ຄຳ​ອວຍພອນ​ກຸດ​ຈີນ

(GMT+08:00) 2012-02-09 14:54:25     cri
ສະບາຍດີ​ມິດ​ລາຍການ​ທຸກ​ທ່ານ​​! ​ເຖິງ​ເວລາ​ນີ້​ໜຸ່ມ​ໃຫຍ່​ກໍ​ນຳ​ເອົາ​ລາຍການ​ເບິ່ງ​ເມືອງ​ຈີນ​ມາ​ພົບ​ກັບ​ທ່ານ​ອີກ​ແລ້ວ​ຕາມ​ເຄີຍ​ໃນ​​ເວລາ 19​ ໂມງ​ຂອງ​ທຸກ​ຄື​ນທາງ​ຄື້ນ CRI FM 93Mhz ​ແຫ່ງ​ນີ້!​ ພົບ​ກັນ​ມື້​ນີ້​ກໍ​ແມ່ນ​ວັນ​ກຳ​ເນີ​ດກອງທັບ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 36 ປີພໍດີ​ພໍດີ! ​ເພາະວ່າ​ເພິ່ນ​ສ້າງຕັ້ງມາ​ແຕ່​ປີ 1964 ພຸ້ນ​ເດ! ພ້ອມໆ​ກັບ​ຈີ​ນສະຖາປະນາ​ປະ​ເທດ​ຄືນ​ໃໝ່​ຄື ສປປຈີນ ພຸ້ນ​ລະ!​ ຕ່າງ​ແຕ່​ເດືອນ ຊື່​ກັບ​ວັນ​ທີ​ຊື່ໆ! ​ເອົາ​ໃນ​​ໂອກ​າດທີ່​ເປັນ​ສິຣິມຸງຄຸນ​ນີ້​ໜຸ່ມ​ໃຫຍ່​ກໍ​ຂໍ​ຕາງໜ້າ​ໃຫ້​ພະນັກງານ​ຂອງວິທະຍຸ​ສາກົນ​ແຫ່ງປະ​ເທ​ດຈີນ​ອວຍ​​ໄຊ​ໃຫ້​ພອນ​ແກ່​​ກອງທັບ​ປະຊາຊົນ​ລາວ​ຈົ່ງ​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ໃນ​ການ​ປະຕິ​ບັດ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ລາວ​ທີ່​ຮັກ​ແລ​ະຫວງ​ແຫນ​ຂອງ​ຄົນ​ລາວ​ທຸກ​ຄົນ ຢ່າ​ໃຫ້​ສັດຕູ​ໂຕ​ໃດ ປະ​ເທດ​ໃດ​ມາຍາ​ດຊິງ​ເອົາ​ດິນ​ດອນ​ຕ່ອນ​ຫຍ້າ​ຂອງ​ຄົນ​ລາວ​ແມ່ນ​ແຕ່​ຊັງ​ຕີ​ແມັດ​ດຽວ ​ໃນ​ອະດີ​ດປະ​ເທດ​ລາວ​ອ່ອນ​ແອ​ແຕກ​ຄວາມ​ສາມັກຄີ​ປອງ​ດອງ​ກໍ່​ເລີຍ​ເສຍ​ດິນ​​ແດນ​ໄປ​ຢ່າງ​ຫຼວງ​ຫຼາຍ​ແຕ່​ວ່າດຽວ​ນີ້​ປະ​ເທດ​ໃດ​ຄິດ​ຢາກ​ມາຍ​າດມາ​ຊິງ​ເອົາ​ດິນ​ດອນ​ຕ່ອນ​ຫຍ້າ​ຂອງ​ຄົນ​ລາວ​ຄື​ໃນ​ອະ​ດີດ​ມັນ​ເປັນ​ໄປ​ບໍ່​ໄດ້​ແລ້ວ​ເພາະວ່າ​ກ​ອງທັບ​ປະຊາຊົນ​ລາວ​ເຂັ້ມ​ແຂງຫຼາຍ​ບວກ​ກັບ​ພະລັງ​ສາມັກຄີ​ຂອງ​ຄົນ​ລາວ​ທັງ​ຊາດ​ບໍ່​ມີ​ສັດຕູ​​ໂຕ​ໃດ​ມາ​ເອົາ​ຊະນະ​ໄດ້​ດັອກ! ​ໃນ​ຊຸມ​ປີ 1980 ກໍ​ພິສູດ​ແລ້ວ​ເດ​ວ່າ​ຄົນ​ລາວ​ຈະ​ບໍ່​ຍອມ​ສູນ​ເສຍ​ຜືນ​ແຜ່ນດິນ​ທີ່​ເຫຼືອ​ຢູ່​ນີ້​ໃຫ້​ໃຜ​ອີກ​ແລ້ວ! ​ເອົາ, ​ໃນ​ໂອກາ​ດມື້​ສັນ​ວັນ​ດີ​ຂອງ​ກ​ອງທັບ​ປະຊາຊົນ​ລາວ​ມື້​ນີ້​ພະນັກງານ​ທຸກ​ຄົນຂອງ CRI ຂໍ​ອວຍ​ໄຊ​ໃຫ້​ພອນ​ແກ່​ອ້​າຍ​ເອື້ອຍ​ນ້ອງ​ນາຍ​ພົນທະ​ຫານ​ລາວ​ທຸກ​ທ່ານ​ບໍ່​ວ່າ​ຈະ​ຢູ່​ຕາມ​ຊາຍ​ແດນ ຕາມ​ບ່ອນ​ທຸລະກັນດານ​ຫ່າງ​ໄກ​ສອກຫຼີກ​ຫຼື​ຢູ່​ກົມ​ກອງ​ໃດ​ກໍ​ແລ້ວ​ແຕ່​ທັງ​ໃນ​ເມືອງ​ແລະ​ຊົນນະບົດ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ​ທັງ​ກາຍ​ແລະ​ໃຈ​​ໝົດ​ທຸກ​ຄົນ​ເດີ້! ​ເອົາ, ​ເລື່ອງ​ທີ່​ຈະ​ເວົ້າສູ່​ຟັງ​ໃນ​ລາຍການ​ເບິ່ງ​ເມືອງ​ຈີນ​ມື້​ນີ້​ກໍ​ບໍ່​ມົ້ມ​ເລື່ອງ​ກ່ຽວ​ກັບ​ບຸນ​ກຸ​ດຈີນ​ແນ່ນອນ​​ເພາະວ່າ​ຄືນ​ວັນ​ອາ​ທິດ​ຫຼື​ມື້​ນີ້​ແມ່ນ​ຄືນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຄົນ​ຈີນ​ໃນ​ປະ​ເທດ​ຈີນ​ແລະ​ຄົນ​ເຊື້ອ​ສາຍ​ຈີນ​ທົ່ວ​ໂລກ​ລວມທັງ​ລາວ ລວມທັງ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ແລະ​ແຂວງ​ວຽງ​ຈັນ​ນິລະ​! ຄືນ​ນີ້​ຫຼັງ​ຈາກ​ຟັງ​ເພງ​ແລ້ວ​ໜຸ່ມ​ໃຫຍ່​ຈະ​ເອົາ​ຄຳ​ອວຍພອນ​ປີ​​ໃໝ່​ມາ​ພາ​​ແອບ​ເວົ້າ​ເພື່ອ​ວ່າ​ຄົນ​ລາວ​ຈະ​ໄດ້​ເອົາ​ໄປ​ເວົ້າອວຍພອນ​ຄອບຄົວ​ຄົນ​ຈີນ​ນັບ​ແຕ່​ມື້​ນີ້​ໄປ​ຮອດ​ໝົດ​ເດືອນ​ນີ້​ພຸ້ນ​ລະ, ​ໃຜ​ມີ​ຍາດ​ພີ່ນ້ອງ​ມີ​ໝູ່ຄູ່​ເປັນ​ຄົນ​ຈີນ​ກຽ​ມບິ​ກກຽ​ມສໍ​ຫຼື​ຈື່​ເກັ່ງ​ກະ​ບໍ່​ກຽມ​ກະ​ໄດ້​ເອົາ​ໄວ້​ອວຍພອນ, ​ແຕ່​ວ່າ​ຕອນ​ນີ້​ຟັງ​ເພງ​ກ່ອນ​ເນາະ

​ເພງ

ເພງ​ຈີນ​ມ່ວນໆ2​ເພງ​ຜ່ານ​ໄປ​ແລ້ວ, ຢ່າ​ລືມ​ຢາກ​ຟັງ​ເພງ​ໃດ? ຢາກ​ຮູ້​ເລື່ອງ​ຫຍັງ​ກ່ຽວ​ກັບ​ຈີນ​ໂທ​ຫາ​ໜຸ່ມ​ໃຫຍ່​ແລະ​ທີ​ມງານ CRI 744177 ຂໍ້​ຄວາມສັ້ນ 9300 ! ​ເອົາ, ກຽມ​ສໍ​ກຽມ​ປາກກາ​ໄວ້​ລະ​ເບາະ​ນໍ້ ? ບັດ​ນີ້​ໜຸ່ມ​ໃຫຍ່​ຈະ​ພາ​ເວົ້າຄຳ​ເວົ້າພາສາ​ຈີນ​ກາງ​ບໍ່​ແມ່ນ​ພາສາ​ຈີນ​ກ້ວາງ​ຕຸ້ງ​ເດີ້! ຄຳ​​ເວົ້າ​ເຫຼົ່າ​ນີ້​ທ່ານ​ຜູ້​ຟັງສາມາດ​ເອົາ​ໄປ​ໃຊ້​ໄດ້​ໂລດ​ແຕ່​ມື້​ນີ້​ໄປ​ຈົນ​ໝົດ​ເດືອນ​ມັງກອນ​ພຸ້ນລະ! ຄົນ​ຈີນ​ໄດ້​ຍິນ​ດີ​ໃຈ​ຂະໜາດ​ລະ! ຜູ້​ໃດ​ຮູ້​ແລ້ວ​ກະ​ແລ້ວ​ໄປ​ເດີ້​ບໍ່​ແມ່ນ​ໜຸ່ມ​ໃຫຍ່​ມາ​ສອນ​ແຂ້​ລອຍນ້ຳ​ໄດ! ມີ 4-5 ຄຳ​ເວົ້ານິລະ, ສັ້ນໆ​ຈື່​ບໍ່​ຢາກ​ຈັກ​ດີ້​! ​ເອົາ, ມາ​ເລີ່​ມຄວາມ​ທຳ​ອິດ​ຄຳ​ນີ້​ໂອກາດ​ບຸນ​ກຸດ​ຈີນ​ຈະ​ໄດ້​ຍິນ​ດຸ​ກ່ອນ​ໝູ່​ຄື​ຄຳ​ວ່າ: " ຊິ່ນ​ໜຽນ​ໄຄວ​ເລີ " ​ແປ​ລາວ​ກໍ​ແມ່ນ​ສຸກ​ສັນ​ວັນ​ປີ​ໃໝ່! ​ເຫັນ​ບໍ່​ຈື່​ບໍ່​ຍາກ​ດັ​ອກ ຈົດ​ກະທັນ " ຊິ່ນ​ໜຽນ​ໄຄ່​ວ​ເລີ " ຄວາມ​ອວຍພອນ​ອັນ​ທີ 2 ​ແຫ່ງ​ສັ້ນ " ຊິ່ນ​ໜຽນຫາວ " ​ແປ​ວ່າ​ສະບາຍດີ​ປີ​ໃໝ່! ຈື່​ບໍ່​ຍາກ​ເນາະ!​ ຄວາມ​ເວົ້າຕໍ່​ໄປ " ຊິ່ນ​ໜຽນສິງ​ຕ້າ​ຢຸນ " ​ແປ​ວ່າ​ໂຊກ​ດີ​ປີ​ໃໝ່! ​ເອົາ, ຄວາມ​ຕໍ່​ໄປ " ກຸ່ງສີ​​​ຝ່າ​ສາຍ " ຂໍ​ໃຫ້​ທ່ານ​ລ້ຳລວຍ​ຮັ່ງມີ​ກ່ວາ​ເກົ່າ ຄົນ​ລາວ​ກໍ​ມັກ​ຄື​ກັນ​ແມ່ນ​ບໍ່ ? ​​ແຕ່​ວ່າ​ມີ​ເງິນ​ແສນ​ເງິນ​ລ້ານ​ກໍ​ບໍ່​ມີ​ຄວາມ​ໝາ​ຍຖ້າ​ຮ່າງກາຍ​ບໍ່​ແຂງ​ແຮງ, ສະນັ້ນຕ້ອງ​ອວຍພອນ​ຄຳ​ນີ້​ໄປ​ພ້ອມ " ​ເສິ່ນຖີຈ້ຽນຄ່າງ " ທີ່​ແປ​ວ່າ: ຂໍ​ໃຫ້​ສຸຂະ​ພາບ​ແຂງ​ແຮງ! ກຸ່ງສີ​ຝ່າ​ສາຍ-​ເສິນ​ຖີຈ້ຽນຄ່າງ ​ເວົ້າ​ໄປ​ຄູ່​ກັນ​ເປັນ​ຂອງ​ຄູ່​ກັນ​ໄປ​ນຳ​ກັນ​ແລ້ວ​ປີ​ໃໝ່​ນັ້ນກໍມີ​ຄວາມສຸກ​ໂລດ​ລະ​ເນາະ! ​ເປັນ​ຈັ່ງ​ໃດ​ຈື່​ທັນ​ບໍ່​ທ່ານ​ຜູ້​ຟັງ! ​​ແນະນຳ​ໃຫ້ 5 ຄຳ​ອວຍພອນ​ປີ​ໃໝ່​ຈີນ, ​ເອົາ​ໄປ​ໃຊ້​ໂລດ​ບໍ່​ຍາກ​ຈັກ​ດີ້! ​ເວລາ​ປີ​ໃໝ່​ລາວ​ຄົນ​ຕ່າງປະ​ເທດ​ເຂົາ​ເຈົ້າກໍ​ຍັງ​ແອບ​ໃຊ້​ຄຳ​ວ່າ: ສະບາຍດີ​ປີ​ໃໝ່​ຫັ້ນ​ເດ​ເນາະ! ​ແລກປ່ຽນ​ວັດທະນະທຳ​​ໃຜ​ວ່າ​ບໍ່​ດີ? ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ເອົາ 2 ຄຳ​ໃນ​ພາສາ​ຈີນ​ມາ​ເວົ້າສູ່​ຟັງ! ບໍ່​ແມ່ນ​ຄຳ​​ເວົ້າອວຍພອນ​ແຕ່​ເປັນ​ຄຳ​ເວົ້າ​ເພື່ອ​ແກ້​ສິ່ງ​ທີ່​ຮ້າຍ​ໃຫ້​ກາຍ​ເປັນ​ດີ ​ໃນ​ໄລຍະ​ກຸດ​ຈີນ​ເວົ້າ​ແລ້ວ​ກໍ​ແມ່​ນຄຳ​ເວົ້າທີ່​ແກ້​ເຄັດ​ຫັ້ນລະ​ເນາະ! ​ເອົາ, ຟັງ​ເພງ​ກ່ອນ!

​ເພງ

ຂະນະ​ນີ້.................; ​ເວົ້າ​ແລ້ວ​ໃນ​ປະ​ເພນີ​ຈີນ​ໂດຍ​ສະ​ເພາະ​ໃນ​ມື້​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຂອງ​ບຸນ​ກຸດ​ຈີນ​ທີ່​ປີ​ນີ້​ຖືກ​ວັນ​ທີ 22-23 ທີ່​ຈະ​ມາ​ຮອດ​ຫຼື​ວັນ​ອາ​ທິດ ​ວັນຈັນ​ທີ່​ຈະ​ມາ​ຮອດ​ນິລະ! ຄົນ​ຈີນ​ຖື​ແທ້ໆ​ວ່າ​ແມ່ນ​ບຸນ​ແຫ່ງ​ການ​ເຕົ້າ​ໂຮມ​ຄອບຄົວ ຄວາມ​ສຸກ​ຄວາມ​ອົບ​ອຸ່ນ​ລະ​ຫ່ວາງ​ສະມາຊິກ​ໃນ​ຄອບ​ຄົວ 2ມື້ນັ້ນຈະ​ມີ​ຢ່າງ​ເຫຼືອ​ລົ້ນ; 2 ມື້ນັ້ນ​ໃຜ​ຜິດ​ໃຈ​ຫຍັງ? ​ໃຈ​ຮ້າ​ຍຊ່ຳ​ໃດ? ຄຽດ​ແຮງ​ຊ່ຳ​ໃດ? ກໍ​ຈະ​ບໍ່​ເວົ້າ​ແນວ​ບໍ່​ດີ​ ບໍ່​ຈົບງາມ​ຫຼື​ຫຍາບ​ຄາຍ​ອອກ​ມາ​ເດັດຂາດ, ​ໃຫ້ມີ​ແຕ່​ການ​ເວົ້າດີ​ຫົວ​ມ່ວນ​ນຳ​ກັນ​ເພາະ​ຄົນ​ຈີນ​ຖື​ວ່າ​ຖ້າ​ເລີ່​ມຕົ້ນປີ​ດີ​ຕະຫຼອດ​ປີ​ກໍ​ຈະ​ດີ​ວ່າ​ຊັ້ນ​ເດ! ຢ່າ​ລືມ​ເດີ້​ໄລຍະ​ປີ​ໃໝ່​ຖືກ​ເຊີນ​ໄປ​ຢາມ​ຄອບຄົວ​ຄົນ​ຈີນ​ຢ່າ​ໄປ​​ເວົ້າ​ແນວ​ບໍ່​ເປັນ​ສິຣິມຸງຄຸນ​​ເດີ້! ​ເພິ່ນ​ບໍ່ພໍ​ໃຈ​ແທ້ໆ​ໄດ໋! ​ແຕ່​ຖ້າ​ບັງ​ເອີນ​ເຮົາ​ໄປ​ຢາມ​ຄອບ​ຄົວຄົນ​ຈີນ​ໃນ​ໂອກາດ​ປີ​ໃໝ່​ກິນ​ເຂົ້າຮ່ວມ​ເຂົາ​ເຈົ້າບັງ​ເອີນ​ມື​ເຮົາ ​ໂຕ​ເຮົາ​ໄປ​ເຮັດຖ້ວຍ​ບ່ວງ​ຕົກ​ແຕກ​ຄົນ​ຈີນ​ກໍ​ຈະ​ມີ​ຄຳ​ເວົ້າ​ແກ້​ເຄັດ​ເພື່ອ​ໃຫ້​ສິ່ງ​ທີ່​ຮ້າຍ​ກາຍ​ເປັນ​ດີ!​ ຈື່​ໄວ້​ໃຊ້​ເດີ້​ທ່ານ​ຜູ້​ຟັງ​ຄັນ​​ເກີດ​ເຫດການ​ແນວ​ນີ້​ຂື້ນ​ຈະ​ເວົ້າ​ແກ້​ແນວ​ນີ້​ລະ: " ຊ້ວຍໆ​ຜິ​ງອ່ານ " ​ແປ​ວ່າ​ມີ​ຄວາມ​ຜາ​ສຸກ​ຕະຫຼອດ​ປີ! ອັນ​ນີ້​ແມ່ນ​ຄຳ​​ເວົ້າປ່ຽນ​ຮ້າຍ​ກາຍ​ເປັນ​ດີ​ຂອງ​ຄົນ​ຈີນ " ຊ້ວຍໆ​ຜິ​ງອ່ານ " ບັດ​ນີ້​ອີກ​ກໍລະນີ​ໜຶ່ງ!​ ​ໃນ​ໄລຍະ​ປີ​ໃໝ່​ຜູ້​ໃຫຍ່​ຈີນ​ບໍ່​ເວົ້າ​ແນວ​ໂລ​ເລ​ດັອກ​ເພາະວ່າ​ຮູ້​ປະ​ເພນີດີ​ເດ​ເນາະ! ​ແຕ່​ວ່າ​ເດັກນ້ອຍ​ນິຕິ​ຜູ້​ຂີ້​ດື້​ໄຮ້​ດຽງສາ​ກໍ​ເວົ້າ​ໄປ​ທົ່ວທີບ​ຕາມ​ພາສາ​ເດັກນ້ອຍ​ຫັ້ນລະ​ເນາະ! ຄັນ​ເດັນ​ນ້ອຍ​ເວົ້າ​ຄຳ​ບໍ່​ດີ​ອອກ​ມາ​ໃນ​ໂອກາດ​ປີ​ໃໝ່​ຄົນຈີນ​ຈະ​ມີ​ຄຳ​ເວົ້າຄຳ​ໜຶ່ງ​ແກ້​ເຄັດ​ຄື​ຄຳ​ວ່າ: " ຖົງ​ຢ້ຽນອູ​ຈີ້ " ​ແປ​ວ່າ​ຢ່າ​ໄປ​ຊາ​ຄຳ​ເວົ້າ​ເດັກນ້ອຍ​​ເດີ້! ​ເອົາ, ຟັງ​ເພງ​ມ່ວນໆ​ອີກ​ກ່ອນ​ແລ້ວ​ໜຸ່ມ​ໃຫຍ່​ຈະ​ເວົ້າສູ່​ຟັງ​ວ່າ​ເປັນ​ຫຍັງ​ຄົນ​ຈີນ​ຈຶ່ງ​ມັກ​ເອົາ​ໝາກກ້ຽງ​ເປັນ​ຂອງ​ຂັວນ​ໃຫ້​ກັນ​ໃນ​ວັນ​ກຸດ​ຈີນ?

​ເພງ

ຂໍ​ຂອບ​ໃຈ..................​ເວົ້າ​ເລື່ອງ​ຈີນ​ແລ້ວ​ວັດທະນະທຳ​ຂອງ​ເພິ່ນ​ມີ​ມາຍາ​ວນານ 5 ພັນ​ປີ​ແລ້ວ! ສະນັ້ນຈະ​ເຮັດ​ຫຍັງ​ກະທຳ​ຫຍັງ? ​ແມ່ນ​ລະອຽດ​ລະ​ອໍ​ມີ​ຄວາມ​ໝາຍ​ທີ່​ດີ​ແລະ​ບໍ່​​ແອ​ບ​ແຝງ​ຢູ່​ນຳ​ໝົດ! ຄື​ຂອງ​ຂັວນປີ​ໃໝ່​ນີ້​ຄືກັນ ຄັນ​ຄອບຄົວ​ຄົນ​ຈີນ​ໄດ້​ຮັບ​ກະ​ຖັງ​ຕົ້ນໝາກກ້ຽງນ້ອຍ​ທີ່​ມີ​ໝາກ​ຫ້ອຍ​ຢູ່​ນຳ​ເຂົາ​ເຈົ້າຈະ​ດີ​ໃຈ​ທີ່​ສຸດ ຖື​ວ່າ​ເປັນ​ສີຣິມຸງ​ຄຸນ ​ເປັນ​ໂຊກ​ດີ​ປີ​ໃໝ່​ເພາະວ່າ​ຄຳ​ວ່າ " ໝາກກ້ຽງ " ອອກສຽງ​ພາສາ​ຈີນ​ກາງ​ວ່າ: " ຈີ​ຈື້ " ສຽງ​ນີ້​ມັນ​ໄປ​ໃກ້​ຄຽງ​ກັບ​ຄຳ​ວ່າ " ຈີ​ລີ້ " ທີ່​​ແປ​ວ່າ​ສິຣິມຸງຄຸນ ສາ​ເຫດ​ກໍ​ເປັນ​ແນວ​ນີ້​ລະ​ຄົນ​ຈີນ​ຈຶ່ງ​ມັກ​ເອົາ​ໝາກກ້ຽງ​ໄປ​ຕ້ອນ​ກັນ ​ໂດຍ​ສະ​ເພາະ​ບຸນ​ກຸດ​ຈີນ. ​ແຕ່​ວ່າ​ຂອງ​ຂັວນທີ່​ຫ້າມ​ເອົາ​ໄປ​ໃຫ້​ຄົນ​ຈີນ​ແທ້ໆ​ໂດຍ​ສະ​ເພາະ​ໃຫ້​ຜູ້​ເຖົ້າຂໍ​ເຕືອນ​ອີກ​ເດີ​ ຢ່າ​ຊື້​ໂມງ​ໄປ​ເປັນ​ຂອງ​ຂັວນ​ໃຫ້​ເພິ່ນ​ຈະ​ເປັນ​ໂມງ​ຫ້ອຍ​ຝາ​ຫຼື​ໂມງ​ໃສ່​ແຂນ​ກໍ່​ຢ່າ ​ເພາະ​ມັນ​ໝາຍ​ເຖິງ " ການ​ສົ່ງ​ສະການ " ​ເຈົ້າຢາກ​ໃຫ້​ຂ້ອຍ​ຕາຍ​ໄວໆ​ເຈົ້າຈົ່ງ​ເອົາ​ຂອງ​ຂັວນທີ່​ເປັນ​ໂມງ​ມາ​ໃຫ້​ຂ້ອຍ! ຄົນ​ຈີນ​ຄຶດ​ຈັ່ງຊັ້ນ​ເກາະ! ​ເອົາ, ຟັງ​ເພງ​ອີກ​ຊຸດ​ໜຶ່ງ​ກ່ອນ​ແລ້ວ​ຈະ​ກັບ​ມາ​ເລົ່າ​ສູ່​ຟັງ​ວ່າ​ຕາມ​ປະ​ເພນີ​ຂອງ​ຈີນ​ແລ້ວ​ມື້​ສຸດ​ທ້າຍ​ຂອງ​ປີ​ເກົ່າ​ຄື​ວັນ​ທີ 22 ​​ແລະ​ມື້​ປີ​ໃໝ່​ວັນ​ທີ 23 ທີ່​ຈະ​ມາ​ຮອດ​ນີ້​ຄົນ​ຈີນ​ເພິ່ນ​ໃຫ້​ເຮັດ​ຫຍັງ​ແລະ​ບໍ່​ໃຫ້​ເຮັດ​ຫຍັງ?

​ເພງ

ຈົບ​ໄປ​ອີກ​ເພງ​ຈີນ​ມ່ວນ​! ຢ່າ​ລືມ​ເດີ້​ທ່ານ​ຜູ້ຟັງ ຟັງ​ລາຍການ​ນີ້​ຫຼື​ລາຍການ​ຕ່າງໆ​ຂອງ CRI ​ແລ້ວ​ມີ​ຄຳ​ເຫັນ​ເຂົ້າມາ​ແດ່​ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮູ້​ວ່າ​ທ່ານ​ມັກ​ຫຍັງ? ບໍ່​ມັກ​ຫຍັງ? ​ເພື່ອ​ຈະ​ຄ່ອຍໆ​ປັບ​ປຸງ​ແກ້​ໄຂ​ໃຫ້​ຖືກ​ໃຈ​ທ່ານ 711477 ຫຼື 9300 ບັດ​ນີ້​ໜຸ່ມ​ໃຫຍ່​ຈະ​ມາ​ເວົ້າສູ່​ຟັງ​ວ່າ​ຕາມປະ​ເພນີ​ຈີນ​ແລ້ວ​ໃນ​ມື້​ສິ້ນປີ​ເກົ່າ​ທີ່​ປີ​ນີ້​ຈະ​ແມ່ນ​ວັນ​ອາທິດ ມື້ຮື​ນິລະ ຄົນ​ຈີນ​ຫຼື​ຄົນ​ລາວ​ເຊື້ອສາຍ​ຈີນ ​ເພິ່ນ​ຈະ​ອາບນ້ຳຊຳລະ​ຮ່າງ​ກາຍ​ໃຫ້​ສະອາດ​ຈົບງາມ​ແລ້ວກໍ​ນຸ່ງ​ເຄື່ອງ​ໃໝ່ໆ​ງາມໆ ສ່ວນ​ເຄື່ອງ​ເກົ່າ​ກໍ​ຊັກ​ໄວ້​ໃຫ້​ສະອາດຈົບງາມ. ​ໃນ​ຄືນ​ວັນ​ທີ 22 ທີ່​ເປັນ​ມື້​ສຸດ​ທ້າຍ​ຂອງ​ປີ​ເກົ່າ​ຄົນ​ຈີນ​ຈະ​ຈູດ​ກະ​ໂພ​ກກັບ​ດອກ​ໄມ້​ໄຟ​ຫຼາຍ​ເວົ້າ​ແນວ​ນີ້​ບໍ່​ໄດ້​ສະໜັບສະໜູນ​ສົ່ງ​ເສີມ​ໃຫ້​ຄົນ​ຈີນ​ຫຼື​ຄົນ​ລາວ​ເຊື້ອສາຍ​ຈີນ​ຈູດ​ໝາກກະ​ໂພ​ກ​ເດີ້​ຢູ່​ລາວ​ເພິ່ນ​ບໍ່​ໃຫ້​ເຮັດ​ກໍ່​ຢ່າ​ເຮັດ​ຄັນ​ເຮັດ​ກໍ​ໜ່ວຍ​ນ້ອຍໆ​ພໍ​ເປັນ​ພິທີ​ບໍ່? ຫຼັງ​ຈາກ​ຈູດ​​ແລ້ວ​ຂີ້​ເຫຍື້ອ​ມັນ​ຄົນ​ຈີນ​ຈະ​ບໍ່​ປັດກວາດ​ຖິ້ມ​ເທື່ອ​ໄດ໋ ​ເພາະວ່າ​ສີ​ມັນ​ແດງ​ງາມ​ແລະ​ເປັນ​ສັນຍາ​ລັກ​ຮັບ​ໂຊກ ຮັບ​​ໄຊ​! ຄັນ​ຮອດ​ມື້​ຂື້ນ​ປີ​ໃໝ່​ມື້​ທຳ​ອິດ​ຫັ້ນປີ​ນີ້​ຖື​ກວັນ​ທີ 23 ວັນ​ຈັນ​ທີ່​ຈະ​ມາ​ຮອດ​ນິລະ ຄົນ​ຈີນ​ບໍ່​ໃຫ້​ຊັກ​ເຄື່ອງນຸ່ງ​ໄດ໋, ​ແລ້ວ​ມື້​ຂື້ນ​ປີ​ໃໝ່​ມື້​ທຳ​ອິດ​ນີ້​ຄົນ​ຈີນ​ກໍ​ຈະ​ບໍ່​ອອກ​ໄປ​ໃສ ຢາມ​ໃຜ​ເທື່ອ​ເພາະ​ແມ່ນ​ມື້​ເຕົ້າ​ໂຮມ​ຄອບຄົວ​ຍາດ​ພີ່ນ້ອງ​ແທ້ໆ! ຫວິດມື້​ຂື້ນ​ປີ​ໃໝ່​ແລ້ວ​ພວກ​ເພິ່ນ​ຈຶ່ງ​ເລີ່​ມ​ໄປ​ຢາມ​ກັນ.