ສະພາບ​ການ​ຢ່າ​ຮ້າງ​ໃນ​ສັງຄົມ​ຈີນ

(GMT+08:00) 2012-01-20 16:43:30     cri

ສະບາຍດີ​ມິດ​ຮັກ​ແຟນລາຍການ​ເບິ່ງ​ເມືອງ​ຈີນ! 19​ໂມງ​ເວລາ​ດີໆ​ແນວ​ນີ້​ພົບ​ກັນ​ອີກ​​ແລ້ວ​ກັບ​ໜຸ່ມ​ໃຫຍ່​ອາລົມດີ​ທາງ CRI FM 93Mhz ຢາ​ກຮູ້​ເລື່ອງ​ເມືອງ​ຈີນ​ບໍ່​ວ່າ​ຈະ​ເປັນ​​ແງ່​ມຸມ​ໃດ ຂະ​ແໜງ​ການ​ໃດ ​ເລື່ອງ​ໜັກ​ເລື່ອງ​ເບົາ ​ເລື່ອງ​ດີ ​ເລື່ອງ​ບໍ່​ດີ ສະຫຼັບ​ສັບ​ປ່ຽນ​ກັນ ມີ​ໄວ້​ລໍຖ້າ​ທ່ານ​ຟັງ​ທຸ​ກຄືນ 50ນາທີ​ເຕັມໆ ​ເວົ້າລະ​ໃນ​ໂລກ​ນີ້​ບໍ່​ແມ່ນ​ຫຍັງ​ຄື​ກັນ​ຍ່ອມ​ມີ​ດ້ານ​ບວກ​ດ້ານ​ລົ​ບ ດ້ານ​ດີ​ດ້ານ​ອອ່ນ​ແມ່ນ​ບໍ່​ທ່ານ​ຜູ້​ຟັງ! ​ແບບຢ່າງ​ກໍ​ຄື​ກັນ ກໍ​ຍ່ອມ​ມີ​ແບບຢ່າງ​ທີ່​ດີ ການ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ແຕ່​ລະ​ປະ​ເທດ​ຄື​ກັນ ກໍ​ຍ່ອມ​ມີ​ທັງ​ອັນ​ດີ​ແລະ​ອັນ​ບໍ່​ດີ​ຄຽງ​ຄູ່ກັນ​ສຳຄັນວ່າ​ຜູ້​ບໍລິ​ຫານ​ປົກຄອງ​ຊິ​ສາ​ມາດ​ຈຳກັດ​ຮັດ​ແຄບ​ອັນ​ທີ່​ບໍ່​ດີ​ນັ້ນ​ໄດ້​ຫຼາຍ​ໜ້ອຍ​ຊ່ຳ​ໃດ​ທໍ່​ນັ້ນລະ ! ດ້ານ​ສັງຄົມ​ຂ​ອງຈີນ​ຄື​ກັນ, ການ​ພັດທະນາ​ເສດຖະກິດ​ໄປ​ໄວ​ຫຼາຍ ດ້ານ​ສັງຄົມກໍ​ມີ​ການ​ຫຍໍ້​ທໍ້​ຄື​ກັນ​ໄດ໋! ຊີວິດ​ການ​ເປັນ​ຢູ່ດີ​ຂື້ນຫຼາຍ ລາຍ​ຮັບຍິງ​-ຊາຍ​ກໍ​ເທົ່າ​ທຽມ​ກັນ ສິດຂອງ​ຜູ້​ຍິງ​ກໍ​ຫຼາຍ​ຂື້ນ ອັນ​ນີ້​ແມ່ນ​ດີ ​ແຕ່​ອັນ​ທີ່​ບໍ່​ຢາກ​ຄັກ​ຈະ​ເອົາ​ມາ​ລົມ​ສູ່​ຟັງ​ຄື​ນນີ້​ກໍແມ່ນດຽວ​ນີ້​ອັດ​ຕາ​ການ​ປະ​ຮ້າງ​ກັນ​ຢູ່​ຈີນ​ເພີ່​ມຫຼາຍ​ຂື້ນ, ລາຍ​ລະອຽດ​ຫຼື​ເຫດຜົນ​ເປັນ​ຍ້ອນ​ຫຍັງ​ນັ້ນ ຟັງ​​ເພງ​ກ່ອນ​ແລ້ວ​ຈະກັບ​ມາລົມ​ສູ່​ຟັງ

​ເພງ

2​ເພງ​ທຳ​ອິດ​ຈ​າກລາຍການ​ຜ່ານ​ໄປ ! ຢ່າ​ລື​ມ​ເດີ​ມິດ​ລາຍການ​ຟັງ​ລາຍການ​ນີ້​​ກໍ​ຄື​ລາຍການ​ອື່ນໆ​ຂ​ອງ CRI ​ແລ້ວ​ມີ​ຄຳ​ເຫັນ​ເຂົ້າມາ​ແດ່…………ບັດ​ນີ້​ມາ​ເຂົ້າສູ່​ເລຶ່ອງທີ່​ໜຸ່ມ​ໃຫຍ່​ຈະ​ລົມ​ໃຫ້​ຟັງ​ຄື​ນນີ້​ກໍ​ຄື​ການ​ຢ່າ​ຮ້າງ​ຢູ່​ຈີນ​ດຽວ​ນີ້​ເພີ່​ມຂື້ນ​ຫຼາຍ ປີ​ກາຍ​ນີ້​ຄື​ປີ 2010 ມີ​ຜົວ-​ເມຍ ຈີນ​ຢ່າ​ຮ້າງ​ກັນ​ຕັ້ງວ່າ 2ລ້ານ 6​ແສນ 8ໝື່ນ​ຄູ່ ​ເພີ່ມ​ຂື້ນ​ຈາກ​ປີ​ໝໍ່ໆ​ມາ​ນີ້​ຕັ້ງວ່າ 8.5% ອັນ​ນີ້​ແມ່ນ​ຕົວ​ເລກ​ຂອງ​ກະຊວງ​ວຽກ​ງານ​ພົນລະ​ເຮືອນ​ຂ​ອງຈີນ​​ເອງ​ໄດ​ນີ! ປີ​ກາຍ​ນີ້​ມີ 2ລ້ານ 6ໝື່ນຄູ່​ໄປ​ລົງທະບຽນ​ແຍ​ກທາງ​ກັນ​ຢູ່​ກົມ​ວຽກ​ງານ​ພົນ​ລະ​ເຮືອນ, ​ແລະ ອີກ 668.000ຄູ່ ຮ້ອງ​ຟ້ອງ​ແລະ​ໄປ​ຈົບ​ຊີວິດ​ຄູ່​ຢູ່​ສານ ບົດ​ລາຍ​ງານ​ຂ​ອງກະຊວງ​ວຽກ​ງານ​ພົນລະ​ເຮືອນ​ທີ່​ເຜີຍ​ແຜ່​ໃນ​ກາງ​ເດືອນ​ມິຖຸນາ​ປີ2011 ຍັງ​ບອກ​ວ່າ: ອັດຕ​າການ​ຢ່າ​ຮ້າງກັນ​ຢູ່​ຈີນ​ໃນ 5ປີ​ຫຼັງ​ມາ​ນີ້​ເພີ່ມ​ຂື້ນ​ຫຼາຍ ຄື​ປີໜື່ງ​ເພີ່ມ​ຂື້ນ​ສະ​ເລ່ຍປະ​ມານ7% ມາ​ເບິິ່ງ​ການ​ຈົດ​ທະບຽນ​​ແຕ່ງງານ​ໃນ​ປີ 2010 ມີ​ທັງ​ໝົດ 12ລ້ານ 4​ແສນ​ກ່ວາ​ຄູ່ ​ເພີ່ມ​ຂື້ນ 2% ຖ້າ​ທຽບ​ໃສ່​ປີ​ກ່ອນ ​ໃນ​ນີ້ 49.000ຄູ່​ແມ່ນ​ຄົນ​ຈີນ​ແຜ່ນດິນ​ໃຫຍ່​ແຕ່ງ​ກັບ​ຕ່າງປະ​ເທດ. ສະ​ເລ່ຍຕໍ່​ມື້​ແລ້ວ​ກາ​ນຢ່າ​ຮ້າງ​ໃນ​ປີ​ນີ້​ກໍ​ຄື​ປີ​ຫຼັງໆ​ມາ​ນີ້​​ແຮ່ງ​ເປັນຕ​າຕົກ​ໃຈ ຄື​ມື້ໜື່ງມີ​ຫຼາຍ​ກ່ວາ 1ໝື່ນ​ຄູ່ທີ່​ຢ່າ​ຮ້າງ​ກັນ. ​ໃນ​ເມືອງ​ໃຫຍ່​ເທົ່າ​ໃດ​ຍິ່ງ​ມີ​ໂຕ​ເລກ​ໜ້າ​ວິຕົກ​ເທົ່າ​ນັ້ນ ​ເຊັ່ນ​ວ່າ​ຢູ່​ປັກ​ກິ່ງ​ກັບ​ຊຽງ​ໄຮ້​ແຕ່ລະ​ປີ​ຢ່າ​ຮ້າງ​ເພີ່ມ​ຂື້ນ​ຕັ້ງວ່າ 30%ວ່າ​ຊັ້ນ ! ທ່ານ ມ່າອີ້​ໝານ ສາດສະດາຈານ​ຝ່າຍ​ກົດໝາຍ​ຂ​ອງມະຫາວິທະຍາ​ໄລ​ປັກ​ກິ່ງ​ບອກ​ວ່າ: ​ການ​ເພີ່​ມຂື້ນ​ຂອງ​ກາ​ນຢ່າ​ຮ້າງ​ແມ່ນ​ເລີ່​ມມາ​ແຕ່​ທ້າ​ຍຊຸມ​ປີ 1970ພຸ້ນ ​ເພາະວ່າ​ໃນ​ສະ​ໄໝ​ການ​ປະຕິວັດ​ວັດທະນະທຳ 10ປີ ຄື​ປິ 1966-1976 ການ​ແຕ່ງງານ​ກໍ​ແບບ​ບໍ່​ມີ​ຄວາ​ມຮັກ ​ເອົາ​​ໄປ​ຕາມ​ການຈັດຕັ້ງລະດົມ​ກໍ​ມີ​ຫຼາຍ. ບັດ​ນີ້​ພໍ​ມາ​ຮ​​ອດຍຸ​ກທີ່​ຈີນ​ປ​ະຕິ​ຮູບ​ແລະ​ແກ້​ໄຂ​ປະຕູ​ສູ່​ພາຍ​ນອກ ​ເສດຖະກິດ​ຕະຫຼາດ ຄວາມ​ທັນ​ສະ​ໄໝ​ກໍ​ເລີ່​ມປ່ຽນ​​ແປງ ຮູບ​ການ​ດຳ​ລົງ​ຊີວິດ​ຂອງ​ຄົນ​ຈີນ​​ແຜ່ນດິນ​ໃຫຍ່​ແລ້ວ,ລວມທັງ​ຊີວິດ​ຄູ່​ກໍ​ຄື​ກັນ ຄວາມ​ສະດວກ​ສະບາຍ​ດ້ານ​ວັດຖຸນິຍົ​ມມີ​ຫຼາຍ​ຂື້ນ ລາ​ຍຮັບ​ກໍຫຼາຍ​ຂື້ນ​ເຮັດ​ໃຫ້​ຜູ້​ຍິງ​ກ້າ​ຫຼາຍ​ຂື້ນ​ທີ່​ຈະ​ກ້າວ​ອອກ​ຈາ​ກຊີວິດ​ຄູ່ ! ຈົນ​ມີ​ຄຳ​ເວົ້າບາ​ງປະ​ໂຫຍ​ກທີ່​ຜູ້​ຍິງ​ຈີນ​ດຽວ​ນີ້​ມັກ​ເວົ້າວ່າ: ການ​ເງິນ​ເຮັດ​ໃຫ້​ຂ້ອຍ​ເປັນ​​ເອກະລາດ,ຂ້ອຍ​ບໍ່​ຕ້ອງການ​ໃຜ​ມາ​ເບີ່​ງ​ແຍງ​ດູ​ແລ​ຂ້ອຍ ຂ້ອຍ​ຕ້ອງການ​ຊອກ​ຫາ​ແຕ່​ຄວາມ​ຮັກ​ເທົ່າ​ນັ້ນ. ອື່,ນີ້​ລະ​ເນາະການ​ພັດທະນາ​ກ້າວ​ໄປ​ໄກ ຄວາມ​ຈະ​ເລີ​ນສິວິ​ໄລ ​ເຂົ້າມາ​ແທນ​ຄວາມທຸກ​ຍາກ​ຫຼ້າ​ຫັງ ​ແຕ່​ທຸກ​​ອັນ​ຍ່ອມ​ມີ​ດ້ານ​ບວກ​​ແລະ​ດ້ານ​ລົບ​! ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈຶ່ງ​ມາ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້!

​ເພງ

ຂະນະ​ນີ້​ທ່າ​ນພວມຟັງ​ລາຍການ​ເບິ່ງ​ເມືອງ​ຈີນ​ຂ​ອງ CRI FM93Mhz ລາຍການ​ນີ້​ມີ​ໃຫ້​ທ່ານຟັງ​ທຸກ​ຄືນ​ແຕ່ 19-19:50 ​ເອົາ​ມາ​ລົມ​ກັນ​ຕໍ່​​ເນາະກ່ຽວ​ກັບ​ບັນຫາ​ສັງຄົມ​ບັນຫາ​ຄອບຄົວ​ການ​ຢ່າ​ຮ້າງ​ຢູ່ຈີນມີຫຼາຍ​ຂື້ນ​ດຽວ​ນີ້! ສຳນັກ​ຂ່າວສານ ຊິ​ນີຮວາ​ທີ່​ເປັນ​ສຳ​ນັກ​ຂ່າວ​ທາງ​ການ​ທີ່​ສຸດ​ຂອງ​ຈີນ​ກໍ​ໄດ້​ພິມ​ບົດ​ໜຶ່ງ​ອອກ​ມາ​ກ່ຽວ​ກັບ​ເລື່ອງ​ນີ້ ມີ​ຕອນ​ໜື່ງຂຽນ​ວ່າ: ການ​ຢ່າ​ຮ້າງ​ຢູ່​ຈີນ​ດຽວ​ນີ້​ແມ່ນ​ຜູ້ຍິງ​ເປັນ​ຜູ້​ລິ​ເລີ່​ມນັ້ນມີ​ຫຼາຍຂື້ນ ​ແລະ ດຽວ​ນີ້​ມີ​ກາຍ​ເຄິ່ງໜຶ່ງ​ຂອງ​ກໍລະນີ​ການ​ຢ່າ​ຮ້າງ​ແມ່ນ​ຝ່າຍ ຍິງ​ເປັນຜູ້​ເລີ່​ມກ່ອນ ບໍ່​ວ່າ​ຈະ​ເປັນສະຖານ​ທີ່​ທີ່​ໃກ້​ກັນ​ຫຼາຍ​ເຊົ່ນປັກ​ກິ່ງ ກັບ​ຊິ່ນ​ຈ່ຽງ ກໍ່​ມີ​ສະພາບ​ຄ້າຍໆ​ກັນ​ວ່າ​ຊັ້ນ ! ສັງຄົມ​ເລີ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ຈາ​ຄວາມ​ອັບອາຍ​ຂາຍໜ້າ​ທີ່​ຍ່າ​ຮ່າງ​ງກັນ ມາ​ເປັນ​ສິດ​ໃນ​ການ​ທີ່​ຈະ​ເລືອກ​ແລະ​ເປັນ​ເລື່ອງ​ສ່ວນ​ຕົວ! ອັນ​ນີ້​ແມ່ນ​ຄໍາ​ເວົ້າ​ຂອງ​ຜູ່​ຊ່ຽວຊານ​ດ້ານ​ໃຫ້​ຄໍາ​ປຶກສາ​ບັນຫາ​ແຕ່ງງານ​ຂອງ​ໂຮງງໝໍ​ຈິດຕະ​ເພ​ດ​ໂອ​​ແລັມປິກ​ປັກ​ກິ່ງ​ແຫ່ງ​ຊາດ ! ຊ່ຽວຊານ​ຜູ້​ນີ້​ເພິ່ນ​ຍັງ​ທົບ​ທວນຄືນ​ຄໍາ​ສອນ​ຂອງ​ພໍ່​ແມ່​ສະ​ໄໝ​ຍັງ​ນ້ອຍ​ ຄົນ​ດີບ​ບໍ່​ຄວນ​ຢ່າ​ກນ​ແລະ​ການ​ຢ່າ​ຮ້າງ​ກໍ່​ບໍ່​ແ​ມ່ນສິ່ງ​ທີ່​ດີ ສະ​ໄໝ​ແຕ່​ກີ້​ຄົນ​ຈີນ​ຍືດຖື​ກັນ​ຫຼາຍ​ໃນ​ການ​ເຕົ້າ​ໂຮມ​ກັນ​ໃນ​ຄອບຄົວ ບໍ່​ແທ້​ບໍ່​ວ່າ​ກໍ່​ອົດ​ເອົາກັນ ບໍ່​ປະ​ບໍ່​ຮ້າງ​ກັນ​ເພາະວ່າ: ສະ​ຖາ​ບັນ​ຄອບຄົວ​ຜົວ​ເມຍ​ສໍາ​ຄັຫຼາຍ​ດ້ານ​ໜື່ງກໍ່​ດີ​ແຕ່​ອີກ​ດ້ານ​ໜື່ງກໍ່​ເປັນ​ການ​ບັງຄັບ ​ໃຫ້​ຄູ່​ຜົວ​ເມຍ​ຕົກ​ຢູ່​ໃນ​ສະພາ​ບຢູ່​ນໍາ​ກັນ​ຢ່າງ​ບໍ່​ມີ​ຄວາມສຸກ! ນະ​ໂຍບາຍ​ຂອງ​ປະ​ເທດ​ຕອນ​ນັ້ນ​ກໍ່​ເຄັ່ງ​ຄັດ​ຫຼາຍ​ກ່ຽວ​ກັບ​ການ​ຢ່າ​ຮ້າງ​ນິ​ໃຜ​ຊິ​ປະຊິ​ຮ້າງ​ນິ  ​ໃຜ​ຊຊິ​ປະຊິ​ຮ້າງ​ກັນ​ຕໍ່​ຕ້ອງ​ໄດ້ຂຽນ​ໃບ​ສະ​ເໜີ ​ເຖິງ​ບ່ອນ​ທີ່​ຕົນ​ເອງ​ເຮັດ​ວຽກ​ຫຼື​ອໍານາດ​ການ​ປົກຄອງ​ຊົ່ວ​ຊິ​ພິຈາລະນາ​ຕົກລົງ​ກັນ​ໃຫ້​ຢູ່​ຫຼື​ໃຫ້​ຢ່າ​ຮ້າງ​ກໍ່​ກິນ​ເວລາ​ຢ່າງ​ໜ້ອຍ​ກໍ່​ເດືອນ​ໜື່ງພຸ້ນ​ລະ! ສະພາບ​ແນວ​ນີ້​ຢູ່​ມາ​ຈົນ​ຮອດ​ປີ 2003 ພີ້​ໄດ໋ທ່ານ​ຜູ້​ຟັງ.ເພາະວ່າ​ປີ​ນັ້ນ​ສະພາ​ແຫ່ງ​ຊາດ​ຕົກລົງ​ຍົກ​ເລີກ​ລະບຽບ​ການ​ນີ້​ໃຜ​ຢາກ​ປະກັນ​ແຍກ​ທາງ​ກັນ​ກໍ່​ຈົດ​ທະບຽນ​ຢ່າ​ຮ້າງ​ໄດ້​ໂລດ ພໍ​ປະກາດ​ຍົກ​ເລີກ​ລະບຽບ​ນີ້​ເປັນ​ປີ​ທໍາ​ອິດ ​ເລີຍ​ກໍ່​ມີ​ຄູ່​ຜົວ​ເມຍປະກັນ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ເຖິງ 1 ລ້ານ 3 ​ແສນ​ຄູ່ ທີ່​ເປັນຕົວ​ເລກ​ສູງ​ສຸດນັບ​ແຕ່​ປີ 1949 ​ເປັນ​ຕົ້ນ​ມາ! ຕົວ​ເລກ​ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເລີຍ​ວ່າ: ຮີດຄອງ​ປະ​ເພນີ​ບາງ​ອັນ​ແລະ​ລະບຽບ​ກົດໝາຍ​ບາງ​ງອັນ​ກ່ຽວ​ກັບ​ການ​ແຕ່ງງານ​ກົດ​ຂີ່​ຂົ່ມ​​ເຫງກ່ຽວ​ກັບ​ຈິດ​ໃຈ​ຂອງ​ຄູ່​ຜົວ​ເມຍ ຫຼາຍ​ຕູ່​ໂດຍ​ສະ​​ເພາະ​ຝ່າຍ​ຍິງ​ບາງ​ເທື່ອ​ຜົວ​ບໍ່​ດີ​ຂີ້​ເຫຼົ້າ​ເມົາ​ຢາ​ມາ​ແລ້ວ​ກໍ່​ຕົບ​ຕີ​ໃຊ້​ຄວາມ​ຮຸນ​ແຮງ​ກັບ​ເມຍ​ກັບ​ລູກ​ແຕ່​ກໍ່​ຍອມ​ເພາະ​ຍ້ອນ​ຖ້າ​ປິ​ກັນ​ກໍ່​ຍ້ານອາຍ​ບ້ານ​ອາຍ​ເມືອງ​ຫຼື​ຕົນ​ເອງ​ກໍ່​ລ້ຽງ​ຕົນ​ເອງ​ບໍ່​ໄດ້​ອັນ​ໃດ​ກໍ່​ຂື້ນ​ກັບ​ຜົວ​ໝົດ ອັນ​ນີ້​ກໍ່​ທໍລະມານ​ຈິດ​ໃຈ​ຜູ້ຍິງ​ແທ້​ໄດ໋​ເນາະ! ​ເອົາ​ຟັງ​ເພງ​ກ່ອນ​ແລ້ວ​ຈື່ງ​ມາ​ລົມ​ກັນ​ຕໍ່!

​ເພງ

ຂະນະ​ນີ້​ມິດ​ລາ​ຍການ​ພວມ​ຢູ່​ໃນ​ບັນຍາກາດ​ຂ​ອງລາຍການ​ເບິ່ງ​ເມືອງ​ຈີນ​ຂອງ…….ຢາກ​ຟັງ​ລາຍການ​ນີ້​ທີ່​ອຸດົມສົມ​ບູນ​ໄປ​ດ້ວຍ​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບປະ​ເທດ​ຈີນ​​ແລະ​ເພ​ງຈີນ​ມ່ວນໆ​ກໍ​ປັ​ບຄື້ນວິທະຍຸ​ຂອງ​ທ່ານ​ມາ​ທີ່ CRI ​ໃນ​ເວລາ19​ໂມງ​ໂລດ, ວັນ​ເສົາ-ອາທິດ​ ກໍ​ມີ​ປົກະຕິ​ບໍ່​ເຄີຍ​ຂາດ.ມາ​ລົມ​ກັນ​ຕໍ່​ເນາະກ່ຽວ​ກັບ​ສະພາບ​ຂອງ​ສັງຄົມ​ຈີນ​ທີ່​ປ່ຽນ​ໄປ​ກ່​ຽວກັບ​ການ​ຢ່າ​ຮ້າງ​ທີ່​ມີ​ເພີ່ມ​ຂື້ນ​​ແລະ​ກໍ​​ແມ່ນ​ຝ່າຍ​ຍິງ​ເປັນ​ຜູ້​ຂໍ​ຢ່າ​ສ່ວນ​ຫຼາຍ ຜູ້​ຊ່ຽວຊານ​ຈີນ​ເວົ້າວ່າ: ​ແຕ່​ກີ້​ຍ້ອນ​ມີ​ລະບຽບ​ເຄັ່ງຄັດ​ໃນ​ການ​ປະ​ຮ້າງ​ກັນ ​ແລະ ຄວາມ​ອາຍຕໍ່​ສັງຄົມ​ແຕ່​ມັນ​ກໍ​ບໍ່​ໄດ້​ຮັບປະກັນ​ຊີ​ວິ​ດຄູ່​ມີ​ຄວາມສຸກ ສະນັ້ນມາ​ເບິ່ງ​ອັດຕາ​ການ​ຢ່າ​ຮ້າງ​ທີ່​ສູງ​ຂື້ນ​ດຽວ​ນີ້​ດ້ານ​ໜື່ງມັນ​ກໍ​ສະ​ແດງ​ເຫັນ​ຄວາມ​ປ່ຽນ​ແປງ​ໃນ​ສັງຄົມຈີນ​ຫຼາຍ ​ເມື່ອ​ບັນຫາ​ປາກ​ທ້ອງ ບັນຫາ​ຄວາມທຸກ​ຍາກ ຈົນ​ໄດ້​ແບ່ງ​ໜານ​ໂວ​ງກັນ​ມັນ​ໄດ້​ໝົດ​ຍຸກ​ໄປ​ແລ້ວ ຄົນ​ເຮົາ​ກໍ​ສະ​ແຫວ​ງຫາ​ຄວາມສຸກ ຄວາມ​ພໍ​ໃຈ ດ້ານ​ຈິ​ດ​ໃຈ ​ແລະ ຄວາ​ມຮູ້​ສື​ກຫຼາຍ​ຂື້ນ ການ​ຢ່າ​ຮ້າງ​ແມ່ນ​ຢູ່​ວ່າ​ເປັນ​ການ​ນຳ​​ເອົາ​ຄວາມ​ເຈັບ​ປວດ​ມາ​ໃຫ້​ຫຼາ​ຍຄົນ ​ແຕ່​ຄົນ​ຈີນ​ຍຸກ​​ໃໝ່​ບໍ່​ຄ່ອຍ​ສົນ​ໃຈ​ເລື່ອ​ງນີ້​ປານ​​ໃດ ! ຜູ້​ຊ່ຽວຊານ​ຈີນ​ດ້ານ​ຄອບຄົວ​ຜູ້​ໜຶ່ງ​ບອກ​ວ່າ: ລຸ້ນຄົນທີ່​ເກີດ​ຫຼັງ​ຊຸມ​ປີ 1980 ມັກ​ເຂົ້າ​ໃຈ​ຜິດ​ຂອງ​ຄຳ​ວ່າ​ແຕ່ງງານ ສະນັ້ນຈຶ່ງ​ເຮັດ​ໃຫ້​ອັດຕາ​ການ​ຢ່າ​ຮ້າງ​ສູງ​ຫຼາຍ. ການບໍ່​ຮັກ​ກັນ​ແທ້ ການ​ບໍ່​ແຄ​ກັນ ການ​ບໍ່​ມີ​ເວ​ລາ​ໃຫ້​ກັນ ຄວາມ​ບໍ່​ປັບ​ຕົວ​ເຂົ້າຫາ​ກັນ ຖື​ວຽກ​ເປັນ​ໃຫຍ່​ເກີ​ນ​ໄປ ມັກ​​ແຟຊັ່ນ ມັກ​ຫຼິ້ນ​ມັກ​ທ່ຽວ ບໍ່​ສົນ​ນຳ​ຄວາ​ມຮູ້ສຶກຄຸູ່ສົມຣົດຂອງ​ຕົນ​ເອງ ​ແລະ ຄັນ​​ເກີດ​ບັນຫາ​ກໍ​ແກ້​ງ່າຍໆ ​ແຍກ​ທາງ​ກັນ​ໂລດ ອັນ​ນີ້​ອັນຕະລາຍ​ຫຼາຍ ​ໂດຍ​ສະ​ເພາະ​​ແມ່ນ​ໄລຍະ 2ປີ ​ທຳ​ອິດ​ຂອງ​ການ​ແຕ່ງງານ​ເຫດຜົນ​ຂອງຄົນລຸ້ນ​ໃໝ່​ມັກ​ປະກັນ​ສ່ວນ​ຫຼາຍ​ສູ່​ມື້​ນີ້​ຢູ່ຈີນ​ແມ່ນຕ່າງ​ຝ່າຍຕ່າງ​ເອົາ​ໃຈ​ໂຕ​ເ​ອງ ບໍ່​ສົນ​ຄວາ​ມຮູ້ສຶກ​ຂອງ​ຝ່າຍ​ກົງກັນຂ້າ​​ມວ່າ​ຕ້ອງການ​ຫຍັງ ຢາກ​ເຮັດ​ຫຍັງ ການ​ມີ​ລູກ​ຄົນ​ດຽວ​ກໍ​ແນ່ນອນ​ວ່າ​ຖືກ​ລ້ຽງ​ດູ​ເອົາ​ໃຈ​ຈ​າກຄົນຢ່າງ​ໜ້ອຍ 6ຄົນ ​ແລ້ວ​ກໍ​ເລີຍ​ກາຍ​ເປັນ​ຄົນ​ເຫັນ​ແກ່​​ຕົວ ​ເອົາ​ໃຈ​ໂຕ​ເອງ ​ເມື່ອ​ມາ​​ແຕ່ງງານ​ກັນນິ​ໄສ​ນັ້ນກໍ​ຍັງ​ຕິດມາ​ຢູ່ ກໍ​ເລີຍ​ບໍ່​ສົນ ບໍ່​ແຄ​ກັນ ຊີວິດ​ຄູ່​ເຮັດ​ແນວ​ນັ້ນມັນ​ກໍ​ບໍ່​ໄປ​ລອດ​ແທ້​ໄດ​ເນາະທ່ານ​ຜູ້​ຟັງ ບໍ່​ແມ່ນ​ວ່າ​ໄດ້​ເມຍ​ແລ້ວ​ຍັງ​ອອກ​ເຮືອນ​ຕະຫຼ​ອດມົ້ວສຸມ​ກັບ​ໝູ່ ກັບ​ເຫຼົ້າຢາ​ປາ​ປີ້ງ​ໜັກ​ຄື​ເກົ່າ ຫຼື​​ຝ່າ​ຍ​ເມຍ​ກໍ​ເປັນ​ນັກ​ແຕ່ງ​ ນັກ​ຫຼິ້ນ​ນັກ​ທ່ຽວ ມັນ​ກໍ​ບໍ່​ລອດ​ແທ້​ໄດ​ເນາະ ! ​ເອົາ​,ປ່ຽນ​ບັນຍາກາດ…………

​ເພງ


ຟັງ​​ເພງ​ຜ່ານ​ໄປ​ແລ້ວ ມາ​ຟັງ​ເຫດຜົນ​ການ​ອະທິບາຍ​ຂອງ​ຊ່ຽວຊານ​ຈີນ​ກ່ຽວກັບສ​າ​ເຫດ​ຂອງ​ການ​ຢ່າ​ຮ້າງ​ທີ່​ເພີ່ມ​ຂື້ນ​ຢູ່​ຈີນ​ໃນປະຈຸ​ບັນ! ​ເພິ່ນ​ວ່​າ: ຄວາ​ມຈິງ​ແລ້ວ​ດຽວ​ນີ້​ຄົນ​ເຫັນ​ແກ່​ຕົວ​ຫຼາຍ​ຂື້ນ​ອີ່ຫຼີ ບໍ່​ແຄ​ບໍ່​ສົນ​ຄວາມ​ຮູ້ສຶກ​ຂ​ອງຜູ້​ອື່ນ. ​ເລື່ອງ​ຜົນ​ປະ​ໂຫຍ​ດ​ດ້ານ​ການ​ເງິນກໍ​ເປັນສາ​ເຫດ​ໜຶ່ງ​ທີ່​ສຳຄັນ ທີ່​ກໍ່​ໃຫ້​​ເກີ​ດການ​ຢ່າ​ຮ້າງ ລາງ​ເທື່ອ​ປະກັນ​​ເພື່ອ​ຫວັງ​ແບ່ງ​ສິນ​ສົມ​ສ້າງ​ກໍ​ມີ ບໍ່​ວ່າ​ຊິ​ເປັນ​ເຮືອນ,ດິນ,ລົດ,ບ້ານ​ແລະ​ຊັບ​ສິນ​ອື່ນໆ ​ໂດຍ​ສະ​ເພາະ​ຢູ່​ຈີນ​ແມ່ນ​ເຮື​ອນນິລະ ​ເພາະ​ດຽວ​ນີ້​ຢູ່​ຕາມ​ຕົວ​ເມື​ອງ​ໃຫຍ່​ເຮືອນ​​ແພງ​ພິລຶກ ຫຼາຍ​ຄູ່​ຜິດ​ຖຽງ​ກັນ​ຂື້ນ​ໂຮງ​ຂື້ນ​ສານ​ຕັດສິນ​ເລຶ່ອງ​ແບ່ງ​ສິນ​ສົມ​ສ້າງ ​ໂດຍ​ສະ​ເພາະ​ເຮືອນ. ອີກ​ເລື່ອງ​ໜຶ່ງ​ທີ່​ຢ່າ​ຮ້າງ​ກັນ​ແມ່ນ​ຜົວ​​ເປັນ​ຄົນ​ມີ​ເງິນ ​ແລ້ວ​ໄປ​ລັກ​ມີ​ກິກ ຫຼື ມີ​ເມຍ​ນ້ອຍ​ຢ່າງ​ບັງອາດ​ເປີ​ດ​ເຜີຍ ກໍ​ເປັນ​ອີກ​ສາ​ເຫດ​ໜຶ່ງ​ຂອງ​ການ​ປະ​ຮ້າງ​! ​ເສດຖີ​ໃໝ່​ຈີນຫຼາ​ຍຄົນ​ມັກ​ປະ​ເມຍ​ເກົ່າ​ໄປ​ແຕ່ງງານ​ກັບ​ສາວ​ໃໝ່ທີ່​ງາມ ​ເຊັກ​ຊີ້​ກ່ວາ​ເມຍ​ເກົ່າ ! ອັນ​ນີ້​ແມ່ນ​ທ່ານ ຢາງ ສຽວຫຼິນ ນັກ​ກົດໝາຍ​ການ​ຢ່າ​ຮ້າ​ງຢູ່​ປັກ​ກິ່ງ​ເວົ້າ​ໄດ​ນິ ! ຜູ້​ຊາຍ​ທີ່​ມີ​ເງິນ​ຫຼາຍ ຫຼາຍ​ຄົນ​ມັກ​ມີ​ແຟນ​ເກັບ ຊ່ຽວຊານ​ຈີນ​ແນະນຳ​ວ່າ: ພື້ນຖານ​ຂອງ​ຊີວິດ​ຄູ່​ມັນ​ແມ່ນ​ຄວາ​ມຮັກ ຄວາ​ມ​ເຂົ້າ​ໃຈ ​ແລະ ຮູ້​ໃຫ້​ອາະໄພ ຄົນ​ລຸ້ນ​ໃໝ່​ຄວນ​ໃຊ້​ເວລາ​ຕື່ມ​ໃນ​ການ​ເບິ່ງ​ກັນ​ໃຫ້​ຄັກ​ກ່ອນ​ແຕ່ງ ! ຫຼາຍ​ຄົນ​ໄດ໋ທີ່​ປະ​ຮ້າງ​ເທື່ອ​ທຳ​ອິດ ​ໄດ້​ບົດ​ຮຽນ​ທີ່​ເຈັບ​ແສບ​ແລ້ວ​ກໍ​ຄ່ອຍ​ເບິ່ງ ຄ່ອຍ​ເລືອກ ດ້ວຍ​ຄວາມ​ລະ​ມັດ​ລະວັງ ສຸ​ດທ້າຍ​ກໍ​ໄດ້ ຜົວ​ດີ ​ເມຍ​ດີ ມີ​ຄວາມສຸກ. ນາງ ຫວາງ ທີ່​ມີ​ຄວາມ​ສຸກ​ໃນ​ການ​ແຕ່ງງານ​ເທື່ອ​ທີ 2 ບອກ​ວ່າ: ຢ່າ​ມົວ​ເມົາ​ນຳ​ແຕ່​ຄວາມ​ງາມ ຄວາມ​ເຈົ້າຊູ້ ບໍ່​ມີ​ຊາຍ​ໃດ ຍິງ​ໃດ​ສົມ​ບູນ​ແບບ​ດັອກ ! ​ເບິ່ງ​ຄວາມ​ດີ ຄວາມ​ອົດທົນ ຄວາ​ມຮັກ​ຈິງ ຄວາມ​ຊື່ສັດ ຄວາມ​ເປັນ​ຜູ້​ໃຫຍ່​ຂອງ​ລາວ​ດີ​ກ່ວາ ! ​ໃຊ້​ເວລາ​ເພື່ອ​ເຂົ້າ​ໃຈ​ລາວ ​ແລະ ທັງ​ເຂົ້າ​ໃຈ​ໂຕ​ເອງ​ພ້ອມ.

​ເພງ

ຈົບ