ໃຫ້ຂອງ​ຂວັນ

(GMT+08:00) 2012-02-09 14:50:17     cri
ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ​ທຸກໆ​ທ່ານ! ຮອດ​ເວລາ​ນີ້ 19​ ໂມງ​ຂອງ​ທຸກ​ຄືນ​ໜຸ່ມ​ໃຫຍ່​ກໍ​ນຳ​ເອົາ​ລາຍການ​ເບິ່ງ​ເມືອງ​ຈີນ​ກັບ​ມາ​ພົບ​ກັບ​ມິ​ດລາຍການ​ອີກ​ແລ້ວ​ເປັນ​ປະຈຳ​ທຸກ​ຄືນ​ບໍ່​ໄດ້​ຂາດ! ​ເວົ້າ​ເລື່ອງ​ດິນ​ຟ້າ​ອາກ​າດ​ແລ້ວ​ໃນ​ເດືອນ​ມັງກອນ​ນີ້​ກໍ​ຖື​ວ່າ​ເປັນ​ເດືອນ​ທີ່​ໜາວ​ທີ່ສຸດ​ລະ ບໍ່​ວ່າ​ຈະ​ຢູ່​ຈີນ​ຢູ່​ລາວ​ກໍ​ຄື​ກັນ​ເຫັນ​ວ່າ​ຢູ່​ວຽງ​ຈັນ​ມື້​ນີ້​ອາກາດ​ໜາວ​ແຮງ ໜາວ​ຄ່ອຍ​ ມື້​ເຢັນ ມື້​ອຸ່ນ ປ່ຽນ​ໄປ​ປ່ຽນ​ມາ​ແນວ​ນີ້​ລອງ​ຂື້ນ​ໄປ​ຜົ້ງສາລີ ຊຽງ​ຂວາງ ຫົວພັນລອງ​ເບິ່ງ​ຄັນ​ໝອກ​ບໍ່​ກົ້ວ​ໂລດ! ຊຳ​ເໜືອ ຊຽງ​ຂວາງ ບາງ​ຄືນ ບາງ​ເຊົ້າ ບາງ​ແລງ​ອຸນຫະພູມ​ລົງ​ເກືອບ​ຮອດ 0ອົງສາ​ພຸ້ນ​ໄດ! ຢູ່​ຈີນ​ໃນ​ເດືອນ​ມັງກອນ​ນີ້​ຂື້ນ​ໄປ​ເໜືອ​ທໍ່​ໃດ​ແຮ່ງ​ໜາວ​ຂື້ນ​ໜາວ​ຂື້ນ​ລະ! ນະຄອນຫຼວງ​ປັກ​ກິ່ງ​ກໍ​ຕັ້ງຢູ່​ພາກ​ເໜືອ​ຂອງ​ຈີນ​ແລ້ວ​ໄດ​ທ່ານ​ຜູ້​ຟັງ ​ໄລຍະ​ເດືອນ​ນີ້​ອາກາດ​ໜາວ​ແຮງ​ອຸນຫະພູມ​ລົງ​ຕ່ຳ​ຮອດ -10 ອົງສາ​ກໍ່​ມີ​​ໄດ໋ ບາງ​ເທື່ອ​ຫິມະ​ກໍຕົກ​ອີ​ກ ຄັນ​ໄດ້​ຕົກ​ແຮງ​ເທື່ອ​ໜື່ງ​ແລ້ວ​ເປັນ 1-2ອາທິດ​ພຸ້ນ​ລະ​ມັນ​ຈັ່ງ​ເປື່ອຍ​ຈັ່ງ​ລະລາຍ​ໝົດ ​ໂດຍ​ສະ​ເພາະ​ບ່ອນ​ຫົ່ມ​ບ່ອນ​ບໍ່​ຖືກ​ແສງ​​ແດດ​ແຮ່ງ​ນານ​ເປື່ອຍ ຫຼື​ວ່າ​ຢາກ​ໄປ​ທ້າ​ທາຍ​ຄວາມ​ໜາວ​ກ່ວາ​ນີ້​ກໍ​ຂື້ນ​ໄປ​ຮ່າ​ປິ່ນ​ພຸ້ນ​ແລ້ວ​ແດນ​ຫິມະ​ແດນ​ນ້ຳກ້ອນ ​ເມືອງ​ທ່ອງ​ທ່ຽວ​ລະດູ​ໜາວ​ທີ່​ລື​ຊື່​ຂອງ​ຈີນ ຄວາມ​ໜາວ -20ຫາ-30​ ກໍ່​ມີ! ​ເອົາ, ຈະ​ໄປ​ໃສ? ພາກ​ເໜືອ​ຂອງ​ລາວ ຫຼື ຈະ​ໄປ​ຈີນ​ຍາມ​ນີ້​ເດືອນ​ມັງກອນ​ນີ້​ກໍ​ຢ່າ​ລືມ​ກຽ​ມ​ເຄື່ອງ​ກັນ​ໜາວ​ໄປ​​ເຕັມ​ອັດຕາ​ໂລດ​ລະ​ເນາະ! ​ແຕ່​ວ່າ​ສຳລັບ​ເລື່ອງ​ທີ່​ຈະ​ເວົ້າສູ່​ຟັງ​ແທ້ໆ​ສຳລັບ​ຄືນ​ນີ້​ໜຸ່ມ​ໃຫຍ່​ຈະ​ເວົ້າ​ເຖິງ​ຂອງ​ຂັວນການ​ໃຫ້​ຂອງ​ຂັວນ​ໃນ​ໂອກາດ​ສຳຄັນ​ຕ່າງໆ​ຂອງຄົນຈີນ​ເຂົາ​ເຈົ້າຖື​ແນວ​ໃດ? ຄວນ​ໃຫ້​ຫຍັງ? ບໍ່​ຄວນ​ໃຫ້​ຫຍັງ ?​ແຕ່​ວ່າ​ມາ​ຟັງ​ເພງ​ຊຸດ​ທຳ​ອິດ​ຂອງ​ລາຍການ​ກ່ອນ​ເນາະ​ແລ້ວ​ຈະ​ກັບ​ມາ​ເວົ້າ​ໃຫ້​ຟັງ!

​ເພງ

2​ເພງ​ທຳ​ອິດ​ຈາກ​ລາຍການ​ຜ່ານ​​ໄປ​ແລ້ວ! 711477 / 9300 ຄຳ​ເຫັນ ຢາກ​ຮູ້​ເລື່ອງ​ເມືອງ​ຈີນ….......! ​ເອົາ, ບັດ​ນີ້​ໜຸ່ມ​ໃຫຍ່​ກໍ​ຈະ​ເວົ້າ​ເຖິງ​ຄວາມ​ເຊື່ອ​ໃນ​ການ​ມອບ​ການ​ໃຫ້​ຂອງ​ຂັວນ​ແກ່​ກັນ​ຂອງ​ຄົນ​ຈີນ​ສູ່​ຟັງ! ​ເວົ້​າ​ເລື່ອງ​ຂອງ​ຂັວນນິບໍ່​ຈຳ​ເປັນຕ້ອງ​ແມ່ນ​ເຄື່ອງ​ຂອງ​ແພງໆ​ສະ​ເໝີ​ໄປ​ດັອກ!​ ສຳ​ຄັນ​ແມ່ນ​ຄວາມ​ຈິງ​ໃຈ​ກາ​ນຊ່າງ​ເລືອກ​ສິ່ງ​ຂອງ​ທີ່​ເໝາະ​ສົມ​ກັບ​ຄົນຮັບ ​ເໝາະ​ກັບ​ກາລະ​ເທສະ​ຕ່າງ​ຫາກ​ແມ່ນ​ບໍ່​ທ່ານ​ຜູ້​ຟັງ! ຂໍ້​ຄວນ​ລະວັງ​ອັນ​ໜຶ່ງ​ທີ່​ຄົນຈີນ​ເຂົາ​ຖື​ກັນ ທີ່​ທ່ານ​ອາດ​ຫວັງ​ດີ​ແຕ່​ກາຍ​ເປັນ​ທາງ​ລົບ​ແມ່ນ​ຫຍັງ? ຄື​ທ່ານ​ບໍ່​ຄວນ​ມອບ​ຂອງ​ຂັວນ​ແພງໆ​ໃຫ້​ໝູ່​ເພື່ອນ​ທຳ​ມະ​ດາ​ທົ່ວ​ໄປ ຫຼື ​ໃຜ​ກໍ​ຕາມ​ທີ່​ທ່ານ​ໃຫ້​ກໍ່​ໄປ​ຢາມ​ເທື່ອ​ທຳ​ອິດ​ແລ້ວ​ຂອງ​ຂັວນ​ແພງໆ​ມີ​ຄຸນຄ່າ​ລາຄາ​ສູງໆ​ໄປ​ມອບ​ໃຫ້​ເພາະ​ວ່າ​ຜູ້​ໄດ້​ຮັບ​ອ​າດຄິດ​ວ່າ​ທ່ານ​ກຳລັງ​ໃຫ້​ສິນ​ບົນ​ແກ່​ເຂົາ​ເຈົ້າຫຼື​ຕ້ອງການ​ຊ່ວຍ​ເຫຼືອ​ຈາກ​ເຂົາ​ເຈົ້າ! ຄົນ​ຈີນ​ຖື​ແນວ​ນັ້ນ​ໄດ! ບັດ​ນີ້​ເວລາ​ທີ່​ທ່ານ​ໄປ​ຫຼິ້ນ​ໄປ​ທ່ຽວ​ໃສ​ມາ​ໄປ​ທ່ຽວ​ບ່ອນ​ໄກໆ​ພຸ້ນ​ລະ ​ເຄື່ອງ​ຕ້ອນ​ຂອງຝ​າກທີ່​ຄົນ​ຈີນ​ມັກ​ຊື້​ມາ​ຝາກ​ກັນ​ກໍ​ແມ່ນ​ຂະໜົມໝາກ​ໄມ້​ແຫ້ງ ຊາ ​ເຫຼົ້າ​ແວງ ຫຼື​ຜະລິດ​ຕະພັນ​ທີ່​ເປັນ​ຂອງ​ພື້ນ​ບ້າ​ນພື້ນ​ເມືອງ! ຄົນ​ລາວ​ກໍ​ຄື​ກັນ​ເນາະທ່ານ​ຜູ້ຟັງ​ໄປ​ຕ່າງ​ແຂວງ​ກັບ​ວຽງ​ກໍ​ມັກ​ມີ​ອັນ​ຕິດ​ໄມ້​ຕິດ​ມື​ມາ​ຝາກ​ມາ​ຕ້ອນ​ຊູ້​ຕ້ອນ​ແຟນ ລູກ​ເມຍ​ຜົວ​ ໝູ່ຄູ່ ຍາ​ດພີ່ນ້ອງ​ຢູ່​ວຽງ​ຄື​ກັນ! ຄັນ​ໄປ​ຊຽງ​ຂວາງ​ກໍ​ແມ່ນ​ນົກ​ແອ່ນ​ຕຸ້ງຫຼື​ວ່າ​ແຈ່ວ​ປາ​ແດກ​ຊຽງ​ຂວາງ​ຍັດ​ໄສ້​ໝາກ​ເຜັດ​ໃຫຍ່​ບໍ່?ຄັນ​ໄປ​ຊຳ​ເໜືອກໍ​ແຈ່ວ​ປາບ້ຳບໍ່? ​ໄປ​ໄຊ​ຍະ​ກໍ​ໜັງ​ຍຳ​ໜຸ້ມໆ​ບໍ່? ​ໄປ​ຫຼວງ​ພະ​ບາງ​ແຫ່ງຫຼາຍ​ອັນ​​ເນາະ ຈັກ​ເຂົ້າໜົມຂີ້ໜູ ຈັກ​ແຈ່ວ​ບອງ ​ໄຄ​ແຜ່ນ ສະ​ຄ່າ​ນ​ໄປ​ແນວ​ນັ້ນກໍ໋ ຄັນ​ໜຸ່ມ​ໃຫຍ່​ຂື້ນ​ເມື​ອ​ເໜືອ​ບໍ່​ວ່າ​ຈະ​ເປັນຫຼວງ​ພະ​ບາງ ອຸດົມ​ໄຊ ບໍ່​ແກ້ວ ຫຼວງ​ນ້ຳທາ ອັນ​ທີ່​ຂາດ​ບໍ່​ໄດ້​ຕ້ອງ​ຊອກ​ກິນ​ເຂົ້າຊອຍ​ຮ້ານ​ແຊບໆ​ໂລດ​ລະ ຄັນ​ຂື້ນ​ຫຼວງ​ພະ​ບາງ​ກໍ​ຕ້ອງ​ກິນ​ເອາະ​ຫຼາມ ສີມື​ຄົນ​ພື້ນ​ເມືອງ​ແທ້ໆ ​ໂອ່! ສຸດ​ຍອດ​ ບາ​ງຄົນ​ລົງ​ປາກ​ເຊ​ມັກ​ຕິດ​ມື​ມາ​ກໍ​ແມ່ນ​ປາ​ແຫ້ງ​ໂລດ​ລະ​ເນາະ! ຄັນ​ໄປ​ສະຫວັນ​ນະ​ເຂດ​ກໍ​ຄື​ສິ​ແມ່ນ​ຊີ້ນ​ສະຫວັນ ຫຼື ສົ້ມໝ້ຳທັງ​ແຫ້ງທັງ​ຊຸ່ມ​ໂລດ​ລະ​ເນາະ! ຄັນ​ກັບ​ມາ​ແຕ່​ສາລະ​ວັນ​ກໍ​ແມ່ນ​ເຫຼົ້າຂາວ​ເມືອງ​ຄົງ​ບໍ່? ​ໂອ່, ​ເວົ້າ​ໄປ​ເວົ້າມາ​ໜຸ່ມ​ໃຫຍ່​​ເຈີດ​ອອກ​ຈາກ​ເລື່ອງ​ຫຼັກ​ຂອງ​ລາຍການ​ມື້​ນີ້​ຫຼາຍລະ​ໄດ​ເນາະ! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຊິ​ກັບ​ມາ​ເວົ້າສູ່​ຟັງ​ຕໍ່​ວ່າ​ໃຫ້​ຂອງ​ຂັວນຄົນ​ຈີນ​ຄວນ​ໃຫ້​ຫຍັງ​​ແລະ​ບໍ່​ຄວນ​ໃຫ້​ຫຍັງ

​ເພງ

2​ເພງ​ຈົ​ບ​ໄປ​​ແລ້ວ​ບັດ​ນີ້​ໜຸ່ມ​ໃຫຍ່​ຈະ​ເວົ້າ​ໃຫ້​ຟັງ​ກ່ຽວ​ກັບ​ວັດ​ຖຸສິ່ງ​ຂອງບາງ​ອັນ​ທີ່​ບໍ່​ຄວນ​ເອົາ​ໃຫ້​ເປັນ​ຂອງ​ຂັວນ​ແກ່​ຄົນ​ຈີນ. ອັນ​ທຳອິດ​ແມ່ນ​ແພ​ສາ​ລີ່ ທີ່​ບາງໆ​ ງາມໆ ​ອ່ອນໆ​ ໜຸ້ມໆຫັ້ນນະ​ບໍ່​ຄວນ​ຊື້​ໄປ​ຕອ້ນ​ຄົນ​ເຈັບ​ຄົນ​ໂຊ​ເດີ້ທ່ານ​ຜູ້​ຟັງ, ​ເພາະ​ຄຳ​ວ່າ ​ສາລີ່ ​ໃນ​ພາສາ​ຈີນ​ມັນ​ອອກສຽງ​ວ່າ ຫຼີ ສຽງ​ນີ້​ຊ້ຳພັດ​ໄປ​ອອກສຽງທີ່​ໃກ້​ຄຽງ​​ກັບຄຳ​ວ່າ ຫຼີ ທີ່​ແປ​ວ່າ​ພັດ​ພາກ​ຈາກກັນ. ສຳລັບ​ດອກ​ເບນຈະ​ມາດ ຢ່າ​ເອົາ​ມອບ​ໃຫ້​ຄົນ​ຈີນ​ເປັນຂອງ​ຂັວນ​ເດັດຂາດ ​ເພາະ​ມັນ​ເປັນ​ດອກ​ໄມ້​ສຳລັບ​ປົງ​ສົບ​ຂອງ​ຄົນ​ຈີນ. ບັດ​ນີ້​ຄັນ​ໄປ​ພິທີ​ແຕ່ງງານ ຢ່າ​ເອົາ​ໂມ​ງຊິ​ເປັນ​ໂມ​ງ​ໃສ່​ແຂນ​ຫຼື​​ໂມງ​ແຂວນ​ຝາ​ຫ້ອຍ​ຝາ​ກໍ່​ຢ່າ​ລະ ຢ່າ​ເອົາ​ໄ​ປ​ເປັນ​ຂອງ​ຂັວນ​ໃຫ້​ຄູ່ບ່າວ​-ສາວຄົນ​ຈີນ​ເດີ້, ​ເພາະວ່າ​ໂມງ​​ໃນ​ພາສາ​ຈີນ​ມັນ​ອອກສຽງ​ວ່າ ຊົ່ງຈົງ ທີ່​ໄປ​ຄ້າຍ​ກັບ​ຄຳ​ວ່າ ຊົ່ງຈົງ ທີ່​ແປ​ວ່າ ​ເບິ່ງ​ໃຈ​ເປັນຄັ້ງສຸ​ດທ້າຍ​ຫຼື​ເວົ້າງ່າຍໆ​ກໍ​ແມ່ນ​ຊອມ​ໃຈ​ຫັ້ນລະ! ​ແລ້ວ​ຍາມ​ບຸນ​ກຸດ​ຈີນ​ບຸນປີ​ໃໝ່​ຂອງ​ຄົນ​ຈີນ​ເດຊັ້ນ​ເວລາ​ໄປ​ຢາມ​ເຮືອນ​ຂະ​ເຈົ້າຄວນ​ເອົາ​ຫຍັງ​ຕິດ​ໄມ້​ຕິດ​ມື​ໄປ​​ດີ? ກະ​ຕ່າ​ຂອງ​ຂັວນທຳ​ມະ​ດາ​ທີ່​ມີ​ຫຼາຍ​ອັນ​ຢູ່​​ໃນ​ຫັ້ນກໍ​ພໍ​ແລ້ວ! ອັນ​ໜຶ່ງ​ທີ່​ຄົນ​ຈີນ​ມັກ​ເອົາ​ໄປ​ຕ້ອນ​ໄປ​ຝາກ​ກັນ​ແມ່ນ​ເຄື່ອງກິນ​ເຄື່ອງ​ດື່ມ​ທີ່​ດີ​ຕໍ່​ສຸຂະພາບ ຫຼື​ຂະໜົມ, ຊາ, ກາ​ເຟນິກໍ​ໄດ້​ແລ້ວ!​ ສິ່ງ​ໜຶ່ງ​ທີ່​ຊອກ​ຊື້​ໄດ້​ລະ​ກະ​ບໍ່​ແພງ​ຫຼາຍດັ​ອກ ​ໃນ​ໂອກາດ​ກຸດ​ຈີນ​ຄົນ​ຈີນມັກ​ກິນ​ຫຼາຍ​ທີ່​ສຸດ​ແມ່ນ​ຫຍັງ​ ? ກໍໝາກກ້ຽງ​ນ້ອຍ ກ້ຽງ​ໃຫຍ່​ທີ່​ສີ​ເຫຼືອງໆ​ນິລະ!​ ຄັນ​ໄດ້​ເຕົ້າ​ຫຼື​ໂຖ​ຕົ້ນໝາກກ້ຽງ​ໃບ​ຂຽວໆ​ມີ​ໝາກກ້ຽງ​ເຫຼືອງ​ນ້ອຍ​ຫ້ອຍ​ຢູ່​ຫັ້ນ 4-5 ໜ່ວຍ​ພ້ອມ ປັດ​ໂທ! ຄົນຈີນ​ແຮ່ງດີໃຈ​ເພາະ​ຖື​ເປັນ​ສິຣິມຸງຄຸນ​ຖື​ເປັນ​ໂຊກ​ເປັນ​ລາບໄດ໋!

ແຕ່ກ່ອນ​ຄົນຈີນ​ເວລາ​ເອົາ​ຂອງຂັວນ​ໃຫ້​ຜູ້ໃຫຍ່​ຜູ້ອາວຸໂສ​ທີ່​ເຄົາລົບ​ນັບຖື​ມັກ​ຊື້​ຢາສູບ​ຍີ່ຫໍ້​ແພງໆ​ໃຫ້ກັນ​ແຕ່ວ່າ​ຕອນນີ້​ກໍມີ​ຫາງສຽງ​ຕໍ່ຕ້ານ​ບໍ່​ເຫັນ​ດີ​ນຳ​ໂດຍ​ສະເພາະ​ຢາສູບ​ຫັນ​ລະ​ມັນ​ບໍ່ດີ​ຕໍ່ສຸຂະພາບ!​ ບໍ່ແມ່ນ​ບໍ່ດີ​ລ້າໆລະ ມັນ​ທຳລາຍ​ສຸຂະພາບ​ຂອງ​ຜູ້ຮັບ​ອີ່ຫຼີ​ນິລະ! ​ຕອນ​ໜຸ່ມໃຫຍ່​ເຮັດວຽກ​ຢູ່​ປັກກິ່ງ 4ຫາ5 ປີ​ໄດ້​ມາຢາມ​ວຽງຈັນ​ປີລະ​ເທື່ອ​ຂອງ​ຕ້ອນລາວ​ທີ່​ພະນັກງານ​ຈີນ​ໃຫ້​ພະແນກ​ພາສາລາວ ​20 ກ່ວາຄົນ​ບອກຊື້​ໄປຝາກເຂົາ​ເຈົ້າ​ຢູ່​ປັກກິ່ງ​ແມ່ນຫຍັງຮູ້ບໍ່?​ ກະແມ່ນກາເຟ​ລາວ​ກາເຟດາວ​ນິລະ​ມັກ​ຫຼາຍ​ທັງຫອມ​ທັງ​ລົດຊາດ​ດີ​ຂະເຈົ້າ​ວ່າ!​ບາງຄົນ​ຊ້ຳພັດ​ມັກ​ແຈ່ວ​ບອງ​ຫຼວງພະບາງ​ແທ້ໆ!​ບາດດວງ​ມະນີ​ຜູ້ເວົ້າ​ລາຍການ​ສອນພາສາ​ຈີນ​ໃນຊີວິດ​ປະຈຳ​ວັນ​ຮ່ວມກັບ​ສັງຂານ​ຫັນ​ທີ່ເພິ່ນ​ມັກແທ້​ມັກວ່າ​ຊ້ຳພັດ​ແມ່ນ​ຈືນ​ກ້ວຍແຫ້ງ​ຈາກວຽງຈັນ​ມັກສຸດໃຈ!​ເນ່,ເຫັນບໍ່​ຄວາມມັກ​ຂອງ​ຄົນເຮົາ​ມັນ​ບໍ່ຄືກັນ​ຖ້າທ່ານຮູ້ໃຈ​ຜູ້ຮັບ​ດີ​ລາງ​ເທື່ອ​ຂອງຂັວນ​ລາຄາ​ຖືກໆ​ກໍເຮັດໃຫ້​ເຂົາເຈົ້າ​ທັງ​ດີໃຈ​ທັງມີ​ຄວາມສຸກ​ທັງພໍໃຈ​ຮັບຫຼາຍ​ກ່ວາ​ຂອງ​ຂັວນ​ຂອງຕ້ອນ​ລາຄາແພງໆ​ຫັ້ນ​ອີກຊ້ຳ! ​ເອົາ,ຟັງ​ເພງ​ອີກ​ກ່ອນເນາະ​ແລ້ວຈັ່ງມາ​ລົມກັນຕໍ່​ຈັກໜ້ອຍ

ເພງ

ຂະນະນີ້.................ພວມຟັງລາຍການເບິ່ງ​ເມືອງ​ຈີນ​ຄືນ​ນີ້​ໜຸ່ມໃຫຍ່​ພວມ​ເວົ້າ​ເຖິງ​ການ​ໃຫ້​ແລະ​ຮັບ​ຂອງຂັວນ ຂອງ​ຕ້ອນ ຂອງ​ຝາກ ໃນ​ໂອກາດ​ຕ່າງໆ​ຕາມຄວາມເຊື່ອ​ຂອງ​ຄົນຈີນ​ຢູ່!​ ທ່ານຜູ້ຟັງ​ຮູ້​ບໍ່​ດຽວ​ນີ້​ໃນ​ຂະນະທີ່​ເສດຖະກິດ​ໂລກ​ເກີດ​ວິກິດການ​ຢູ່ຫຼາຍບ່ອນ​ໂດຍສະເພາະ​ຢູ່​ອາເມຣິກາ ຫຼືວ່າ​ຢູ່ເອີຣົບ​ຫຼາຍປະເທດ​ການ​ຊື້ສິນຄ້າຟຸມ​ເຟືອຍ​ກໍຫຼຸດ​ລົງ ຢູ່​ເອີຣົບ​ຫຼຸດລົງ​ຕັ້ງວ່າ 20% ພຸ້ນ! ​ຢູ່​ສະຫະລັດ​ອາເມຣິກາ​ກໍຫຼຸດລົງ 25% ພຸ້ນ​ໄດ​ໃນ​ປີຜ່ານມານິ! ​​ບາດຄົນ​ຈີນ​ຍັງພາ​ກັນ​ລຸຍຊື້​ສິນຄ້າຟຸມ​ເຟືອຍ​ຍີ່ຫໍ້​ດັງໆ​ລະດັບ​ໂລກ​ກັນ​ອຶກກະທຶກ​ຢູ່​ເປັນຕົ້ນວ່າ​ພາກັນ​ຊື້ຢົກ​ລາຄາ​ແພງໆ ຊື້ສິນຄ້າ​ດັງຂອງ​ຕ່າງປະເທດ​ຍີ່ຫໍ້ ຫຼຸຍວິກ​ຕັອນ Loui Vitton ຫຼື​ອື່ນ​ໆ ຍັງ​ພາກັນ​ຊື້​ໄປ​ເປັນຂອງ​ຂັວນປີ​ໃໝ່​ກັນ​ຫຼາຍຢູ່ ຢູ່​ຈີນ​ການ​ຂາຍ​ສິນຄ້າ​ເລົ່າ​ນີ້​ປີ​ກາຍ​ນີ້​ຫຼຸດ​ລົງ​ພຽງ​ແຕ່ 5% ກໍ​ໝາຍ​ຄວາມ​ວ່າ​ຄົນ​ຈີນ​ມີ​ເງິນ​ຫຼາຍຂື້ນ! ບໍ່​ຫຼາຍ​ຈັ່ງ​ໃດ​ທ່ານ​ຜູ້​ຟັງ​ດຽວ​ນີ້​ຢູ່​ຈີນ​ມີ​ເສ​ດຖີຕັ້ງວ່າ​ປະມານ 3 ​ແສ​ນ ຄົນບວກ​ກັບ​ຄົນລະດັບ​ກາງ​ອີກ​ປະມານ 250ລ້ານ​ຄົນ​ພຸ້ນ​ລະ ກຳລັງ​ຊື້​ຊິ​ບໍ່​ໃຫ້​ເຂັ້ມ​ແຂງ​ຫຼາຍ​ຂື້ນ​ແນວ​ໃດ ? ​ແຕ່ລະ​ປີ​ຄົນ​ຈີນ​ຊື້​ສິນຄ້າ​ຟຸມ​ເຟືອຍ​ລາຄາ​ແພງໆ​ຕົ​​ກ​ເປັນ​​ເງິນ​ປະມານ 40 ຕື້​ຢວນພຸ້ນ​ນະ!​ ຄັນ​ເປັນ​ເງິນ​ກີບກໍ່ເອົາ1.200ກີບຄູນ​ເຂົ້າໄປ​ໂລດແລ້ວ.ແຕ່ເວົ້າ​ແນວນີ້​ຂໍນຳ​ຢ່າໄປ​ເຫີ່ຢ່າໄປ​ເຮັດເກີນຕົວ​ເກີນ​ລາຍຮັບ​ເຮົາ​ນຳກຸ່ມຄົນ​ທີ່​ເງິນເຫຼືອຖົງ​ເດີ້​ທ່ານຜູ້ຟັງ!​ພໍໃນພູມໃຈ​ໃນ​ສິ່ງ​ທີ່ເຮົາມີ​ນິລະດີແລ້ວ!​ສະບາຍໃຈດີ!​ຜູ້ທີ່ຂັບ​ລົດ​ປ້າຍ​ເຫຼືອງ​ລາຄາ​ເປັນແສນ​ເປັນລ້ານ​ໂດລາ​ມີເຮືອນ​ປານພະ​ລາຊະວັງ​ທ່ານແນ່ໃຈ​ແລ້ວບໍ່​ວ່າ​ເຂົາເຈົ້າ​ສຸກກາຍ​ສະບາຍໃຈ​ໝົດ​ຫຼື​ຄອບຄົວ​ອົບອຸ່ນໝົດ!ສະນັ້ນ​ບໍ່ຕ້ອງ​ຄິດຫຍັງ​ຫຼາຍ​ເຂົາເຈົ້າ​ມີເງິນ​ເຫຼືອ​ຖົງຊອກຊື້​ຂອງ​ຂັວນ​ປີໃໝ່​ຂອງຂັວນ​ແຕ່ງງານ​ລາຄາແພງໆ​ໃຫ້ກັນ​ກໍ​ປ່ອຍ​ເຂົາເຈົ້າ​ໄປ​ກໍຄື​ເວົ້າ​ມາຫັນ​ລະ​ການທີ່​ຈະ​ເຮັດໃຫ້​ຜູ້ຮັບຂອງ​ຂັວນຈີນ​ມີຄວາມ​ສຸກ​ມັນ​ບໍ່ຂື້ນກັບ​ຂອງຂັວນ​ລາຄາແພງໆ​ສະເໝີ​ໄປ​ມັນຂື້ນ​ກັບວ່າ​ຊື້ຂອງ​ຂັວນ​ຖືກກັບ​ກາລະເທສະ​ຫຼື​ບໍ່ພຸ້ນ​ຫຼາຍ​ກ່ວາ!​ ເອົາ, ມາມ່ວນ​ກັບເພງ​ອີກຊຸດ​ໜຶ່ງ​ກ່ອນເນາະ!

ເພງ

ຂໍຂອບໃຈ……………..ເວລາກໍຍັງບໍ່​ຫຼາຍ​ປານໃດ!​ຕອນທ້າຍ​ຂອງ​ລາຍການ​ຄືນນີ້​ໜຸ່ມໃຫຍ່​ກໍຢາກ​ຂໍແນະນຳ​ເລື່ອງເລັກໆ​ໜ້ອຍໆ​ຂອງ​ວັດ​ທະນະທຳ​ໃນການມອບ​ຂອງຂັວນ​ຂອງຄົນຈີນ​ສູ່ຟັງ​ຕື່ມ​ຈັກໜ້ອຍ, ຄື​ເວລາ​ທ່ານ​ມອບ​ຫຼື​ເວລາ​ທ່ານຮັບ​ຂອງຂັວນ​ຈາກໃຜ?ໂດຍ​ສະເພາະ​ຜູ້ມອບ​ບໍ່ວ່າ​ຈະເປັນນ​ຂອງຂັວນ​ຫຼື​ນາມບັດ​ກໍ​ຢ່າ​ຄວນຈັບ​2​ມື​ເພື່ອ​ເປັນ​ການສະແດງ​ວ່າ​ທ່ານມອບ​ໃຫ້​ດ້ວຍ​ຄວາມຈິງໃຈ​ພູມໃຈ​ແລະ​ຄວາມເຄົາລົບ​ນອບນ້ອມ!​ສະໄໝກ່ອນ​ຄົນຈີນ​ແຮ່ງຖື​ເລື່ອງນີ້​ການຈັບ​ຂອງຂັວນ​ຂອງຕ້ອນ​2ມື​ມອບ​ໃຫ້​ມັນ​ໝາຍຄວາມ​ວ່າ​ຜູ້ມອບ​ບໍ່ໄດ້​ເອົາ​ອາວຸດ​ຕິດໂຕ​ມາ​ນຳມາ​ໃນນາມ​ມິດຢ່າງແທ້ຈິງ!​ເອົາ,ກໍ​ຫວັງ​ວ່າ​ຟັງ​ລາຍການ​ເບິ່ງເມືອງ​ຈີນທີ່​ໜຸ່ມໃຫຍ່​ຈັດສູ່ຟັງ​ຢູ່​ຄື້ນ CRI FM 93Mhz ​ໃນ​ຄືນ​ນີ້​ແລ້ວ​ຈະ​ເຮັດ​ໃຫ້​ທ່ານ​ຜູ້​ຟັງ​ລາວ​ໄດ້​ຮູ້​ວັດທະນະທຳ​ການ​ໃຫ້​ແລະ​ຮັບ​ຂອງ​ຂັວນ ຂອງຕ້ອນ ຂອງຝາກ​ໃນໂອກາດສຳຄັນຕ່າງໆ​ຂອງ​ຄົນ​ຈີນ​ດີ​ຂື້ນ ​ເພື່ອ​ວ່າ​ມີ​ຍາດ​ພີ່ນ້ອງ ໝູ່​ຄູ່ ​ເພື່ອນ​ຝູງ​ຄົນຈີນ​ກໍ​ຈະ​ໄດ້​ໃຫ້​ຂອງ​ຂັວນທີ່​ເໝາະສົມ​ກັບປະ​ເພນີ​ວັດທະນະທຳ ກາ​ລະ​ເທສະ!​ເວລາ​ສິໝົດ​ແລ້ວ​
​ເພງ