ສະພາບ​ການ​ດື່ມ​ເຫຼົ້າຂອງ​ຄົນ​ຈີນ

(GMT+08:00) 2012-01-20 16:34:10     cri
ສະບາຍດີ​ມິດ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ຄິດ​ຮອດ ​ແລະ ຄິດ​ເຖິງ​! ຮອດ​ເວລາ​ນີ້​ປັບ 19​ໂມງ ຄັນ​ທ່ານ​ພວມ​ຟັງ CRI FM 93Mhz ຢູ່​ກໍ່​ແມ່ນ​ໄດ້​ຍິນ​ສຽງ​ໜຸ່ມ​ໃຫຍ່​ອາລົມ​ດີ​​ໂລດ, ບໍ່​ວ່າ​ຈະ​ເປັນ​ມື້ືທຳ​ມະ​ດາ ຫຼື ມື້​ວັນ​ເສົາ ອາທິດ ໜຸ່ມ​ໃຫຍ່​ກໍ​ຈະ​ມາ​ຢູ່​ເປັນ​ໝູ່​ທ່ານ​ຈົນ​ຮອດ 19:50 ນາທີ​ພຸ້ນ​ລະ ຢາກ​ຮູ້​ເລຶ່ອງລາວ​ຕ່າງໆ​ກ່ຽວ​ກັບ​ເມືອງ​ຈີນ​ຕິ​ດຕໍ່​ຫາ​ໜຸ່ມ​ໃຫຍ່​ເດີ້​ທ່ານ​ຜູ້​ຟັງ ຄັນ​ໂທລະສັບ​ກໍ​​ແມ່ນ 711477 ຄັນ​ຂໍ້ຄວາມ​ສັ້ນກໍ່​ແມ່ນ 9300 ຄື​ນນີ້​ໜຸ່ມ​ໃຫຍ່ຂໍ​ນຳ​​ເອົາ​ຄຳ​ຖາມ​ຂ​ອງມິດ​ລາຍການ​ທີ່​ຊື່ວ່າ ວັນ​ດີ ທີ່​ເຮັດ​ວຽກ​ຢູ່ກະຊວງ ອຸດ​ສະຫະ​ກຳມາ​ຕອ​ບ ​ເພິ່ນ​ວ່າ​ຟັງ​CRI ​ເລື້ອຍໆ ຢູ່​ເຮືອນ​ກໍ​ມີ​ວິທະຍຸ ຂັບ​ລົດ​ກໍ່​ໄດ້​ຟັງ ມື​ຖື​ກໍ​ຟັງ​ວິທະ​ຍຸ​ໄດ້​ແລ້ວສະບາຍ​ວ່າ​ຊັ້ນ ​ເພິ່ນ​ວ່າ​ມັກ​ຟັງ CRI FM 93Mhz ຍ້ອນ​ວ່າ​ຕິດຕາມ​ຟັງ​ຂ່າວ​ຈີນ ຂ່າວ​ໂລກ​ ຂ່າວ​ລາວ​ກໍ​ຫຼາຍ​ດຽວ​ນີ້ ລາຍການ​ອື່ນ​ກໍ​ມີ​ສາລະ​ຄວາ​ມຮູ້​ດີ ​ໂຄສົກ​ກໍ​ເປັນ​ກັນ​ເອງ​ດີ ​ແຕ່​ບໍ່​ອໍ້​ແອ້​ກັນຫຼາຍ​ຈົນ​ໄຮ້​ສາລະ​ຄື​ເດັກນ້​ອຍ ກາ​ນຮັກ​ສາ​ພາສາ​ລາວ​ກໍ​ດີ​ກ່ວາ​ຫຼາຍ​ລາ​ຍການ ຫຼາຍ​ສະຖານີ ບໍ່​ມີ​ໂຄສະນາ​ສິນຄ້າ​ໃຫ້​ຄານ​ຫູ​ອີກ​ວ່າ​ຊັ້ນ ​ໂອ້ ຂອບ​ໃຈ​ເດີ​ມິດ​ລາຍການ​ທີ່​ຊື່​ ວັນ​ດີ ທີ່​ມີ​ຄວາມ​ເຫັນ​ມາ ​ເພິ່ນ​ວ່າ ຟັງ​ລາຍການ​ເບິ່ງ​ເມືອງ​ຈີນທີ່​ໜຸ່ມ​ໃຫຍ່​ຈັດ​ເກືອບ​ທຸກ​​ແລງ​ເລີຍ​ວ່າ​ຊັ້ນ ​ເພາະວ່າ​ພໍດີຖື​ກ​ໂມງພວມ​ຢູ່​ເຮືອນ​ກິນ​ເຂົ້າກິນນ້ຳກັບ​ຄອບຄົວ ​ໄລຍະ​ນີ້​ບາງ​ມື້​ກໍ​ບໍ່​ໄດ້​ຟັງ ​ເພາະວ່າ​ງານ​ດອງ​ ມັດ​ຂໍ່ຕໍ່​ແຂນ ຂື້ນ​ເຮືອນ​ໃໝ່ ບຸນ​ສິນ​ກິນ​ທານຫຼາຍ​ວ່າ​ຊັ້ນ ​ເພິ່ນ​ວ່າ​ຟັງລາຍການ​ນີ້ ຮູ້​ປະ​ເທດ​ຈີນ ຮູ້​ສັງຄົມ​ຈີນຫຼາຍ​ອີ່ຫຼີ ມີ​ທັງ​ອັນ​ດີ​ທີ່​ເປັນ​ແບບຢ່າງ ມີ​ທັງ​ອັນ​ບໍ່​ດີທີ່​ຄວນ​ປັບ​ປຸງ​ແກ້ໄຂ ​ເພິ່ນ​ວ່າປະ​ເທດ​ໃດ​ກໍ​ຄື​ກັນ​ ຄົນ​ກໍ​ຄື​ກັນ ບໍ່​ມີ​ຄົນ​ປະ​ເທດ​ໃດ ​ເຊື້ອ​ຊາດ​ໃດ ດີ​ໝົດ​ດັອກ! ​ເອີ,ກໍ​ແມ່ນ​ຄວາມ​ເພິ່ນ​ໄດ​ເນາະທ່ານ​ຜູ້​ຟັງ ​ເພິ່ນ​ວ່າ​ຢູ່​ລາວ​ມາ​ສັງ​ເກດ​ເບິ່ງ​ແລ້ວ ຄົນ​ດື່ມ​ເຫຼົ້າ ດື່ມ​ວິ​ສກີ້ ດື່ມ​ເບຍ ຫຼາຍ​ອີ່ຫຼີ ​ໂດຍ​ສະ​ເພາະ​ຜູ້​ຊາຍ​ນີ້​ແມ່ນ​ຫຼີກ​ຍາກ! ​ເພິ່ນ​ເລີຍ​ຢາກ​ໃຫ້​ໜຸ່ມ​ໃຫຍ່​ເວົ້າສູ່​ຟັງ​ແດ່​ດຸ ​ເລື່ອງ​ການ​ດື່ມ​ເຫຼົ້າດື່ມ​ເບຍ​ຢູ່​ສັງຄົມ​ຈີນ​ດຽວ​ນີ້​​ເປັນ​ແນວ​ໃດ? ໜັກ​ຄື​ກັນ​ບໍ່ ຫຼື ​ແນວ​ໃດ? ​ເອີ! ຄິດ​ວ່າ​ຄຳ​ຖາມ​ຂອງ​ທ່ານ​ ວັນ​ດີ ຢູ່​ກະຊວງອຸດ​ສະຫະ​ກຳ​ນິ ມິດ​ລາຍການ​ທ່ານ​ອື່ນໆ​ກໍ​ຄື​ຊິ​ຢາກ​ຮູ້​ຄື​ກັນ​ເນາະ! ​ເອົາ!​ເອົາ ຈັ່ງ​ຊີ້​ຟັງ​ເພງ​ຊຸດ​ໜື່ງກ່ອນ​ແລ້ວ​ຊິ​ມາ​ຕອບ​ຄຳ​ຖາມ​ທາງ​​ໂທລະສັບ​ຂອງ​ທ່ານ ວັນ​ດີ!

(ເພງ)

ຟັງ​ເພງ​ຈີນ​ມ່ວນໆ​ຜ່ານ​ໄປ 2​ເພງ​ປ່ຽນ​ບັນຍາ​ກາດການ​ເວົ້າລົມ​ກັນ​ໃນ​ລາຍການ​​ເບິ່ງ​ເມືອ​ງຈີນ​ຜ່ານ​ໄປ​ແລ້ວ ບັດ​ນີ້​ໜຸ່ມ​ໃຫຍ່​ຊິ​ຕອບ​ໂທລະສັບ​ຂອງ​ທ່ານ​ວັນ​ດີ​ຢູ່​ກະຊວງ​ອຸດ​ສະຫະ​ກຳ​ທີ່​ຖາ​ມ​ເຖິງສະພາບ​ການ​ດື່ມ​ເຫຼົ້າຢູ່​ໃນ​ສັງຄົມ​ຈີນ​ເປັນ​ແນວ​ໃດ? ​ເວົ້າ​ເລື່ອງ​ນີ້​ແລ້ວ​ຢູ່​ສັງຄົມ​ລາວ​ກໍ​ເປັນ​ແນວ​ນີ້ ຢູ່​ໃນ​ສັງຄົມ​ຈີນ​ກໍ​ຫຼີກ​ຍາກ​ຄື​ກັນ ​ໂດຍ​ສະ​ເພາະ​ຜູ້​ຊາຍ​ຄື​ໄທ​ເຮົາ,​ເຈົ້າ ຂ້ອຍ​ນິລະ! ຄັນວ່າ​ເຂົ້າສັງຄົມ ພົບ​ປະ​ສັງ​ສັນ​ກັບ​ໝູ່ຄູ່​ແລ້ວ ບໍ່​ໄດ້​ດື່ມ​ຫຼາຍ​ກໍ​ດື່ມ​ໜ້ອຍ​ລະ ຄັນ​ບໍ່​ວ່າ​ຜູ້​ເປັນ​ພະຍາດ​ທີ່​ດື່ມ​ບໍ່​ໄດ້​ແທ້ໆ​ເດີ້! ຈີນ​ແຫ່ງ​ເປັນ​ປະ​ເທດ​ທີ່​ມີ​ວັດທະນະທຳ​ການ​ດື່ມ​ເຫຼົ້າທີ່​ຍາວ​ນານ​ມາ​ແລ້​ວ, ​ໃນ​ສາຍຕາ​ຂອງ​ຄົນ​ຈີນ​ນິນະ ​ເຫຼົ້າບໍ່​ພຽງ​ແຕ່​ເປັນ​ເຄື່ອງ​ດື່ມ​ທີ່​ເຮັດ​ໃຫ້​ມ່ວນ​ຊື່ນ​ເທົ່ານັ້ນ​ໄດ​ທ່ານ​ຜູ້​ຟັງ ​ແຕ່​ຍັງ​ເປັນ​ເຄື່ອງ​ດື່ມ​ທີ່​ຮັດ​ແໜ້ນ​ຄວາມ​ຮັກ​ແພງ​ສະໜິດ​ສະໜົມ ​ລື້​ງ​ເຄີຍ​ອີກ ​ແຕ່​ວ່າ​ໜຸ່ມ​ໃຫຍ່​ຕອບ​ເລື່ອງ​​ເຫຼົ້າຄື​ນນີ້ ຢ່າ​ເຂົ້າ​ໃຈ​ຜິດ​ກັນ​ເດີ​ທ່ານ​ຜູ້​ຟັງ, ບໍ່​ແມ່ນ​ໜຸ່ມ​ໃຫຍ່​ສະໜັບສະໜຸນ​ການ​ດື່ມ​ເຫຼົ້າສູບຢາ​ໄດ, ​ແຕ່​ເພິ່ນ​ຖາມ​ມາ​ເຮົາ​ກໍ່​ຕອບ​ເພື່ອ​ໃຫ້ຮູ້​ສະພາບ​ການ​ດື່ມ​ເຫຼົ້າ​ໃນ​ສັງຄົມ​ຈີນ​ເປັນ​ແນວ​ໃດ? ​ໃຜ​ກໍ​ຮູ້​ແລ້ວ​ເດ​ວ່າຄວາມ​ອັນຕະລາຍ​ຂອງ​ເຫຼົ້າຂ​ອງ​ເບຍຕໍ່ສຸຂະ​ພາບ​ນັ້ນມີຫຼາຍ ທັງ​ກໍ່​ໃຫ້​ເກີດ​ບັນຫາ​ສັງຄົມ​ຫຼາຍ​ອັນ​ຕາມ​ມາ​ອີກ ປານ​ນັ້ນຄົນກໍ​ຍັງ​ດື່ມ​ກັນ​ອຶກ​ກະທຶກຢູ່ ອັນ​ນີ​ໃຜ​ຜ່ອນ​ໄດ້​ກໍ​ຜ່ອນ​ແດ່ ​ເຊົາ​ໄດ້​​ແຫ່ງ​ດີ ໜຸ່ມ​ໃຫຍ່​ຊົມ​ເຊີຍ​ສະໜັບສະໜຸນ​ເຕັມທີ່​ເລື່ອງ​ເຊົາ​ເຫຼົ້າ ​ເຊົາ​ຢາສູບ​ນິ ! ​ແຕ່​ວ່າ​ສູ່​ມື້​ນີ້​ຍ້ອນ​ສະພາບ​ສັງຄົມ​ກໍ​ເຊົາ​ຍາກ​ອີ່ຫຼີ ​ໂດ​ຍສະ​ເພາະ​ເລື່ອງ​ເຫຼົ້າ ​ເລື່ອງ​ເບຍ​ນິ ຈົນ​ເປັນ​ພະຍາດ​ໜັກ​ພຸ້ນ​ລະ​ຈົນ​ແພດ​ສັ່ງ​ເດັດຂາດ ຕາຍ​ກັບ​ເຊົາ​ກິນ​ເຫຼົ້າສູບ​ຢຊິ​ເອົາ​ອັນ​ໃດ​ເລືອກ​ເອົາພຸ້ນ​ລະບາງ​ຄົນ​ເພິ່ນ​ຈື່ງ​​ເຊົາ​ຫັນ​ນະ​ເນາະ! ​ຟັງ​ເພງ​ອີກ​ຊຸດ​ໜຶ່ງ​ກ່ອນ​ເນາະ​ແລ້ວ​ໜຸ່ມ​ໃຫຍ່​ຈະ​ກັບ​ມາ​ເວົ້າ​ເຖິງ​ສະພາບ​ການ​ດື່ມ​ເຫຼົ້າ​ໃນ​ສັງຄົມ​ຈີນສູ່​ຟັງ​ຕໍ່

(ເພງ)

ຕອນ​ນີ້​ມິດ​ລາຍການ​ພວມ​ຟັງ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ໜຸ່ມ​ໃຫຍ່​ອາລົມ​ດີ​ພວມ​ຈັດ​ສູ່​ຟັງ​ຢູ່ ນີ້​ຄື​ຄື້ນ CRI FM 93Mhz ຄື​ນນີ້​ພວມ​ລົມ​ສະພາບ​ການ​ດື່ມ​ເຫຼົ້າຢູ່​ໃນ​ສັງຄົມ​ຈີນ​ຕາມ​ຄຳ​ຂໍຂອງ​ມິດ​ລາຍການ​ສູ່​ຟັງ​ຢູ່ ! ຫຼາຍ​ປີ​ມາ​ນິນະ​ທ່ານ​ຜູ້​ຟັງ​ຈຳນວນ​ຜູ້​ດື່ມ​ເຫຼົ້າ​ໃນ​ປະ​ເທດ​ຈີນ​ເພີ່ມ​ຂື້ນ​ຕະຫຼອດ, ທ່າ​ນຮູ້​ບໍ່​ວ່າ​ໃນ​ຈຳນວນ​ຂອງ​ພົນລະ​ເມືອງ​ຈີນ​ທັງ​ໝົດ 1ຕື້ 3ຮ້ອຍ​ລ້ານ​ກ່ວາ​ຄົນ​ນັ້ນມີຄົນດື່ມ​ເຫຼົ້າປົກະຕິ​ຫຼາຍ​ຊ່ຳ​ໃດ? ຫຼາຍ​ກ່ວາ 6ລ້ານ​ຄົນ ! ​ໃນ​ນັ້ນປະມານ 40% ດື່ມ​ຫຼາຍ​ກ່ວາ 1ຄັ້ງຕໍ່​ວັນ ທົ່ວ​ປະ​ເທດ​ຈີນ​ປີໜື່ງໆ​ຄົນຈີນ​ບໍລິ​ໂພ​ກ​ເຫຼົ້​າປະ​ເພດ​ຕ່າງໆ 30ຕື້​ກິ​ໂລກ​ລາມ ! ອົງການ​ອະນາ​ໄມ​ໂລກ​ຈັດ​ໃຫ້ປະ​ເທດ​ຈີນ​ເປັນ​ປະ​ເທ​ດທີ່​ໄດ້​ຮັບ​ຜົນ​ຮ້າຍ​ຈາກ ​ແອ​ລກໍ​ຮໍ​ຢ່າງ​ຮຸນ​​ແຮງມາ​ແຕ່​ປີ 2006 ພຸ້ນ​ໄດ ! ປະຈຸ​ບັນ​ນີ້​ແຕ່ລະ​ປີ​ມີ​ຜູ້​ເສ​ຍຊີວິດ​ຍ້ອນ​ພະຍາດ​ໂລຄາ​ຊະນິດຕ່າງ​ໆທີ່​ມີ​ສາ​ເຫດ​ຈາກ​ການ​ດື່ມ​ເຫຼົ້າຕັ້ງວ່າ 110,000ຄົນ ກາຍ​ເປັນ​ຄົນ​ພິການ​ອີກ 2​ລ້ານ 7​ແສນ​ກ່ວາ​ຄົນ. ຄົນ​ຕາຍ​ຈ​າກການ​ກິນ​ເຫຼົ້າຍັງ​ຫຼາຍ​ກ່ວາ​ສູບຢາ​ອີກ​ຊ້ຳສຳລັບ​ຢູ່​ຈີນ! ອັນ​ນີ້​ບໍ່​ໄດ້​ບອກ​ວ່າ​ສູບຢາ​ດີ​ກ່ວາ​ກິນ​ເຫຼົ້າ ຫຼື ກິນ​ເຫຼົ້າ​ດີ​ກ່ວາ​ສູບຢາ​ເດີ​ທ່ານ​ຜູ້​ຟັງ! ບໍ່​ດີ​ທັງ​ສອງ ອັນຕະລາຍ​ຕໍ່​ສຸຂະພາບ ​ເຜົາ​ຜານ​ເງິນ​ຄຳ​ທັງ​ສອງ ​ໂດຍ​ສະ​ເພາະ​ສູບຢາ ​ເຜົາປອດ​ໂຕ​ເອງ​ແລ້ວ​ຍັງ​ບໍ່ພໍ ຍັງ​ສົ່ງ​ຄວນ​ຢາ​ໄປ​ເຜົາ​ປອດ​ຄົນ​ອອ້ມຂ້າງ​ອີກ ດັ່ງ​ນັ້ນ​ໃຜ​ສູບ​ກໍ​ຮູ້​ກາລະ​ເທສະ ສູບ​ບໍ່ຖືກ​ບ່ອນ​ຖືກ​ທີ່ ລະວັງ​ກາຍ​ເປັນ​ຄົນ​ທີ່​ສັງຄົມລັງ​ກຽດ​ເດີ ! ມາ​ເວົ້າ​ເລື່ອງ​ເຫຼົ້າຢູ່​ຈີນ​ຕໍ່, ສະມາຄົມຄົນ​ຮັກສາ​ສຸຂະພາບ​ຂອງ​ຈີນ​ກັບ​ສະຫະ​ພັນ​ແພດ​ສາດ​​ແຫ່​ງຊາດ​ຈີນ​​ເພິ່ນ​ໄດ້​ຮ່ວມ​ກັນ​ເຜີຍ​ແຜ່​ບົດ​ລາຍ​ງານ​ຜົນສຳ​ຫຼວດສະພາບ​ການ​ດື່ມ​ເຫຼົ້າຂອງຄົນຈີນ​ໃນ​ປີ 2008 ພົບ​ວ່າ: ຜູ້​ຊາຍ​ຈີນ 81,4%ດື່ມ ​ແລະ ຜູ້​ຍິງ 29,3%ດື່ມ ! ທີ່​ໜ້າ​ເປັນ​ຫ່ວງ​ຫັນ​ແມ່ນ​​ໃນ​ກຸ່ມຄົນທີ່​ດື່ມ​ເຫຼົ້ານັ້ນມີ​ບັນ​ຫາ​ສຸຂະພາບ​ຫຼາຍ​ກ່ວາ 65,4% ​ແລະ​ຜູ້​ທີ່​ບໍ່​ສົນ​ໃຈ​ຕໍ່​ຜົນ​ຮ້າຍ​​ແຮງ​ຂ​ອງ​ເຫຼົ້າ ​ແລະ ບໍ່​ສົນ​ໃຈ​ຄວບ​ຄຸມ​ປະລິມານ​ເຫຼົ້າທີ່​ດື່ມ​ເຂົ້າ​ໄປ​ມີ​ຫຼາຍ​ກ່ວາ 30% ສະ​ເລ່ຍ​ແລ້ວ​ຄົນ​ຈີນ​ດື່ມ​ເຫຼົ້າ​ເທື່ອ​ໜື່ງປະມານ 135ກລາມ​ຕາມ​ມາດຕະຖານ​ການ​ຄິດ​ໄລ່​ແລ້ວ​ໃນ​ເຫຼົ້າ 100ກລາມ​ຈະ​ມີ​ທາດ​ແອ​ລກໍ​ຮໍຢູ່ 38% ກໍ່​ເທົ່າ​ກັບ​ວ່າ​ຮ່າງກາຍ​ຕ້ອງ​ຮັບ​ແອ​ລກໍ​ຮໍ 41,04ກລາ​ມທຸກ​ເທື່ອ​ທີ່​ດື່ມ ຊື່​ງມັນ​ສູງ​ກ່ວາ​ອັດຕາ​ຄວາມ​ປອດ​ໄພ​ການ​ຮັບຮອງ​ແອ​ລກໍ​ຮໍ​ຂ​ອງຮ່າງ​ກາຍ​ທີ່​ອົງການ​ອະນະ​ໄມ​ໂລກ​ກຳນົດ​ໄວ້​ຫຼາຍ, ຄື​ເພິ່ນ​ກຳນົດ​ໄວ້​ຢ່າງ​ຈະ​​ແຈ້ງວ່າ: ຜູ້​ຊາຍ​ມື້ໜື່ງຮັບ​ແອ​ລກໍ​ຮໍ​ບໍ່​ຄວນ​ກາຍ 20ກລາມ, ຜູ້ຍິງ​ບໍ່​ໃຫ້​ກາຍ 10ກລາມ ! ບາດ​ຄົນຈີນ​ທີ່​ດື່ມ​ເຫຼົ້າ​ເທື່ອ​ດຽວ​ສະ​ເລ່ຍຮັບ​ແອ​ລກໍຮໍ​ເຂົ້າ​ໄປ​ແລ້ວ 41ກລາມປາຍ​ເທື່ອດຽວ​ໃນ​ມື້​ດຽວ​ໄດ​ນິ, ຄັນ​ມື້ໜື່ງດື່ມ 2-3​ເທື່ອ​ເດຊິ​ຫຼາ​ຍຊ່ຳ​ໃດ ? ​ເອົາ,ຟັງ​​ເພງ​ອີກ​ກ່​ອນ​ເນາະ​ແລ້ວ​ຈື່ງ​ມາ​ລົມ​ກັນ​ຕໍ່

(ເພງ)

ບັນຍາກາດ​ຂອງ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ໜຸ່ມ​ໃຫຍ່​ຈັດ​ກໍ​ສະບາຍ​ໆ​ແນວ​ນີ້​ລະ​ທ່ານ​ຜູ້​ຟັງ ລົມ​ເລື່ອງ​ເມືອງ​ຈີນ​ໄປ​ນຳ​ຟັງ​​ເພງ​ຈີນ​ມ່ວນໆ​ໄປ​ພ້ອມ ​ເກົ່າ-​ໃໝ່-​ໄວ-ຊ້າ ມີໝົດ​ສຳລັບ​ລາຍການ​ນີ້ ​ແຕ່​ບໍ່​ໄດ້​​ເນັ້ນກາ​ນຂໍ​ຟັງເພງ ຈັດ​ເພງ​ໃຫ້​ມິດ​ລາຍການ​ປານ​ໃດ ​ເພາະ​ຈຸດປະສົງ​ຕົ້ນຕໍ​ຂອງ​ລາຍ​ການ​ນີ້​ກໍ​ເພື່ອ​ໃຫ້​ມິດ​ລາຍການ​ລາ​ວຮູ້​ປະ​ເທດ​ຈີນ​ຫຼາຍ​ຂື້ນ ! ​ແຕ່​ຄັນ​ທ່ານ​ໃດ​ຂໍ​ເພງ​ຈີນ​ມາ​ພວກ​ເຮົາ​ກໍ​ພະຍາຍາ​ມຊອກ​ຈັດໃຫ້ຢູ່ ຄັນ​ບໍ່​ທັນ​ຄື​ນນີ້​ກໍ​ມື້​ໜ້າ! ​ເອົາ, ບັດ​ນີ້​ຊິ​ເວົ້າ​ເຖິງ​ການ​ຜະລິດ ​ແລະ ຈຳໜ່າຍ​ເຫຼົ້າຢູ່​ຈີນ​ສູ່​ຟັງ ! ​ເຕີບ​ໃຫຍ່​ຂະຫຍາ​ຍຕົວ​ໄວ​ອີ່ຫຼີ ອັນ​ນີ້​ມັນ​ກໍ​ສະທ້ອນ​ໃຫ້​ເຫັນ​ໂດຍ​ກົງ​ໂລດ​ວ່າ​ຈຳນວນ​ຜູ້​ດື່ມ​ກໍ​ຫຼາຍ​ຂື້ນ. ສະຫະພັນ​ອຸດ​ສະຫະ​ກຳ​ການ​ຜະລິດ​ນ້ຳ​ເມົາ​ຂອງ​ຈີນ​ບອກ​ວ່າ: ການ​ຜະລິດ​ເຫຼົ້າຢູ່​ຈີນ​ດຽວ​ນີ້​ປ່ຽນ​​ແປງ​ຈາກ​ແຕ່​ກ່ອນ​ແລ້ວ, ຄື​ແຕ່​ກ່ອນ​ມີ​ແຕ່​ເຫຼົ້າຂາວ​ເຕີບ​ໂຕ​ເປັນ​ສ່ວນ​ໃຫຍ່ ​ແຕ່​ດຽວ​ນີ້​ຈັກ​ເຫຼົ້າຂາວ,ຈັກ​ເບຍ ຈັກ​ເຫຼົ້າ​ແວງ​ຂະ​ຫຍາ​ຍ​ໂຕ​ໄປ​ພ້ອມໆ​ກັນ. ສະ​ເພ​າະ​ເບຍ​ໃນ​ປີ 1995 ປີໜື່ງຈີນ​ຜະລິດ​ມີ​​ແຕ່​ບໍ່​ຮອດ 8ພັນ​ໂຕນ ​ແຕ່​ດຽວ​ນີ້ 41ລ້ານ​ໂຕນ​ຕໍ່​ປີ, ຄົນ​ລະ​ເລື່ອງ​ເລີຍ​ເນາະທ່ານ​ຜູ້​ຟັງ. ​ເຫຼົ້າຂາວ​ການ​ຜະລິດ​ກໍ່​ເພີ່ມ​ຂື້ນ​ບໍ່​ເຄີຍ​ຫຼຸດ 20% ຢ່າງ​ຕໍ່​ເນື່ອງ​ມາ​ເປັນ​ເວລາ20​ປີ​ແລ້ວ. ສ່ວນ​ເຫຼົ້າ​ແວງ​ຈະ​ດື່ມ​ໜ້ອຍ​ກ່ວາ ​ເຫຼົ້າຂາວ​ກັບ​ເບຍ ​ແຕ່​ສະ​ເພາະ​ປີ 2008 ຄົນ​ຈີນ​ກໍ​ດື່ມ​ເຫຼົ້າ​ແວງ​ໄປ 900ລ້ານ​ແກ້ວ ຂາຍ​ນ້ຳ​ເມົາ​ນິຈັ່ງ​ແມ່ນ​ລວຍ​ໄວ​​ເນາະ ! ຄົນ​ຈີນ​ໂດຍ​ທົ່ວ​​ໄປ​ບໍ່​ມັກ​ດື່ມ​ວິສກີ​ຕ່າງປະ​ເທດ​ໄດ​ທ່ານ​ຜູ້​ຟັງ ! ຄັນ​ບໍ່​ເຊື່​ມໜຸ່ມ​ໃຫຍ່​​ໄປ​ເມືອງ​ຈີນ​ສັງ​ເກ​ດ​ເບິ່ງ​ເດີ ຮ້ານ​ໃຫຍ່ ກາງ ນ້ອຍ​ຄື​ກັນ ຊອກ​ເບິ່ງ​ແກ້ວ​ວິສກີ​ຢູ່​ໂຕະ​ອາຫານ​ຄົນ​ຈີນ​ຍາກ​ຂະໜາດ​ລະ ! ​ເອົາ,ຄືນ​ນີ້​ກໍ​ລົມ​ສະພາບການດື່ມ​ເຫຼົ້າຂອງ​ຄົນ​ຈີນ​ສູ່​ຟັງ​ຕາມ​ຄຳ​ຂໍ​ຂອງ​ທ່ານ ວັນ​ດີ ຢູ່​ກະຊວງ​ອຸດ​ສະຫະ​ກຳ. ຜູ້​ຟັງ​ທ່ານ​ອື່ນ​ຢາ​ກຮູ້​ເລື່ອງ​ໃດ​ກ່ຽວ​ກັບ​ເມືອງ​ຈີນ​ກໍບອກ​ໜຸ່ມ​ໃຫຍ່​ເດີ້ ​ໂທ 711477 ຂໍ້ຄວາມ​ສັ້ນ 9300 ​ແລ້ວ​ຊິ​ໄປ​ຊອກ​ມາ​ເວົ້າສູ່​ຟັງ ! ຈັ່ງ​ໃດ​ກໍ​ຕາມ​ແຕ່​ເດີ​ທ່ານ​ຜູ້​ຟັງ​ຂື້ນ​ຊື່ວ່າ​ສຸລາ​ເຫຼົ້າມັນ​ຊິ​ເປັນ​ຍີ່​ຫໍ້​ໃດ ຖືກ ​ແພງ ​ໄຮ​ໂຊ​ຊ່ຳ​ໃດ​ມັນ​ກໍ່​ບໍ່​ດີ​ຕໍ່​ສຸຂະພາບ ຖົງ​​ເງິນ ນິ​ໄສ ​ໃຈຄໍ ມາລະຍາດ​ເສຍ ຂາດ​ຄວາມ​ນັບຖື​ກໍ​ຍ້ອນ​​ເຫຼົ້າ ຂາດ​ສະຕິສຳ​ປະ​ສັນ​ຍະ​ກໍ​ຍ້ອນ​ເຫຼົ້າ ຫຼຸດ​​ໄດ້ ​ເຊົາ​ໄດ້​ແມ່ນ​ດີ

(ເພງ)

ຈົບ