ການ​ເຮັດ​ກ້ຽວ

(GMT+08:00) 2012-02-09 14:52:23     cri
ສະບາຍດີມິດ​ລາຍການ​ທີ່​ຮັກ​ແພງ​ທຸກ​ທ່ານ !​ ​ເຖິງ​ເວລາ​ນີ້​ພົບ​ກັບ​ໜຸ່ມ​ໃຫຍ່​ອາລົມ​ດີອີກ​ແລ້ວ. 19​ໂມງ​ທຸ​ກຄືນ !​ ມື້​ນີ້​ກໍ​ແ​ມ່ນວັນ​ພະຫັດ,ທີ 26 ມັງກອນ​ແລ້ວ !​ ສັງ​ເກດ​ເບີ່​ງ​ແລ້ວ​ມາຮອດ​ມື້​ທີ 4 ຂອງປີ​​ໃໝ່​ກຸດ​ຈີນ ການ​ສະຫຼອງ​ຂອງ​ຄົນ​ຈີນ​ຫຼື​ຄົນ​ລາວ​ເຊື້ອສາຍ​ຈີນ​ກໍ​ອ່າວ​ເບົາໆ​ລົງລະ​ເນາະທ່ານ​ຜູ້​ຟັງ! ຈະ​ໃຫ້​ຄື​ຢູ່​ປະ​ເທດ​ຈີນ​​ແທ້​ກະ​ບໍ່​ຄື​ດັອກ​ເນາະ !​ ​ແຕ່​ວ່າການ​ໄປ​ມາຫາ​ສູ່ຢື້ຢາມ​ຖາມ​ຂ່າວ​ກິນ​ເຂົ້າຮ່ວມ​ກັນ​ຢູ່​ເຮືອນນັ້ນ ຮ້ານ​ນີ້​ລະຫວ່າງ​ຍາດ​ພີ່ນ້ອງ​ໝູ່​ຄູ່​ກໍ​ຍັງ​ມີ​ຢູ່, ບຸນ​ກຸ​ດຈີນ​ກໍ​ຖື​ວ່າ​ເປັນ​ປະ​ເພນີອັນ​ດີ​ຫຼາຍ​ຂອງ​ວັດ​ທະນະທຳ​ຈີນ​ຫັ້ນລະ​ເນາະ ເພາະວ່າ​ເປັນບຸນ​ທີ່​ຖື​ຄອບຄົວ ພໍ່-ແມ່ ຜູ້​ອາວຸ​ໂສຍ​າດພີ່ນ້ອງ​ສຳຄັນ​ຫຼາຍ ສາມັກ​ຄີ​ຮັກ​ແພງ​ກັນ​ອົບ​ອຸ່ນ​ດີ​ຫຼາຍ !​ ນິລະ​ວັດທະນະທຳ​ຕາ​ເວັນອອກ​ມັນ​ບໍ່​ຄື​ວັດທະນະທຳ​ຕາ​ເວັນ​ຕົກ​ຈັກ​ດີ້ !​ ຢູ່​ອາຊີ​ເລື່ອງ​ການ​ຮັກ​ແພງ ຜູກ​ພັນ​ກັນ​ລະ​ຫວ່າງ​ຄົນ​ໃນ​ຄອບຄົວ ພໍ່​ແມ່ ອ້າຍ​ເອື້ອຍ​ນ້ອງ​ສຳຄັນ​ຫຼາຍ​ຕັດ​ຫຍັງ​ຕັດ​ໄດ້ ຕັດ​ສາຍສຳພັນ ຍາດ​ພີ່ນ້ອງ ຕັດ​ສາຍ​ເລືອດ​ນີ້​ເປັນ​ໄປ​ໄດ້​ຍາກ ລະຫວ່າງ​ຄົນ​ອາຊີ, ບາງ​ຄົນ​ເຖິງ​ຈະ​ເກ​​ເລ​ຊ່ຳ​ໃດ​ແຕ່​ຄວາມ​ເຄົາລົບນັບຖື​ພໍ່​ແມ່ ລຸງ​ປ້າ ຜູ້​ອາວຸ​ໂສກໍຍັງ​ມີ​ຢູ່​ບໍ່​ຫຼາຍ​ກໍ່​ໜ້ອຍ ຄຳ​ຮຽກ​ເອີ້ນ​ກັນ​ກໍ່​ພໍ່-​ແມ່ ລຸງ​ປ້າ​ນ້າ​ອາ ອ້າຍ​ເອື້ອຍ​ນ້ອງ​ໂລດ​ແລ້ວ​ປະ​ເພນີອາຊີ ບາດຕາ​ເວັນ​ຕົກ​ພໍ່-​ແມ່ ກະ​ຢ່າ You and I ​ໂລດ​ແລ້ວ ! 17-18ປີ​ປັບ ບໍ່​ສົນ​ກັບ​ຄວາມ​ຮູ້​ສຶກຂອງ​ຜູ້​ປົກຄອງ​ດັອກ​ໄວ​ລຸ້ນຕາ​ເວັນ​ຕົກ​ນະ ມີອິດສະຫຼະ​ເຕັມທີ່​ໂລດ​ລະ !​ ສະນັ້ນຄວາມ​ຜູກ​ພັນ​ທາງ​ດ້ານ​ຈິດ​ໃຈ​ຈຶ່ງ​ມີ​ໜ້ອຍ​ອີ່ຫຼີ ! ​ແຕ່ວ່າ​ເວົ້າ​ແນວ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ວັດທະນະທຳ​ຂອງ​ຕາ​ເວັນ​ຕົກ​ບໍ່​ດີ​ໝົດ​ໄດ​ເນາະ ! ອັນ​ໃດ​ມັນ​ກໍ​ມີ​ດ້ານ​ບວກ ດ້ານ​ລົບ​ຄື​ກັນ​ໝົດ​ຫັ້ນ​ລະ ມີ​ແຕ່​ວ່າ​ເຮົາ​ຈະ​​ເລືອກ​ເອົາ​ອັນ​ໃດ​ໃຫ້​ມັນ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງຂອງ​ສັງຄົມ​ເຮົາ ຂ​ອງຄອບຄົວ​ເຮົາ !​ ຄັນ​ໄປ​ກັອບປີ້​ເອົາ​ໝົດ​ຄື​ໄວ​ລຸ້ນບາງ​ຄົນ​ບາງ​ກຸ່ມ​ນິອັນຕະລາຍ​ໂລດ​ລະ ! ​ເວົ້າ​ເລື່ອງນີ້​ກໍ່​ໜ້າ​ເປັນຫ່ວງ​ໄດ໋ດຽວ​ນີ້​ໂດຍ​ສະ​ເພາະ​ຜູ້​ແສ້​ຜູ້​ສາວ ຫຼື ​ແມ່​ຢ້າວ​ແມ່​ເຮືອນ​ບາງ​ຄົນ​ກໍ​ຍັງ​ບໍ່​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ລູກ​ໃຫ້​ຫຼານ​ເລີຍ ນຸ່ງ​ໂສ້ງ​ສັ້ນໆ ກິ້ນໆ ບາງ​ເທື່ອ​ກໍ​ສະ​ເກິ​ດ ກະ​ໂປ່​ງສັ້ນໆ ຂີ່​ລົດ​ໄປ​ທ່ຽວ​ອ​ອ້ມບ້ານ​ອອ້ມ​ເມືອງ​ເຕັມດຽວ​ນີ້, ລະວັງ​ແດ່​ເດີ​ມື້​ໃດ​ມື້ໜຶ່ງ​ມັນ​ອາດ​ຈະ​ອັນຕະລາຍ​ແກ່​ໂຕ​​ເອງ​ໂດຍ​ສະ​ເພາະ​ໃນ​ຍາມ​ຄ່ຳ​ຍາມ​ຄືນ​ແນວ​ນີ້​ຢ່າ​ລໍ້​ໃຈ​ເສືອ​ຫິວ​ຫຼາຍ​ເດີ້​ນ້ອງ​ນຸ່ງ​ຜູ້​ແສ້​ຜູ້​ສາວ​ທັງຫຼາຍ​ເອີຍ ! ຄັນ​ເປັນມາ​ແລ້ວ​ມັນ​ເອົາ​ຄືນ​ບໍ່​ໄດ້​ໄດ໋ ມີຂອງ​ດີ​ກໍ​ປົກ​ປິດ​ໄວ້​ແດ່, ​ເອົາ​ໄວ້​ໃຫ້​ຄູ່ຊີວິດ​ເຊີ​ຍຊົມ​ດີກ່ວາ​ມີຄ່າ​ກ່ວາ ! ​ເອົາ, ​ເຕືອນ​ດ້ວຍ​ຄວາມ​ຫວັງ​ດີ​ເດີ້​ໃຜ​ບໍ່​ເຫັນ​ດີກໍ່​ສຸດ​ແລ້ວ​ແຕ່​ໃຈ​ລະ​ເນາະ ! ນາໆ​ຈິດຕັງ​ຕ່າງ​ຄົນ​ຕ່າງ​ຄິດ ບໍ່​ຄື​ກັນ​ມັກ​ໃຜ​ມັກ​ມັນ ! ດຽວ​ນີ້​ກໍ​ຍັງ​ຢູ່​ໃນ​ໄລຍະ​ກຸດ​ຈີນ​ຢູ່ ອາຫານ​ຊະນິດ​ໜຶ່ງ​ທີ່​ຄົນ​ຈີນ​ມັກ​ກິນ​ເພື່ອ​ຄວາມ​ເປັນ​ສິຣິມຸງ​ຄຸນທີ່​ເກືອບ​ວ່າ​ຂ​າດບໍ່​ໄດ້​ກໍ​ແມ່ນ​ຂະໜົມກ້ຽວ​ນິລະ​ທ່ານ​ຜູ້​ຟັງ !​ຫຼາຍ​ມື້​ຜ່ານ​ມາ​ໜຸ່ມ​ໃຫຍ່​ກໍ​ເວົ້າສູ່​ຟັງ​ໜ້ອຍ​ໜຶ່ງ​ແລ້ວ ! ​ແຕ່​ຄືນ​ນີ້​ຈະ​ລົງ​ເລິກ​ວັດທະນະທຳ​ຂອງ​ຄົນ​ຈີນ​ສູ່​ຟັງ

 ເພງ

ຜ່ານ​ໄປ2​ເພງ​ມ່ວນໆ​ຈ​າກລາຍການ​ເບິ່ງ​ເມືອງ​ຈີນ !​ ​ໂທ​ຂໍ​ເພງ​ກໍ່​ແມ່ນ 711477 ຂໍ້ຄວາມ​ສັ້ນ 9300 ຕູ້ ປນ 6484 ກໍ​ຄື​ເວົ້າກ່ອນ​ເປີ​ດ​ເພງ​ຫັນ​ລະ​ວ່າ​ຂະໜົມກ້ຽວ​ຄົນ​ຈີນ​ຖື​ວ່າ​ເປັນ​ສ່ວນ​ສຳຄັນ​ຂອງ​ວັດທະນະທຳ​ຈີນ​ເລີຍ​ລະ​ເພາະວ່າ​ມັນ​ເປັນ​ອາຫານ​ດັ້ງ​ເດີມພື້ນ​ບ້ານ​ພື້ນ​ເມືອງ​ແທ້ໆ​ຂອງ​ຈີນ​ມາ​ແຕ່​ບູຮານ​ພຸ້ນ​ລະ ! ປີ​ໃໝ່​ຈີນ​ຈັ່ງ​ຊີ້​ໂດຍ​ສະ​ເພາະ​ຄືນ​ວັນ​ອາ​ທິດ​ຜ່ານ​ມາ​ນີ້​ທີີ່​ເປັນ​ຄື​ນສົ່ງ​ທ້າຍປີ​ເກົ່າ​ຕ້ອນຮັບ​ປີ​ໃ​ໝ່ທຸກ​ຄົນ​ໃນ​ຄອບຄົວ​ນັ່ງ​ອອ້ມວົງ​ກິນ​ເຂົ້າໜົມກ້ຽວ​ຮ່ວມ​ກັນ​ມັນ​ໝາຍ​ເຖິງ​ການ​ຢູ່​ພ້ອມ​ໜ້າ ພ້ອມ​ຕາ​ກັນ, ຄັນ​ເຮັດ​ເຂົ້າໜົມກ້ຽວ​ຕອນ​ຮັບ​ແຂກ​ມັນ​ກໍ​ມີ​ຄວາມ​ໝາຍວ່າ​ຍິນ​ດີ​ຕ້ອນຮັບ​ແຂກ​ຜູ້ນັ້ນ, ຄັນ​ຄົນ​ຕ່າງປະ​ເທດ​ເດີນ​ທາງ​​ໄປ​ຈີນ​ແລ້ວ​ບໍ່​ໄດ້​ຊິ​ມຂະໜົມກ້ຽວ​ຈັກ​ກ້ອນ ລະວັງ​​ເວ​ລາ​ກັບປະ​ເທດ​ໝູ່​ຊິ​ເຍີ້​ຍວ່າ​ໄປ​ບໍ່​ເຖິງ​ເມືອງຈີນ​​ແລ້ວ ລັກສະນະ​ຂອງ​ຂະໜົມກ້ຽວ​ເປັນ​ແນວ​ນີ້​ທ່ານ​ຜູ້​ຟັງ ! ອັນ​ນີ້​​ເວົ້າ​ໃຫ້​ຄົນ​ລາວ​ຟັງ​ເດີ້, ຄົນ​ຈີນ​ເພິ່ນຮູ້​ດີ​ແລ້ວ ບາງ​ຄົນ​ກໍ​ຄື​ຊິ​ເຄີຍ​ເຫັນ ​ເຄີຍ​ກິນ​ມາ​ແລ້ວຄື​ກັນ ! ​ເປືອກ​ນອກ​ມັນ​ເປັນ​ແປ້ງ​ສາລີ ສີ​ຂຸ້ນ​ໜ້ອຍ​ໜຶ່ງ ​ອອ່ນນຸ້​ມ ທາງ​ໃນ​ກໍ​ມີ​ໄສ້, ​ໃນ​ສະ​ໄໝ​ບູຮານ​ຂະໜົມກ້ຽວ​ເພິ່ນ​ຈະ​ກິນ​ແຕ່​ໃນ​ງານ​ບຸນ​ສຳຄັນ​ທາງ​ປະ​ເພນີ​ທໍ່​ນັ້ນລະ​ໂດຍ​ສະ​ເພາະ​ໃນຄືນ​ສົ່ງ​ທ້າຍປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ກຸດ​ຈີນ​ຄື​ເວົ້າມາ​ຫັ້ນລະ ! ​ເອົາ, ຈັກ​ໜ້ອຍຈະ​​ເວົ້າ​ເຖິງ​ວິທີ​ການ​ເຮັດ​ຂະໜົມກ້ຽວ​ທີ່​ພິຖີ​ພິຖັນ​ຂອງ​ຈີນ​ສູ່​ຟັງ !

​ເພງ

ຂະນະ​ນີ້............. ບັດ​ນີ້​ຈະ​ມາ​ເວົ້າ​ເຖິງ​ວິທີ​ການ​ເຮັດ​ເຂົ້າໜົມກ້ຽວ​ສູ່​ຟັງ ! ທຳ​ອິດ​ຈະ​ເວົ້າວິທີ​ເຮັດ​ໄສ້​ມັນ​ກ່ອນ ​ໄສ້​ຂອງ​ຂະໜົມກ້ຽວ​ມີ​ທັງ​ໄສ້​ຂອງ​ພວກ​ກິນ​ເຈ ບໍ່​ມີ​ຊີ້ນ​ວ່າ​ຊັ້ນສາ ລະ​ກະ​ປະ​ເພດ​ທົ່ວ​ໄປ​ທີ່​ມີ​ຊີ້ນ​ນຳ ​ແຕ່​ໂດຍ​ທົ່ວ​ໄປ​ແລ້ວ​ໄສ້​ກ້ຽວ​ຈະ​ປະສົມ​ກັນ​ລະຫວ່າງ​ຊີ້​ນກັບ​ຜັກ ! ຄວາມ​ພິຖີພິຖັນ​ໃນ​ການ​ເຮັດ​ໄສ້​ກ້ຽວ​ຕາມ​ຄົນ​ຈີນ​ເຊື່​ອຖື​ກັນ​ມາ​ແຕ່​ບູຮານ​ມັນ​ບໍ່​ແມ່ນ​ທຳ​ມະ​ດາ​ໄດ​ທ່ານ​ຜູ້​ຟັງ !​ມັນ​ມີ​ຄວາມ​ໝາ​ຍຄັກ​ແນ່​ໄດ໋ ! ການ​ຟັກ​ຊີ້ນ​ຟັກ​ຜັກ​ໃຫ້​ລະ​ອຽດ​ເປັນຂັ້ນຕອນ​ທີ່​ພິຖີ​ພິຖັນ​ຫຼາຍ ຄື​ຄົນ​ຈີນ​ແຕ່​ກ່ອນ​ຈະ​ເອົາ​ຊີ້ນ​ຜັກ​ເຄື່ອງປຸງ​ຕ່າງໆ​ຊາວ​ໃສ່​ກັນ​ແລ້ວ​ກໍ​ເອົາ​ມາ​ໃສ່​ຂຽງ​ແລ້ວ​ກໍ​ໃຊ້​ມີດ​ຫຼື​ພ້າ​ຟັກ​ໃຫ້​ມຸ່ນ​ລະອຽດ, ​ເວ​ລາ​ຟັກ​ນັ້ນ​ມີດ​ພ້າ​ກະທົບ​ກັບ​ຂຽງ​ໄມ້​ມີ​ສຽງ​ດັງ​ແຮງ ການ​ຟັກ​ການ​ສັບ​ກໍ​ມີ​ການ​ປ່ຽນ​ໄດ໋ມີ​ບາດ​ຄ່ອຍ​ບາດ​ແຮງ ບາດ​ໄວ​ບາດ​ຊ້າ​ຊັນ​ໄດສະ​ໄໝ​ກ່ອນ​ນະ ! ​ເປັນຈັງ​ຫວະ​ດົນຕີ​ທີ່​ມ່ວນ​ໄປ​ເລີຍ, ຄົນ​ຈີນ​ແຕ່​ກ່ອນ​ເຊື່ອ​ວ່າ​ສຽງ​ສັບ​ໄສ້​ຂະໜົມກ້ຽວ​ຍິ່ງ​ດົນ​ຍິ່ງ​ດັງ​ກໍໝາຍ​​ເຖິງ​ການ​ຈະ​ມີ​ຊັບ​ສິນ​ເງິນ​ຄຳ​ເຫຼືອ​ຢູ່​ເຫຼືອ​ກິນ​ເປັນ​ເວລາ​ເຫີ​ງນານ​ຊັ້ນ​ໄດ໋ ! ​ເພາະວ່າ​ການ​ອອກສຽງ​ໃນ​ພາສາ​ຈີນ​ຂອງ​ຄຳ​ວ່າ​ຊີ້ນ​ແລະ​ຜັກ​ລວມກັນຈະ​ອອກ​ສຽງ​ຄ້າຍຄື​ກັບ​ວ່າ ມີ​ຊັບ​ສິນ ! ຄັນ​ຟັກ​ໄສ້​ກ້ຽວ​ດົນ​ເທົ່າ​ໃດ​ກໍ​ຍັງ​ໝາຍ​​ເຖິງ​ວ່າ​ເຮືອນ​ຂອງ​ຜູ້ນັ້ນ​ເຮັດ​ຂະໜົມກ້ຽວ​ຫຼາຍ​ທີ່​ເປັນ​ສັນຍາ​ລັກ​ວ່າ​ຄອບຄົວ​ນັ້ນມີ​ຊີ​ວິດ​ທີ່​ຮັ່ງມີ​ລ້ຳລວຍ​ຊັ້ນ​ໄດ​ຄວາມ​ແຕ່​ກ່ອນ​ນະ ! ຫຼັງ​ຈາກ​ຟັກ​ໄສ້​ແລ້ວ​ຮູບ​ລັກ​ສະ​ນະ​ຂອງ​ຂະໜົມ​ກ້ຽວ​ກໍ່​ພິຖີ​ພິຖັນ​​ອີກ, ຂະໜົມກ້ຽວ​ໃນ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ກໍ​ບໍ່​ຄື​ກັນ​ໄດ໋ ​ແຕ່​ກ່ອນ​ສ່ວນ​ຫຼາຍ​ຈະ​ມັກ​ເຮັດ​ເປັນ​ຮູບ​ເດືອນ​​ໂຄ້ງ​ທີ່​ມີ​ຄວາມ​ໝາຍວ່າ​ຈັບ​ເອົາ​ກາລະ​ໂອກາດ​ແຫ່ງ​ຄວາມ​ຈະ​ເລີ​ນຜາ​ສຸກ​ຫຼື​ວ່າ​ມີ​ຊັບ​ສິນ​ເຕັມ​ບ້ານ​ເຕັມ​ເຮືອນ, ຢູ່​ຊົນນະບົດ​ບາງ​ບ່ອນ​ຂອງ​ຈີນ​ເພິ່ນ​ເຮັດ​ກ້ຽວ​ເປັນ​ຄື​ຮວງສາລີ​ນິລະ ! ທີ່​ໝາຍ​ເຖິງ​ປີ​​ໃໝ່​ມາ​ນີ້​ການ​ເກັບ​ກ່ຽວ​ຜົນ​ຜະລິດ​ຈະ​ອຸດົມສົມບູນ​ກ່ວາ​ເກົ່າ ! ​ເອົາ, ​ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ໜຸ່ມ​​ໃຫຍ່​ຈະ​ກັບ​ມາ​ແນະນຳ​ວິທີ​ຕົ້ມກ້ຽວ​ເພາະວ່າ​ຄົນ​ລາວ​ບາງ​ຄົນ​ອາດ​ຈະ​ໄປ​ຕະຫຼາດ​ຊັ່ງ​ຈ່ຽງຫຼື​ຕະຫຼາດ​ຈີນ​ແຫ່ງ​ອື່ນໆ​ຢູ່​ວຽງ​ຈັນ​ໄປ​ຊື້​ຂະໜົມກ້ຽວ​ສຳ​ເລັດ​ຮູບ​ທີ່​ບັນຈຸ​ໃສ່​ໃນ​ຖົງ​ແຊ່​​ໄວ້​ຕູ​ນ້ຳກ້ອນ ບາດ​ເອົາ​ມາຕົ້ມຄັນ​ຕົ້ມບໍ່​ເປັນ​ທັງ​ແຕກ​ທັງ​ເປືອ​ຍຖິ້ມບໍ່​ໄດ້​ກິນ​ຂອງ​ແຊ​ບຊ້ຳຄັນ​ຕົ້ມບໍ່​ເປັນ !

​ເພງ

ຂໍ​ຂອບ​ໃຈ.................... ວິທີ​ຕົ້ມຂະໜົມກ້ຽວ​ໃຫ້​ເຮັດ​ແນ​ວນີ້​ທ່ານ​ຜູ້​ຟັງ ! ອັນ​ນີ້​ບໍ່​ແມ່ນ​ເວົ້າຕາມ​ອ່ານ​ມາ​ເດີ້, ຕອນ​ໜຸ່ມ​ໃຫຍ່​ຢູ່​ປັກ​ກິ່ງ​ມີ​ຜູ້​ເຖົ້າຈີນ​ແນະນຳ​ວິທີ​ຕົ້ມ​ໃຫ້​ຄັກ​ແນ່​ໄດ໋ ​ແລ້ວ​ໜຸ່ມ​ໃຫຍ່​ກໍ່​ມັກ​ຕົ້ມ​ເຂົ້າໜົມກ້ຽວ​ທຳ​ອິດ​ເອົາ​ນ້ຳ​ໃສ່ໝໍ້ຕົ້ມ​ໃຫ້​ຟົດ​ກ່ອນ​ແລ້ວ​ກໍ​ເອົາ​ກ້ຽວ​ລົງ​ໄປ​ເທື່ອ​ລະ​ກ້ອນ​ແລ້ວ​ຂ້ຽວ​​ເອົາ​ຈອງ​ຄົນ​ຄ່ອຍໆ​ເພື່ອ​ບໍ່​ໃຫ້​ຂະໜົມກ້ຽວ​ຕິດ​ໝໍ້​ຫຼື​ຕິດ​ກັນ, ​ໃນ​ເວລາ​ຕົ້ມຢູ່​ຫັ້ນກໍ​ເອົາ​ນ້ຳ​ເຢັນ​ຕື່ມ​ລົງ​ໄປ 3​ເທື່ອ ​ເວັ້ນ​ໄລຍະ​ຫ່າງ​ໜ້ອຍ​ໜຶ່ງ. ການ​ເຮັດ​ແບບ​ນີ້​ພາ​ສາຈີນ​ອອກສຽງ​ວ່າ " ຝັນ​ຝູ " ​ແປ​ວ່າ ​ໃຫ້​ຄວາມສຸກ​ກັບ​ຄືນ​ມາ​ໃຊ້​ເວລາ​ຕົ້ມ 10-20ນາທີ​ກ້ຽວ​ກໍ່​ສຸກ​ມີ​ກິ່ນ​ຫອມ​ເອົາ​ອອກ​ມາ​ກິນ​ໄດ້​ແລ້ວ ! ການ​ກິນ​ກໍ​ກິນ​ຕາມ​ປະ​ເພນີ​ອີ​ກ​ໄດ​ຄື​ຂະໜົມກ້ຽວ​ຈານ​ທຳ​ອິດ​ເພິ່ນ​ໃຊ້​ບູຊາ​ບັນພະ​ບູລຸດ, ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​​ແລະ​ໄວ້ອາ​ໄລ​ບັນພະ​ບູລຸດທີ່​ລ່ວງ​ລັບ​ໄປ​ແລ້ວ, ຈານ​ທີ2 ​ໃຊ້​ບູຊາ​ກາບ​ໄຫວ້​ເທບພະ​ເຈົ້າທີ່​ຄົນ​ຈີນ​ນັບຖື. ຂະໜົມກ້ຽວ​ຈານ​ທີ3 ຈັ່ງ​ແມ່ນ​ສຳລັບ​ຄົນ​ໃນ​ຄອບຄົວ​ກິ​ນຮ່ວມ​ກັນ​ຈຳ​ນວນ​ກ້ອນ​ກ້ຽວ​ທີ່​ກິນ​ກໍ່​ຄວນ​ຈະ​ເປັນ​ເລກ​ຄູ່​ເພື່ອ​ຄວາມ​ເປັນ​ສິຣິມຸງຄຸນ​ຜູ້​ເຖົ້າຈີນ​ບາງ​ຄົນ​ເວລາ​ກິນ​ກ້ຽວ​ເພິ່ນ​ກໍ​ຍັງ​ເວົ້າຄ່ອຍໆ " ​ໄສ້​ໂຕ​ໄສ້​​ໂຕ "​ໄປ​ພ້ອມ​ທີ່​​ແປ​ວ່າ​ມີ​ຊັບ​ສິນ​ຫຼາຍ​ໆ​ຫຼັງ​ຈາກ​ກິນ​ຂະໜົມກ້ຽວ​ແລ້ວ ຈານ ຊາມ ໝໍ້ ທີ່​ໃຊ້​ຕົ້ມຫຼື​ໃສ່​ກ້ຽວ​ບໍ່​ຕ້ອງ​ຟ້າວ​ລ້າງ​ເທື່ອ​ປະ​ໄວ້​ກ່ອນ​ເພາະ​ມັນ​ໝາຍ​ເຖິງ​ເຫຼືອ​ກິນ​ເຫຼືອ​ໃຊ້​ໃນ​ທຸກ​ປີ ອັນ​ນີ້​ກໍ​ຄື​ປະ​ເພນີ​ຄວາມ​ເຊື່ອ​ຂອງ​ຄົນ​ຈີນ​ສະ​ໄໝ​ກ່ອນ​ແຕ່​ວ່າ​ດຽວ​ນີ້​ກໍ​ມີ​ຫຼາຍ​ອັນ​ປ່ຽນ​ແປງ​ໄປ​ແລ້ວ ຂະ​ໜົມກ້ຽວ​ກໍ​ຄື​ກັນ ​ແຕ່​ກ່ອນ​ກິນ​ແຕ່​ໃນ​ຍາມ​ບຸນ​ປະ​ເພນີ​ສຳຄັນ ​ແລະ​ຄົນ​ໃນ​ຄອບຄົວ​ພາກັນ​​ເຮັດ​ເອງ​ຫໍ່​ເອງ, ​ແຕ່​ດຽວ​ນີ້​ຕາ​ມຮ້ານ​ຄ້າ​ຕາມ​ຕະຫຼາດ​ມີ​ເຕັມ​ໄສ້​ຫຍັງກໍ​ມີ​ໝົດ​ຊື້​ມາຕົ້ມກິນ​ໄດ້​ທຸກ​ຍາມ​ເປັນ​ອາຫານ​ປົກກະຕິ​ໄປ​ເລີຍ​ໂດຍ​ສະ​ເພາະ​ເຂົ້າ​ເຊົ້ານິລະ ! ​ເອົາ, ຟັງ​ເພງ​ກ່ອນ​​ເນາະ​ແລ້ວ​ຈຶ່ງ​ມາ​ລົມ​ກັນ​ຕໍ່​ຈັກ​ໜ້ອຍ

​ເພງ

ຂະນະ​ນີ້..................ຄືນ​ນີ້​ໜຸ່ມ​ໃຫຍ່​ອາລົມ​ດີກໍ​ເອົາ​ເລື່ອງ​ປະ​ເພນີ​ກາ​ນກິນ​ຂະໜົມກ້ຽວຫຼື​ຈຽວ​ຈືຂອງຄົນ​ຈີນ​ມາ​ເວົ້າສູ່​ຟັງ​ທັງ​ຄວາມ​ໝາຍ​ທັງ​ຄວາມ​ເຊື່ອ​ຖື​ແລະ​ການ​ປ່ຽນ​​ແປງ​ໄປ​ໃນ​ສະ​ໄໝ​ກ່ອນ​ກັບ​ປະຈຸ​ບັນ​ແຕ່​ເຖິງ​ແມ່ນ​ວ່າການ​ເວລາ​ຈະ​ໝູນວຽນ​ປ່ຽນ​ໄປ​ແນວ​ໃດ​ກໍ​ຕາມ​ຂະໜົມກ້ຽວ​ກໍ​ຈະ​ຢູ່​ຄູ່​ກັບ​ຄົນ​ຈີນ ວັດທະນະທຳ​ຈີນ​ຢູ່​ຄື​ເກົ່າ​ທັງ​ມີ​ຄວາມ​ໝາຍ​ທາງ​ວັດທະນະທຳ​ຮີດຄອງ​ປະ​ເພນີ ທັງ​ແຊບ​ທັງ​ມີຄຸນຄ່າ​ທາງ​ອາຫານ ດີ​ຕໍ່​ສຸຂະພາບ​ຮ່າງກາຍ​ອີກ ! ​ໄລຍະ​ສະຫຼອງ​ບຸນ​ກຸດ​ຈີນ​ແນວ​ນີ້​ແຮ່ງ​ຊິ​ໄດ້​ກິນ​ກ້ຽວ​ດຸ​ລະ​ເນາະ !​​ໂດຍ​ສະ​ເພາະ​ຄອບຄົວ​ຄົນ​ຈີນ ຫຼື ຄົນ​ລາວ​ເຊື້ອສາຍ​ຈີນ ! ​ເອົາ, ປີ​ໃໝ່​ຂໍ​ອວຍພອນ​ໃຫ້​ທຸກ​ຄົນ​ມີ​​ແຕ່​ຄວາມສຸກ​ຄວາມ​ຈະ​ເລີ​ນ ກຸ້ງ​ສີ​ຝ່າ​ສາຍ ​ເສີນ​ຖີຈ້ຽນຄ້າງ​ເດີ້ ! ສະຫຼອງ​ໃຫ້​ມ່ວນ​ສະຫຼອງ​ຢ່າງ​ມີ​ສະຕິ ສະຫຼອງ​ຢ່າງ​ປະຢັດ​ມັດທະຍັດ ​ເພື່ອ​ປີ​ໃໝ່​ຈະ​ໄດ້​ລ້ຳ​ໄດ້​ລວຍ​ຮັ່ງມີ​ກ່ວາ​ເກົ່າ ! ການ​ຈູບ​ທູບ​ຈູດ​ທຽນ​ບູຊາ​ບັນ​ທະ​ບຸຸລຸດ ບູຊາ​ເທບພະ​ເຈົ້າກໍ່​ລະວັງ​​ດີໆ ! ​ເຫັນ​ເບາະ​ຂ່າວ​ໃຫຍ່​ຢູ່​ຈັງ​ຫວັດ​ສຸພັນ​ບຸລີ​ຂອງ​ປະ​ເທດ​ໄທ​ທີ່​ຈູດ​ດອກ​ໄມ້​ໄຟ​ຍິ່ງ​ໃຫຍ່​ເກີນ​ໄປ​ຈົນ​​ເກີດ​ອັກຄີ​ໄພ ຈົນ​ມີ​ຄົນ​ຕາຍ​ຄົນ​ເຈັບ​ຫຼາຍສົມ​ຄວນ ນັ້ນຄື​ຂ່າວ​ທີ່​ເປັນ​ອຸທາຫອນ​ສອນ​ໃຈ​ໄດ້​ດີ​ແທ້​ໆ ​ເຮັດ​ຫຍັງ ສະຫຼອງ​ຫຍັງ ຢູ່​ໃນ​ຄວາມ​ພໍດີ​ພໍງາມ ບໍ່​ໂລດ​ໂຜນ​ບໍ່​ຢາກ​ອວດ​ຢາກ​ອົ່ງ​ເກີ​ນ​ໄປ​ແລະ​ທ່ານ​ຈະ​ມີ​ຄວາມສຸກ​ປອດ​ໄພ
​ເພງ