​ອາບ​ກໍ​ເປັນນ້ຳອຸ່ນ ​ແຮ່ງ​ເຮັດ​ໃຫ້​ຜິວ​ແຫ້ງ​ຕື່ມອີກ ຄົນ​ຈີນ​ບາງ​ເທື່ອ 2-3 ມື້​ຈຶ່ງ​ອາບ​ເທື່ອ​ໜື່ງກໍ​ມີຍາມໜາວໆ​ແນວ​ນີ້​ນະ ມີ​ແຕ່​ສະ​ຜົມ ສ່ວາຍ​ໜ້າ ທຳ​ຄວາມ​ສະ​ອາດ​ບ່ອນ​ລີ້​ບ່ອນ​ລັບ​ຂອງ​ຮ່າງກາຍ​ກໍ​ໄດ້​ແລ້ວ​ວ່າ​ຊັ້ນ ! ​ເຄື່ອງນຸ່ງ​ກໍ​ບໍ່​ຈຳ​ເປັນ​ຊັກ​ດັອກຍາມ​ນີ້ ​ເພາະ​ເຫື່ອ​ບໍ່​ມີ ຢູ່​ປັກ​ກິ່ງ​ອອກ​ໄປ​ນ​ອກກໍ​ບໍ່​ມີ​ຂີ້​​ຝຸ່ນ ! ມັນ​ກະ​ແມ່ນ​ຄວາມ​ຂະ​ເຈົ້າ​ແທ້​ໄດ​ທ່ານ​ຜູ້​ຟັງ​! ​ເສື້ອ​ໜັງ​ໜາໆ​ທາງ​ນອກ​ນີ້​ໃກ້ຊິ​ເຂົ້າຍາມໜາວ​ຊັກ​ແລ້ວ​ກໍ​ຈົນ​ຮອດ​ຫວິດ​ໜາວ​ພຸ້ນ​ລະ​ຈັ່ງ​ຊັກ​ອີກ ມັນ​ກະ​ບໍ່​ເປື້ອນຄື​ຂະ​ເຈົ້າ​ເວົ້າ​ແທ້​ກໍ໋! ຢູ່​ປັກ​ກິ່ງ​ຍາມໜາວໆ​ແນວ​ນີ້​ມື້​ໃດ​ເຫັນ​ແສງ​ແດດ​ສົດ​ໃສ​ທ້ອງຟ້າ​ປອດ​ປົ່ງ ຢ່າ​ຟ້າວ​ດີ​ໃຈ​ແລ້ວ​ນຸ່ງ​ເຄື່ອງ​ໜ້ອຍ​ກ່ວາ​ເກົ່າ​ອອກ​ໄປ​ຫຼີ້ນນອກ​ເດີ ບໍ່​ຄືຢູ່​ວຽງ​ໄດ! ຢູ່​ປັກ​ກິ່ງ​ແສງ​ແດດ​ມັນ​ບໍ່​ກ້າ​ໄດ​ທ່ານ​ຜູ້​ຟັງ​ຊ່ວຍ​ໃຫ້​ອົບອຸ່ນ​ບໍ່​ໄດ້​ດອກ! ​ແຮ່ງ​ມີ​ລົມພັດ​ອີກ, ​ໂອຍ! ຈັ່ງ​ແມ່ນ​ມັນ​ໜາວ​ຢາກ​ເອົາຜ້າ​ຫົ່ມ​ປົກ​ຫົວນອນ​ຂົດ​ຢູ່​ເທິງ​ຕຽງ​ໝົດ​ມື້ພູ້ນ​ແລ້ວ! ​ເອົາ,ກະ​ຫວັງ​ວ່າ​ລາຍການ​ເບິ່ງ​ເມືອງ​ຈີນ​ຄືນ​ນີ້​ຊິ​ເປັນ​ປະ​ໂຫຍ​ດກັບ​ທ່ານ​ບໍ່​ຫຼາຍ​ກໍ່​ໜ້ອຍ​ເນາະ ! ຜູ້​ໃດ​ຈະ​​ໄປ​ປັກ​ກິ່ງ​ຍາມ​ນີ້​ຫຼື​ມີ​ໝູ່ຄູ່​ຍາ​ດພີ່ນ້ອງ​ຈະໄປຍາມ​ນີ້​ກໍ​ບອກ​ເຕືອນ​ເພິ່ນ​ແດ່​ວ່າ​ໜຸ່ມ​ໃຫຍ່​ແນະນຳ​ມາ​ຊັ້ນດັອກ

​ເພງ