ຟ້າວ​ເດີນທາງ​ກັບ​ບ້ານ​ກຸດ​ຈີນ

(GMT+08:00) 2012-02-09 15:04:15     cri
ສະບາຍ​ດີ​ມິດ​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI FM 93Mhz ທຸກ​ທ່ານ! ພໍ​ຮອດ 19​ ໂມງ​ໜຸ່ມ​ໃຫຍ່​ມາ​ພົບ​ກັບ​ມິດ​ລາຍການ​ອີກ​ແລ້ວ​ບໍ່​ຂາດ​ຈັກ​ມື້ !​ກຸດ​ຈີນ​ໃກ້​ຊິ​ມາ​ຮອດ​ແລ້ວ​ຄືນ​ວັນ​ທີ 22 ຕໍ່​ໃສ່​ວັນ​ທີ 23 ​ເດືອນ​ນີ້​ກໍ​ແມ່ນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຂອງ​ຄົນ​ຈີນ​ກໍ​ຄື​ຄົນ​ເຊື້ອສາຍ​ຈີນ​ຢູ່​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​ລວມທັງ​ລາວ​ນິລະ! ​ເອົາ, ໜຸ່ມ​ໃຫຍ່​ກໍ​ພະຍາຍາມ​ເຕືອນ​ກັນ​ໄວ້​ແຕ່​ໄກໆ​ຫຼາຍ​ເລື່ອງ! ຄືນ​ນີ້​ກໍ​ຢາກ​ເຕືອນ​ເລື່ອງ​ຟືນ​ເລື່ອງ​​ໄຟ​ນິລະ! ຄົນ​ຈີນ​ຄົນ​ຫວຽດມັກ​ຈູ​ດທູບ​ໄຕ້​ທຽນ​ບູຊາ​ພະ​ເຈົ້າກາບ​ໄຫວ້​ບັນພະ​ບູລຸດຫັ້ນນ່າ!​ ​ໃຫ້​ມີ​ສະຕິ​ລະວັງ​ຕົວ​ແທ້ໆ​ເດີ້ ຍາມ​ນີ້​ແຫ່ງ​ອາກາ​ດ​ແຫ້ງ​ແລ້ງ ຄວາມ​ສ່ຽງ​ດ້ານ​ອັກຄີ​ໄພ​ມີ​ຫຼາຍ​ໄດ໋!​ ຢ່າ​ປະໝາດ​​ແທ້ໆ​ໄຕ້​ທູບ​ໄຕ້​ທຽນ​ກໍ​ເອົາ​ພາຊະນະ​ທີ່​ມັນ​ບໍ່​ຕິດ​ໄຟ​ມາ​ຮອງ, ບູຊາ​ແລ້ວ​ກໍ​ມອດ​ບໍ່​ວ່າ​ຈະ​ຢູ່​ເຮືອນ ຢູ່​ຮ້ານ ຫຼື ຢູ່ຕະຫຼາດ​ຕະລີ​ກໍ​ຄື​ກັນ​ຫັນ​ລະ​ຄັນ​ມີ​ສະຕິ​ລະວັງ​ຕົວ​ດີ​ປີ​ໃໝ່​ກໍ​ຈະ​ໂຊກ​ດີ​ມີ​ຄວາມ​ສຸກ ມີສຽງ​ຫົວ​ມີ​ຮອຍ​ຍິ້ມ! ​ແຕ່​ຖ້າ​ປະໝາດ​ເລີ້ນ​ເລີ​ເລື່ອງ​ຟືນ​ເລື່ອງ​​ໄຟ​ອາດ​ຈະ​ເຫຼືອ​ແຕ່​ໂຕ​ກັບ​ນ້ຳຕາ​ແລະ​ສຽງ​ຮ້ອງ​ໄຫ້​ເດີ້! ບໍ່​ຢາກ​ໃຫ້​ເກີດ​ກັບ​ໃຜ​ຄອບຄົວ​ໃດ​ແທ້ໆ​າ! ​ເລື່ອງ​ໝາກກະ​ໂພ​ກຫຼື​ດອກ​ໄມ້​ໄຟ​ຢ່າ​ພາກັນ​ຫ້າວ​ຫຼິ້ນຫຼາຍຄວາມ​ສ່ຽງ​ມັນ​ມີ​ສູງ​ໄດ໋! ​ເອົາ, ຝາກ​ມັນ​ດ້ວຍ​ຄວາມ​ຫ່ວງ​ໄຍຈາກ CRI ​ເດີ້!​ ສຳລັບ​ເລື່ອງ​ທີ່​ຈະ​​ເອົາ​ມາ​ເວົ້າສູ່​ຟັງ​ຄືນ​ນີ້​ກໍ​ຊິ​ເວົ້າ​ເຖິງ​ບຸນ​ກຸດ​ຈີນ​ຫຼື​ບຸນປີ​ໃໝ່ທີ່​ຈະມາ​ເຖິງ​ນິລະ! ຢູ່​ປະ​ເທດ​ຈີນ​ຄື້ນມະນຸດ​ທີ່​ເດີນທາງ​ກັບ​ບ້ານ​​ເກີດ​ເມືອງນອນ​ເພື່ອ​ໄປ​ເຕົ້າ​ໂຮມ​ກັ​ບຄອບຄົວ​ຍາດຕິ​ພີ່ນ້ອງ​ສະຫຼອງ​ປີ​ໃໝ່​ເລີ່​ມ​ໃນ​ມື້ວານ​ນິລະ​ໄດ​ທ່ານ​ຜູ້ຟັງ! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ມາ​ເວົ້າບັນຍາກາດ​ລະອຽດ​ສູ່​ຟັງ

​ເພງ

2​ເພງ​ຈາກລາຍການ​ຜ່ານ​ໄປຖ້າ​ຢາກ​ຂໍ​ເພງ​ຫຼື​ມີ​ຄຳ​ຄິດ​ຄຳ​ເຫັນ​ກໍ​ໂທ​ມາ​ເບີ 711477 ຂໍ້ຄວາມ​ສັ້ນກໍ​ແມ່ນ 9300 ​ເດີ້​ທ່ານ​ຜູ້​ຟັງ! ບັດ​ນີ້​ໜຸ່ມ​ໃຫຍ່​ຈະ​ເອົາ​ເລື່ອງ​ເດີນທາງ​ກັບ​ບ້ານ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ມາ​ເວົ້າສູ່​ຟັງ!​ ​ເພາະວ່າ​ຄົນ​ຈີນ​ຕາມ​ຕ່າງ​ແຂວງ​ກໍ່​ຫຼຸ​ຫຼັ່ງ​ທັ່ງ​ເທ​ກັນ​ເຂົ້າມາ​ຕົວ​ເມືອງ​ຂະໜາດ​ໃຫຍ່​ຂະໜາດ​ກາງ​ເພື່ອ​ເຮັດ​ວຽກ​ຫຼື​ຮ່ຳຮຽນ ບາດ​ໃກ້​ປີ​ໃ​ໝ່ກຸດ​ຈີນ​ແນວ​ນີ້​ຄື້ນມະນຸດ​ກໍ​ຈະ​ໄຫຼ​ກັບ​ບ້ານ​​ເກີດ​ແລ້ວ​ບາດ​ນີ້, ​ໃນ​ຈຳນວນ​ພົນ​ລະ​ເມືອງ​ຈີນ 1 ຕື້​ກັບ 370 ລ້ານ​ກ່ວາ​ຄົນຫັ້ນ​ເພິ່ນ​ຄາດ​ວ່າ​ແຕ່​ລະ​ຄົນ​ຈະ​ມີ​ການ​ເດີນທາງ​ໄປມາ​ຢ່າງ​ໜ້ອຍ 2 ​ເທື່ອ​ໃນ​ໄລຍະ​ນັບ​ແຕ່​ນີ້​ໄປ​ເປັນ​ເວລາ 40 ວັນ, ຄື​ຈົນ​ໄປ​ຮອດ​ວັນ​ທີ 16 ກຸ​ມພາ​ເດືອນ​ໜ້າ​ພຸ້ນ​ແລ້ວ, ພາກສ່ວນ​ກ່ຽວ​ຂ້ອງ​ຂອງ​ຈີນ​ຄາດ​ວ່າ​ຈະມີຄົນ​ເດີນ​ທາງ​ໄປມາ​ໃນ​ໄລຍະ​ນີ້​ປະມານ​ເກືອບ 3ຕື້200​ລ້ານ​ຖ້ຽວ! ຮອດ​ຕອນ​ນີ້​ແລ້ວ​ຜູ້​ໃດ​ກໍ​ເລີ່​ມ​ໃຈ​ຈົດ​ໃຈ​ຈໍ່​ຢາກ​ເດີນທາງ​ເມືອ​ເຕົ້າ​ໂຮມ​ຄອບ​ຄົວ​ໃນ​ໂອກາດ​ປີ​ໃໝ່​ແລ້ວ! ນັບ​ແຕ່​ມື້​ນີ້​ໄປ​ກໍ​ເຫຼືອ​ແຕ່ 14 ມື້ ກໍ​ຈະ​ຮອດ​ບຸນ​ກຸດ​ຈີນ​ລະ​ເດ​ທ່ານ​ຜູ້ຟັງ! ສະນັ້ນຂະ​ບວນຄື້ນມະນຸດ​ເດີນທາງ​ກັບ​ບ້ານ​ເກີດ​ເມືອງ​ນອນ​ຢູ່​ຈີນ​ເລີ່​ມຂື້ນ​ມື້ວານ​ນີ້​ແລ້ວ! ​ໃຜ​ໄປ​ຈີນ​ຍາມ​ນີ້​ຕາມ​ສະຖານີ​ລົດ​ເມ ລົດ​ໄຟ​ຊິ​ເຫັນ​ຄົນ​ເປ້​ຖົງ ຫິ້ວ​ເຄື່ອງ​ມະ​ລຸ່ງຕຸ່ງນິ່ງ​ເຕັມ​ລະ! ຈັກ​ຜູ້​ໜຸ່ມ​ຈັກ​ຜູ້​​ເຖົ້າ ຈັກ​ຜູ້ຍິງ ຈັກ​ຜູ້​ຊາຍ​ແລ້ວ! ຕາມ​ການ​ຖະ​ແຫຼ​ງຂ່າວ​ຮ່ວມ​ກັນ​ມື້​ວາ​ນນີ້ຂອງ​ລະບົບ​ການ​ຂົນ​ສົ່ງ​ສາ​ທາ​ລະນະ​ຂອງ​ຈີນ ກໍ​ຄື​ສາຍ​ການບິນ​ຈີນ​ວານ​ນີ້​ເພີ່​ນວ່າ​ປີ​ນີ້​ກໍ​ຄື​ປີ​​ໃໝ່​ຜ່ານ​ມາ ຄົນ​ຈີນ​ຈະ​ເດີນ​ທາງ​ກັບ​ບ້ານດ້ວຍ​ລົດ​ເມທາ​ງ​ໄກ​ຫຼາຍ​ທີ່​ສຸດ ຄື​ຈະ​ມີ​ປະມານ 2ຕື້800​ລ້ານ​ຄົນ​ທັງ​ໄປ​ແລະ​ກັບ​ເດ໋! ສະນັ້ນທາງ​ບໍລິສັດ​ລົດ​ເມທາ​ງ​ໄກ​ກໍ​ກຽມ​ແຜນ​ຮອງ​ຮັບ​ໄວ້​ດົນ​ແລ້ວ​ເພື່ອ​ຮັບ​ຄື້ນຜູ້​ໂດຍສານ​ນັ້ນ, ຄື​ກຽມ​ລົດ​ເມ​ໄວ້​ຮັ​ບ​ໃຊ້​ໃນ​ປະ​ເທດ​ຈີນ​ເຖິງ 8​ແສນ4​ໝື່ນ​ຄັນ​ເພື່ອ​ຮັບ​ຮອງ​ຜູ້​ໂດ​ຍສານ​ທີ່ຄາດ​ວ່າ​ແຕ່​ລະ​ມື້​ຈະມີ​ຫຼາຍ​ກ່ວາ 2ລ້ານ6​ແສນ​ຄົນ. ປັດ​ໂທ! ພິລຶກ​ອີ່ຫຼີ​ຄົນ​ຈີນ​ນິ ຫຼາຍ​ກະ​ເດ້ຍກະດໍ້! ນອກຈາກ​ກກຽມ​ຈຳນວນ​ລົດ​ແລ້ວກໍ​ກຽມ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ລົດ​ອີ​ກ ​ເພາະວ່າ​ຄົນ​ຫຼວງ​ຫຼາຍ​ແນວ​ນີ້​ກໍ​ອ່າວ​ສັບສົນ​ຢ້ານ​ເກີດ​ອຸບັດ​ຕິ​ເຫດ ​ເພິ່ນ​ກໍ່​ແຈ້ງ​ການ​ເຕືອນ​ໃຫ້​ຜູ້​ຂັບ​ລົດ​ເມ​ມີ​ສະຕິ​ລະວັງ​ຕົວ​ໃນ​ການ​ຂັບ​ຂີ່​ຂື້ນ​ຫຼາຍ​ກ່ວາ​ເກົ່າ​ເລື່ອງ​ຄວາມ​ໄວ ​ເລື່ອງ​ດິນ​ຟ້າ​ອາກ​າດ ​ເພາະວ່າ​ຢູ່​ຈີນ​ຍາມ​ໃກ້​ກຸດ​ຈີນ​ແນວ​ນີ້​ອາກາດ​ມັນ​ໜາວຫຼາຍ ບາງ​ມື້​ກໍ​ມີຫິມະ​ຕົກ ນ້ຳກ້າມ​ຖະໜົນ​ຫົນທາງ​ໝື່ນ​ກໍ​ມີ​ໄດ! ​ຂັ້ນວ່າ​ມື້ວານ​ນີ້​ແມ່ນ​ມື້​ເລີ່ມຕົ້ນຂອງ​ການ​​ເດີນທາງ​ຊື່​ໆ ຢູ່​ສະຖານີ​ລົດ​ເມ ຫຼິວລີ້​ຈຽວ​ຫຼົງ​ຂອງ​ນະຄອນຫຼວງ​ປັກ​ກິ່ງກໍ​ຍັງ​ມີ​ຜູ້​ອອກ​ເດີນທາງ​ກັບ​ບ້ານ​ຕັ້ງວ່າ 1 ໝື່ນ​ຄົນ​ແລ້ວ​ແລະ​ຄາດ​ວ່າ​ແຕ່​ນີ້​ໄປ​ແຕ່​ລະ​ມື້​ຈະ​ມີ​ຜູ້​​ໂດ​ຍສານ​ຫຼາຍ​ກ່ວາ 2 ໝື່ນ​ຄົນ! ​ໃກ້​ປີ​ໃໝ່​ເທົ່າ​ໃດ​ຍິ່ງ​ຈະ​ເພີ່ມ​ຂື້ນ​ລະ! ​​ເອົາ, ຈັກ​ນ່ອຍຈະ​ເວົ້າ​ສູ່​ຟັງ​ວ່າ​ຜູ້​ໂດຍສານ​ທາງ​ລົດ​​ໄຟ​ເດ​ຄາດ​ວ່າ​ປີ​ນີ້​ຈະ​ມີ​ຫຼາຍ​ປານ​ໃດ​?

​ເພງ

ຟັງ​ເພງ​ມ່ວນໆ​ສະບາ​ຍໆ​ໄປ​ແລ້ວ​ມາ​ລົມ​ກັນ​ຕໍ່​ກັບ​ຄື້ນ​ມະນຸດ​ຄົນ​ຈີນ​ເດີນ​ທາງ​ກັບ​ບ້ານ​ເກີດ​ເມືອງ​ນອນ​ເພື່ອ​​ເຕົ້າ​ໂຮມ​ຄອບ​ຄົວ​ສະຫຼອງ​ປີ​ໃໝ່! ​ເວົ້າ​ເລື່ອງ​ຄວາມ​ຮັກ​ຄອບຄົວ ​ເຄົາລົບ​ພໍ່-​ແມ່ ລຸງ​ປ້າ​ນ້າ​ອາ ຜູ້ອາວຸ​ໂສ​ແລ້ວຖື​ວ່າ​ເປັນ​ມູນ​ເຊື້ອ​ປະ​ເພນີ​ທີ່​ສຳຄັນ​ຂອງ​ຄົນ​ຈີນ​ເລີຍ​ລະ!​ ​ໂດຍ​ສະ​ເພ​າະບຸນ​ກຸດ​ຈີນ​ທີ່​ຈະ​ມາ​ເຖິງ​ນີ້​ໃນ​ວັນ​ທີ 22-23 ນີ້​ແຫ່ງ​ເປັນ​ບຸນ​ປະ​ເພນີທີ່​ສຳຄັນ​ທີ່​ສຸດ​ຂ​ອງຄົນ​ຈີ​ນ​ເລີຍ​ລະ!​ ​ໃຜ​ມາ​ຫາ​ຄອບຄົວ​ພໍ່​ແມ່​ບໍ່​ໄດ້​ຍ້ອນ​ຄວາມ​ຈຳ​ເປັນ​ບາງ​ອັນ​ກໍ​ເຮັດ​ຄໍ​ເຕື່ອຍໜ້າ​ງໍ​ໄປ​ພຸ້ນ​ລະ! ມື້​ກີ້​ກ່ອນ​ເປີດ​ເພງ​ກໍ​ເວົ້າ​ເຖິງ​ການ​ເດີນທາງ​ດ້ວຍ​ລົດ​ເມ; ບັດ​ນີ້​ຊິ​ເວົ້າ​ເຖິງ​ການ​ເດີນ​ທາງ​ດ້ວຍ​ລົດ​ໄຟ ກໍ​ເປັນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ​ຂອງ​ຜູ້​ທີ່​ມີ​ລາຍ​ຮັບ​ລະດັບ​ກາງ​ແລະ​ຕ່ຳ ທັງ​ເປ້​ເຄື່ອງ​ເປ້​ຂອງ​ໄປ​ຕ້ອນ​ພໍ່​ແມ່ ລູກ​ເມຍ ຍາດ​ພີ່ນ້ອງ​ໄດ້​ຫຼາຍ​ອີກ! ປີ​ນີ້​ຄ​າດວ່າ​ຈະ​ມີ​ຜູ້​ໂດຍສານ​ທາງ​ໃນ​ໄລຍະ 40 ມື້​ແຕ່​ມື້ນນີ້​ມື້ວານ​ເປັນຕົ້ນ​ໄປຈະ​ມີ​ປະມານ 235 ລ້ານ​ຖ້ຽວ ​ເພີ່ມຂື້ນ​ຈາກ​ປີ​ກາຍ 6.1% ພຸ້ນລະ!​ ມື້ໜຶ່ງ​ຄາດ​ວ່າ​ຈະ​ມີ​ຜູ້​ໂດຍສານ​ເກືອ​ບ 6 ລ້າ​ນຄົນ, ມື້ໜຶ່ງ​ໄດ​ທ່ານ​ຜູ້​ຟັງ! ຊ່ຳກັບ​ພົນ​ລະ​ເມືອງ​ລາວ​ໝົດ​ປະ​ເທດ​ໄດ​ເນາະ! ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງຫັ້ນພາກສ່ວນ​ກ່ຽວຂ້ອງ​ກໍ​ເຂັ້ມງວດ​ກວດກາ​ທາງ​ລົດ​ໄຟ ທັງ​ລາງ​ລົດ​ໄຟ​ເຂັ້ມງວດ​ຂື້ນຕື່ມ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸບັດ​ຕິ​ເຫດ ຫຼື ອາດ​ມີ​ອາກາດ​ປ່ຽນ​ແປງຂື້ນ​ກໍ​ເປັນ​ໄດ້ !​ທຸ​ກໆ​ຄື​ນຈະ​ມີ​ການ​ກວດກາ​ທັງລົດ​ໄຟ​ທຳ​ມະ​ດາ ທັງ​ລົດ​ໄຟ​ຄວາມ​ໄວ​ສູງ ທັງ​ລາງ​ມັນ​ເປັນ​ປົກກະຕິ ດ້ານ​ໜຶ່ງ​ກໍ​ພະຍາຍາມ​ຕອບ​ສະໜອງ​ຜູ້​ໂດຍສານ​ທີ່​ມີ​ຫຼວງ​ຫຼາຍ​ໃຫ້​ໄດ້ ​ແຕ່​ສຳຄັນ​ທີ່​ສຸດ​ຄວາມ​ປ​ອດ​ໄພ​ຕ້ອງ​ມາ​ກ່ອນ! ກະຊວງ​ຂົນ​ສົ່ງ​ຂອງ​ຈີນ​ເພິ່ນ​ກໍ​ໄດ້​ສົ່ງ 5 ທີ​ມກວດກາ​ຄວາມ​ປອດ​ໄພ​ລົງ​​ໄປ 20 ​ເຂ​ດ​ແຂວງ​ທີ່​ສຳຄັນ​​ເພື່ອ​ກວດກາ​ຢ່າງ​​ເຂັ້ມງວດ. ຢູ່​ລະດັບ​ທ້ອງ​ຖິ່ນ​ກໍ​ກຽມ​​ແຜນ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ທີ່​ບໍ່​ຄາດ​ຄິດຕັ້ງວ່າ​ເກືອບ 1300 ​ແຜ​ນທັງ​ໜ່ວຍ​ກູ້​ໄພ​ທັງ​ມື​ອາຊີບ​ແລະ​ອາສ​າສະໝັກ​ກຽ​ມ​ໄວ້​ຮຽບຮ້ອຍ ທາງ​ອົງການ​ຄວາມ​ປອດ​ໄພ​ແຫ່ງ​ລັດ​ກໍ​ໄດ້​ສັ່ງ​ໃຫ້​ກວດກາ​ເຂັ້ມງວດ​ຜູ້​ໂດຍສານ​ທີ່​ຈະ​ຖື​ສິ່ງ​ຂອງ​ຫຼື​ສິນຄ້າ​ທີ່​ອັນຕະລາຍ​ຂື້ນ​ລົດ​​ໄຟ ​ເຊັ່ນວ່າ: ໝາກກະ​ໂພ​ກ, ດອກ​ໄມ້​ໄຟ ຫຼື ສານພິດ​ເຄມີ​ຕ່າງໆ​ແມ່ນ​ຫ້າມ​ເດັດຂາດ. ​ເອົາ, ຟັງ​ເພງ​ອີກ​ກ່ອນ​ແລ້ວ​ຈະ​ມາ​ເວົ້າສູ່​ຟັງ​ເລື່ອງ​ການ​ເດີນ​ທາງ​ອາກ​າດວ່າ​ຈະ​ເປັນ​ແນວ​ໃດ​ໃນ​ປີ​ໃໝ່​ທີ່​ຈະ​ມາ​ຮອດ​ນີ້

​ເພງ

ຂໍຂອ​ບ​ໃຈ…………………​ເວົ້າ​ເຖິງ​ການ​ເດີນທາງ​ກັບ​ບ້ານ​ຂອງ​ຄົນ​ຈີນ​ທາງ​ລົດ​ເມ, ລົດ​ໄຟ​ໄປ​ແລ້ວ, ບັດ​ນີ້​ກໍ​ຈະ​ລົມ​ການ​ເດີນທາງ​ຍົນ​ສູ່​ຟັງ! ປີ​ນີ້​ການບິນ​ຈີນ​ຄາດ​ວ່າ​ຈະ​ມີ​ຜູ້​ໂດຍສານ​ໃຊ້​ຍົນ​ເດີນທາງ​ກັບ​ບ້ານ​ເກືອ​ຍ 25 ລ້ານ​ຖ້ຽວ​ພຸ້ນລະ ສະນັ້ນ​ແລະ​ທາງ​ພາກສ່ວນ​ກ່ຽວຂ້ອງ​ຈຶ່ງ​ກຽມ​ຍົນ​ເພີ່ມ​ໄວ້​ບໍລິການ​ສະ​ເພາະ​ສາຍ​ການບິນພາຍ​ໃນ​ປະ​ເທດຕັ້ງວ່າ 14.000 ຖ້ຽວ ​ເລີ່​ມ​ແ​ຕ່ວານ​ນີ້​ໄປ ທຸກ​ມື້​ມີ​ເກືອ​ບ 8ພັນ​ຖ້ຽວ​ບິນ ທີ່​ສາມາດ​ຮັບຮອງ​ຜູ້​ໂດຍສານ​ໄດ້​ປະມານ 1 ລ້ານ​ຄົນ​ຕໍ່​ມື້. ​ເພື່ອ​ໃຫ້​ຄົນ​ໃຕ້ຫວັນ​ທີ່ມາ​ເຮັດ​ທຸລະ​ກິດ, ​ເຮັດ​ວຽກ​ຄ້າຂາຍ ຫຼື​ ມາຮຽນ​ຢູ່​ແຜ່ນດິນ​ໃຫຍ່​ເດີນທາງ​ກັບ​ເກາະ​ໃຕ້​ຫວັນ​ສະດວກ ກໍ​ໄດ້​ກຽມ​ຍົນ​ພິ​ເສດ​ເພີ່​ມ​ໄວ້​ເຖິງ 412 ຖ້ຽວ​ຕໍ່​ອາທິດ. ທັງ​ການບິນ​ຈີ​ນກໍ​ຍັງ​ໄດ້​ປະສານ​ງານ​ກັບ​ພາກ​ສ່ວນ​ຕ່າ​ງໆ​ເພື່ອ​ເຮັດ​ໃຫ້ການ​ເດີນທາງ​ທາງ​ອາກ​າດມີຄວາມ​ສະດວກ​ປອດ​ໄພ ​ແລະ​ກຽມ​ແຜນ​ຮັບຮອງ​ໄວ້​ແລ້ວ​​ໃນ​ກໍລະນີ​ທີ່​ອາກາດ​ໜາວ​ຈັດ ໝອກ​ຫຼື​ຫິມະ​ລົງ​ແຮງ! ​ຕອນ​ໜຸ່ມ​ໃຫຍ່​ຢູ່​ປັກ​ກິ່ງ​ແຕ່​ປີ 2006 ຈົນ​ຮອດ​ຕົ້ນປີ​ກາຍ​ນີ້ ​ໂອ່ຍ! ​ບັນຍາກາດ​ການ​ເດີນທາງ​ກັບ​ບ້ານ​ເກີດ​ຂອງ​ຄົນ​ຈີນ​ກໍ​ພິລຶກ​ອີ່ຫຼີ​ໄດ​ທ່ານ​ຜູ້ຟັງ !​​ໃກ້​ຮອດ​ມື້​ບຸ​ນ​ແທ້​ທໍ່​ໃດ​ຕາມ​ສະຖານີ​ລົດ​ໄຟ ລົດ​ເມ ຄົນ​ແຫ່ງ​ຄັບ​ແຄ​ແ​ອອັດ​ແຍ້​ກັນ ບາງ​ຄົນ​ກໍ​ນອນ​ນຳ​ພື້ນ​ສະຖານີ​ລົດ​ໄຟ ລົດ​ເມ​ເປັນ 2-3 ຄືນ​ກໍ​ມີ​ເພື່ອ​ລໍຖ້າ​ຂື້ນ​ລົດ ປີ້​ນັ່ງ​ບໍ່​ໄດ້​ກໍ​ເອົ​າປີ້​ຢືນ​ກະ​ຢ່າ ຂໍ​ແຕ່​ໄດ້​ເມືອ ຂື້ນ​ທາງ​ປະຕູ​ໄຟ​ບໍ່​ທັນ ຢ້ານ​ລົດ​ອອກ​ກ່ອນ​ກໍ​ຍາດ​ກັນ​ຂື້ນ​ທາງ​ປ່ອງຢ້ຽ​ມກໍ​ມີ ສັບພະ​ປິ! ​ປີ 2007 ໜຸ່ມ​​ໃຫຍ່​ກໍ​ໄດ້​ພັກ​ຍາວ 7 ມື້​ວ່າ​ຊິ​ໄປ​ທ່ຽວ​ຊີ​ອ່ານ​ໄປ​ເບິ່ງຮູບ​ປັ້ນທະ​ຫານ​ມາ​ຮັກສາ​ປ້ອງ​ກັນ​ຮ່ອງ​ເຕ້ 6-7ພັນ​ໂຕ​ພຸ້ນ ສຸດ​ທ້າຍ​ຈອງ​ປີ້​ລົດ​ໄຟ​ລ່ວງ​ໜ້າ​ເປັນ​ເດືອນ​ຍັງ​ບໍ່​ໄດ້ ບາດ​ຢູ່​ໄປ​ຫຼາຍ​ປີ​​ແລ້ວ​ຈຶ່ງ​ຮູ້​ວ່າ​ບໍ່​ໄປ​ຍາມ​ບຸນ​ກຸດ​ຈີນ​ຫັ້ນດີ​ແລ້ວ ຄົນ​ຫຼາຍ​ໂພດ​ວຸ້ນ​ວາຍ​ສັບສົນ!​ ​ເອົາ, ​ເວົ້າ​ເລື່ອງ​ຄົນ​ຈີນ​​ເລີ່​ມ​ເດີນທາງ​ກັບ​ບ້ານ​ເກີດ​ເພື່ອ​ສະຫຼອງ​ປີ​ໃໝ່​ຈີນ​ກໍ​ທໍ່​ນີ້​ກ່ອນ! ແຕ່​ວ່າ​ນັບ​ແຕ່​ມື້​ນີ້​ໄປ​ຈົນ​ຮອດ​ບຸນ​ກຸດ​ຈີນໜຸ່ມ​​ໃຫຍ່​ກໍ​ຈະ​ພະຍາຍາມ​ຊອກ​ເອົາ​ເລື່ອງ​ຕ່າ​ງໆ​ທີ່ກ່ຽວຂ້ອງກັບ​ບຸນ​ກຸດ​ຈີນ​ມາ​ເວົ້າສູ່​ຟັງ! ​ເອົາ, ​ຟັງ​ເພງ​ຊະ​ນໍ​ບາດ​ນີ້

​ເພງ

ຂະນະ​ນີ້…………….. ​ເອົາ, ການ​ໄປ​ການ​ມາ​ຕອນ​ຫົວ​ຄ່ຳ​ແນວ​ນີ້​ລົດ​ຫຼາຍ​ຖະໜົນ​ແຄບ​ຄ່ອຍ​ໄປ​ຄ່ອຍ​ມາ​ເນາະທ່ານ​ຜູ້​ຟັງ ບໍ່​ວ່າ​ຊິ​ເປັນ​ລົດ​ໃຫຍ່, ລົດຈັກ, ລົດ​ຖີບ ຫຼື ຄົນ​ຍ່າງ​ກໍ​ຢ່າ​ລະ ມີ​ສະຕິ​ລະມັດລະວັງ​ຊ່ວຍ​ກັນ​ແລ້ວ​ທ່ານ​ຈະ​ຫຼີກ​ຈາກ​ອຸ​ບັດ​ຕິ​ເຫດ​ໄດ້! ກ່ອນ​ມາ​ຈັດ​ລາຍການ​ໜຸ່ມ​ໃຫຍ່​ຂັບ​ລົດ​ຂື້ນ​ຄ້ອຍ​ໂພນ​ຕ້ອງ​ມານິ​ເຫັນ​ພຶດຕິ​ກຳ​ຂອງ​ໄວ​ລຸ້ນ​ໄວ​ຄະນອງ​ບາງ​ຄົນ​ແລ້ວ​ໂອ່ !​​ເປັນຕາ​ຢ້ານ​ຫຼາຍ ນຸ່ງ​ເສື້ອນັກຮຽນ​ປະມານ 6-7 ຄົນ​ນິລະ ລົດ​ຄົນ​ລະ​ຄັນ​ຜູ້​ຊາຍ​ໝົດ ລົດ​ທີ່​ພໍ່​​ແມ່​ຊື້​ໃຫ້​ທຽວ​ຮຽນ​ກໍ​ໄປ​ດັດ​ສຽງ​ດັດ​ທໍ່​ໃຫ້​ມັນ​ດັງ​ແຮງ​ຂື້ນ! 6​ໂມງປາຍ​ລົດ​ຫຼາຍ​ແທ້ໆ​ຢູ້ຄ້າຍ​ໂພນ​ຕ້ອງ​ໂດຍ​ສະ​ເພາະ​ໜ້າ​ຕະຫຼາດ​ໂພນ​ຕ້ອງ​ສະຫວາດ​ນີ​ແຫ່ງ​ເຕັກ ຈັກ​ລົດ​ໃຫຍ່ຈັກ​ລົດຈັກ​ຕິດ​ກັນ​ປານ​ເສັ້ນ​ເຂົ້າປຸ້ນ ​ແຕ່​ປານ​ນັ້ນ​ໄວ​ລຸ້ນນັກຮຽນ​ມໍ​ປາຍກຸ່ມ​ນີ້ຍັງ​ຂັບ​ແບບ​ບໍ່​ຢ້ານ​ຕາຍ ​ເລັ່ງປືດໆ​ປາດໆ ໝົ້ນພຸ້ນ​ແຊງ​ພີ້ ​ເຫັນ​ພຶດຕິ​ກຳ​ແລ້ວ​ໜ້າ​ເປັນ​ຫ່ວງ!​​ ເອົາ, ຈັ່ງ​ໃດ​ພໍ່​ແມ່​ຜູ້​ປົກຄອງ​ກໍ່​ພະຍາຍາມ​ເບິ່ງ​ແຍງ​ຕິດຕາມ​ພຶດຕິ​ກຳ​ຂອງ​ລູກ​ຕົນ​ເອງ​ຢູ່​ນອກ​ເຮືອນ​ແດ່​ເດີ ​ບາງ​ຄົນ​ຢູ່​ເຮືອນສຸພາບ​ແພ​ພັບ​ໄວ້​ນິ​ເກາະ ​ເວົ້າ​ໂດຍໆ! ​ບາດ​ຫວິດ​ປະຕູ​ເຮືອນກາຍ​ເປັນ​ຄົນ​ລະ​ຄົນ​ກໍ​ມີ​ໄດ !​​ແຕ່​ວ່າ​ພໍ່​​ແມ່​ບາງ​ຄົນ​ຊ້ຳພັດ​ຮັກ​ລູກ​​ໂພ​ດຕາມ​ໃຈ​ລູກ​ໂພດ​ຈົນ​ບໍ່​ຮູ້​ບອກ​ກ່າວ​ຕັກ​ເຕືອນ​ລູກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ອັນ​ໃດ​ເໝາະ​ອັນ​ໃດ​ບໍ່​​ເໝາະ ຍ້ອນ​ຢ້ານ​ລູກ​ຄຽດ ​ເຮັດ​ແນວ​ນີ້​ທ່ານ​ຮູ້​ບໍ່​ວ່າ​ພວມ​ຝຶກ​ແອບ​ລູກ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ແລະ​ພວມ​ເຮັດ​ໃຫ້​ລູກ​ຫຍ້າມ!​ ບໍ່​ໄວ​ກໍ່​ຊ້າ ມື້​ໃດ​ມື້ໜຶ່ງ​ທ່ານ​ຈະ​ຄິດ​ກິນ​ແໜງ​ໃຈ​ຍ້ອນ​ໂຕ​ເອງ​ລ້ຽງ​ລູກ​ດ້ວຍ​ເງິນ ​ແລະ ຮັກ​ລູກ​ໂພດ​ຈົນ​ແອບ​ໃຫ້​ລູກ​ກາຍ​ເປັນ​ພໍ່​ເປັນ​ແມ່​ໄປ​ເລີຍ ຕິດ​ໝູ່​ເຫຼົ້າໝູ່​ຢາ ມົ້ວສຸມ​ສັງຄົມບໍ່​ດີ ຈັບ​ກຸ່ມຕີ​ກັນ​ຂີ່​ລົດ ຍາດ​ຊູ້​ຍາດ​​ແຟນກັນ ​ແລ່ນນຳ​ກະ​ແສ​ຕົວຢ່າງ​ຂອງ​ນິຍາຍ​ນ້ຳ​ເນົ່າ ຫຼື ມິ​ວສິກ​ວີ​ດີ​ໂດ!​​ ເອົາ, ​ເຕືອນ​ມາ​ດ້ວຍ​ຄວາມ​ຫ່ວງ​ໄຍ!​
​ເພ​ງ