ວັດທະ​ນະທຳ​ສີແດງ​ກັບ​ບຸນກຸດຈີນ

(GMT+08:00) 2012-02-09 15:17:10     cri
ສະບາຍດີ​ມິດລາຍການ​ທີ່​ຮັກແພງ !19ໂມງ​ໜຸ່ມ​ໃຫຍ່​ນຳເອົາ​ລາຍການເບິ່ງເມືອງຈີນ​ມາ​ພົບກັບ​ທ່ານອີກ​ແລ້ວ​ທາງ CRI ອີກ​ບໍ່​ດົນ​ກຸດ​ຈີນ​ກໍ່​ຈະ​ຮອດ​ລະ​ໄດ​ທ່ານ​ຜູ້​ຟັງ ! ຄືນວັນທີ 22 ຕໍ່ໃສ່ວັນທີ 23 ເດືອນນີ້​ແມ່ນ​ຄືນທີ່​ຄົນຈີນ​ເຕົ້າໂຮມ​ຄອບຄົວ​ກິນເຂົ້າ​ກິນນ້ຳ​ຮ່ວມກັນ ເວົ້າ​ລົມ​ກັນ ແນວ​ເວົ້າ​ແນວ​ລົມ​ກໍ​ຈະ​ມີແຕ່​ເລື່ອງ​ດີໆ​ງາມໆ​ບໍ່ມີ​ຄວາມ​ຂັດແຍ່ງ​ບໍ່​ຜິດຂ້ອງ​ຕ້ອງຖຽງ​ກັນລະ !​ເພາະວ່າ​ປີ​ໃໝ່ໃຜ​ກໍຢາກ​ເລີ່ມຕົ້ນ​ດ້ວຍສິ່ງ​ທີ່​ດີໆເດ ! ໃນໄລຍະ​ບຸນກຸດ​ຈີນນີ້​ຄັນທ່ານ​ຜູ້ຟັງ​ໄດ້ກາຍ​ໄປເຮືອນ​ຫຼື​ໄປ​ຮ້ານຈີນ​ແລ້ວ​ຈະ​ເຫັນ​ສີແດງ​ເຕັມໄປ​ໝົດລະ !​ເປັນຫຍັງ​ຄົນຈີນ​ຄືມັກ​ສີແດງແທ້ ? ທ່ານຜູ້ຟັງ​ຢາກ​ຮູ້ບໍ່ ? ຄັນຢາກ​ຮູ້​ຟັງເພງ​ແລ້ວ​ໜຸ່ມໃຫຍ່​ຈະ​ກັບມາ​ເວົ້າ​ສູ່ຟັງ

ເພງ

ຜ່ານໄປ​ເພງຈີນ​ມ່ວນໆ​ຈາກ​ລາຍການ !​ບັດນີ້​ບໍ່​ຊັກຊ້າ​ເສຍເວລາ ໜຸ່ມໃຫຍ່​ຈະເວົ້າສາເຫດ​ທີ່ວ່າ​ເປັນຫຍັງ​ຄົນຈີນ​ຄືມັກສີແດງແທ້​ໂດຍສະເພາະ​ໃນການ​ສະເຫຼີມສະຫຼອງ​ປີໃໝ່ !​ ໃນ​ໄລຍະ​ບຸນກຸດ​ຈີນ​ຫຼື​ບຸນປີໃໝ່​ນີ້ ຄົນຈີນ​ຈະ​ມັກນຸ່ງເສື້ອ​ຜ້າ​ໃໝ່ໆ​ທີ່​ເປັນສີແດງ !​ ​ເຄື່ອງຂອງ​ຕ່າງໆ​ກໍຈະ​ເປັນ​ສີແດງ ປະ​ເພດວ່າ​ຖືກຫຼື​ແພງ​ໃຫ້ແດງ​ໄວ້ກ່ອນ​ວ່າ​ຊັ້ນສະ !​ ໄລຍະ​ກຸດຈີນ​ນອກຈາກ​ຄົນຈີນ​ມັກ​ນຸ່ງເຄື່ອງ​ທີ່ເ​ປັນ​ສີແດງແລ້ວ ປ້າຍ​ຄະຕິ​ຄູ່​ທີ່ເປັນສິຣິມຸງຄຸນ​ທີ່​ຕິດໃສ່​ຂອບ​ສອງ​ຟາກ​ຂ້າງ​ປະຕູ​ເຂົ້າ​ເຮືອນ; ໂຄມໄຟ​ເຈ້ຍ​ໜ່ວຍມົນໆ​ນ້ອຍໃຫຍ່ ທີ່ຫ້ອຍ​ຢູ່​ໜ້າ​ເຮືອນ, ເຊືອກ​ຖັກແບບ​ວັດທະ​ນະທຳ​ຈີນ, ໝາກ​ກະໂພກ, ທຽນຫຼື​ຊອງ​ອັ່ງເປົ່າ​ກໍ​ລ້ວນແຕ່​ເປັນ​ສີແດງ​ໝົດ ຍ້ອນຫຍັງ ? ກໍຍ້ອນວ່າ​ຄົນຈີນ​ເຊື່ອວ່າ​ສີແດງ ເປັນສີ​ແຫ່ງ​ມຸງຄຸນ, ຜູ້ເຖົ້າ​ຜູ້ແກ່ຄົນ​ຈີນ​ບອກວ່າ ນຸ່ງ​ສີແດງ​ໃຊ້​ເຄື່ອງ​ສີແດງ​ແລ້ວ​ຈະ​ເຮັງຮັ່ງມີ​ລ້ຳລວຍ​ມີແຕ່​ໂຊກດີ​ວ່າ​ຊັ້ນໄດ ! ປະເທດ​ຈີນ​ເປັນ​ປະເທດ​ທີ່​ກ້ວາງໃຫຍ່​ໄພສານ ໃຫຍ່​ເປັນ​ອັນດັບ 3 ຂອງ​ໂລກ​ພຸ້ນແລ້ວ​ເວົ້າ​ເລື່ອງ​ເນື້ອ​ທີ່​ນະ ກໍ່​ຮອງພຽງ​ແຕ່ຍຣັດເຊຍ​ກັບ​ການາດາ​ທໍ່ນັ້ນແລ້ວ ບ່ອນ​ປະເທດຈີນ​ຕັ້ງຢູ່​ອາກາດ​ສ່ວນຫຼາຍ​ກໍ່​ໜາວ ຫຼື ເຢັນ​ຫຼາຍກ່ວາ​ຮ້ອນ ສະ​ນັ້ນ​ລະ​ຄົນຈີນ​ຈຶ່ງ​ມັກມື້​ອາກາດ​ທີ່​ທ້ອງຟ້າ​ແຈ່ມໃສ​ປອດໂປ່ງ ມີ​ແສງແດດ ບັດນີ້ຄັນ​ເວົ້າ​ເຖິງ​ສີ​ທີ່​ເປັນ​ຕົວແທນ​ຂອງ​ແສງແດດ ຄວາມອົບອຸ່ນ​ກໍ​ແມ່ນ ສີ​ແດງ​ໂລດ​ແລ້ວ​ເນາະ ! ນອກນັ້ນ​ໃນ​ທາດທັງ 5 ທີ່​ປະກອບ​ດ້ວຍ​ທາດທອງ ທາດໄມ້ ທາດນ້ຳ ທາດໄຟ ແລະທາດດິນ, ສີແດງ​ກໍເປັນ​ສັນ​ຍາລັກ​ໃຫ້​ທາດໄຟ ແລະ​ທາດ​ໄຟ​ໃນ​ວັດທະ​ນະທຳ​ຈີນ​ກໍ່​ໝາຍ​ເຖິງ​ແສງ​ສະຫວ່າງ​ຄວາມອົບ​ອຸ່ນ​ພະ​ລະກຳ​ລັງ ​ແລະ​ຄວາມ​ຮຸ່ງ​ເຮືອງ​​ເຫຼືອງເຫຼື້ອມ​ຊັ້ນ​ເດ ! ​ເອົາ, ຟັງ​ເພງ​ອີກ​ຊຸດ​ໜຶ່ງ​ກ່ອນ​ເນາະ​ແລ້ວ​ຈຶ່ງ​ລົມ​ກັນ​ຕໍ່

​ເພງ​

ຂະນະ​ນີ້.......................ມີ​ຄຳ​ເຫັນກະ​ໂທ​ມາ​ໄດ້​ທີ່​ເບີ 711477 ຄັນ​ຂໍ້ຄວາມ​ສັ້ນກະ​ແມ່ນ 9300. ບັດ​ນີ້​ໜຸ່ມ​​ໃຫຍ່​ກໍ​ຈະ​ລົມສູ່​ຟັງ​ຕໍ່​ວ່າ​ສີ​ແດງ​ມີ​ຄວາມ​ສຳຄັນ​ແນວ​ໃດ​ຕໍ່​ຄົນ​ຈີນ ? ຄັນ​ເວົ້າ​ແລ້ວ​ສີ​ແດງ​ປຽບ​ເໝືອນ​ຈິດ​ວິນ​ຍານ​ຂອງ​ຄົນ​ຈີນ​ເລີຍ​ລະ​ແລະ​ຢູ່​ຮ່ວມ​ກັບ​ວັດ​ທະນະ​ທຳ​ປະ​ເພນີ​ຈີນ​ມາ​ຫຼາຍພັນ​ປີ​ແລ້ວ ! ນອກຈາ​​ກ​ເປັນ​ສີ​ແຮ່ງ​ສິຣິມຸງຄຸນ​ແລ້ວ​ຄົນ​ຈີນ​ກໍ​ຍັງ​ຂະຫຍາຍຄວາມ​ອອກ​ໄປ​ຕື່ມວ່າ ສີ​ແດງ​ໝາຍ​ເຖີງຄວາມ​ຮັກ​ນ້ຳ​ໃຈ ອຳ​ນ​າດບາ​ລະ​ມີ ຄວາມ​ກ້າຫານ​ແລະ​ອື່ນໆ​ອີກ. ສິ່ງ​ໜຶ່ງ​ມທີ່​ຄວນ​ຮູ້​ໄວ້​ກໍ​ຄື​ສີ​ສາ​ມາດ​ໃຊ້​ແທນ​ພາສາ​ໄດ້ ​ໃຊ້​ສື່ສານ​ກັນ​ໄດ້, ສະນັ້ນຄົນ​ເຮົາ​ຈະ​ໃຊ້​ສີ​ຫຍັງ ? ​ໃຫ້​ເຂົ້າກັບ​ເລື່ອງລາວ​ເຫ​ດການ​ໃດ ? ມັນ​ກໍ​ຕ້ອງ​ໄດ້​ຄິດ​ຫາ​ເຫດ​ຫ​າຜົນ​ທີ່​ເໝາະ​ສົມ ຫຼື ທີ່​ມາ​ຂອງ​ສິ່ງ​ນັ້ນໆ ​ເພື່ອ​ໃຫ້ການ​ສື່ສານ​ເຂົ້າ​ໃຈກັນ​ເດ !​ ຮ່ອງ​ເຕ້ສະ​ໄໝ​ກ່ອນ​ທີ່​ໃຊ້​ນ້ຳມຶກ​ປະ​ທັບ​ຕາ ກໍ​ແມ່ນ​ສີ​ແດງ ​ເພາະ​ຖື​ວ່າ​ເປັນ​ສີ​ແຫ່ງຄວາມ​ເຊື່ອ​ໝັ້ນ​ແລະ​ພະ​ລັງ​ອຳນາດ, ​ໂດຍ​ສະ​ເພາະ​ນັບ​ແຕ່ຫຼັງ​ສັດຕະວັດ​ທີ 19 ​ເ​ປັນ​ຕົ້ນມາ ຈີນ​ກໍ​ໃຊ້​ສີ​ແດງ​ເປັນ​ສັນຍາ​ລັກ​ແຫ່ງ​ເລືອດ​ຮັກ​ຊາດ ​ແລະ ການ​ປະຕິ​ບັດ ສະນັ້ນສີ​ແດງ​ຈຶ່ງ​ເປັນ​ສີ​ຂອງ​ທຸງ​ທະຫານ ທຸງຊາດ ທຸງ​ພັກ​ຄອມ​ມູນິດ ຫຼື ໜ່ວຍ​ປ້​ອງກັນ​ແດງ​ແລະ​ອື່ນໆ​ອີກ !​

​ເມື່ອ​ຮອດ​ກຸດ​ຈີນ​ກໍຄື​ເວົ້າມາ​ຫັນ​ລະ​ວ່າ​ເຄື່ຶອງນຸ່ງ ​ເຄື່ອງ​ປະດັບ​ຂອງ​ຂັວນ ​ເຄື່ອງ​ໃຊ້​ສອຍ​ໃນ​ງານ​ບຸນ​ທຸກ​ອັນ​ເກືອບວ່າ​ເປັນສີ​ແດງ​ໝົດ ນັ້ນຍ້ອນ​ວ່າ​ສີ​​ແດງ​ເປັນ​ສີ​ແຫ່ງ​​ໄຟ ສີ​ແຫ່ງ​ແສງ​ສະ​ຫ່ວາງ ຄົນ​ຈີນ​ຈຶ່ງ​ເຊື່ອ​ວ່າ​ເປັນ​ສີ​ແຫ່ງ​ພະລັງ​ອຳ​ນາດ​ໃນ​ການ​ຂັບ​ໄລ່​ສິ່ງ​ທີ່​ບໍ່​ເປັນ​ມຸງຄຸນ ຜີ​ມານ​ທັງຫຼາຍ​ໃຫ້​ອອກ​ໄປ ດັ່ງ​ນັ້ນ​ເຮືອນ​ທີ່​ຕິດ​ສີ​ແດງ​ນຸ່ງ​​ເຄື່ອງສີ​ແດ​ງຫຼື​ເດັກນ້ອຍ​ຜູ້​ບ່າວ-ຜູ້​ສາວ ທີ່​ມີ​ຊອງ​ອັ່ງ​ເປົ່າ​ແດງ​ຕິດ​ຕົວ ຈຶ່ງ​ສາມາ​ດປອດ​ໄພ​ຈາກ​ເຫດ​ຮ້າຍ​ທັງ​ປວງ ​ແລະ​ດ້ວຍ​ເຫດຜົນ​ດຽວ​ກັນ​ນິລະ ສີ​ແດງ​ຈຶ່ງ​ກາຍ​ເປັນ​ສີ​ທີ່​ມີ​ຄວາມ​ໝາຍ​ແຫ່ງ​ຄວາມ​ສັກສິດອີກ; ​ໂດຍ​ຈະ​ເຫັນ​ຕາມ​ວັດວາອາ​ຮາມ ລາຊະ​ວັງ ຕຶກ​ອາຄານ ​ເຮືອນ​ຊານ​ບ້ານ​ຊ່ອງ​ສະ​ໄໝ​ບູຮານ​ຂອງ​ຈີນ​ກໍ່​ຈະ​ມີ​ເສົາ ຫຼັງຄາ ຫຼືວ່າ​ສ່ວນ​ປະກອບ​ຕ່າງໆ​ທີ່​ເປັນສີ​ແດງ, ຕົວຢ່າງ​ວ່າ​ກຳ​ແພງ​ຂອງ​ພະ​ລາຊະ​ວັງ​ຫວງ​ຫ້າມ ຫຼື​ຕຶກ​ຂອງ​ ທຽນ​ອັນ​ເໝິນ ກໍ່​​ແມ່ນ​ສີ​ແດງ !

ເພງ

ຂະນະ​ນີ້...................ຄືນ​ນີ້​ໜຸ່ມ​ໃຫຍ່​ພວມ​ເວົ້າສູ່​ຟັງ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ສີ​ແດງ​ຕໍ່​ກັບ​ຄົນ​ຈີນ​ວັດທະນະທຳ​ຈີນ ​ໂດຍ​ສະ​ເພາະ​ໃນ​​ໂອກາດ​ກຸດ​ຈີນ​ທີ່​ໃກ້​ຈະ​ມາ​ຮອດ​ນີ້ ! ​ໃນ​ພິທີ​ກຳ ພິທີການ ກິ​ດຈະ​ກຳ​ຕ່າງໆ ສີ​ແດງ​ກໍ​ຖື​ກນຳ​ໃຊ້​ຫຼາຍຢູ່​ຈີນ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ເປັນ​ສິຣິມຸງ​ຄຸນ. ​ເຊັ່ນ: ​ເປີດ​ຮ້ານ​ໃໝ່, ບໍ​ລິ​ສັດ​ໃໝ່, ​ໂຄງການ​ໃໝ່​ກໍ​ມັກ​ຈະ​ເຫັນ​ເຈ້ຍສີ​​ແດງ, ​ໂບ​ແດງ, ​ແຖບ​ຜ້າ​ແດງ, ຜ້າ​ປົກ​ປ້າຍ​ແດງ, ຜ້​າປູ​ໂຕະ​ແດງ ​ໄປ​ຈັ່ງ​ຊັ້ນລະ ຄັນ​ເປັນ​ສະ​ໄໝ​ແຕ່​ກີ້​ກໍ​ນຸ່ງ​ຊຸດ​ແດງ​ນຳ​ພຸ້ນ​ລະ !​​ ​ໃນ​ພິທີ​ແຕ່ງງານ​ຂອງ​ຄົນ​ຈີນ​ແຫ່ງ​ເຫັນ​ສີ​ແດງ​ຫຼາຍ ທັງ​ເປັນ​ສັນຍາ​ລັກ​ຄວາມ​ເປັນ​ສິຣິມຸງຄຸນ ​ທັງ​ເປັນ​ສັນຍາ​ລັກ​ຄວາມ​ຮັກ​ຂອງ​ຄູ່​ບ່າວ-ສາວ ຕົວ​ໜັງສື​ທີ່​ໃຊ້​ປະດັບ​ໃນ​ງານ ໝວກ​ດອກ​ໄມ້ ລວມ​ໄປ​ຮອດ​ຄານ​ຫາມ​ເຈົ້າ​ສາວ ​ເຈ້ຍ​ຫໍ່​ຂອງ​ຂັວນ​ແລະ​ອື່ນໆ​ກໍ​ລ້ວນ​ແຕ່​ເປັນ​ສີ​ແດງ. ດຽວ​ນີ້​ສີ​ແດງ​ເຂົ້າ​ໄປ​ຮອດ​ຕະຫຼາດ​ຫຸ້ນ​ພຸ້ນ​ລະ​ທ່ານ​ຜູ້​ຟັງ ! ກະດານ​ຫຸ້ນ​ຂື້ນ​ຫຸ້ນ​ລົງ​ຂອງ​ປະ​ເທດ​ຕາ​ເວັນນຕົກຫຼື​ໃນ​ຫຼາຍໆ​ປະ​ເທດ ຖ້າ​ເປັນ​ສີ​ແດງ​ໝາຍ​ເຖິງ​ຫຸ້ນ​ໂຕນັ້ນຕົກ ​ແຕ່​ວ່າ​ສຳລັບ​ຈີນ​ແຜ່ນດິນ​ໃຫຍ່ຫຼື​ໃຕ້​ຫວັນ, ຮົງກົງ, ມາ​ເກົາ ຖ້າວ່າ​ຫຸ້ນ​ໂຕນັ້ນ​ເປັນ​ສີ​ແດງ ຊ້ຳພັດ​ໝາຍຄວາມ​ວ່າ​ຫຸ້ນ​ໂຕນັ້ນກຳລັງ​ຂື້ນ ! ສະນັ້ນ​ໃນ​ພາສາ​ຫຸ້ນ​ຂອງ​ຈີນ​ຈຶ່ງ​ມີຄຳ​ວ່າ​ " ​ເປີດ​ຕະຫຼາດ​ແດງ " ທີ່​ໝາຍ​ເຖິງ​ຫຸ້ນ​ຂື້ນ​ສູງ​ດີ​ຕັ້ງ​ແຕ່​ເວ​ລາ​ເປີດ​ຕະຫຼາດ !​ ​ເອົາ, ຟັງ​ເພງ​ມ່ວນໆ​ອີກ​ກ່ອນ​ເນາະ​

ເພງ

ຂະນະ​ນີ້................... ຖ້າ​ມີ​ຄຳ​ຄິດ​ເຫັນ​ກໍ​ໂທ​ເຂົ້າມາ​ທີ່​ເບີ 711477 ຫຼື​ຂໍ້ຄວາມ​ສັ້ນກໍ​ແມ່ນ 9300 ​ເວົ້າ​ເລື່ອງ​ວັດທະນະທຳ​ຂ​ອງຈີນ​ແລ້ວ ຍັງ​ມີ​ອີກ​ຫຼາຍອັນທີ່ປະຍຸກ​ສີ​ແດງ​ອອກ​ໄປ​ໃຊ້​ເພື່ອ​ສື່​ຄວາມ​ໝາຍ​ຕ່າງໆ ຈະ​ເອົາ​ມາ​ເວົ້າ​ໃຫ້​ໝົດ​ແທ້ໆ​ໃນ​ລາຍການ​ບໍ່​ຮອດ 1ຊົ່ວ​ໂມງ​ນີ້​ເປັນ​ໄປ​ບໍ່​ໄດ້​ແນ່ນອນທ່ານ​ຜູ້​ຟັງ !​ ​ເພາະວ່າ​ສຳລັບ​ຄົນ​ຈີນ​ແລ້ວ​ສີ​ແດ​ງ​ເກືອບ​ຈະ​ກາຍ​ເປັນ​ສີ​ແຫ່ງ​ວັດທະນະທຳ​ໄປ​ແລ້ວ ບາງ​ຄົນ​ກໍ​ຍັງ​ເອີ້ນ​ວ່າ:ວັດທະນະທຳ​ສີ​ແດງ ​ເພາະວ່າ​ມັນ​ບໍ່​ໄດ້​ຫຼໍ່​ຫຼອມ​ກົມກຽວ​ເປັນອັນດຽວ​ກັນ​ກັບ​ຮູບ​ແບບ​ການ​ດຳ​ລົງ​ຊີວິດ​ຂອງ​ຄົນ​ຈີນ​ທີ່​ມີ​ຫຼາກ​ຫຼາຍ ລວມ​ໄປ​ເຖິງ​ພາສາ​ທີ່​ໃຊ້​ເຊັ່ນ​ຄຳ​ວ່າ: " ຄົນ​ແດງ " ທີ່​ໝາຍ​ເຖິງ​ຄົນ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ. ຫຼື​ຄຳ​ວ່າ " ດວງ​ແດງ " ກໍ​ມີ​ຄວາມ​ໝາຍວ່າ​ດວງ​ດີ ສ່ວນ​ຄຳ​ວ່າ " ກະດານ​ແດງ " ກໍ​ໃຊ້​ເພື່ອ​ຄວາມ​ໝາຍ​ຂອງ​ຊື່​ທີ່​ມີ​ກຽດຕິຍົດ ​ແລະ ຄຳ​ເວົ້າ​ອື່ນໆ​ອີກ ! ​ເອົາ, ກໍ​ຫວັງ​ວ່າ​ຄື​ນນີ້​ມິດ​ລາຍການ​ລາວ​ຄົງ​ຈະ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ສີ​ແດງຕໍ່ຄົນ​ຈີນ​ວັດທະນະທຳ​ຈີນ​ຂື້ນ​ລະ​ເນາະ ​! ​ເອົາ​ມາ​ເວົ້າສູ່​ຟັງ​ກໍ​ໃນ​ໂອກາດທີ່​ກຸດ​ຈີນ​ໃກ້​ຈະ​ມາ​ຮອດ​ແລ້ວ​ຄື​ວັນ​ທີ 23​ ​ເດືອນ​ນີ້​ເອງ ! ​ແຕ່​ແນວ​ໃດ​ກໍ​ຢ່າ​ເດີ້ ຄົນ​ຈີນ​ທີ່​ມາ​ເຮັດ​ທຸລະ​ກິດ, ​ເຮັດ​ວຽກ​ຫຼື​ຮ່ຳຮຽນ​ຢູ່​ລາວ ຫຼື​ຄົນ​ລາວ​ເຊື້ອ​ສາຍຈີນ ໝາກກະ​ໂພ​ກສີ​ແດງ​ຫັ້ນຢ່າ​ເອົາ​ມາ​ຈູດ​ເດີ້ ສີຫຍັງ​​ເຈົ້າໜ້າ​ທີ່​ເພິ່ນ​ກໍ​ບໍ່​ໃຫ້​ຈູດ ​ໂດຍ​ສະ​ເພາະ​ໜ່ວຍ​ໃຫຍ່ໆ ສຽງ​ປານ​ປືນ​ປານ​ລະ​ເບີດ​ຫັ້ນນະ !​ອັນ​ນີ້​ຢູ່​ໜີ້​ແມ່ນ​ເມືອງ​ລາວ ບໍ່​ແມ່ນ​ເມືອງ​ຈີນ ​ເພິ່ນ​ຫ້າມ​ຈູດ​ເພື່ອ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ​ແລະ​ປ້ອງ​ກັນ​ພວກຄົນ​ບໍ່​ດີຈະ​ສວຍ​ໃຊ້​ເພື່ອ​ສ້າງ​ຄວາມ​ບໍ່​ສະຫງົບ​ໃຫ້​ແກ່​ສັງຄົມ​ລາວ !​ ຢູ່​ບ້າ​ນ​ເພິ່ນ​ເມືອງທ່ານ​ຕ້ອງ​ໄດ້​ເຄົາລົບ​ປະຕິບັດ​ຕາມ​ມະຕິ​ຄຳ​ສັ່ງລະບຽບ​ກົດໝາຍ​ຂອງ​ເພິ່ນ​ໄດ ! ຄັນ​ໃຜ​ຝ່າຝືນ​ກໍ​ຢູ່​ບ້ານ​ເພິ່ນ​ຍາກ​ໄດ !
​ເພງ