ບຸນ​ກຸດຈີນ

(GMT+08:00) 2012-02-09 14:57:36     cri

ສະບາຍດີມິດ​ລາຍການ​ທີ່​ຮັ​ກ​ແພງ​ທຸກໆ​ທ່ານ!​​ ​ໃຈ​ໜຸ່ມ​ໃຫຍ່​ກໍ​ຫ້າວ​ຢາກ​ທັກ​ທາຍ​ມິດ​ລາຍການ​ດ້ວຍ​ຄຳ​ວ່າ: ສະບາຍດີ​ປີ​ໃໝ່​ຢູ່! ​ແຕ່​ເວລາ​ອອກ​ອາກ​າດຂອງ​ລາຍການ​ເບິ່ງ​ເມືອງ​ຈີນ​ຄືນ​ນີ້ ຍັງ​ຢູ່​ໃນ​ມື້ສຸ​ດທ້າ​ຍຂອງ​ປີ​ເກົ່າ​ຂອງ​ຊາວ​ຈີນ​ຢູ່! ມື້ອື່ນພຸ້ນ​ລະ​ຈັ່ງ​ຊິ​ທັກ​ທາຍ​ເລີ່​ມຕົ້ນລາຍ​ການ​ດ້ວຍ​ຄຳ​ວ່າ: " ຊິນ​ໜຽນ​ໄຄວ​ເລີ " ສະບາຍດີ​ປີ​ໃໝ່​ຢ່າງ​ເຕັມ​ປາກ! ​ແຕ່​ວ່າ​ຈັ່ງ​ໃດ​ກໍ​ຢ່າ​ທ່ານ​ຜູ້​ຟັງ! ຄືນ​ນີ້​ຖື​ວ່າ​ເປັນ​ຄືນ​ທີ່​ສຳຄັນ​ທີ່​ສຸດ​ຂອງຄົນ​ຈີນ ຫຼື ຄົນ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ໃນ​ຮອບ​ປີ​ໜຶ່ງ! ​ເພາະວ່າ​​ແມ່ນຄືນ​ສົ່ງ​ທ້າຍ​ປີ​ເກົ່າ ຮອດ​ເວລາ 0​ໂມງ​ຂອງ​ຄືນ​ນີ້​ປັບ​ຄົນ​ຈີນ​ໃນ​ທົ່ວ​​ໂລກ​ກໍ​ຈະ​​ໄຊ​ໂຍ​ໂຮ່ຮ້ອງ​ຕ້ອນຮັບ​ປີ​ໃໝ່​ປີ​ມັງກອນ​ຢ່າງ​ຟົດ​ສະນັ່ນຫວັ່ນ​ໄຫວ​ເບີກ​ຊານ​ມ່ວນ​ຊື່ນ​ຫຼາຍໆ​ເລີຍລະ!​​ ໃນ​ຄືນ​ວັນ​ສຸກ​ຜ່ານ​ມາ​ນີ້​ໜຸ່ມ​ໃຫຍ່​ກໍ​ພາ​ເວົ້າຄຳ​ອວຍພອນ​ປີ​ໃ​ໝ່ຈີນ​ກັບ​ຄຳ​​ເວົ້າ​​ແກ້​ເຄັດ ຫຼື ​ຄຳ​ເວົ້າ​ແກ້​ຮ້າຍ​ໃຫ້​ກາຍ​ເປັນ​ດີ​ໄປ​ຈຳນວນ​ໜຶ່ງ​ລະ​ເດ​ເນາະ!​​ເລີ່​ມມື້ອື່ນ​ເຊົ້າມິດ​ລາຍການ​ລາວ​ກໍ​ສາມາ​ດ​ເອົາ​ໄປ​ເວົ້າອວຍພອນ​ຍາດ​ພີ່ນ້ອງ ຫຼື​ໝູ່ຄູ່​ທີ່​ເປັນ​ຄົນ​ຈີນ​ຢູ່​ທາງ​ວຽງ​ຈັນ ຫຼື ​ແຂວງ​ວຽງ​ຈັນ​ໄດ້​ໂລດ​ລະ !​ຢ່າ​ລືມ​​ເດີ​ໄປ​ຢາມ​ເຮືອນຄົນ​ຈີນ​ຂອງຕ້ອນ​ທີ່​ເປັນ​ສິຣິມຸງຄຸນ​ທີ່​ສຸດ​ກໍ​ແມ່ນ​ໝາກກ້ຽງ​ໄດ້​ເປັນຕົ້ນ​ແຫ່ງ​ດີ ຖື​ເປັນ​ສິຣິມຸງ​ຄຸນ​ຫຼາຍ​ສຳລັບ​ຄົນ​ຈີນ! ​ເອົາ, ຄືນ​ນີ້​ແມ່ນ​ຄືນ​ທີ່​ມີ​ຄວາມ​ສຸກ​ທີ່​ສຸດ​ຂອງຄົນ​ຈີນ ໜຸ່ມ​​ໃຫຍ່​ກໍ​ຈະ​ເອົາ​ແຕ່​ເພງ​ມ່ວນໆ​ຫ້າວໆ​ພ້ອມ​ເພງ​ອວຍພອນ​ປີ​ໃໝ່​ມາ​ເປີດ​ສະຫຼັບ​ສັບ​ປ່ຽນ​ກັບ​ການ​ລົມ​ເລື່ອງ​ປີ​​ໃໝ່​ໄປ​ພ້ອມ​ມາ​ຟັງ​ເພງ​ມ່ວນໆ​ຊຸດ​ທຳ​ອິດ​ເລີຍ​ເນາະ!

​ເພງ

2​ ເພງ​ທຳ​ອິດ​ຜ່າ​ນ​ໄປ! ມິດ​ລາຍການ​ທ່ານ​ໃດ​ຄິດ​ຢາກ​ຈະ​ໂທ​ມາຫຼິ້ນຳ​ໜຸ່ມ​ໃຫຍ່​ຄືນ​ນີ້​ຂໍ​ໂທດ​ຫຼາຍໆ​​ເພາະ​ຄືນ​ນີ້​ບໍ່​ແມ່ນ​ລາຍການ​ສົດ ​ແມ່ນ​ລາຍກາ​ອັດ​ໄວ້, ຕອນ​ນີ້​ໜຸ່ມ​ໃຫຍ່​ກຳລັງ​ກິນ​ເຂົ້າ​ສັງ​ສັນ​ກັບ​ພະນັກງານ​ທັງ​ຈີນທັງ​ລາວ​ຢູ່​ສຳນັກງານ​ຜູ້ຕາງໜ້າ CRI ປະຈຳ​ລາວ​ຢູ່​ຖະໜົນ​ໜອງ​ບອນ​ພຸ້ນ​ລະ! ນາງ ມູ້ສຽງ​ຫຼິນ ຫຼື ຊື່​ລາວ​ເພິ່ນ​ວ່າ ​ແສງ​ແກ້ວ ​ເປັນ​ຜູ້​ພາ​ມ່ວນ​ຊື່ນ​ຢູ່​ລະ​ໃນ​ຂະນະ​ນີ້! ນັບ​ແຕ່ຄື​ນນີ້​ໄປ​ອີກ​ປະມານ 10 ມື້ ​ໃນ​ຄອບ​ຄົວ​ຄັນ​ຈີນ ຫຼື ຄົນ​ລາວ​ເຊື້ອສາຍ​ຈີນ​ຮັບ​ຮອງ​ວ່າ​ຈະ​ມີ​​ແຕ່​ສິ່ງ​ດີ​ໆ​ເວົ້ານວນ​ຫົວ​ມ່ວນ​ນຳ​ກັນ ສິ່ງ​ບໍ່​ດີສະໝຽດຈັງ​ໄຮ​ຕ່າງໆ​ຈະ​ບໍ່​ໄດ້​ຍິນ​​ແນ່ນອນ! ​ເພາະ​ຄົນ​ຈີນ​ມີ​ຄວາ​ມ​ເຊື່ອ​ວ່າ​ເລີ່ມຕົ້ນປີ​​ໃໝ່​ດ້ວຍ​ສິ່ງ​ດີ​ໆ ຕະຫຼອດ​ປີ​ກໍ​ຈະ​ມີ​ແຕ່​ສິ່ງ​ດີໆ​ເຂົ້າມາ​ໃນ​ຊີວິດ ​ເຂົ້າມາ​ໃນ​ຄອບຄົວ ​ເວົ້າ​ແທ້​ແລ້ວ​ຈີນ​ພັດທະນາ​ໄປ​ຫຼາຍ​ທໍ່​ໃດ ສິ່ງ​ໃໝ່ໆ​ກໍ​ເກີດ​ຂື້ນ​ມາ​ຫຼາຍ​ທໍ່​ນັ້ນ ຄວາມ​ໝາຍ​ຄື​ຮູບ​ແບບ​ການ​ສະຫຼອງ​ກຸດ​ຈີນ​ກໍ​ມີ​ການ​ປ່ຽນ​ແປງ​ໄປ​ຕາມ​ຍຸກ​ຕາມ​ເວລາ​ແຕ່​ວ່າ​ສຳລັບ​ຄົນ​ຈີນ​ແລ້ວ​ບຸນ​ກຸດ​ຈີນ​ຍັງຄົງ​ຮັກສາ​ຖານະ​ທີ່​ສຳ​ຄັນ​ທີ່​ສຸດ​ຖ້າ​ທຽບ​ໃສ່​ບຸນ​ປະ​ເພນີ​ອື່ນ​ໆ ບໍ່​ມີ​ບຸນ​ໃດ ງານ​ໃດ ກິດຈະກຳ​ທາງ​ຮີດຄອງ​ປະ​ເພນີ​ໃດ ຈະ​ມາ​ແທນ​ທີ່​ບຸນ​ກຸດ​ຈີນ​ໄດ້. ປະຫວັດ​ຂອງບຸນ​ກຸດ​ຈີນ​ມີ​ມາຍາ​ວນານ​ມາ​ຕັ້ງວ່າ 4000 ປີ​ກ່ວາ​ແລ້ວ​ໄດ໋ທ່ານ​ຜູ້​ຟັງ. ຢາກ​ຂໍ​ເວົ້າສູ່​ຟັງ​ກ່ຽວ​ກັບ​ປະຫວັດ​ຂອງ​ບຸ​ນກຸດ​ຈີນ​ສູ່​ຟັງ​ຈັກ​ນ່ອຍ, ​ແຕ່​ກີ້​ແຕ່​ກ່ອນ​ບໍ່​ໄດ້​ເອີ້ນ​ວ່າ​ບຸດ​ກຸດ​ຈີນ​ໄດ໋​ເວລາ​ເຮັດ​ກໍ​ບໍ່​ແນ່ນອນ, ​ໃນ​ 2100 ປີ​ກ່ອນ​ ຄສ ​ໃນ​ສະ​ໄໝ​ນັ້ນຖື​ການ​ໂຄຈອນຮອບ​ໜຶ່ງ​ຂ​ອງດາວ​ຈູ​ປີ​ເຕີ​ເປັນ 1 ຊຸ່ຍ ຕອນ​ນັ້ນຈື່ງ​ເອີ້ນ​ກຸດ​ຈີນ​ວ່າ: " ຊຸ່ຍ " ຕໍ່​ມາ 1000 ປີ​ກ່ວາ​ກ່ອນ ຄສ ກໍ​ເອີ້ນ​ກຸດ​ຈີນ​ວ່າ " ໝຽນ " ທີ່​ມີ​ຄວາມ​ໝາຍ​ວ່າການ​ເກັບ​ກ່ຽວ​ໄດ້ຜົນ​ອຸດົມສົມບູນ. ກ່ຽວ​ກັບ​ບຸນ​ກຸ​ດຈີນ​ນີ້​ຍັງ​ມີນິທານ​ເລື່ອງໜຶ່ງ​ທີ່​ຄົນ​ຈີ​ນຮູ້​ດີ​ມ່ວນ​ໄດທ່ານ​ຜູ້​ຟັງ, ​ເອົາ, ຟັງ​​ເພງ​ກ່ອນ​ແລ້ວ​ຈະ​ເລົ່າ​ສູ່​ຟັງ!


​ເພງ

 ເອົາ, ​ຟັງ​ເພງ​ມ່ວນໆ​ຜ່ານ​ໄປ​ແລ້ວ​ບັດ​ນີ້​ໜຸ່ມ​ໃຫຍ່​ຈະ​ເລົ່າ​ນິທານ​ທີ່​ຄົນ​ຈີນ​ເຊື່ອ​ຖື​ສູ່​ຟັງ. ຄື​ໃນ​ກາລະ​ຄັ້ງໜຶ່ງ​ດົນ​ນານ​ມາ​ແລ້​ວມີ​ຜີ​​ໂຕ​ໜຶ່ງຊື່ວ່າ " ໝຽນ " 365 ວັນ ມັນ​ຈະ​ປະກົດ​ຕົວ​ອອກ​ມາ​ເທື່ອ​ໜຶ່ງ​ເພິື່ອ​ມາ​ຫາ​ກິນ​ມະນຸດ. ຊາວບ້ານ​ຈຶ່ງ​ຮຽກ​ມື້ນັ້ນວ່າ " ໝຽນກວນ " ຖ້າ​ໃຜ​ສາມາດ​ຜ່ານ​ມື້​ທີ 365 ທີ່​ຜີ​ໝຽນອອກ​ມານັ້ນ​​ໃນ 356ຕໍ່​ໄປ​ກໍ່​ໝາຍ​ເຖິງ​ປີ​ໜຶ່ງ​ຫັນ​ລະ​ເນາະ! ກໍ​ຈະ​ມີ​ແຕ່​ຄວາມ​ສະດວກ​ສະບາຍ​ມີ​ຄວາມ​ຜາ​ສຸກ, ຄົນ​ຈີ​ນ​ໃນ​ຕອນ​ນັ້ນຈຶ່ງ​ເອີ້ນ​ວ່າ: " ກົ້ວໝຽນ " ກົ້ວ ​ແປ​ວ່າ ຜ່ານ​ໄປ ຕໍ່​ມາ​ຊາວບ້າ​ນຮູ້​ວ່າ ຜີ​ໝຽນມັນ​ຢ້ານ​ສີ​​ແດ​ງ ​ແລະ ສຽງ​ໝາກກະ​ໂພ​ກ ສະ​ນັ້ນ​ເມື່ອຮອດ​ມື້ " ກົ້ວໝຽນ "ຊາວບ້ານ​ກໍ​ຈະ​ນຳ​ເອົາ​ຄຳ​ຄະຕິ​ຄູ່ ທີ່​ເປັນສີ​ແດງມາ​ຕິດ​ໄວ້​ຂອບ​ປະຕູ​ເຮືອນ​ແລະ​ຈູດ​ໝາກ​ກະ​ໂພ​ກ​ໃຫ້ດັງ​ຕະຫຼອດ​ຄືນ ​ເລີຍ​ເຮັດ​ໃຫ້ " ຜີ​ໝຽນ " ບໍ່​ກ້າ​ອອກ​ມາ​ກິນ​ຊາວ​ບ້ານ​ອີກ, ຕໍ່​ມາ​ການ​ຫ້ອຍ​ໂຄມ​ໄຟ​ສີ​ແດງ​ຕິດ​ຄຳ​ຄະຕິ​ຄູ່​ສີ​ແດ​ງ ​ແລະ​ການ​ຈູດໝາກກະ​ໂພ​ກຈຶ່ງ​ຄ່ອຍໆ​ກາຍ​ເປັນ​ປະ​ເພນີ​ການ​ສະຫຼອງ​ປີ​ໃໝ່​ແລະ​ສື​ບທອດ​ມາ​ຈົນ​ຮອດ​ປະຈຸ​ບັນ​ນີ້. ອັນ​ນັ້ນກໍ​ຄື​ນິທານ​ກ່ຽວ​ກັບ​ບຸນ​ກຸດ​ຈີນ​ທີ່​ຄົນ​ຈີນ​ທົ່ວ​ໄປ​ຮູ້​ດີ​ໜຸ່ມ​ໃຫຍ່​ກໍ​ເລີຍ​ຊອກ​ເອົາ​ມາ​ເລົ່າ​ໃຫ້​ທ່ານ​ຜູ້​ຟັງ​ລາວ​ຮູ້​ນຳ​ເພື່ອ​ເປັນຄວາມ​ຮູ້​ເລັກໆ​ນ້ອຍ​ໆ! ​ເລື່ອງ​ຫຍັງ​ຄື​ກັນ​ຢ່າ​ລືມ​ຄຳ​ຄົມ​ຂອງ​ຈີນ​ວ່າ " ຮູ້​ເຂົາ ຮູ້​ເຮົາ ສູ້​ຮົບ​ຮ້ອຍ​ເທື່ອ ຊະນະ​ຮ້ອຍ​ເທື່ອ " ບໍ່​ມີ​ຈະ​ຕີ​ກອບ​ໃຫ້​ຕົນ​ເອງ ອອ່ນຕໍ່​ໂລກ​ຫຼາຍ​ບໍ່​ດີ ຖືກ​ຫຼອກ ຖືກຕົ້ມງ່າຍ ຖືກ​ເຂົາ​ກິນ​ຫົວ​ງ່າຍ​ໄດ໋! ບໍ່​ວ່າ​ບຸ​ກຄົນ​ກໍ​ຄື​ປະ​ເທດ​ຫັນ​ລະ. ຄັນ​ໃກ້​ຈະ​ຮອດ​ບຸນ​ກຸ​ດຈີນ​ແລ້ວ​ຄົນ​ຈີນ​ບໍ່​ວ່າ​ຈະ​ຢູ່​ຊົນນະບົດ​ຫຼື​ໃນ​ເມືອງກໍ​ດີ​ໃຈ​ຮ່ອມໆ​ຢູ່​ແລ້ວ ປານ​ກ່ອນ​ຈະ​ຮອດ​ບຸນ​ປີ​ໃໝ່​ລາວ 1-2 ອາທິດ​ຄົນ​ລາວ​ຮູ້​ສຶກ​ແນວ​ໃດ? ຄົນ​ຈີນ​ກໍ​ຮູ້ສຶກ​ແນວ​ນັ້ນລະ!​ ​ກ່ອນ​ຈະ​ຮອດ​ມື້ບຸນ​​ເກືອບ​ເດືອນ​ຄົນ​ຈີນ​ຢູ່​ຊົນນະບົດ​ກໍ​ຫ້າງ​ຫາ​ກະກຽ​ມ​ໄວ້​ແຕ່​ໄກ​ໆ ພໍ​ເຂົ້າສູ່​ເດືອນ​ທັນວາ​ແຕ່​ລະ​ຄອບຄົວກໍ​ເລີ່​ມກະກຽມ​ຕ້ອນຮັບ​ກຸດ​ຈີນ​ຫຼາຍອັນ, ​ເຊັ່ນ​ວ່າ: ທຳ​ຄວາມ​ສະອາດ​ເຮືອນ​ຊານ​ບ້ານ​ຊ່ອງ, ຊັກ​ເຄື່ອງນຸ່ງ ຊັກ​ຜ້າ​ຫົ່ມ​ເພື່ອ​ເປັນ​ການ​ຂັບ​ໄລ່​ຄວາມ​ເປິ​ເປື້ອນອອກ​ຈາກ​ເຮືອນ ​ເຮັດ​ໃຫ້​ເຮືອນ​ຊານ​ບ້າ​ນຊ່ອງ​ມີ​ໃບ​ໜ້າ​ໃໝ່, ​ແລ້ວ​ກໍ​ຊື້​ອາ​ຫານການ​ກິນ​ມາ​ສຳຮອງ​ໄວ້ຫຼາຍໆ ບໍ່​ວ່າ​ຈະ​ເປັນ​ເຂົ້າປາ​ອາຫານ, ຂະໜົມ, ໝູ​​ເຫັດ​ເປັດ​ໄກ່ ໝາກ​ໄມ້​ເພື່ອ​ໄວ້ກິນ​ໃນ​ຄອບ​ຄົວ ກໍ​ຄື​ຮັບ​ແຂກ​ຮັບ​ຄົນຮັບ​ໝູ່​ຮັບ​ຄູ່​ຍາດ​ພີ່ນ້ອງ​ທີ່​ຈະ​ມາ​ຢ້ຽມຢາມ​ແລ້ວ​ກິນ​ເຂົ້າສະຫຼອງ​ກັນ! ດຽວ​ນີ້​ຢູ່​ຈີນ​ສະ​ບາຍ​ດັ​ອກສິນຄ້າ​ບໍ່​ອຶດ​ບໍ່​ຢາກ ຂໍ​ແຕ່​ມີ​ເງິນ ຄັນ​ຄື​ແຕ່ 30-40 ປີ​ກ່ອນ ​ໂອ໋ຍ​! ຈີນ​ທຸກ​ຫຼາຍ​ທໍລະມານ​ແທ້​ໆ​ຕ້ອງ​ໄດ້​ຊອກ​ຊື້​ຊອກ​ຫາ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ​ມາ​ທ້ອນ​ໄວ້​ກ່ອນ​ຮອດ​ມື້​ກຸດ​ຈີ​ນໜຸ່ມ​ໃຫຍ່​ກໍ​ບໍ່​ໄດ້​ຢູ່​ຈີນ​ດັ​ອກຕອນ​ນັ້ນ​ແຕ່​ໄດ້​ຍິນ​ຜູ້​ເຖົ້າຈີນ​ຜູ້​ເພິ່ນ​ອາຍຸ 60-70 ປີ​​ແລ້ວ​ເວົ້າສູ່​ຟັງ! ມັນ​ກໍ​ຕ້ອງ​ໄດ້​ຊື້​ມາ​ອ່າວ​ຫຼາຍ​ແດ່​ຫັ້ນລະ​ທ່ານ​ຜູ້​ຟັງ! ​ເພາະ​ວ່າ​ຕາມ​ປະ​ເພນີ​ແທ້ໆ​ແລ້ວ​ໄລຍະ​ບຸນ​ກຸດ​ຈີນ​ມັນ​ແກ່ຍາວ​ໄປ​ປະມານ 3ອາທິດ​ພຸ້ນ​ໄດ໋! ຊິ​ແລ່ນ​ໄປ​ຕະຫຼາດ​ຢູ່​ບໍ່​ເຊົາ​ກໍ​ລຳ​ຄານ​ໄດ​ເນາະ! ​ເອົ​າ, ຟັງ​ເພງ​ກ່ອນ​ແລ້ວ​ຈັ່ງ​ຊິ​ເວົ້າສູ່​ຟັງ​ວ່າຄົນ​ຢູ່​ໃນ​ເມືອງ​ເດ​ກ່ອນ​ຫຼື​ໃນ​ໄລຍະ​ບຸນ​ກຸດ​ຈີນ​ຂະ​ເຈົ້າ​ເຮັດ​ຫຍັງ​ແດ່ ?

​ເພງ

ບັດ​ນີ້​ກໍ​ຈະ​ເວົ້າ​ເຖິງຄົນ​ຢູ່​ໃນ​ເມືອງ​ຢູ່​ປະ​ເທດ​ຈີນ​ພຸ້ນ​ວ່າ​ກ່ອນ​ມື້ບຸນ​ກຸດ​ຈີນ​ປີ​ນີ້​ທີ່​ສຳຄັນ​ທີ່​ສຸດ​ກໍ່​ແມ່ນ​ຄືນ​ນີ້​ລະ​ເຂົາ​ເຈົ້າກະກຽມ​ແນວ​ໃດ? ຢູ່​ຕາມ​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ​ໜ່ວຍ​ງານ​ວັດທະນະທຳ ຄະນະ​ສິລະ​ປະ​ວັນະ​ຄະດີທັງ​ບູຮານ​ທັງ​ທັນ​ສະ​ໄໝ​ກໍ່​ກະກຽມ​ລາຍການ​ສະ​ແດງ​ຢ່າງ​ຫຼວງ​ຫຼາຍ​ພາຍ​ມາກ​ເພື່ອ​ໄວ້​ສະ​ແດງ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ລາຍ​ການ​ໜຶ່ງ​ທີ່​ສຳລັບ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຢູ່​ປະ​ເທດ​ຈີນ​ໃນ​ຄືນ​ນີ້​ນິນະ​ແມ່ນ​ລາຍການ​ພິ​ເສດ​ຂອງ​ສະຖານີ​ໂທລະພາບ​ສູນ​ກາງຂອງຈີນ​ຫຼື CCTV ທີ່​ເອີ້ນ​ວ່າ " ຊຸ​ນຫວັນ " ຄົນ​ຈີນ​ເກືອບ​ທຸກ​ຄອບຄົວ​ທີ່​ເຕົ້າ​ໂຮມ​ກັນ​ກິນ​ເຂົ້າຮ່ວມ​ກັນ​ໂອ້​ລົມ​ກັນ​ມ່ວນ​ຊື່​ນ​ໃນ​ຄືນ​ນີ້​ຈະ​ເບິ່ງ​ລາຍການ​ນີ້​ໄປ​ນຳ​ຄວາມ​ສຳຄັນ​ຂອງ​ລາຍການ​ໂທລະພາບ​ຄືນ​ນີ້​ຖ້າ​ໃຜ​ຖືກ​ຄັດ​ເລືອກ​ຂື້ນ​ໄປ​ສະ​ແດງ​ຢູ່​ເທິງ​ເວທີ​ຄືນ​ນີ້​ໄດ້​ກໍ​ຈະ​ກາຍ​ເປັນ​ຄົນ​ດັງ​ໄປ​ທົ່ວ​ປະ​ເທດ​ຈີນ​ໃນ​ຄືນ​ນີ້​ເລີຍ​ເພາະ​ເປັນ​ລາຍກການ​ໂທລະພາບ​ທີ່​ມີ​ຜູ້​ຊົມ​ຫຼາຍ​ທີ່​ສຸດ​ໃນ​ໂລກ ສະນັ້ນການ​ຄັດ​ເລືອກ​ລາຍການ​ແລະ​ຄະນະ​ສະ​ແດງ ບຸກຄົນ​ສະ​ແດງ​ໃນ​ຄືນ​ນີ້​ຈຶ່ງ​ພິຖີ​ພິຖັນ​ແທ້ໆ ​ເພື່ອ​ບໍ່​ເຮັດ​ໃຫ້​ຜູ້ຊົມ​ຜິດ​ຫວັງ ຝິມື​ສຸດ​ຍອດ​ອີ່ຫຼີ​ຈຶ່ງ​ໄດ້​ຂື້ນ​ສະ​ແດງ​ໃນ​ຄືນ​ນີ້! ຢູ່​ຕາມ​ໃນ​ເມືອງ​​ໃຫຍ່​ບຸນ​ວັດ​ກໍ​ສຳຄັນ​ຫຼາຍ​ຖື​ວ່າ​ເປັນ​ປະ​ເພນີ​ມາ​ແຕ່​ດົນ​ນານ​ໃນ​ໄລຍະ​ກຸດ​ຈີນ​ເພິ່ນ​ຈະ​ຈັດ​ທັງ​ຢູ່​​ໃນ​ວັດ​ກໍ​ມີ ຢູ່​ຕາມ​ເດີ່ນ ຕາມ​ສວນສາທາລະນະລັດ​ກໍ​ມີ​ການສະ​ແດງ​ ມີ​ການ​ຂາຍ​ສິນຄ້າ​ນາ​ໆ​ຊະນິດ ຂາຍ​ເຄື່ຶອງຢູ່​ຂອງ​ກິນ ​ໂອ່ຍ! ມີ​ຫຼາກ​ຫຼາຍ​ມ່ວນ​ຊື່ນ​ອີ່ຫຼີ ຄົນ​ກໍ​ເຈົ້າ​ເອີຍ ຄັບ​ແຄບ ​ແອ​ອັດ ຕອນ​ຢູ່​ປັກ​ກິ່ງ​ໜຸ່ມ​ໃຫຍ່​ໄປ​ສຳ​ຜັດ​ບຸນ​ວັດ​ມາ 2-3 ​ເທື່ອ​ແລ້​ວ! ​ເບິ່ງ​ບຸນທ​າດຫຼວງ​ກັບ​ບຸນຊ່ວງ​ເຮືອ​ວັດ​ຈັນ​ໂລດ​ບັນ​ຍາ​ກາ​ດຄື​ກັນ​ບໍ່​ມີ​ຜິດ! ຢູ່​ປັກ​ກິ່ງ​ບຸນ​ວັດ​ມີ​ຫຼາຍ​ບ່ອນ ​ແຕ່​ບ່ອນ​ທີ່​ໃຫຍ່​ທີ່​ສຸດ​ແມ່ນ​ວັດ​ ຕີ້​ຖານ ​ເດີ້​ທ່ານ​ຜູ້​ຟັງ. ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ມາ​ເວົ້າສູ່​ຟັງ​ວ່າ​ບຸນ​ກຸດ​ຈີນ​ຢູ່​ພາກ​ເໜືອ​ກັບ​ພາກ​ໃຕ້​ຂອງ​ຈີນ​ຕ່າງ​ກັນ​ແນວ​ໃດ?

​ເພງ

ຢູ່​ພາກ​ຕ່າງໆ​ຂອງ​ຈີນ​ບໍ່​ວ່າ​ຈະ​ເປັນ​ພາກ​ໃຕ້​ ພາກ​ເໜືອ ພາກ​ຕາ​ເວັນ​ອອກ ພາກ​ຕາ​ເວັນ​ຕົກ ການ​ສະຫຼອງ​ບຸນ​ກຸດ​ຈີນ​ກໍ​ຕ່າງ​ກັນ​ຢູ່​ໄດ​ທ່ານ​ຜູ້​ຟັງ ​ເພາະວ່າ​ປະ​ເທດ​ຈີນ​ມັນ​ກ້ວາງ​ໃຫຍ່​ໄພສານ​ເປັນອັນ​ດັບ 3 ຂອງ​ໂລກ ​ແນ່ນອນ​ແຕ່​ລະ​ບ່ອນ​ກໍ​ຈະ​ມີ​ອັນ​ຕ່າງ​ກັນ. ນິ​ໄສ​ໃຈຄໍ​ຫຼື​ອາຫານ​ກໍ່​ຍັງ​ບໍ່​ຄື​ກັນ​ນະ! ​ແຕ່​ບໍ່​ວ່າ​ຈະ​ຢູ່​ພາກ​ໃດ​ຂອງ​ປະ​ເທດ​ຈີນ​ອັນ​ໜຶ່ງ​ທີ່​ເຮັດ​ຄື​ກັນ​ແມ່ນ​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຄື​ຄືນ​ນີ້​ນິນະ ທຸກ​ຄອບຄົວ​ຈະ​ມາ​ເຕົ້າ​ໂຮມ​ກັບ​ພໍ່​-ແມ່ ພໍ່​ຕູ້-​ແມ່ຕູ້ ລູກ​ຫຼານ ລູກ​ໃພ້ ລູກ​ເຂີຍ​ມາ​ກິນ​ເຂົ້າຮ່ວມ​ກັນ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ຮ່ວມ​ກັນ ! ​ແຕ່​ວ່າ​ອາຫານ​ຈະ​ຕ່າງ​ກັນ​ໜ້ອຍ​ໜຶ່ງ ຄື​ພາກ​ໃຕ້​ອາຫານ​ຄືນ​ນີ້​ມີ 10 ກ່ວາ​ເຍື່ອງ ​ແຕ່​ເຍື່ອງ​ທີ່​ຂ​າດບໍ່​ໄດ້​ແມ່ນ​ເຕົ້າຮູ້​ກັບປາ ​ເພາະວ່າ​ການ​ອອກສຽງ​ເຕົ້າຮູ້​ກັບປາ​ໂຮມ​ກັນ​ແມ່ນ ຟູ​ອູ​ວ ທີ່​ແປ​ວ່າ ຮັ່ງມີ​ລ້ຳລວຍ. ສ່ວນ​ພາກ​ເໜືອ​ທຸ​ກຄົນ​ໃນ​ຄອບຄົວຊ່ວຍ​ກັນ​ຫໍ່​ຂະໜົມກ້ຽວ ​ເຄີຍ​ເຫັນ​ເຄີຍ​ກິນ​ບໍ່​ທ່ານ​ຜູ້​ຟັງ! ​ອັນ​ນີ້​ຖາມ​ຄົນ​ລາວ​ເດີ້​ບໍ່​ໄດ້​ຖາມ​ຄົນ​ຈີນ​! ຂະ​ເຈົ້າ​ເອົ​າ​ແປ້ງ​ໜຸ້ມໆ ອອ່ນໆ ສີຂາວ ມາ​ຫໍ່​ຊີ້ນ​ໝູ​ແລະ​ຊີ້ນ​ອື່ນໆ​ບາງ​ເທື່ອ​ກໍ​ມີ​ຜັກ​ເລັກ​ໆ​ໜ້ອຍໆ​ປະສົມ​ຢູ່​ນຳ ​ເຮັດ​ເປັນ​ໄສ້​ວ່າ​ຊັ້ນສາ ການ​ຫໍ່​ແປ້ງ​ກໍ​ຈະ​ເຮັດ​ເປັນ​ຮູບ​ຄື​ເງິນ​ບູຮານ​ຂອງ​ຈີນຫັ້ນລະ​ເປັນ​ຄື​ຮູບ​ເຮືອ​ຫັນ​ນະ ​ແລ້ວກໍ​ເອົາ​ໄປ​ໜຶ້ງ​ຫຼື​ຕົ້ມ !​ມີ​ວິ​ທີ​ຕົ້​ມ​ໄດ ຕົ້ມ​ບໍ່​ເປັນ​ເລາະ​ຖິ້ມໝົດ​ເກາະ! ​ແລ້ວ​ກໍ​ເອົາ​ມາ​ກິນ​ຈ້ຳນ້ຳສະອິວ​ຈີນ​ສີດຳ​ສົ້ມ, ໜຸ່ມ​ໃຫຍ່​ບໍ່​ມັກ​ສົ້ມກໍ໋ ຈ້ຳສະອິວ​ແມັກ​ກີ້​ນິລະ! ​ໂອ່, ​ແຊບ​ດີ! ກຸດ​ຈີນ​ພາກ​ເໜືອ​ຂາດ​ຂະໜົມກ້ຽວ​ບໍ່​ໄດ້​ດັອກ ຖື​ວ່າ​ເປັນ​ສິຣິມຸງຄຸນ! ຂໍ​ເຕືອນ​ອັນ​ໜຶ່ງ​ເດີ້​ສຳລັບ​ທ່ານ​ຜູ້ຟັງ​ລາວ​ຄັນ​ໄປ​ກິນ​ເຂົ້າຮ່ວມ​ກັບ​ຄອບຄົວ​ຄົນ​ຈີນ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ນີ້ ຢູ່​ໂຕະ​ອາຫານ​ແຊບໆ​ຢ່າ​ໄປ​ກິນ​​ເອົາໆ​ຫົວ​ກໍ່​ມ້າງ​ຈູບ ກ້າງ​ຫາງ​ກໍ່​ຈູບ​ບໍ່​ໄດ້​ໄດ໋ ຄົນ​ຈີນ​ຂະ​ເຈົ້າຖື​ຢ່າ​ກິນ​ໝົດ​ກິນ​ສ້ຽງ ​ໃຫ້​ມີ​ສ່ວນ​ເຫຼື​ອ​ໄວ້ ​ເພື່ອ​ປີ​​ໃໝ່​ຈະ​​ໄດ້​ມີ​ຢູ່​ມີ​ກິນ​ຢ່າງ​ລົ້ນ​ເຫຼື​ອຊັ້ນ​ໄດ! ​ເອົາ, ຟັງ​ເພງ​ອີກ​ກ່ອນ​ແລ້ວ​ຈື່ງ​ມາ​ລົ​ມກັນ​ຕໍ່​ອີກ​ຈັກ​ນ່ອຍ!

​ເພງ

ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຄືນ​ນີ້​ນິປະ​ເພນີ​ຈີນ​ອີກ​ອັນ​ໜຶ່ງ​ທີ່​ສຳຄັນ​​​ເອີ້ນ​ວ່າ: ​ໂສ່ວຊຸ້ຍ ​ແປ​ວ່າ​ຢູ່​ຊອດ​ແຈ້ງ ​ເພື່ອ​ຕ້ອນຮັບ​ຂື້ນປີ​ໃໝ່. ຄືນ​ນີ້​ພໍ​ຮອດ​ຕອນ​ທ່ຽງ​ຄື​ນຄົນ​ຈີນ​ຢູ່​ປະ​ເທດ​ຈີນ​ຈະ​ຈູດ​ກະ​ໂພ​ກຢ່າງ​ສະ​ນັ່ນຫວັ່ນ​ໄຫວ ​ແຕ່​ວ່າ​ຫຼາຍ​ປີ​ມາ​ແລ້ວ​ໄດ໋ ຢູ່​ນະຄອນຫຼວງ​ປັກ​ກິ່ງ​ເພິ່ນ​ຫ້າມ​ຈຸດ​ກະ​ໂພ​ກດອກ​ໄມ້​ໄຟ ນັບ​ແຕ່​ວົງ​ແຫວນ​ທີ 1 ​ຈົນ​ຮອດ​ທີ 5 ນັບ​ຈາ​ກ​ໃຈກາງ​​ເມືອງ​ແທ້​ໆ​ອອກ​ໄປ! ​ເພາະວ່າ​ດຽວ​ນີ້​ປັກ​ກິ່ງ​ມີ 6 ວົງ​ແຫວນ ທີ່​ຖື​ວ່າ​ເປັນ​ເຂດ​ໃນ​ເມືອງ​ອັນ​ນີ້​ກໍ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດອັກ​ຄີ​ໄພ ​ແລະ​ປີ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ພຸ້ນ​ເພິ່ນ​ກະ​ຫ້າມ​ຄື​ກັນ ​ເພາະ​ທັງ​ສ່ຽງ​ທີ່​ຈະ​ເກີດ​ອັກຄີ​ໄພ ທັງ​ກິ່ນ​ທັງ​ຄັວນຂອງ​ມັນ​ກໍ່ສ້າງ​ມົນ​ລະ​ພິດ​ທາງ​ອາ​ກ​າດອີກ. ອີກ​ອັນ​ໜຶ່ງ​ການ​ເຊີດ​ສິງ​ໂຕກໍຂາດ​ບໍ່​ໄດ້​ແລ້ວ​ໃນ​ພິທີ​ສະຫຼອງ​ຕ່າງໆ​ຂອງ​ຈີນ​ແລ້ວ​ເມື່ອ​ການ​ເວລາ​ປ່ຽນ​ໄປ​ຄວາມ​ຢູ່​ດີ​ກິນ​ດີ​ອີ່ມ​ໜຳ​ສຳລານ​ຂອງ​ຄົນ​ຈີນ​ມີ​ຫຼາຍ​ຂື້ນ​ໃນ​ໂອກາ​ດປີ​ໃໝ່​ແນວ​ນີ້​ຄົນ​ຈີນ​ຈຳນວນ​ບໍ່​ໜ້ອຍ​ມັກ​ເດີນທາງ​ໄປ​ທ່ຽວ​ໄກໆ​ຕ່າງ​ເຂດ​ແຂວງ​ທີ່​ມີ​ບ່ອນ​ທ່ຽວ​ງາມໆ ຫຼື ​ໄປ​ຮອດ​ຕ່າງປະ​ເທດ​ພຸ້ນ​ລະ !​​ເປັນ​ກະ​ແສ​ນິຍົມ​ສູງ​ເຕີບ​ໄດ​ຢູ່​ຈີນ​ດຽວ​ນີ້ ​ເພາະ​ຄົນ​ຈີນ​ມີ​ລາຍ​ຮັບ​ເພີ່ມ​ຂື້ນ​ຫຼາຍ​​ເດ໋! ຕົວຢ່າງ​ວ່າ​ຄົນ​ຈີນ​ຢູ່​ພາກ​ເໜືອ​ກໍ​ມັກ​ໄປ​ທ່ຽວ​ເກາະ ​ໄຫ​ຫຼຳ ຫຼື​ພາສາ​ຈີນ​ກາງ​ເອີ້ນ​ວ່າ ​ໄຫ​ໝານ ຫັນ​ລະ! ນອກ​ນັ້ນກໍ​ໄປ​ຮົງ​ກົງ ມາ​ເກົາ​ ​ໄຕ້​ຫວັນ ຫຼື​ມາ​ທ່ຽວ​ປະ​ເທດ​ອາ​ຊຽນກໍ​ຫຼາຍ​ໄດ໋ ບໍ່​ວ່າ​ຈະ​ເປັນ​ໄທ, ມາ​ເລ​ເຊຍ, ສິງກະ​ໂປ ຫຼື ລາວ​ດຽວ​ນີ້​ກໍ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າມາ​ແດ່​ລະ​ໄດ! ຄັນ​ໄປ​ໄກ​ກ່ວານັ້ນກະ​ພຸ້ນ​ແລ້ວ ມານ​ດິຟ, ອົສຕາ​ລີ, ນູ​ເວັນ​ເຊ​ລັງ, ​ເອີຣົບ, ອາ​ເມຣິກາ​ພຸ້ນ​ແລ້ວ! ​ເອົາ,​ໃນ​ໂອກາດ​ບຸນ​ກຸ​ດຈີນ​ຄືນ​ນີ້​ປີ​ນີ້ ກໍ​ອວຍພອນ​ໃຫ້​ຄົນຈີນ​ທີ່ມາ​ເຮັດ​ທຸລະ​ກິດ ມາ​ຄ້າ​ມາ​ຂາຍ ມາ​ເຮັດ​ວຽກ ມາ​ຮຽນ ຫຼື ມາ​ທ່ຽວ​ພ້ອມ​ທັງ​ຄົນ​ຈີນ​ຕ່າງ​ດ້າວ ​ແລະ​ຄົນ​ລາວ​ເຊື້ອສາຍ​ຈີນ​ທຸກ​ຄົນ​ຈົ່ງ​ມີ​​ແຕ່​ຄວາມສຸກ​ກາຍ​ສະບາຍ​ໃຈ​ຕະຫຼອດ​ປີ​ໃໝ່​ປີ​ມັງກອນ​ນີ້​ເດີ້! ຄືນ​ນີ້​ໜຸ່ມ​ໃຫຍ່​ກໍ​ຈະ​ຂໍ​ລາ​ໄປ​ພ້ອ​ມກັບຄຳ​ອວຍພອນ​ທີ່​ດີໆ 2-3 ອັນ​ເປັນ​ພາສາ​ຈີນ​ກາງ​ແລ້ວ​ມື້​ອື່ນ​ທີ່​ເປັນ​ມື້​ຂື້ນ​ປີ​ໃໝ່​ຂອງ​ຄົນ​ຈີນ​ແທ້ໆ ​ເວລາ 19​ ໂມງ​ຈຶ່ງ​ພົບ​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ໄດ້​ໃໝ່​ທາງ CRI ​ແຫ່ງ​ນີ້ ຄືນ​ນີ້​ໜຸ່ມ​ໃຫຍ່​ຂໍ​ລາ​ໄປ​ພ້ອມ​ກັບ​ສຽງ​ເພງ​ແລະ​ຄຳ​ວ່າ:

1. ຊິນ​ໜຽນ​ໄຄ່​ວ​ເລີ
2. ຊິນ​ໜຽນ ສິງ​ຕ້າ​ຢຸ້ນ
3.ກຸ່ງສີ​ຝ່າ​ສາຍ ​ເສີ່​ນຖີຈ່ຽນຄ່າງ