ບັນຫາ​ລົດ​ແ​ລະ​ພົນລະ​ເມືອງ​ຫຼາຍ​ໃນ​ເມືອງ​ໃຫຍ່

(GMT+08:00) 2012-02-09 14:58:56     cri

ສະບາຍດີ​ມິດ​ລາຍການ​ເບິ່ງ​ເມືອງ​ຈີນ​ທຸກ​ທ່ານ! ພໍ​ຮອດ​ເວລາ​ນີ້​ໜຸ່ມ​ໃຫຍ່​ອາລົມ​ດີ​ກໍ​ນຳ​ເອົາ​ລາຍການ​ນີ້​ມາ​ພົບ​ກັບ​ທ່ານ​ທາງ CRI ​ແຫ່ງ​ນີ້​ເປັນ​ປະຈຳ​ບໍ່​ໄດ້​ຂາດ! ​ເພື່ອ​ນຳ​ເອົາ​​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບປະ​ເທດ​ຈີນ ​ແລ​ະ ​ເພງ​ຈີນ​ມ່ວນ​ໆ​ມາ​ເວົ້າ​ໃຫ້ຟັງ!ຄືນ​ນີ້​ໜຸ່ມ​ໃຫຍ່​ຈະ​ເອົາ​ຂໍ້​ຂ້ອງ​ໃຈ​ຂອງ​ມິດ​ລາຍການ​ທີ່​ຊື່ວ່າ​ຈິດ, ຢູ່​ບ້ານ​ວັດ​ໄຕ​ນ້ອຍ, ​ເມືອງ​ສີ​​ໂຄດ​ຕະບອງ, ​ເພິ່ນ​ໂທ​ມາລົມ​ກັບ​ໜຸ່ມ​ໃຫຍ່​ລະບາຍ​ກ່ຽວກັບຈຳນວນ​ລົດ​ໂດຍ​ສະ​ເພາະ​ລົດ​ເກັງທັງ​ເກົ່າ​ທັງ​ໃໝ່​ຢູ່​ນະຄອນຫຼວງ​ວຽງ​ຈັນ ຈັ່ງ​ແມ່ນ​ເພີ່ມ​ຂື້ນ​ໄວ​ພິລຶກ. ຖະໜົນຫຼາຍສາຍ​ກໍ​ແຄບ​ແລະ​ຮູ້ສຶກ​ວ່າ​ຖະໜົນ​ຢູ່​ວຽງ​ຈັນ​ດຽວ​ນີ້​ຈະ​ບໍ່​ພໍ​ບໍລິການ​ລົດ​ໃຫຍ່ ລົດຈັກ​ທີ່​ເພີ່ມ​ຂື້ນ​ໄວ​ຫຼາຍ​ແລ້ວ​ວ່າ​ຊັ້ນ! ການ​ຈະລາຈອນ​ກໍຕິດ​ຂັດ​ນັບ​ມື້ນັບ​ແຮງ ​ໂດຍ​ສະ​ເພາະ​ຕອນ​ເຊົ້າ​ແຕ່ 7:30 – 8:30 ຕອນ​ແລງ​ແຕ່ 16-18​ໂມງ ຈັ່ງ​ແມ່ນ​ທໍລະມານ​ແທ້ໆ ລາງ​ເທື່ອ​ມີ​ນັດ​ວຽກ​ທາງ​ການ​ຫຼື​ວຽກ​ສ່ວນ​ຕົວ​ບາງ​ເທື່ອ​ໄປ​ບໍ່​ທັນ​ກໍ​ມີວ່າ​ຊັ້ນ! ອື!ກໍ​​ແມ່ນ​ຄວາມ​ເພິ່ນ​ໄດ​ເນາະທ່ານ​ຜູ້​ຟັງ ​ເພາະວ່າ​ເວລາ​ທີ່​ເພິ່ນ​ເວົ້າມາ​ຫັ້ນ​ເປັນ​ເວລາ​ທີ່​ໄປ​ໂຮງຮຽນ ​ໄປ​ການ​ແລະ​​ເລີກ​ເດ​ເນາະ! ​ເພິ່ນ​ວ່າ​ໜຸ່ມ​ໃຫຍ່​ເວົ້າສູ່​ຟັງ​ເບິ່ງດູ​ວ່າ​ຢູ່​ຈີນ​ພຸ້ນ​ໂດຍ​ສະ​ເພາະຢູ່​ຕາມ​ຕົວ​ເມືອງ​ໃຫຍ່​ກໍ​ມີ​ບັນຫາ​ລົດ​ເພີ່ມ​ຂື້ນ​ໄວ​ຫຼາຍ​ຄື​ກັນ​ເບາະ? ຄັນ​ມີ​ເພິ່ນ​ແກ້​ແນວ​ໃດ? ​ເພື່ອ​ບໍ່​ໃຫ້ການ​ຈະລາຈອນຕິດ​ຂັດນິ! ອື່,ກໍ​ເປັນ​ຄຳ​ເຫັນ​ແລະ​ຄຳ​ຖາມ​ທີ່​ໜ້າ​ສົນ​ໃຈດີ​ເນາະ ​ແລະ​ກໍ​ຄິດ​ວ່າ​ຜູ້​ຟັງ​ຫຼາຍ​ທ່ານ​ຄົງ​ຈະ​ມີ​ບັນຫາ​ດຽວ​ກັນ ​ແລະ​ຢາກ​ຮູ້​ຄື​ກັນ​ວ່າ​ເລື່ອງ​ນີ້​ຢູ່​ຈີນ​ເປັນ​ແນ​ວ​ໃດ! ຄັນຊັ້ນຟັງ​ເພງ​ກ່ອນ​ຊຸດ​ໜຶ່ງ​ແລ້ວ​ຈະ​ມາ​ເວົ້າສູ່​ຟັງ!

​ເພງ

2​ເພ​ງມ່ວນໆ​ຈາກ​ລາຍການ​ຜ່ານ​​ໄປ! ຢ່າ​ລືມ​ເນາະຖ້າ​ທ່ານ​ສົນ​ໃຈ​ຢາກ​ຮູ້​ເລື່ອງ​ໃດ​ກ່ຽວກັບປະ​ເທ​ດຈີນ​ບໍ່​ວ່າ​ຈະ​ເປັນ​ດ້ານ​ໃດ​ກໍ​ແລ້ວ​ແຕ່​ໂທ 711477 ຂໍ້ຄວາມ​ສັ້ນກໍ​​ແມ່ນ 9300 ໜຸ່ມ​ໃຫຍ່​ກັບ​ທີ​ມງານ CRI ຈະ​ໄປ​ຊອກ​ຫາ​ມາ​ເວົ້າສູ່​ຟັງ!​ ກໍ​ຄື​ຄືນ​ນີ້​ລະ​ທີ່​ມີ​ມິດ​ລາຍການ​ຜູ້​ຊື່ວ່າ ​ວິຈິດ ຢູ່​ບ້ານ​ວັດ​​ໄຕ​ນ້ອຍ ສົນ​ໃຈ​ວ່າ​ຢູ່​ຕາມ​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ​ມີ​ບັນຫາ​ລົດ​ເພີ່ມ​ຂື້ນ​ໄວ​ຫຼື​ບໍ່? ການຈະ​ລາ​ຈອນ​ຕິດ​ຂັດ​ບໍ່ ​ແລະ ​ແກ້​ແນ​ວ​ໃດ? ​ເວົ້າ​ເລື່ອງ​ນີ້ບໍ່​ວ່າ​ປະ​ເທດ​ໃດ​ຄື​ກັນ​ລະ​ຄັນ​ປະ​ເທດ​ພັດທະນ​າ​ໄປ​ດີ​ປະຊາຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂື້ນ​ລາຍ​ຮັບ​ຫຼາຍຂື້ນພໍ​ຊື້​ລົດ​ເກັງ​ໄດ້​ກໍ​ຢາກ​ຊື້​ແລ້ວ ບໍ່​ຢາກ​ຕາກ​ແດດ ຕາກ​ຝົນ ຕາກ​ລົມ​​ເດ​ເນາະ! ທັງ​ປອດ​ໄພ​ກ່ວາ​ລົດຈັກ ລົດຖີບ​ອີກ​ວ່າຊັ້ນ​ເດ! ​ແຕ່​ບັນຫາ​ມັນ​ກໍ​ຄື​ວ່າ ຄັນ​ການ​ພັດທະນາ​ໂຄງ​ລ່າງ​ດ້ານ​ຖະໜົນ​ຫົນທາງ​ໄປ​ບໍ່​ທັນ​ການ​ເພີ່ມ​ຂື້ນ​ຂອງ​ລົດ​ແລະ​ລະບົບ​ຂົນ​ສົ່ງ​ສາ​ທາ​ລະນະ​ເປັນຕົ້ນວ່າ​ລົດ​ເມ ລົດ​ໄຟ ລົດ​ລາງ​ຂີ້ຮ້າຍ​ມັນ​ກໍ​ຫຍຸ້ງ​ໂລດ​​ແຫຼະ! ປະ​ເທ​ດ​ໃດ​ຄື​ກັນ ບັດ​ນີ້ຈະ​ເວົ້າ​ເຖິງ​ເມືອງ​ຈີນ​ສູ່​ຟັງ​ວ່າ​ດຽວ​ນີ້​ມີ​ລົດ​ໜ້ອຍ​ຫຼາຍ​ຊ່ຳ​ໃດ? ຕົວ​ເລກ​ທີ່​ກະ​ຊວງ​ຕຳຫຼວດ​ຈີນ​ເຜີຍ​ແຜ່​ໃນຕົ້ນ​ເດືອນ​ມັງກອນ​ປີນີ້​ເພິ່ນ​ວ່າ​ທົ່ວ​ປະ​ເທດ​ຈີນ​ມີ​ລົດ​ໃຫຍ່​ຂື້ນ​ທະບຽນ​ນຳ​ກົມ​ຂົນ​ສົ່ງ​ສູງ​ເຖິງ 100ລ້ານ​ຄັນ​ໃນ​ປີ​ກາຍ​ນີ້​ໄດ! ສະ​ເພາະ​ປີ​ກາຍ​ນີ້​ປີດ​ຽວຍັງມີ​ລົດ​ໃຫຍ່​ເພີ່ມ​ຂື້ນ​ເກືອບ 15 ລ້ານ​ຄັນ​ແລ້​ວຖື​ວ່າ​ເປັນ​ປີ​ທຳ​ອິດ​ທີ່​ຈຳນວນ​ລົດ​ໃຫຍ່​ຫຼາຍ​ກ່ວາ​ຈຳນວນ​ລົດຈັກ! ​ໃນ​ປີ​ນີ້​ລົດ​ເກງ​ສ່ວນ​ນຕົວ​ກວມ​ເຖິງ 58% ຂອງ​ລົດ​ໃຫຍ່​ທັງ​ໝົດ​ຄື​ມ່ີ 61 ລ້ານຄັນ. 14 ນະຄອນຂອງ​ຈີນ​ທີ່​ມີ​ລົດ​ໃຫຍ່​ຫຼາຍກ່ວາ 1ລ້ານ​ຄັນຫັ້ນ​ແມ່ນ​ນະຄອນຫຼວງ​ປັກ​ກິ່ງ​ນຳ​ໜ້າ​ໝູ່ ດຽວ​ນີ້ມີຮອດ 4 ລ້ານ 9​ ແສນ​ກ່ວາ​ຄັນ! ສະ​ເພາະ​ປັກ​ກິ່ງ​ໄດ​ນິ! ສະນັ້ນບັນຫາ​ລົດ​ຕິດ ບັນຫາ​ມົນ​ລະ​ພິດ​ທາງ​ອາກາດ​ຫຼີກ​ຍາກ​ແນ່ນອນ! ດຽວ​ນີ້​ຢູ່​ຈີນ​ຄັນ​ລວມ​ເອົາ​ລົດ​ໃຫຍ່​ລົດຈັກ​​ແລ້ວ​ທົ່ວ​ປະ​ເທ​ດກໍ​ມີ 225ລ້ານ​ຄັນ​ພຸ້ນ​ແລ້ວ. ​ເປັນ​ຈັ່ງ​ໃດຟັງ​ຕົວ​ເລກ​ລ່າ​ສຸດ​ແລ້ວ​ບໍ່​​ແມ່ນ​ທຳ​ມະ​ດາ​ເນາະ! ຄົນ​ຈີນ​ດຽວ​ນີ້​ແຫ່ງ​ມີ​ລາຍ​ຮັບ​ສູງ​ຂື້ນ​ເລື້ອຍໆ​ໂດຍ​ສະ​ເພາະ​ຄົນ​ຢູ່​ໃນ​ເມືອງ​ບໍ່​ຢາກ​ຂີ່​ລົດຖີບ ລົດຈັກ​ລະ​ໄດ໋! ລົດ​ເມ ລົດ​ໄຟ​ໃຕ້​ດິນ​ລົດ​ລາງ​ກໍ​ບໍ່​ຢາກ​ຂີ່​ວ່າ​ມັນ​ບໍ່​ເປັນ​ສ່ວນ​ຕົວ​ຄົນ​ກໍ​ແຍ້​ກັນ​ຫຼາຍ​ແດ່​ວ່າ​ຊັ້ນ​ເດ! ​ເອົາ,ຟັງ​ເພງ​ກ່ອນ​ແລ້ວ​ຈຶ່ງ​ຈະ​ມາ​ລົງ​ເລິກ​ກ່ຽວ​ກັບ​ສະພາບ​ລົດ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ສູ່​ຟັງ

​ເພງ

ຢ່າ​ລືມ​ເດີ​ທ່ານ​ຜູ້​ຟັງ​ຄວາມສຸກ​ຂອງ​ທ່ານ​ຄື​ບໍລິການ​ຂອງ​ພວກ​ເຮົາ.ສະນັ້ນ​ແລ້ວ​ມີ​ຫຍັງ​ຍັງ​ບໍ່​ຄັກ​ຕຳ​ນິຕິ​ຊົມ​ເຂົ້າມາ​ໂລດ ​ໂຄສົກ CRI ທຸກ​ຄົນ​ຍິນ​ດີ​ຕ້ອນຮັບ​ບໍ່​ວ່າ​ຕິ​ຫຼື​ຊົມ! ຄັນ​ໃຜ​ຖືກ​ຕຳ​ນິຈາກ​ຜູ້​​ຟັງ​​ແລ້ວ​ໄປ​ຖຽງ​ໄປສະ​ແດງ​ອາລົມ​ຕອບ​ໂຕ້​ກັບ​ຜູ້​ຟັງ​ອອກ​ອາກາດ​ຜູ້ນັ້ນບໍ່​ແມ່ນ​ນັກ​ຈັດ​ລາຍການ​ຂອງ CRI ​ແນ່ນອນ. ​ເພາະ​ພວກ​ເຮົາ​ຄິດ​ວ່າ​ມີ​ຄວາມ​ເຫັນ​ມີ Feed Back ຈາກ​ຜູ້​ຟັງ​ນັ້ນປະ​ເສີດ​ທີ່​ສຸດ​ແລ້ວ​ແລະ​ຄັນ​ຜູ້​ຟັງ​ບໍ່​ຫວັງ​ດີ​ເພິ່ນ​ກໍ​ບໍ່​ຊ່ວຍ​ແນະ​ນຳ​ຕິ​ຊົມ​ເຂົ້າມາ​ດັ​ອກ! 711477 ຂໍ້​ຄວາມສັ້ນ 9300 ຄັນ​ໂຄສົກ​ຜູ້​ໃດ​ສະຖານີ​ໃດ​ທີ່​ບໍ່​ຍອມ​ຟັງ​ຄຳ​ຕຳ​ນິຕິ​ຊົມຂອງ​ຜູ້​ຟັງ​ແລ້ວ​ຍັງ​ໄປ​ໃຊ້​ອາລົມ​ຕອບ​ໂ​ຕ້ກັບ​ຜູ້​ຟັງ​ອ​ອກອາກາດ​ກໍ​ແຈ້ງ​ໂລດ​ວ່າ​ໂຄສົກ​ຜູ້ນັ້ນບໍ່​ມີ​ຈັນ​ຍາ​ບັນ​ໃນ​ອາຊີບ, ບໍ່​ເຄົາລົບ​ຜູ້​ຟັງ​ອວດດີ​ຫຼົງ​ໂຕ​ເອງ ຄຶດ​ວ່າ​ຕົນ​ເອງ​ຮູ້​ຕົນ​ເອງ​ເກັ່ງ​ໝົດ​ບໍ່​ຕ້ອງ​ຄຳ​ຕຳນິຈາກ​ໃຜ!​ ຄັນ​ໂຄສົກ​ແນວ​ນີ້​ຍັງ​ມີສະຖານີ​ໃດ​ຈ້າງ​ຢູ່​ກໍ​ບໍ່​ຈັກ​ຊິ​ວ່າ​ລະ​ເນາະ! ​ເອົາ, ບັດ​ນີ້​ມາ​ເຂັ້າ​ເລື່ອງ​ທີ່ພວມ​ລົມ​ກັນ​ຄືນ​ນີ້​ດີ​ກ່ວາ !​ດຽວ​ນີ້​ຢູ່​ນະຄອນປັກ​ກິ່ງ​ກໍ​ຄື​ເວົ້າມາ​ຫັນ​ລະ​ວ່າມີ​ລົດ​ໃຫຍ່​ຕັ້ງວ່າ 4 ລ້ານ 9 ​ແສນ 8 ໝື່ນ​ຄັນ. ​ແລ້ວ​ຍັງ​ຈະ​ເພີ່ມ​ຂື້ນ​ຕື່ມຢູ່​ໄດ​ນີ! ບັນ​ຫາ​ລົດ​ຕິດ​ກໍ​ໜັກ​ຢູ່​ໃນ​​ແຖວ​ໜ້າ​ຂອງ​ໂລກ​ພຸ້ນ​ລະ! ບັນຫາ​ມົນ​ລະ​ພິດ​ທາງ​ອາກາດ​ກໍ​ໜັກ​ສົມຄວນ​ຄື​ກັນ!​ ແຕ່​ພາກ​ສ່ວນ​ກຽວ​ຂ້ອງ​ຂອງ​ປັກ​ກິ່ງ​ເພິ່ນ​ກໍ​ຫາ​ວິທີ​​ແກ້​ໃໝ່ໆ​ອອກ​ມາ​ເລື້ອຍໆ! ມີ​ວິທີ​ໃດ​ແດ່? ອັນ​ສຳຄັນ​ເພິ່ນ​ກໍ​ເພີ່ມ​ຈຳນວນ​ລົດ​ເມ​ແລ່ນ​ຕາມ​ສາຍ​ທາງ​ຕ່າງໆ​ຂື້ນ​ເລື້ອຍໆ​ທັງ​ໃຫຍ່ ທັງ​ສະອາດ ທັງ​ບໍລິການ​ດີ ຜູ້​ຂັບ​ກໍ​​ເວົ້າມ່ວນ​ຫູ​ກັບ​ລູກ​ຄ້າ ການ​ເຂົ້າການ​ອອກ​ກໍ​ຖືກ​ໂມງ​ຖືກ​ຍາມ ລູກ​ຄ້າ​ໄວ້​ໃຈ​ໄດ້​ແຕ່​ປານ​ນັ້ນກໍ​ຍັງ​ບໍ່ພໍ​ຢູ່ດີ; ອີກ​ອັນ​ໜຶ່ງ​ກໍ​ແມ່ນ​ລົດ​ໄຟ​ໃຕ້​ດິນ​ເພິ່ນ​ພວມ​ຂະຫຍາຍ​ສ້າງ​ຂື້ນ​ໃໝ່​ຢູ່​ຕະຫຼອດ​ເດືອນທັນວາ​ປີ​ກາຍ​ນີ້​ເປີດ​ໃໝ່ 3ສາຍ ລວມ 15 ສາຍ 372km ປີ​ນີ້​ຈະ​ເປີດ​ໃໝ່ 4 ສາຍ ທັງ​ລົດ​ເມ ທັງ​ລົດ​ໄຟ​ໃຕ້​ດິນ ລາຄາ​ກໍ​ຖືກໆ, ລົດ​ເມ​ໄປ​ເທື່ອ​ໜື່ງກໍ​ບໍ່​ຮອດ 1 ຢວນຊ້ຳ ປະມານ 5-6 ພັນ​ກີ​ບນິລະ, ຄັນ​ລົດ​ໄຟ​ໃຕ້​ດິນ​ກໍ​ມີ​ແຕ່ 2ຢວນກໍ​ປະມານ 2400 ກີບ ​ໄປ​ໄດ້​ໝົດ​ທຸກ​ສາຍ​ຄັນ​ບໍ່​ຂື້ນ​ຈ​າກຮູ ຊິ​ຫຼິ້ນຢູ່​ຫັ້ນໝົດ​ມື້​ກະ​ໄດ້! ອັນ​ນີ້​ກໍ​ແມ່ນ​ເພື່ອ​ແກ້​ບັນຫາ​ຈາ​ລະ​ຈອນ​ຕິດ​ຂັດນິລະ ​ແຕ່​ປານ​ນັ້ນກໍ​ຍັງ​ບໍ່ຢາກ​ສຳ​ເລັດ ຍ້ອນ​ຄົນ​ຍ້ອນ​ລົດ​ຢູ່​ປັກ​ກິ່ງ​ຫຼາຍ​ໂພ​ດ, ສະ​ເພາະ​ຄົນ​ກໍ 20 ລ້ານ​ລະ​ເດ! ​ເອົາ,ຄັນຊັ້ນ​ເພິ່ນ​ມີ​ວິທີ​ໃດ​ຕື່ມ​ຈັກ​ນ່ອຍຈະ​ກັບ​ມາ​ເວົ້າສູ່​ຟັງ

​ເພງ

ຂະນະ​ນີ້................​ເອົາ, ບັດ​ນີ້​ຈະ​ເວົ້າ​ເຖິງ​ວິທີ​ການ​ແກ້​ໄຂ​ການຈະ​ລາ​ຈອນ​ຕິດ​ຂັດ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ສູ່​ຟັງ​ຕື່ມ​ວ່າ​ນອກຈາກ​ພັດທະ​ນາ​ລະບົບ​ຂົນ​ສົ່ງ​ສາ​ທາ​ລະນະ​ຄື​ລົດ​ໄຟ​ໃຕ້​ດິນ​ໃຫ້​​ເພີ່ມ​ຂື້ນ​ເລື້ອຍ​ໆ ຫຼຸດ​ລາຄາ​ຄ່າ​ໂດຍສານ​ເພື່ອ​ດືງດູດ​ຄົນ​ໃຫ້​ມາ​ໃຊ້​ບໍລິການ ທັງ​ມີ​ວິທີ​ຊຸກຍູ້​ໃຫ້​ຄົນ​ປັກ​ກິ່ງ​ຂີ່​ລົດຖີບ​ເພີ່​ມຂື້ນ​ແລ້ວ​ເພິ່ນ​ຍັງ​ມີ​ວິທີ​ໃດ​ຕື່ມ? ອັນ​ທີ 1 ​ແມ່ນ​ເພິ່ນ​ຈຳກັດ​ທັງ​ລົດ​ລັດ​ທັງ​ລົດ​ສ່ວນ​ຕົວ​ບໍລິສັດ​ຫ້າງ​ຮ້ານ​ບໍ່​ໃຫ້​ແລ່ນ​ໄດ້​ຕາມ​ປ້າຍ​ລົດ​ຄື​ປ່ຽນ​ກັນ​ວ່າ​ມື້​ໃດ​ໃຫ້​ລົດ​ລົງທ້າ​ຍດວ້ຍ​ເລກ​ຄູ່​ອອກ​ແລ່ນ​ໄດ້ ມື້​ໃດ​ເລກ​ຄີກ​ອອກ​ແລ່ນ​ໄດ້! ກໍ​ຖື​ວ່າ​ຈຳກັດ​ບໍ່​ໃຫ້​ມີ​ລົດ​ໃຫຍ່​ອ​ອກ​ແລ່ນ​ໃນ​ແຕ່​ລະ​ມື້​ໄດ້​ຮອດ 1/5ພຸ້ນ​ໄດ​ທ່ານ​ຜູ້​ຟັງ! ມາດ​ຕະການ​ນີ້​ເພິ່ນ​ເລີ່​ມ​ໃຊ້​ມາ​ແຕ່​ກ່ອນ​ໄລຍະ​ໂອ​ເລັມ​ປິກ​ປັກ​ກິ່ງ 2008 ພຸ້ນ​ລະ​ມານະ!​​ແລ້ວ​ກໍ​ເຊົາ​ໃຊ້ມົນ​ລະ​ພິດ​ໝອກ​ຄັວນຢູ່​ປັກ​ກິ່ງ​ກໍ​ເພີ່ມ​ຂື້ນ​ຄື​ເກົ່າ, ຄື​ມາດ​ຕະການ​ນີ້​ເພິ່ນ​ອະນຸຍາດ​ໃຫ້​ລົດ​ລົງ​ທ້າຍ​ດ້ວຍ​ເລກ​ຄູ່​ເລກ​ຄີກ​ປ່ຽນ​ກັນ​ແລ່ນ​ໃນ​ວັນ​ຈັນ​ເຖິງ​ວັນ​ສຸກ ​ແຕ່​ເວລາ 7​ ໂມງ​ຈົນ​ຮອດ 20 ​ໂມງ!​​ ເມື່ອ​ເຫັນ​ສະພາບ​ອາກ​າດຢູ່​ປັກ​ກິ່ງ​ຄືນ​ມາ​ຂີ້ຮ້າຍ​ອີກ ລົດ​ກະຕິດ​ຫຼາຍຄື​ເກົ່າຫຼັງ​ໂອ​ເລັມ​ປິກ​ເພິ່ນ​ກໍ​ເລີຍ​ເອົາ​ມາ​ນຳ​ໃຊ້​ອີກ​ໃນ​ປີ 2010 ​ເປັນ​ເວລາ 2 ປີ ໝົດ​ກຳນົດ​ໃນ​ວັນ​ທີ 10 ​ເມສາທີ່​ຈະ​ມາ​ຮອດ​ນີ້​ໄດ​ນິ! ສະນັ້ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​​ເກີດ ​ເພິ່ນ​ຈຶ່ງ​ປະຕິບັດ​ມ​າດຕະການ​ນີ້​ເລີ່​ມ​ແຕ່​ວັນ​ທີ 11​ເມສາ​ປີ​ນີ້​ໄປ​ຈົນ​ໝົດ​ປີ​ນີ້​ລະ! ​​ແລ້ວ​ຄ່ອຍ​ເບິ່ງ​ວ່າ​ສະພາບ​ເປັນ​ແນວ​ໃດ​ຕໍ່​ໄປ? ອັນ​ນັ້ນກໍ​ແມ່ນ​ວິທີ​ໜຶ່ງ ​ແລະ​ອີກ​ວິທີ​ໜຶ່ງ​ຢູ່​ປັກ​ກິ່ງ​ເພິ່ນ​ຈຳກັດ​ການ​ຊື້ລົດ​ໃໝ່​ບໍ່​​ແມ່ນ​ວ່າ​ໃຜ​ມີ​ເງິນ​ກໍ​ໄປ​ຊື້​ໂລດ​ຄືຢູ່​ວຽງ​ຈັນ​ນິ​ໄດ!​ ຢູ່​ປັກ​ກິ່ງ​ຖ້າ​ເຈົ້າຢາກ​ຊື້​ລົດ​ໃໝ່​ຕ້ອງ​​ໄປ​ຈັບ​ສະຫຼາກ​ວ່າ​ໄດ້​ປ້າຍ​ລົດ​​ໃນ​ຈຳນວນ​ທີ່​ອະນຸຍາ​ດ​ໃນ​ແຕ່ລະ​ເດືອນ​ບໍ່? ບໍ່​ໄດ້​ເດືອນ​ນີ້​ເດືອນ​ໜ້າ​ກໍ​ໄປ​ຈັບ​ສະຫຼາກ​​ໃ​​ໝ່ຈົນ​ກ່ວາ​ຈະ​ໄດ້​ປ້າຍ​ລົດ​ພຸ້ນ​ລະຈັ່ງ​ໄປ​ຊື້​ລົດ​ໄດ້!​ ມາດ​ຕະການ​ນີ້​ເພິ່ນ​ເລີ່​ມ​ໃຊ້​ມາ​ແຕ່​ປີ​ກາຍ​ນີ້, ສະນັ້ນປີ​ກາຍ​ນີ້​ຢູ່​ປັກ​ກິ່ງ​ມີ​ລົດ​ລົງທະບຽນ​ໃໝ່​ແຕ່ 173,000 ຄັນ​ເທົ່າ​ນັ້ນ! ໜ້ອຍ​ກ່ວາປີ 2010 ຕັ້ງວ່າ 617,000 ຄັນ. ດຽວນີ້​ເດືອນ​ໜຶ່ງ​ເພິ່ນ​ຈະ​ອະນຸຍາດ​ໃຫ້​ຄົນ​ປັກ​ກິ່ງ​ຊື້​ລົດ​ໃໝ່​ໄດ້​ແຕ່ 240,000ຄັນທໍ່​ນັ້ນ ​ແລະ​ກໍ​ຕ້ອງ​ໄປ​ຈັ​ບສະຫຼາກ​ເອົາຄື​ເວົ້າມາ​ຫັ້ນລະ! ​ອັນ​ນີ້​ກໍ​ຄື​ມາດ​ຕະການ​ຕ່າງໆ​ທີ່​ປັກ​ກິ່ງ​ເພິ່ນ​ວາ​ງອອກ​ມາ​ເພື່ອ​ຈຳກັດ​ຈຳນວນ​ລົດ​ທີ່​ແລ່ນ​ຕາມ​ທ້ອງຖະໜົນ ​ແລະ​ເຮັດ​ໃຫ້​ອາກ​າດຢູ່​ປັ​ກກິ່ງ​ດີ​ຂື້ນ! ຈັກ​ໜ້ອຍ​ຈະ​ເວົ້າ​ເຖິງ​ການ​ລະດົມ​ໃຫ້​ຄົນປັກ​ກິ່ງ​ຫັນ​ມາ​ໃຊ້​ລົດຖີບ​!

ເພງ

ຂະນະ​ນີ້...............​ເວົ້າ​ເຖິງ​ລົດຖີບ​ແລ້ວ​ໃນ​ອະດີດ​ປະມານ 30-40 ປີ​ກ່ອນ​ປະ​ເທດ​ຈີນ​ຖື​ວ່າ​ສັນຍາ​ລັກ​ໜຶ່ງ​ທີ່​ຄົນທົ່ວ​ໂລກ​ຮູ້​ດີກໍ​ແມ່ນ​ປະ​ເທດ​ແຫ່ງ​ລົດຖີບ ​ເພາະວ່າ​ຕອນ​ນັ້ນປະ​ເທດ​ຍັງ​ບໍ່​ທັນ​ໃຊ້​ນະ​ໂຍບາຍ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເທື່ອ ຫຼື ຫາ​ກໍ​ໃຊ້​ໃໝ່ໆ​ປະຊາຊົນ​ຍັງ​ທຸກ​ຈຶ່ງ​ມີ​ແຕ່​ລົດຖີບ​ເຕັມ​ຖະໜົນ ​ແຕ່ຕອນ​ນັ້ນອາກາດ​ຢູ່​ຈີນ ຢູ່​ປັກ​ກິ່ງ ຢູ່​ເມືອງ​ໃຫຍ່​ໃດ​ກໍ​ແລ້ວ​ແຕ່​ດີ​ຂະໜາດ ມົນ​ລະ​ພິດ​ທາງ​ອາກາດ​ກໍ​ເກື​ອບວ່າ​ບໍ່​ມີ​ເລີຍ ຄົນກໍ​ແຂງ​ແຮງ​ສຸຂະພາບ​ດີ​ໄດ້​ອອກກຳລັງ​ກາຍ​ທຸກ​ມື້​ເດ໋! ບາດ​ຫຼັງ​ປະ​ເທດ​ປະຕິ​ຮູບ​ມາ​ໄດ້ 20-30ປີ ຊີວິດ​ການ​ເປັນ​ຢູ່​ດີ​ຂື້ນ​ດີ​ຂື້ນ​ຄື​ໃນ​ຊູ່​ມື້​ນິລະ! ​ໂດຍ​ສະ​ເພາະ​ປັກ​ກິ່ງ​ອາກ​າດກໍ​ບໍ່​ດີ ລົດ​ກະຕິ​ດ, ​ໃຊ້​ມາດ​ຕະການ​ແກ້​ໄຂ​ຫຼາຍ​ອັນ​ແລ້ວ​ກໍ​ຍັງ​ຕິດ​ຫຼາຍ​ຢູ່ !​ກໍ​ເລີຍ​ຫັນ​ມາ​ຊຸກຍູ້ປະ​ຊາ​ຊົນ​ປັກ​ກກິ່ງ​ໃຫ້​ຫັນ​ມາ​ຂີ່​ລົດຖີບ​ຄືນ ຄັນ​ຢາກ​ໃຫ້​ເຂົາ​ເຈົ້າຂີ່​ມັນ​ກໍ​ຕ້ອງ​ມີ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ!​ ສະນັ້ນລະ​ຄະນະ​ກຳ​ມະ​ການ​ປະຕິ​ຮູບ​ແລະ​ພັດ​ທະ​ນາ​ປັກ​ກິ່ງ​ກໍ​ຈຶ່ງ​ວາງ​ແຜນ​ແຕ່ 2011-2015 ​ເພື່ອ​ຊຸກຍູ້​ໃຫ້​ຄົນ​ຫັນ​ມາ​ຂີ່​ລົດຖີບ​ຄືນ !​ປີ​ນີ້​ເພິ່ນ​ຈະ​ມີ​ລົດຖີບ 2ໝື່ນ​ຄັນ​ໃຫ້​ປະຊາຊົນ​ຢືມ​ຂີ່ ​ແລະ​ຈັດ​ບ່ອນ​ຈອດ​ບ່ອນ​ຢືມ 500ບ່ອນ ​ໃນ​ທົ່ວ​ປັກ​ກິ່ງ ​ໂດຍ​ສະ​ເພາະ​ເພິ່ນ​ຈະ​ເນັ້ນ​ເສັ້ນທາງ​ສຳລັບ​ລົດຖີບ​ໃນ​ບາງ​ເຂດ​ສຳຄັນ ​ເປັນຕົ້ນວ່າ​ຖະໜົນ​ສາຍ​ສຳຄັນ, ​ເຂດ​ອະນຸ​ລັກ​ປະຫວັດສາດ-ວັດທະນະທຳ ຫຼື​ບາງ​ເຂດ​ສູນ​ກາງ​ທຸລະ​ກິດ​ເພື່ອ​​ແກ້​ສະພາບ​ລົດ​ຕິດ!​ ດຽວ​ນີ້​ທາງລົດຖີບ​ຫຼາຍ​ບ່ອນ​ກໍ​ມີ​ຢູ່​ແຕ່​ວ່າ​ພວກ​ລົດ​ເກັງ​ຫັນ​ຕິ​ມາ​ເອົາ​ຊ່ອງ​ທາງ​ລົດຖີບ​ເປັນ​ບ່ອນ​ຈອດ​ລົດ​ເລີຍ ກໍ​ເລີຍ​ເປັນ​ການ​ໃຊ້​ຊ່ອງ​ນີ້​ຮ່ວມ​ກັບ​ລົດຖີບ ຫຼາຍ​ຄົນ​ຈຶ່ງ​ຢ້ານ​ວ່າ​ບໍ່​ມີ​ຄວາ​ມປອດ​ໄພ, ​ແຕ່​ວ່າ​ຕໍ່​ໄປ​ທາງ​ອົງການ​ເຮັດຈິງ​ຈັງ​ຂື້ນ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ຜູ້​ໃຊ້​ລົດຖີບ​
​ເພງ