ປີ​ມັງກອນ​ຈີນ

(GMT+08:00) 2012-02-09 15:01:30     cri
ເພງ​ປີ​ໃໝ່

ສະບາຍດີ​ປີ​ໃໝ່​ທ່ານ​ຜູ້ຟັງ​ທີ່​ເປັນ​ຄົນ​ຈີນ, ຄົນ​ຈີນ​ຕ່າງ​ດ້າວ​ຫຼື​ຄົນ​ລາວ​ເຊື້ອ​ສາຍ​ຈີນ​ທຸກທ່ານ ! ຄືນ​ນີ້​ນີ້​ໜຸ່ມ​ໃຫຍ່​ສາ​ມາດ​ເວົ້າພາສາ​ຈີນ​ກາງ​ຄຳ​ວ່າ: " ຊິ່ນ​ໜຽນ​ໄຄວ​ເລີ " ກຸ່ງສີ​ຝ່າ​ສາຍ ​ແລະ ​ເສິ່ນຖີຈ້ຽນຄ່າງ ! ​ໄດ້​ເຕັມ​ປາກ​ເຕັມ​ສົບ​ແລ້ວ ! ​ເ​ພາະວ່າ​ມື້​ນີ້​ເປັນ​ມື້ືທຳ​ອິດ​ຂອງ​ປີ​​ໃໝ່​ຈີນ ປີ​ມັງກອນ​ແລ້ວ ! ມື້​ນີ້​ແມ່ນ​ວັນ​ຈັນ, ທີ 23 ມັງກອນ 2012 ​ແມ່ນ​ມື້​ຂື້ນ 1ຄ່ຳ ​ເດືອນ​ອ້າຍ​ຕາມ​ປະ​ຕິ​ທິນຂອງ​ຈີນ​ແມ່ນ​ມື້​ສຳ​ຄັນ​ທີ່​ສຸດ​ຂອງ​ຈີນ​ໃນ​ຮອບ​ປີໜື່ງ ບໍ່​ວ່າ​ຈະ​ຢູ່​ຈີນ​ແຜ່ນດິນ​ໃຫຍ່, ຮົງ​ກົງ, ມາ​ເກົາ, ​ໃຕ້​ຫັວນ ຫຼືຢູ່​ປະ​ເທດ​ໃດ​ກໍ​ແລ້ວ​ແຕ່ທີ່​ຄົນ​ຈີນ​​ໄປ​ອາ​ໄສ​ຢູ່, ​ໄປ​ເຮັດ​​ທຸລະ​ກິດ, ​ໄປ​ເຮັດ​ວຽກ ຫຼື ​ໄປ​ຮ່ຳຮຽນ ມື້​ນີ້​ແລະ​ຄືນ​ຜ່ານ​ມາ​ນີ້​ແມ່ນ​ມື້​ແຫ່ງ​ການ​ເຕົ້າ​ໂຮມ​ຄອບຄົວ ມື້​ແຫ່ງ​ຄວາມ​ຮັກ​ຄວາມ​ອົບ​ອຸ່ນ​ໃນ​ຄອບຄົວ​ແທ້ໆທີ່​ຄົນ​ຈີນ​ຖື​ຫຼາຍ​ມື້​ນີ້​ສະມາຊິກ​ໃນ​ຄອບ​ຄົວ​ບໍ່​ມີ​ໃຜ​ໄປ​ໃສ​ເທື່ອ​ດັ​ອກ ​ແມ່ນ​ມື້​ກິນ​ເຂົ້າກິນນ້ຳພົບ​ປະ​​ໂອ້​ລົມ​ສັງ​ສັນ​ກັນ​ຂອງ​ຄົນ​ໃນ​ຄອບຄົວ ​ໂດຍ​ສະ​ເພາະບໍ່​ມີ​ຄອບຄົວ​ອື່ນ ບໍ່​ມີ​ໝູ່​ຄູ່​ມາ​ຫາ​ເທື່ອລະ​ກະ​ບໍ່​ໄປ​ຫ​າ​ເທື່ອ, ມື້​ນີ້​ແນ່ນອນ​ລະ​ວ່າ​ຄົນ​ຈີນ​ທຸກ​ຄົນບໍ່​ວ່າ​ຈະ​ເປັນ​ເຖົ້າ​ແກ່​ໜຸ່ມ​ນ້ອຍ​ຍິງ-ຊາຍ​ລ້ວນ​ແຕ່​ນຸ່ງ​ເຄື່ອງ​ງາມໆ​ຂະໜາດ​ລະ ​ໂດຍ​ສະ​ເພາະ​ເນັ້ນສີ​ແດ​ງ​ເພື່ອ​ເປັນ​ສິຣິມຸງຄຸນ ​ໃບ​ໜ້າ​ຜູ້​ໃດ​ກໍ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ອີ່ມ​ເອີ​ບ​ໄປ​ດ້ວຍ​ຄວາມສຸກ​​ແລ້ວ​ມື້​ນີ້​ນະ ! ​ເອົາ, ໜຸ່ມ​ໃຫຍ່​ຂໍ​ຕາງ​ໜ້າ​ໃຫ້​ພະນັກງານ​ຂອງ CRI ທຸກ​ຄົນ​ອວຍພອນ​ໃຫ້​ທຸກ​ທ່ານ​ຈົ່ງ ກຸ່ງສີ​ຟ້າ​ສ່າຍ ​ແລະ ​ເສີ່ນ​ຖີຈ່ຽນຄ່າງ​ຕະຫຼອດ​ປີ​ມັງກອນ​ນີ້​ເດີ້ ! ​ເອົາ​, ມື້​ນີ້​ແມ່ນ​ມື້​ເ​ລີ່​ມຕົ້ນຂອງ​ປີ​ມັງກອນ​ຂອງ​ຄົນ​ຈີນ ສະນັ້ນມື້ນີ້​ໜຸ່ມ​ໃຫຍ່​……….ກໍ​ຈະ​ເອົາ​ເລື່ອງ​ກ່​ຽວກັບ​ມັງກອນຫຼື​ໃນ​ພາ​ສາ​ຈີນ​ກາງ​ເອີ້ນ​ວ່າ: ຫຼົງ ມາ​ເວົ້າສູ່​ທ່ານ​ຜູ້ຟັງ​ລາວ​ຟັງ​ນຳ​ກັນ​ວ່າ​ມັງກອນ​ມີ​ຄວາມ​ສຳຄັນ​ຕໍ່​ຄົນ​ຈີນ​ຕໍ່ວັດທະນະທຳຈີນ​ແນວ​ໃດ ? ຟັງ​ເພງ​ກ່ອນ​ແລ້ວ​ຈະ​ກັບ​ມາ​ເວົ້າ​ໃຫ້​ຟັງ

​ເພງ

ເພງ​ຈີນ​ມ່ວນໆ​ຈາກ​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI ທີ່​ໜຸ່ມ​ໃຫຍ່​ອາລົມ​ດີ​ເປັນ​ຜູ່້ຈັດ​ລາຍການ​ສູ່​ຟັງ​ທຸກຄືນ​ແຕ່ 19​ໂມງ​ຈົນ​ຮອດ 19:50 ! ບັດ​ນີ້​ກັບ​ເຂົ້າມາ​ສູ່​ເລື່ອງ​ທີ່​ໜຸ່ມ​ໃຫຍ່​ຈະ​ເລົ່າ​ສູ່​ຟັງ​ໃນ​ຄືນ​ນີ້​ທີ່​ເປັນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່​ຈີນ ! ຫຼາຍ​ທ່ານ​ກໍ​ຄົງ​ຈະ​ຮູ້​ແລ້ວ​ວ່າ​ຄົນ​ຈີນ​ແມ່ນ​ນັບຖື​ມັງກອນ​ຫຼາຍ​ເປັນ​ສັດ​ປະຈຳ​ຊາດ ປານ​ວ່າ​ຊ້າງ​ເປັນ​ສັດ​ປະຈຳ​ຊາດ​ຂອງ​ລາວ​ຫັນ​ລະ​ເນາະ ! ປີ​ໃໝ່​ບຸນ​ກຸດ​ຈີນ​ປີ​ນີ້​ຊ້ຳພັດ​ແມ່ນ​ປີ​ມະ​ໂລງ ​ແມ່ນ​ປີ​ມັງກອນ​ອີກ​ເພາະ​ຖື​ວ່າ​ເປັນ​ປີ​ແຫ່ງ​ສິຣິມຸງຄຸນ​ເດ ! ຈັ່ງຊັ້ນລະ​ເພື່ອ​ໃຫ້​ເຂົ້າກັບ​ບັນຍາ​ກາດ​ໃນ​ມື້ນີ້​ໜຸ່ມ​ໃຫຍ່…..ກໍ​ຂໍ​ເອົາ​​ເລື່ອງ​ກ່ຽວ​ກັບ​ມັງກ​ອນສຳ​ຄັນ​​ແນວ​ໃດ ? ຫຼາຍ​ໜ້ອຍ​ສ່ຳ​ໃດຕໍ່​ຄົນ​ຈີນ​ຕໍ່​ວັດທະນະທຳ​ຈີນ​ມາ​ເວົ້າສູ່​ຟັງ ! ມັງກອນ​ຫຼື​ພາສາ​ຈີນ​ກາງ​ເອີ້ນ​ວ່າ ຫຼົງ ​ເປັນ​ໜື່ງ​ໃນ​ສັດ​ເທບ​ພະ​ເຈົ້າຂອງ​ຈີນ ​ເປັນ​ຕົວ​ແທນ​ແຫ່ງ​ຄວາມ​ເປັນ​ສິຣິມຸງ​ຄຸນ, ຄວາມ​ຍິ່ງ​ໃຫຍ່, ພະລັງ​ອຳ​ນ​າດ, ຄວາມ​ເຂັ້ມ​ແຂງ​ກ້າຫານ ​ແລະ ຄຸນ​ນະ​ທຳ​ຄວາມ​ດີ​ທັງ​ປວງ ນີ້​ຄື​ການ​ສັນລະ​ເສີນ, ສັດ​ທາ, ຄວາມ​ເຊື່ອຂອງ​ຄົນ​ຈີນ​ທີ່​ມີ​ຕໍ່​ມັງກອນ ! ຄົນ​ຈີນ​ໃນ​ສະ​ໄໝ​ບູຮານ​ຍັງ​ເຊື່ອ​ວ່າ​ມັງກອນ​ສາມາດ​ບິນ​ຂື້ນ​ໄປ​ສະຫວັນ ລອຍ​ມຸ​ດລົງ​ມະຫາ​ສະໝຸດ ທັງ​ຍັງ​ສາມາດ​ບັນດານ​ໃຫ້​ຝົນຕົກ​ໄດ້​ອີກ ສະນັ້ນລະ​ແຕ່​ກ່ອນ​ຊາວ​ກະສິກອນ​ຈີນ​ຈື່ງ​ມີ​ປະ​ເພນີສັກກາລະ​ເທ​ບພະ​ເຈົ້າມັງກອນ​ເພື່ອ​ໃຫ້​ຝົນຕົກ​ຖືກຕ້ອງ​ຕາມ​ລະດູ​ການ, ປານ​ຄົນ​ລາວ​ສະ​ໄໝ​ກ່ອນ​ແຫ່​ນາງ​ແມວ​ຂໍ​ຟ້າ​ຂໍ​ຝົນຫັນ​ລະ​ເນາະ ! ຍ້ອນ​ຄວາມ​ເຊື່ອ​ໃນ​ອິດທິລິດ​ຂອງ​ມັງ​ກອນ​ຄື​ເວົ້າມາ​ນິລະ ບໍ່​ວ່າ​ເຮົາ​ຈະ​ເດີນ​ທາງ​​ໄປ​ໃສ​ໃນ​ປະ​ເທດ​ຈີນ​ກໍ​ຈະ​ເຫັນ​ຮູບ​ພາບ​ມັງກອນ​ຢູ່​ຄູ່​ກັບ​ຄອບ​ຄົວຄົນ​ຈີນ​​ໂລດ ບໍ່​ແມ່ນ​​ແບບ​ໃດ​ກໍ​ແບບ​ໜື່ງ​ໂລດ ! ປີ​ໃໝ່​ປີ​ນີ້​ແຫ່ງ​​ເປັນ​ປີ​ມັງກອນ​ອີກ​ເບິ່ງ​ໂລດ​ເສື້ອ​ແດງ​ທີ່​ຄົນ​ຈີນ​ນຸ່ງ​ເຫຼື້ອມໆ ​ໃໝ່ໆ ງາມໆ​ຫັ້ນຕ້ອງ​ມີ​ຮູບ​ມັງກອນ​ໂລດ ! ມັງກອນ​ທີ່​ເຮົາ​ເຫັນ​ທຸກ​ມື້​ທີ່​ຄົນ​ຈີນ​ນັບຖື​ຫຼາຍ​ນີ້​ມີ​ຕົວ​ຕົນ​ແທ້​ບໍ່ ຫຼືວ່າ​ເປັນ​ພຽງ​ການ​ຈິນຕະນ​າການ​ຂື້ນ​ມາ​ຂອງ​ບັນພະ​ບູລຸດຈີນ​ໃນ​ສະ​ໄໝ​ບູຮານ​ຂື້ນ​ມາ​ຊື່ໆ ! ຟັງ​​ເພງ​ກ່ອນ​ແລ້ວ​ຈະ​ກັບ​ມາບ​ອກຕໍ່ !

​ເພງ

 ເອົາ, ຟັງລາຍການ​ຕ່າງໆຂອງ CRI ​ແລ້ວ​ກໍ​ຢ່າ​ລືມ​ມີ​ຄຳ​ຄິດ​ເຫັນ​ຕໍ່​ພວກ​ເຮົາ​ແດ່ ​ເພື່ອ​ຈະ​ໄດ້​ປັບ​ປຸງລາຍການ​ໃຫ້​ຖືກ​ໃຈ​ທ່ານ​ຕື່ມ​ໃນ​ປີ​ໃໝ່​ນີ້ ! ​ໂທ 711477 ຂໍ້ຄວາມ​ສັ້ນກະ​ແມ່ນ 9300 ບັດ​ນີ້​ຈະ​ເວົ້າ​ເລື່ອງທີ່​ວ່າ ມັງກອນ​ທີ່​ຄົນ​ຈີນ​ເຊື່​ອຖື​ຫຼາຍມີ​ຕົວ​ຕົນ​ແທ້​ບໍ່ ? ຫຼື​ເປັນ​ພຽງ​ການ​ຈິນຕະນາການ​ຄົ້ນຄິດ​ປະດິດ​ສ້າງ​ຂື້ນ​ມາ​ຂອງ​ຄົນ​ຈີນ​ໃນ​ສະ​ໄໝບູຮານ​ຊື່ໆ ? ຄຳ​ຕອບ​ກໍຄື​ມັງກອນ​ບໍ່​​ແມ່ນ​ສັດ​ທີ່​ມີ​ແທ້​ໃນ​ໂລກ​ນີ້​ດັ​ອກ, ບາງ​ຄົນ​ເຊື່ອ​ວ່າ​ມັງກອນ​​ເປັນ​ສັດ​ທີ່​ຈິນຕະນາ​ການ​ຂື້ນ​ມາ​ຈາກ​ແຂ້​ກໍ​ມີ, ຈາກ​ງູ​ກໍ​ມີ ຫຼື ຈາກ​ໝູ​ກໍ​ມີ, ​ແລະ​ບາ​ງຄົນ​ກໍ​ຍັງ​ເຊື່ອ​ວ່າ​ມັງກອນ​ໃນ​ຍຸກ​ທຳ​ອິດ​ນັ້ນ ກໍ​ຄື​ສາຍຟ້າ​ທີ່​ແມບ​ເຫຼື້ອມ​ລົງ​ມາ​ໃນ​ຍາມ​ຝົນ​ຟ້າ​ຄະນອງ​ນັ້ນ​ເອງ. ​ແຕ່​ວ່າ​ຕາມ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ນັກປ​າດອາຈານ​ຈີນ​ໃນ​ປະຈຸ​ບັນ​ເຊື່ອ​ວ່າ: ມັງກອນ​ເປັນ​ສັດ​ແຫ່ງ​ເທບ​ທີ່​ປະສົມ​ປະສານ​ສ່ວນ​ຕ່າງໆ​ຂອງ​ສັດ​ຫຼາຍ​ປະ​ເພດ​ເຂົ້າກັນ​ໂດຍ​ມີ​ຮ່າງກາຍ​ຂອງ​ງູ​ເປັນ​ຫຼັກ ຄື​ລຳ​ໂຕ​ຂອງ​ມັງກອນ​ມາ​ຈາກງູ ຫົວ​ມາ​ຈາກ​ໝູ ​ເຂົາ​ມາ​ຈາກ​ກວາງ ຫູ​ມາ​ຈາກ​ງົວ ໜວດ​ມາ​ຈາກ​ແບ້ ​ເລັບ​ທີ່​ແຫຼ​ມຄົມ​ເປັນຕາ​ຢ້ານ​ນັ້ນມາ​ຈາກ​ນົກ​ອິນ​ຊີ ​ແລະ​ເກັດ​ມາ​ຈາກ​ປາ. ຟັງ​ເບິ່ງ​ການ​ສັນນິຖານ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ນັກປາດ​ອາຈານ​ຈີນ​ຄື​ເວົ້າມາ​ຫັ້ນ ​ຟັງ​ເບິ່ງ​​ແລ້ວ​ກໍ​ຄື​ກັບ​ການ​ຕື່ມ​ຊ່ອງ​ວ່າງ​ທີ່​ຂາດ​ຫາຍ​ໄປ​ຂອງ​ປະຫວັດສາດ​ສັງຄົມ​ບູຮານ​ຈີນ​ໃຫ້​ເຕັມ ​ໃຫ້​ສົມບູນ​ຍິ່ງ​ຂື້ນ; ມີ​ການ​ເຊື່ອ​ກັນ​ວ່າ​ໃນ​ຍຸກ​ບູຮານ​ນັ້ນຊົນ​ເຜົ່າ " ຫົວ​ເຊ່ຍ" ທີ່​ເປັນ​ຊື່​ຂອງ​ປະ​ເທດ​ຈີນ​ໃນ​ສະ​ໄໝ​ບູຮານ​ທີ່​ອາ​ໄສຕາມ​ແຄມ​ແມ່ນ້ຳ​ເຫຼືອ​ງຖື​ວ່າງູ​ເປັນ​ສັດ​ປະຈຳ​ເຜົ່າ​ແລະ​ຫຼັງ​ຈາກ "ຫົວ​ເຊ່ຍ" ລວມ​ເອົາ​ເຜົ່າ​ອື່ນໆ​ເຂົ້າມາ​ຢູ່​ນຳ​ແລ້ວ​ກໍ​ຈື່ງ​ຮັບ​ເອົາ​ສັດ​ປະຈຳ​ເຜົ່າ​ອື່ນໆ​ເຂົ້າມາ​ປະສົມ​ປະສານ​ກັນ​ຈົນ​ເກີດ​ເປັນ " ພະຍາ​ມັງກອນ " ຂື້ນ​ມາ​ດັ່ງ​ທີ່​ເຫັນ​ໃນ​ປະຈຸ​ບັນ​ນິລະ ! ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈະ​ເວົ້າສູ່​ຟັງ​ວ່າ​ມັງ​ກອນ​ຢູ່​ຄູ່​ກັບ​ຄົນ​ຈີນ​ມາ​ດົນ​ປານ​ໃດ​ແລ້ວ ?

​ເພ​ງ

ຂະນະ​ນີ້………. ມື້ນີ້​ແມ່ນ​ມື້ືທຳ​ອິດ​ຂອງ​ປີ​ໃໝ່​ປີ​ມັງກອນ​ຂອງ​ຊາວ​ຈີນ ຂໍ​ອວຍພອນ​ໃຫ້ທຸກ​ຄົນ​ຈົ່ງ​ລ້ຳລວຍ​ຊື້​ໄດ້​ຂາຍ​ໝານ ສຸຂະພາບ​​ແຂງ​ແຮງ ຫາຍ​ໂລຄາ​ພະຍາດ ຂໍ​ໃຫ້​ມີ​ແຕ່​ຄວາມສຸກ​ຕະຫຼ​​ອດປີ​ມັງກອນ​​ເດີ້ ! ກັບ​ເຂົ້າມາ​ລົມ​ກັນ​ຕໍ່​ວ່າ​ມັງກອນ​ຢູ່​ຄູ່​ກັບ​ຄົນ​ຈີນ ວັດທະນະທຳ​ຈີນ​ມາ​ດົນ​ປານ​ໃດ​ແລ້ວ ! ​ໃນ​ປີ 1987 ​ໄດ້​ມີ​ການ​ຂຸດ​ພົບ​ສຸສານ​ໃຫຍ່​ທີ່​ມີ​ອາຍຸ 6ພັນ​ປີ​ກ່ອນ​ຢູ່​ເມືອງ​ຜູ່​ຍ່າງ ​ແຂວງ ​ເຫີ​ໝານ ຢູ່​ຂ້າງໆ​ກະດູກ​ຂອງ​ຊາຍຄົນໜຶ່ງ​ທີ່​ເປັນ​ເຈົ້າຂອງ​ສຸສານ​ນັ້ນພົບ​ເປືອກ​ຫອຍ​ລຽນ​ກັນ​ເປັນ​ຮູບ​ມັງກອນ ອັນ​ນັ້ນກໍ​ຄື " ມັງກອນ​ໂຕ​ທຳ​ອິດ " ​ໃນ​ປະຫວັດສາດ​ຈີນ​ທີ່​ປະກົດ​ຕໍ່​ສາຍຕາ​ຂ​ອງປະຊາຊົນ. ​ໃນ​ປີ 1971 ກໍ​ຂຸດ​ພົບ​ມັງກອນ​ທີ່​ເຮັດ​ດ້ວຍ​ຍົກ​ທີ່​ເປັນ​ຮູບ​ໂຄ້ງ​ຄື​ໂຕ C ບ່ອນ​ທີ່​ເປັນ​ຫົວ​ມັງກອນ​ຄ້າຍໆ​ກັບ​ໝູ ​ເພິ່ນ​ຂຸດ​ພົບ​ຢູ່​ເຂດ​ມົງ​ໂກນ​ໃນ​ພາກ​ເໜືອ​ຂອງ​ຈີນ ທີ່​ຄາດ​ວ່າ​ມີ​ອາຍຸ​​ເກົ່າ​ແກ່​ປະມານ 5ພັນ​ກ່ວາປີ. ຈົນ​ມາ​ຮອດ​ສະ​ໄໝ​ລາ​ຊະ​ວົງ ສາງ ​ເມື່ອ 3ພັນ​ປີ​ກ່ອນ ​ເລີ່​ມປະກົດ​ຫຼັກ​ຖານ​ຮູບ​ມັງກອນ​ຫຼາຍຂື້ນ​ທີ່​ເຮັດ​ຈາກ​ກະດູກ​ກໍ​ມີ ​ເຮັດ​ຈາກ​ທອງ​ສຳ​ເລັດ​ກໍ​ມີ ​ແລະ ຍັງ​ພົບ​ວ່າ​ໃນ​ສະ​ໄໝ ສາງ ​ເຊິ່ງ​ເປັນ​ຍຸກ​ທີ່​ເລີ່​ມມີ​ຕົວ​ອັກສ​ອນຄັວດ​ໃສ່​ກະດູກ​ສັດ​ນັ້ນ​ໄດ້​ມີ​ການ​ປະດິດ​ອັກ​ສອນຄຳ​ວ່າ " ມັງກອນ " ຫຼື……..​ແລ້ວ !​ຕໍ່​ມາ​ໃນ​ຍຸກ ຈັ້ນກົ໋ວ ​ເລີ່​ມມີ​ການ​ແຕ້ມ​ຮູບມັງກອນ​ທີ່​ງາມ​ສະງ່າ​ມີ​ຊີວິດ​ຊີວາ​ຫຼາຍ​ຂື້ນ ຫຼັງ​ຈາກ​ມີ​ການ​ເສີ​ມ​ແຕ່ງ​ມາ​ຫຼາຍ​ຍຸກ ຮູບ​ລັກສະນະ​ຂອງ​ມັງກອນ​ໄດ້​ພັດທະ​ນາມາ​ຈົນ​ກາຍ​ເປັນ​ມັງກອນ​ທີ່​ເບິ່ງ​ມີ​ພ​ະລັງ ​ແລະ ໜ້າ​ຢ້ານ​ກົວ​ຫຼາຍ​ຂື້ນ ຈົນ​ມາ​ຮອດ​ລາຊະວົງ ຮ້ານ ຮູບ​ມັງກອນ​ຈຶ່ງ​ເປັນ​ຄື​ເຮົາ​ເຫັນ​ທຸກ​ມື້​ນິລະ ! ​ໃນ​ສະ​ໄໝ​ສັກດີ​ນາ​ຂອງ​ຈີນ​ມັງກອນ​ນອກຈ​າກ​ເປັນ​ສັນຍາ​ລັກ​ຂອງ​ຄວາມ​ເປັນ​ສິຣິມຸງ​ຄຸນ​ແລ້ວ ຍັງ​ເປັນ​ສັນຍາ​ລັກ​ຂອງ​ຈັກະ​ພັດ​ທີ່​ຍືນ​ຍົງ​ອີກ​ໄດ໋ທ່ານ​ຜູ້​ຟັງ, ມັນ​ເປັນ​ສັນຍາ​ລັກ​ອຳນາດ​ແຫ່ງກະສັດ​ຈີນ, ຕາມ​ທີ່​ເລົ່າ​ກັນ​ມາ​ວ່າ​ໃນ​ສະ​ໄໝ​ທີ່ ຮັ່ນ​ເກົ່າ​ຈູ່ ຫຼື ບາງ​ຄົນ​ເອີ້ນ​ວ່າ: ຫຼິວປັງ ທີ່​ເ​ປັນ​ກະສັດ​ອົງ​ທຳອິດ​ຂອງ​ລາ​ຊະ​ວົງ ຮັ້ນ ຕາ​ເວັນ​ຕົກ​ຂື້ນ​ຄອງ​ລາດ, ​ເພື່ອ​ສ້າງ​ຄວາມ​ສະຫງົບ​ໝັ້ນຄົງ​ໃຫ້​ແກ່​ບັນ​ລັງ​ຂອງ​ຕົນ ພະ​ອົງ​ໄດ້​ແຕ່ງ​ເລື່ອງ​ຂື້ນ​ມາ​ວ່າ: " ພະ​ມານ​ດາ​ຂອງ​ພະ​ອົງ​ຝັນ​ວ່າ​ໄດ້​ມີ​ຄວາມ​ສຳພັນ​ກັບ​ມັງກອນ ຫຼັງ​ຈາກ​ນັ້ນກໍ​ເກີດ​ພະ​ອົງ​ຂື້ນ​ມາ, ຕໍ່​ມາ​ຊາວ​ບ້ານ​ກໍ​ເລົ່າ​ລື​ກັນ​ອີກ​ວ່າ: ​ເມື່ອ​ເວລາ ຫຼິວປັງ ດື່ມ​ເຫຼົ້າຈົນ​ເມົາ ຫົວ​ຂອງ​ພະ​ອົງ​ກໍ​ຈະ​ກາຍ​ເປັນ​ຫົວ​ຂອງ​ມັງກອນ "  ນັບ​​ແຕ່​ນັ້ນມາ ຮັ່​ນ​ເກົາ​ຈູ່ ຈຶ່ງ​ຖືກ​ຜູ້​ຄົນ​ເຊື່ອ​ວ່າ ​ເປັນ​ລູກ​ຂອງ​ມັງກອນ ດັ່ງນັ້ນຮົງ​ເຕ້ອົງ​ຕໍ່ໆ​ມາ​ລວມທັງ​ຄົນ​ທີ່​ຄິດ​ການ​ໃຫຍ່​ຢາກ​ເປັນ​ຮົ່ງ​ເຕ້ຈຶ່ງ​ຢືມ​ເອົາ​ນາດ​ຂອງ​ມັງກອນ​ມາ​ສ້າງ​ບາ​ລະ​ມີ​ໃຫ້​ແກ່​ຕົນ​​ເອງ​ໂດຍ​ກ່າວ​ວ່າ: ຕົນ​ເອງ​ເປັນ​ລູກ​ຊາຍ​ຂອງ​ມັງກອນ ທີ່​ເປັນ​ກົນອຸບາຍ​ທີ່​ເສິກ​ແລບ ​ເພື່ອ​ໃຫ້​ບ່າວ​ໄຜ່​ລາຊະ​ດອນ​ເຄົາລົບ​ຢຳ​ເກງ ​ເຊື່​ອຖື​ສັດທາ​ຕົນ ສະນັ້ນລະ​ນັບ​​ແຕ່​ລາຊະ​ວົງ​ຮັ້ນ​ເປັນຕົ້ນມາ​ມັງກອນ​ຈຶ່ງ​ກາຍ​ເປັນ​ສັນຍາ​ລັກ​ຂອງ​ຮ່ອງ​ເຕ້ ຮ່າງກາຍ​ຮ່ອງ​ເຕ້​ເອີ້ນ​ວ່າ: ​ໂຕ​ມັງກອນ ຊຸດ​ນຸ່ງ​ກໍ​ເອີ້ນ​ວ່າ: ຊຸດ​ມັງກອນ ບັນ​ລັງທີ່​ຮ່ອງ​ເຕ້ນັ່ງ​ກໍ​ເອີ້ນ​ວ່າ ບັນລັງ​ມັງກອນ ! ລູກ​ຫຼານ​ຂອງ​ຮ່ອງ​ເຕ້ກໍ​ເອີ້​ນວ່າ ລູກ​ຫຼານ​ຂອງ​ມັງກອນ. ມາ​ຮອດ​ລາຊະວົງ ຢວນໝິງຊິງ ກໍ​ກຳນົດ​ໃຫ້​ມັງກອນ​ຂອງ​ຮ່ອງ​ເຕ້ມີ 5 ​ເລັບ ສ່ວນ​ມັງກອນ​ຂອງ​ຄົນ​ທົ່ວ​ໄປ​ຈະ​ມີ 4 ຫຼື 3 ​ເລັບ​ເທົ່າ​ນັ້ນ ຖ້າ​ໃຜ​ເອົາ​ຮູບ​ມັງກອນ 5​ເລັບ​ໄປ​​ແຕ້ມ​ໃສ່​ເຄື່ຶອງນຸ່ງ​ກໍ​ຈະ​ຖືກ​ປະຫານ​ຊີວິດ ຖື​ວ່າ​ບໍ່​ເຄົາ​ລົບ​ຮ່ອງ​ເຕ້ ບໍ່​ຮູ້​ຟ້າ​ສູງ ດິນ​ຕ່ຳ​ຊັ້ນ​ໄດ ! ສະ​ໄໝ​ສັກ​ດີ​ນາ​ມັນ​ກໍ​ເປັນ​ຈັ່ງ​ຊີ້​ລະ​ເນາະທ່ານ​ຜູ້​ຟັງ ! ຫຼື​ວ່າມີ​ໃຜ​ທີ່​ຢາກ​ຟື້ນ​ຮູບ​ແບບ​ສັກ​ດີ​ນາ​ທີ່​ຈຳ​ແນ​ກຊົນ​ຊັ້ນຂື້ນ​ມາ​ຢູ່​ເບາະ ? ​ແຕ່​ວ່າ​ຄຳ​ເວົ້າບາງ​ຄຳ​ເລີ່​ມ​ໄດ້​ຍິນ​ຄືນ​ມາລະ​ເກາະ ! ຕຸ​ນັ້ນ ມັອມນິ ​ເຈົ້ານັ້ນ ​ເຈົ້ານີ້ ຍາ​ປ້າ ຍາ​ລຸງ ​ເລີ່​ມ​ໄດ້​ຍິນ​ລະ​ເກາະ ຜູ້​ຖືກ​ເອີ້ນ​ກໍ​ໜ້າບານ​ຂື້ນຊັ້ນ​ໄດ໋ ! ​ເອົາ, ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ໜຸ່ມ​ໃຫຍ່​ຈະ​ເວົ້າສູ່​ຟັງ​ວ່າ​ລູກ​ມັງກອນ 9 ​ໂຕ​ທີ່​ຄົນ​ຈີນ​ບູຮານ​ນັບຖື​ນັ້ນມີຫຍັງ​ແດ່ ?

​ເພງ

ຄັນ​ມິດ​ລາຍການ​ທ່ານ​ໃດ​ໄດ້​ມີ​ໂອກາດ​ໄປ​ທ່ຽວ​ເມືອງ​ຈີນ ​ໄປ​ທ່ຽວ​ຊົມ​ສະຖາປັດຕະຍະກຳ​ບູຮານ​ທີ່​ສຳຄັນ​ຂອງ​ຈີນ​ບໍ່​ວ່າ​ຈະ​ເປັນ​ລາຊະ​ວັງ, ວັດ, ຕຳ​ນັກ, ຫໍ, ສາລາ ຫຼື​ອື່ນໆ ກໍ່​ຈະ​ເຫັນ​ຮູບ​ປັ້ນທີ່​ປະຫຼາດ​ຢູ່​ຕາມ​ຂອບ​​ແຈ​ຂອງ​ອາຄານ, ຢູ່​ຕາມ​ຫຼັງຄາ, ຊາ​ຍຄາ, ບານ​ປະຕູ, ຂົວ, ລະຄັງ ​ແລະ​ອື່ນໆ. ຄັນ​ໄປ​ທ່ຽວ​ພະ​ລາຊະ​ວັງ​ຫວງ​ຫ້າມ​ຢູ່​ປັກ​ກິ່ງ​ກໍ​ຈະ​ເຫັນ​ວ່າ​ຢູ່​ສັນຫຼັງ​ຄາ​ມີ​ຮູບ​ປັ້ນ9​ໂຕ​ລຽນ​ກັນ​ຢູ່​ນັ້ນກໍ​ຄື​ລູກ​ຂອງ​ມັງກອນ​ທັງ9 ຈາກ​ຕຳນານ​ເທບພະ​ເຈົ້າສະ​ໄໝ​ບູຮານ​ຂອງ​ຈີນ, ​ແຕ່​ລະ​ໂຕ​ມີ​ຊື່​ແນວ​ນີ້: ​ໂຕ​ທີ1ຊື່ວ່າ ປີ້​ຊີ່ ​ເປັນ​ຮູບ​ເຕົ່າ​ແຕ່ມີ​ແຂ້ວ​ເ​ປັນ​ຕົວ​ແທນ​ຂອງ​ພະ​ລະກຳ​ລັງ​ມະຫາສານ​ໃຜ​ໄດ້​ຈັບ​ຕ້ອງ​ກໍ​ຈະ​ນຳພາ​ໂຊກ​ລາບ​ມາ​ໃຫ້ ​ເອົາ​ນີ້​ເປັນຄວາມ​ເຊື່ອ​ບູຮານ​ຂອງ​ຈີນ​ຊື່​ໆ​ເດີ​ທ່ານ​ຜູ້​ຟັງ​ບໍ່​ແມ່ນ​ໜຸ່ມ​ໃຫຍ່​ພາ​ງົມງວາຍ​ໄດ໋ ! ​ໂຕ​ທີ2​ແມ່ນ ປີ້​ອ້າ​ນ ຫຼື ຊ່ຽນ​ຈ່າງ ​ເປັນ​ຮູບ​ເສື​ອ​ເປັນຕາ​ຢ້ານ​ສ່ວນ​ຫຼາຍ​ຈະ​ເຫັນ​ຢູ່​ຕາມ​ວັດວາອາ​ຮາມ ຕາມ​ຖານ​ຂອງ​ສີ​ລາ​ຈາລຶກຫຼື​ຕາມ​ບານ​ປະຕູ​ຄຸກ ​ເພາະ​ວ່າ​ເສືອ​ເປັນ​ສັດ​ທີ່​ຊົງ​ອຳນາດ ​ເອົາ​ໄວ້​ຂົ່ມ​ຂູ່​ພວກ​ບໍ່​ດີ ພວກ​ນັກ​ໂທດ ​ໃຫ້​ເຄົາລົບ​ລະບຽບ​ເຄົາລົບ​ສະຖານ​ທີ່. ​ໂຕ​ທີ3​ແມ່ນ ​ເທົາ​ເທ່ຍ ​ເປັນ​ຮູບ​ຄ້າຍຄື​ໝາ​ປ່າ ມີ​ນິ​ໄສ​ໂລບ​ມາກ​ໂລພາ​ມັກ​ກິນ ສະນັ້ນສ່ວນຫຼາຍ​ຈະ​​ແກະສະຫຼັກ​ຢູ່​ຕາມ​ພາຊະນະ​ໃສ່​ອາຫານ​ເພື່ອ​ໄຫວ້​ເທບພະ​ເຈົ້າ, ຍ້ອນ​ເທົ່າ​ເທ່ຍ​ເປັນ​ສັດ​ຮ້າຍ​ແລະ​ມັກ​ກິນ​ຫຼາຍ​ຕ່າງ​ໝູ່​ບາງ​ຄົນ​ກໍ​ເອົາ​ໄປ​ປຽບທຽບກັບຄົນ​ເຫັນ​ແກ່ກິນ​ແລະ​ໂລບ​ມາກ​ໂລພາ​ວ່າ​ເປັນ​ລູກ​ນ້ອງ​ຂອງ​ເທົ່າ​ເທ່ຍ ! ​ໂຕ​ທີ4​ແມ່ນ​ຜູ​ເຫຼົາ ຄື​ມັງກອນ​ນ້ອຍ​ມັກ​ຮ້ອງ​ສຽງ​ດັງ​ຢ້ານ​ປາວານ​ຫຼາຍ​ເມື່ອ​ປາວານ​ອອກທຳຮ້າຍ​ ຜູ​ເຫຼົາ​ກໍ​ຈະ​ຮ້ອງ​ບໍ່​ເຊົາ ສະນັ້ນຈຶ່ງ​ແກະສະຫຼັກ​ໄວ້ລະຄັງ​ເພື່ອ​ໃຫ້​ສຽງ​ດັງ​ດີ. ສ່ວນ​ໄມ້ຕີ​ລະຄັງ​ກໍ​ແມ່ນ​ຮູບ​ປາວານ. ​ໂຕ​ທີ5​ແມ່ນ ສິວໝິວ ຮູບ​ມັງກອນ​​ໂຕ​ນ້ອຍ​ສີ​ເຫຼືອງ​ທີ່​ມີ​ເຂົາ​ຂອງ​ກິ​ເລນ ມັກ​ດົນຕີ​ຈຶ່ງ​ແກະສະຫຼັກ​ໃສ່​ຊໍ. ​ໂຕ​ທີ6 ຈຽວ​ຖູ ມີ​ຮູບ​ຄືກົ້ນຫອຍ​ມັກ​ປິດ​ປາກ​ຕະຫຼອດ ທຳ​ມະ​ຊາດ​ຂອງ​ຫອຍ​ເມື່ອ​ຖືກ​ໂຈມ​ຕີ​ຈະ​ງັບ​ປາກ​ແໜ້ນ​​ໂລດ ຈຶ່ງ​ມັກ​​ແກະສະຫຼັກ​​ໃສ່​ບານ​ປະຕູ​ເຮືອນ​ເພື່ອ​ຄວາມ​ປອດ​ໄພ. ​ໂຕ​ທີ7 ​ແມ່ນ​ສື່​ເຫວີ່ນ ມີ​ຮູບ​ຄື​ມັງກອນ​ແຕ່​ບໍ່​ມີ​ສັນຫຼັງ ປາກ​ອ້າ​ກ້ວາງ ​ມັກ​ພະ​ຈົນ​ໄພ ມັກ​ກິນ​ໄຟ ​ເຊື່ອວ່າ​ສາມາດ​ປ້ອງ​ກັນ​ສິ່ງ​ບໍ່​ດີ ​ແລະ ອັກຄີ​ໄພ​ໄດ້ ຫາງ​ກໍ​ຈະ​ຂົດ​ມ້ວນ​ເຂົ້າ, ​​ແກະສະຫຼັກ​ໄວ້​ຕາມ​ສັນຫຼັງ​ຄາ. ​ໂຕ​ທີ8 ​ແມ່ນ ຊວນ​ໝີ ​ແມ່ນ​ສິງ​ມັກ​ໄຟ​ແລະ​ມັກ​ນັ່ງ​ໜ້າ​ຢ້ານ​ກົວ ມັກ​ແກະສະຫຼັກ​ໃສ່​ໃນ​ແທ່ນ​ພະ​ພຸດທະ​ຮູບ ກະ​ຖັງ​ຮູບ ​ໂຕ​ສຸດ​ທ້າຍ​​ໂຕ​ທີ9 ​ແມ່ນ ຫຍາ​ຈື້ ຄື​ໝາ​ໄນ, ມັກ​ສັງຫານ​ມັກ​ລ່າ ມັກ​ແກະສະຫຼັກ​ໃສ່ດ້າມ​ມີ​ດດ້າມ​ພ້າ​ດ້າມດາບ !
​ເພງ
ຈົບ