ອັງ​ເປົ່າ​ປະຈຸ​ບັນ

(GMT+08:00) 2012-02-09 15:19:47     cri

ສະບາຍດີ​ທ່ານ​ຜູ້​ຟັງ​ທຸກໆ​ທ່ານ​! ​ເດືອນ​ໃໝ່​ເດືອນ​​ເກົ່າ​ກໍ​ພົບ​ກັນ​ຄື​ເກົ່າ​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI FM 93Mhz ​ໃນ​ເວລາ 19 ​ໂມງ​ຂອງ​ທຸກ​ມື້​ບໍ່​ໄດ້​ຂາ​ດ! ມື້​ນີ້​ແມ່ນ​ວັນ​ພຸດ, ທີ 1 ກຸມພາ 2012, ຄັນ​ແມ່ນ​ເດືອນ​ລາວ​ປະຕິທິນ​ລາວ​ກໍ່​ແມ່ນ​ມື້​ຂື້ນ 9 ຄ່ຳ ​ເດືອນ 3 ລະ​ໄດ໋ນິ! ​ແຕ່​ວ່າ​ສຳລັບ​ໄລຍະ​ຫຼິ້ນບຸນ​ກຸດ​ຈີນ​ຂອງ​ຄົນ​ຈີນ​ຫຼື​ຄົນ​ລາວ​ເຊື້ອສາຍ​ຈີນ​ກໍ​ຍັງ​ບໍ່​ໝົດ​ສິ້ນສຸດ​ແທ້​ເ​ທື່ອ! ພຸ້ນ​ລະ​ວັນ​ທີ 6 ວັນ​ຈັນ​ທີ່​ຈະ​ມາ​ຮອດ​ພຸ້ນ​ລະ​ຈຶ່ງ​ຈະ​ໝົດ​ແທ້ໆ! ສະນັ້ນ​ໃນ​ໄລຍ​ະນີ້​ໜຸ່ມ​ໃຫຍ່​ກໍ​ເລີ​ຍຖື​ເອົາ​ໂອກາດ​ຮີດຄອງ​ປະ​ເພນີ​ບູຮານ​ຕ່າງໆ​ຂອງ​ຄົນ​ຈີນ​ທີ່​ກ່ຽວ​ພັນ​ກັບປະ​ເພນີ​ບຸນ​ກຸ​ດຈີນ​ມາ​ເວົ້າສູ່​ຟັງ​ເພື່ອ​ທ່ານ​ຜູ້​ຟັງ​ລາວ​ຈະ​ໄດ້​ຮູ້​ປະ​ເພນີ​ກຸດ​ຈີນ​ຫຼາຍ​ຂື້ນ! ​ໄລຍະ​ບຸນ​ກຸ​ດຈີນ​ນີ້​ຜູ້​ທີ່​ໜ້າ​ບານ​ທີ່​ສຸດ​ກໍ​ແມ່ນ​ເດັກນ້ອຍ​ຫຼື​ຜູ້​ບ່າວ​ຜູ້​ສາວ​ນິ​ລະ ​ເພາະວ່າ​ໄດ້​ຊອງ​ອັ່ງ​ເປົ່າ​ສີ​​ແດງ​ຫຼາຍ​ເດ! ການ​ໃຫ້​ຊອງ​ອັ່ງ​ເປົ່າ​ແກ່​ເດັກນ້ອຍ ​ແກ່​ຜູ້​ບ່າວ ຜູ້​ສາວ​ຈີນ​ຕາມ​ປະ​ເພນີ​ແລ້ວ​ກໍ​ແມ່ນ​ເພື່ອ​ຂັບ​ໄລ່​ຜີ​ສາງ​ນາງ​ຮ້າຍ ຄວາມ​ໂຊກ​ບໍ່​ດີ​ບໍ່​ໃຫ້ມາ​ໄກ້​ເຂົາ​ເຈົ້າ, ​ແລ້ວ​ຄອບຄົວ​ຄົນ​ຈີນ​ກໍ​ມັກ​ເອົາ​ໃຫ້ລູກ​ຫຼານ​ຍາດ​ພີ່ນ້ອງທີ່​ຍັງ​ໜຸ່ມ​ຍັງ​ນ້ອຍ​ໃນ​ມື້​ສົ່ງ​ທ້າຍ​ປີ​ເກົ່າ​ແລະ​ມື້​ທຳ​ອິດ​ຂອງ​ປີ​ໃຫມ່​ຫັ້ນລະ! ​ເອົາ, ຄັນຊັ້ນ​ເພື່ອ​​ໃຫ້​ເຂົ້າກັບ​ບັນຍາກາດ​ຄືນວັນ​ທີ 1 ກຸມພາ​ນີ້​ໜຸ່ມ​ໃຫຍ່ຈະ​ເອົາ​ສະພາບ​ການ​ໃຫ້ ​ແລະ ຮັບ​ຊອງ​ແດງ​ອັ່ງ​ເປົ່າ​ຫຼື​ຄົນ​ຈີນ​ເອີ້ນ​ວ່າ: " ຢ່າ​ຊຸ້ຍສຽນ " ມາ​ເວົ້າສູ່​ຟັງ!

ເພງ

ຜ່ານ​ໄປ 2 ​ເພງ………………….. 711477 / 9300 ບັດ​ນີ້​ເຂົ້າ​ເລື່ອງ​ທີ່​ຈະ​ລົມ​ຄືນນີ້​ດີ​ກ່ວາ! ຄື​ເລື່ອງ​ກ່ຽວ​ກັບ​ຊອງ​ອັ່ງ​ເປົ່​າ​ແດງ​ໃນ​ໂອກາດ​ບຸນ​ກຸດຈີນ​ທີ່​ຜູ້​ໃຫຍ່ມັກ​ເອົາ​ໃຫ້​ເດັກນ້ອຍ​ຫຼື​ຜູ້​ບ່າວ​ຜູ້​ສາວ​ນິລະ! ສຳລັບ​ເດັກ​ແລະ​ບ່າວ​ສາວ​ຈີນ​ແລ້ວ ກຸດ​ຈີນ​ບໍ່​ແມ່ນ​ແຕ່​ການ​ເຕົ້າ​ໂຮມ​ຄອບຄົວ​ຢູ່​ພ້ອມ​ໜ້າ​ພ້ອມ​ຕາ​ທໍ່​ນັ້ນ​ໄດ໋໋ ​ແຕ່​ຍັງ​ແມ່ນ​​ເວລາ​ທີ່​ເຂົາ​ເຈົ້າຄອງ​ຄອຍ​ຢາກ​ໄດ້​ເງິນຫຼາຍຈາກ​ຊອງ​ອັ່ງ​ເປົ່າ​ອີກ! ຜູ້​ໃຫ້​ກໍ​ແມ່ນ ພໍ່-​ແມ່, ພໍ່​ຕູ້-​ແມ່​ຕູ້ ລຸງ ປ້າ ນ້າ ບ່າວ ໝູ່ຄູ່​ເພື່ອນ​ຝູງ​ຂອງ ພໍ່-​ແມ່​ໄປ​ຊັ້ນ​ແລ້ວ! ທ້າວ ​ໂຈ່ວຕຽນ ອາຍຸ 29 ປີ ​ເຮັດ​ວຽກ​ຢູ່​ວິ​ສະຫະ​ກິດ​ແຫ່ງ​ໜຶ່ງ​ຢູ່​ປັກ​ກິ່ງ​ບອກ​ວ່າ ປີ​ນີ້​ຈ່າຍ​ເງິນ​​ໄປ​ແລ້ວ 4000 ຢວນ ປະມານ​ເກືອບ 5 ລ້ານ​ກີບ​ນິລະ: ​ເພື່ອ​ໃສ່​ຊອງ​ອັ່ງ​ເ​ປົ່າ​ໃຫ້​ລູກ​ຫຼານ ນ້ອງ​ນຸ່ງ. ລາວ​ຮູ້ສຶກ​ວ່າ​ເງິນ​ທີ່​ໃສ່​ຊອງ​ອັ່ງ​​ເປົ່າ​ໃນ 2-3 ປີ​ມາ​ນີ້​ກໍ​ຕ້ອງ​ໃສ່​ໃຫ້​ຫຼາຍ​ຂື້ນ​ໃນ​ປີ​ນີ້​ລາວ​ວ່າ​ເອົາ​ອັ່ງ​ເປົ່າ​ໃຫ້​ຫຼານ​ສາວ​ແລະ​ລູກ​ເອື້ອຍ​ອ້າຍ​ນ້ອງ ຊອງ​ໜຶ່ງ​ກໍ 600 ຢວນ ປະມານ 7​ແສນ ກີບ​ແລ້ວ ​ເຊີ່ງ​ມັນ​ສູງ​ກ່ວາ 2 ປີຜ່ານ​ມາຕັ້ງວ່າ​ເຄີ່ງ​ໜຶ່ງ. ທັງ​ເປັນຈຳນວນ​ເງິນ​ທີ່​ເພີ່​ມຂື້ນ​ຫຼາຍກ່ວາ​ເງິນ​ເດືອນ​ຂອງ​ລາວ​ຢ່າງ​ວ່ອ​ງ​ໄວ. ທ້າວ ​ໂຈ່​ວຕຽນ ມາ​ຈາກ​ຄອບຄົວ​ອ່າວ​ມີ​ຢູ່​ແຂວງ​ເສ​ສວນ ທາງ​ພາກ​ຕາ​ເວັນ​ຕົກ​ສ່ຽວ​ໃຕ້​ຂອງ​ຈີນ, ​ໃນ​ຄວາມ​ຊົງ​ຈຳ​ຂອງ​ລາວ​ຕອນ​ຍັງ​ນ້ອຍ​ແລ້ວ​ລາວ​ໄດ້​ອັ່ງ​ເປົ່າ​ຈ​າກຜູ້​ໃຫຍ່​ພຽງ​ແຕ່ຊອງ​ລະ 20 ຢວນ ​ໃນ​ເວລາ​ລາວ​ຮຽນ​ປະຖົມ​ໃນ​ຊຸມ​ປີ 1990 ຫຼັງ​ຈາກ​ຂື້ນ​ວິທະຍາ​ໄລ​ແລ້ວ​ລາວ​ກໍ​ໄດ້​ຊອງ​ອັ່ງ​ເປົ່າ​ປະມານ​ຊອງ​ລະ 200 ຢວນ ພຸ້ນ​ໄດ໋! ​ແຕ່​ວ່າ​ຍ້ອນ​ດຽວ​ນີ້​ຄົນ​ຈີນ​ມີ​ລາຍ​ຮັບ​ສູງ​ຂື້ນ​ການ​ເອົາ​ເງິນ​ໃສ່​ຊອງ​ອັ່ງ​ເປົ່າ​ໃຫ້​ເດັກ​ກໍ​ຫຼາຍຂື້ນ​ໄປ​ນຳ. ທ້າວ​ໂຈ່​ວ ວ່າ: ບໍ່​ມີ​ທາງ​ເລືອກ​ແລ້ວ​ເພາະວ່າ​ເບິ່ງ​ຄົນ​ທົ່ວ​ໄປ​ກໍ​ຄື​ໃຫ້​ຫຼາຍ​ຄື​ກັນ ຄັນ​ໃຫ້​ໜ້ອຍ​ກ່ວາ​ຜູ້​ອື່ນກໍ​ຮູ້ສຶກ​ອາຍ​ເຂົາ​ເຈົ້າວ່າ​ຊັ້ນ! ບັດ​ນີ້​ມາ​ຟັງ ທ້າວ ຈາວ​ຈ່ວນ ອາຍຸ 24 ປີ ທີ່​ຫາ​ກໍ​ເລີ່​ມ​ເຮັດ​ວຽກ​ໃນ​ອົງການ​ສື່​ມວນ​ຊົນ​ຢູ່​ປັກ​ກິ່ງ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້ ​ເບິ່ງ​ລາວ​ຮູ້ສຶກ​ແນວ​ໃດ​ຕໍ່​ເລື່ອງ​ນີ້? ລາວ​ວ່າ​ເງິນ​ທີ່​ກຽມ​ໃສ່​ຊອງ​ອັ່ງ​ເປົ່າ​ເກືອບ​ເຮັດ​ໃຫ້​ລາວ​ໝົດ​ຕົວ ​ເພາະວ່າ​ເງິນ​ເດືອນ​ລາວ​ກໍ​ມີ​ແຕ່ 4000 ຢວນ, ​ໃນ​ຫັ້ນຍັງ​ຈ່າຍ​ຄ່າ​ເຊົ່າ​ເຮືອນ​ເດືອນ​ລະ 1000ປາ​ຍຢວນອີ​ກ. ບ້ານ​ເກີດ​ຂອງ​ ທ້າວ ຈາວ​ຈ່ວນ ຢູ່ຈຸ່ງ​ກິ່ງ ປີ​ນີ້​ຄົນ​ທົ່ວ​ໄປ​ມັກ​ໃສ່​ຊອງ​ອັ່ງ​ເປົ່າ​ຕ່ຳ​ສຸດ 500 ຢວນ ຊ່ຳໆ​ກັບ​ຢູ່​ປັກ​ກິ​ງຫັ້ນລະ! ລາວ​ວ່າ​ລາວ​ມີ​ລູກ​ຫຼານ​ຫຼາຍຄົນ​ຕ້ອງ​ໄດ້​ຈ່າຍ​ເງິນ​ທີ່​ສະ​ສົມ​ໄວ້​ຈົນ​ໝົດ​ວ່າ​ຊັ້ນ! ຟັງ​ລະ​ເປັນຕາ​ອີ​ຕົນ​ເນາະທ່ານ​ຜູ້​ຟັງ!​ ຄົນ​ແຮ່ງ​ເຮັດ​ການ​ໃໝ່!​ ປານ​ຄົນ​ລາວ​ໃສ່​ຊອງ​ດອງ​ໄລຍະ​ນີ້​ນິລະ​ເນາະ! ບາງ​ທ້າຍ​ອາທິດ​ຜູ້​ດຽວ 5-6 ຊອງ ຫຼື​ເກືອບ 10 ຊອງ​ກະ​ມີ! ໜ້າ​ມືດ​ແທ້​ໄດ​ເນາະ! ຊ້ຳພັດ​ແມ່ນ​ຍາ​ດພີ່ນ້ອງ​ໝູ່ຄູ່​ມິດ​ສະຫາຍ​ອີ​ກ! ຟັງ​ເພງ​ກ່ອນ​ເນາະ!

ເພງ

ມື້​ກີ້​ຊາວ​ໜຸ່ມ​ຜູ້​ສະໝັກ​ໃຈກັບ​ຊອງ​ອັງ​ເປົ່າ​ແດງ​ໃນ​ໂອກາດ​ປີ​ໃໝ່​ກຸດ​ຈີ​ນ​ໄປ​ແລ້ວ​ຈຳນວນ​ໜຶ່ງ, ບັດ​ນີ້​ມາ​ຟັງ​ຕໍ່​ຢູ່​ຈີນ​ປະ​ເພນີ​ບາງ​ບ່ອນ​ເດັກນ້ອຍ​ຊາວ​ໜຸ່ມ​ຈະ​ບໍ່​ໄດ້​ຮັບ​ຊອງ​ອັ່ງ​ເປົ່າ​ໃນ​ຕອນ​ທີ່​ເຂົາ​ເຈົ້າຈົ​ບ ມຊ ຫຼື​ເລີ່ມ​ເຮັດ​ວຽກ​ແລ້ວ!​ ຈາກ​ຜູ້​ຮັບ​ກາຍ​ເປັນ​ຜູ້​ໃຫ້​ໄດ​ບາດ​ນິນະ!​ ​ແຕ່​ວ່າ​ຢູ່​ບາງ​ຄອບຄົວ​ຫຼື​ບາງ​ບ່ອນ​ຊາວ​ໜຸ່ມ​ຈີນ​ຈະ​ສື​ບຕໍ່​ໄດ້​ຮັບ​ຊອງ​ອັ່ງ​ເປົ່າ​ຈົນ​ກ່ວາ​ຮອດ​ມື້​ເຂົາ​ເຈົ້າ​ແຕ່ງງານ​ພຸ້ນ​ລະ! ອາຍຸ​ຊ່ຳ​ໃດ​ຂໍ​ແຕ່​ຍັງ​​ເປັນ​ໂສດ​ກໍ​ຍັງ​ໄດ້​ຮັບ​ຊອງ​ອັ່ງ​ເປົ່າ​ຢູ່​ວ່າ​ຊັ້ນສະ! ບັນ​ຫາ​ມັນ​ກໍ​ມີ​ຢູ່​ວ່າ​ຜູ້​ທີ່​ມີ​ລາຍ​ຮັບ​ຕ່ຳ​ກ່ວາ​ໜັກ​ໃຈ​ກ່ຽວ​ກັບ​ເລື່ອງ​ນີ້​ແລ້ວ​ບາດ​ນີ້ ບາງ​ຄົນ​ຈົນ​ພະຍາຍາມ​ຫຼີກ​ບໍ່​ໄປ​ພົບ​ປະ​ສັງ​ສັນ​ມີ​ແຕ່​ລີ້​ຢູ່​ເຮືອນ​ຕົວ​ເອງ ​ເພາະວ່າຄັນ​ໄປ​ຢາມ​ໝູ່ຄູ່​ຍາດຕິ​ພີ່ນ້ອງ​ກໍ​ຕ້ອງ​ໄດ້​ແຈກ​ຊອງ​ອັ່ງ​ເປົ່າ​ໃຫ້​ລູກ​ໃຫ້​ຫຼານ​ເຂົາ​ເຈົ້າ​ເດ໋! ບາງ​ຄົນ​ກໍ​ຫຼຸດ​ການ​ໄປ​ຢ້ຽມຢາມ​ໝູ່ຄູ່​ລົງ​ຫຼື​ບາງ​ຄົນ​ຈົນ​ບໍ່​ເມືອຢາມ​ບ້າ​ນ​ເກີດ​ຕາມ​ປະ​ເພນີ​ໃນ​​ໂ​ອກາດ​ບຸນ​ກຸດ​ຈີນ​ເລີຍ ຍ້ອນ​ຫຼີກ​ການ​ເອົາ​ເງິນ​ໃສ່​ຊອງ​ອັ່ງ​ເປົ່າ​ນິລະ!​ ໜັງສືພິມ​ຈຸ່ງ​ກິ່ງ​ຍາມ​ແລງ​ລາຍ​ງານ​ຂ່າວ​ໜຶ່ງ​ວ່າ: ມີ​ຜູ້ຍິງ​ຜູ້​ໜຶ່ງ​ນາມສະກຸນ ຫວາງ ບໍ່​ກັບ​ບ້ານ​ເກີດ​ແຕ່​ເລືອກ​ໄປ​ທ່ຽວ​ຢູນນານ​ດີ​ກ່ວາ ​ເພື່ອ​ຫຼີກ​ການ​ໃຊ້​ຈ່າຍ​ເງິນ​ໃນ​ຊອງ​ອັ່ງ​ເປົ່າ, ລາວ​ວ່າ: ມີ​​ແຕ່​ໂທລະ​ສັບ​ໄປ​ອວຍພອນ​ພໍ່​​ແມ່ ຍາດ​ພີ່ນ້ອງ ໝູ່​ເພື່ອນ​ຢູ່​ບ້ານ​ເກີດ​ກໍ​ໄດ້​ແລ້ວ! ລາວ​ວ່າ​ໄປ​ທ່ຽວ​ຢູນນານ​ເ​ທື່ອນີ້​ໃຊ້​ຈ່າຍ​ໄປ​ປະມານ 4000 ຢວນ ກໍ​ປະມານ​ເກືອບ 5ລ້ານ​ກີບ ​ເງິນ​ນີ້​ທໍ່​ກັບ​ເງິນ​ໃສ່​ຊອງ​ໃຫ້​ເດັກນ້ອຍ​ຊາວ​ໜຸ່ມ​ຢູ່​ບ້ານ​​ເກີດ​ໃນ​ບຸນ​ກຸດ​ຈີນ​ປີ​ກາຍ​ນີ້ ​ແຕ່​ວ່າ​ໄປ​ທ່ຽວ​ຢູນນານ​ປີ​ນີ້​ມີ​ປະ​ໂຫຍ​ດ ມ່ວນ  ​ແລະ ກຸ້ມ​ຄ່າ​ກ່ວາ! ວ່າ​ຊັ້ນ!​ ​ໄປ​ຢູນານ​ໄປ​ໃສ​ນໍ້? ປ່າ​ຫີນ​ບໍ່? ຫຼື​ວ່າ​ໄປ​ເມືອງ​ຮຸ້ຍລີ້ ​ເມືອງ​ແຫ່ງ​ຍົກ​ແທ້​ຊາຍ​​ແດນ​ຈີນ-ມຽນມາບໍ່? ຫຼື​ວ່າ​ໄປ​ຊຽງ​ຮຸ່ງ 12 ພັນ​ນາ​ນໍ້! ຫຼື​ວ່າ​ລົງ​ມາ​ຊາຍ​ແດນ​ລາວ-ຈີນ ພີ້​ບໍ່? ອັນ​ນີ້​ແມ່ນ​ຄວາມ​ກັງ​ວົນ​ຂອງ​ຜູ້​ໃຫຍ່, ຈັກ​ໜ້ອຍ​ຟັງ​​ເພງ​ແລ້ວ​ຈະ​ເວົ້າ​ເລື່ອງ​ຄວາມ​ກັງວົນ​ຂອງ​ເດັກນ້ອຍ​ຕໍ່​ອັ່ງ​ເປົ່າ​ສູ່​ຟັງ!

​ເພງ

ຂະນະ​ນີ້……….. 19-19:50 50ນາທີ. ມີ​ຄຳ​ເຫັນຫຼື​ຢາກ​ຟັງ​ເລື່ອງ​ຈີນ 711411/ 9300 ບັດ​ນີ້​ຈະ​ລົມ​ສູ່​ຟັງ​ກ່ຽວ​ກັບ​ເດັກນ້ອຍ​ຫຼື​ວ່າ​ຜູ້​ບ່າວ-ຜູ້​ສາວ​ຈີນ ທີ່​ໄດ້​ຊອງ​ອັ່ງ​ເປົ່າ​ຫຼາຍ​ໃນ​ໄລຍະ​ກຸດຈີນ, ​ໂດຍ​ສະ​ເພາະ​​ແມ່ນ​ເດັກນ້ອຍ​ນິລະ! ບໍ່​ວ່າ​ຄອບຄົວ​ໃດ​ໃນ​ໄລຍະ​ກຸດ​ຈີນ ສ່ວນ​ຫຼາຍ​ເງິນ​ຈາກ​ຊອງ​ອັ່ງ​ເປົ່າ​ກໍ​ຢູ່​​ໃນ​ກຳ​ມື​ຂອງ​ເດັກນ້ອຍ​ຊາວ​ໜຸ່ມ​ນິລະ ກ່ອນ​ທີ່​ພໍ່-​ແມ່ ຈະ​ທ້ອນ​ໂຮມ​ຮັກສາ​ໄວ້​ໃຫ້​ເພື່ອ​ຄວາມ​ປອດ​ໄພ. ພໍ່​ແມ່​ບາງ​ຄົນ​ກໍ​ມີ​ແຜນການ​ຮັກສາ​ເງິນ​ຂອງ​ລູກ​ໄດ້​ດີ​ໄດ໋, ພໍ່​ຜູ້​ໜຶ່ງ​ທີ່​ມີນາ​ມສະກຸນ ​ເຫີ ຢູ່​ປັກ​ກິ່ງ, ​ເປັນ​ພໍ່​ຂອງ​ລູກ​ຫາ​ກໍ່ 2 ປີ ບອກ​ໜັງສືພິມ Global Times ທີ່​ເປັນ​ໜັງສືພິມ​ພາສາ​ອັງກິດ​ຂອງ​ຈີນ​ບ​ອກວ່າ: ລາວ​ເປີດ​ບັນຊີ​ທະນາຄານ​ໃຫ້​ລູກ​ເພື່ອ​ເກັບ​ຮັກສາ​ເງິນ​ຈາກ​ຊອງ​ອັ່ງ​ເປົ່າ ຫຼື ​ໄດ້ຈາກ​ໂອກາດ​ຕ່າງໆ​ໄວ້​ໃຫ້​ລູກ ນັບ​ແຕ່​ລາວ​ເກີດ​ມາ​ພຸ້ນລະ ​ແລະ ຈະ​ທ້ອນ​ໃຫ້​ລູກ​ຕໍ່ໆ​​ໄປ. ລາວ​ວ່າປີ​ໃໝ່ 2 ປີ ມາ​ນີ້​ລູກ​ລາວ​ໄດ້​ເງິນ​ຈາກ​ຊອງ​ອັ່ງ​ເປົ່າ​ຫຼາຍ​ກ່ວາ 40.000 ຢ​ວນ​ແລ້ວ, ​ໂອ່! ​ເກືອບ 50 ລ້ານ​ກີບ​ລະ​ເດນິ! ລາວ​ວ່າ​ຊອງ​ອັ່ງ​ເປົ່າ​ທີ່​ລູກ​ຊາຍ​ໄດ້​ຮັບ​ກໍ​ມີ​ແຕ່ 200 ຢວນ ຂື້ນ​ໄປ​ຈົນ​ຮອດ 1000 ຢວນກໍ​ມີ, ລາວ​ຈະ​ເອົາ​ເງິນ​ນີ້​ຮັກສາ​ໄວ້​ຈ່າຍ​ໃນ​ເວລາ​ຈົດ​ທະບຽນ​ເຂົ້າ​ໂຮງຮຽນ​ອະນຸບານ​ແລະ​ເວລາ​ທີ່​ລູກ​ຊາຍ​ໃຫຍ່​ຂື້ນ​ມາ ກໍ​ຈະ​ສອນ​ໃຫ້​ລູກ​ຮູ້​ໃຊ້​ເງິນ​ທີ່​ຖືກຕ້ອງ​ຮູ້​ຄຸນຄ່າ​ຂອງ​ເງິນ ລວມທັງ​ຈະ​ສອນ​ລູ​ກວ່າ​ຈະ​ຈ່າຍ​ເງິນ​ແນວ​ໃດ​ເພື່ອ shopping ທັງ​ຈະ​ຊຸກຍູ້​ໃຫ້​ລູກ​ມັກ​ບໍລິຈາກ​ເພື່ອ​ສັງຄົມ​​ແລະ​ຜູ້​ທີ່​ດ້ອຍ​ໂອກາດ​ກ່ວາ ອື່, ຟັງ​ແລ້ວ​ເປັນ​ພໍ່​ທີ່​ມີ​ແນວ​ຄິດ​ດີ​ຫຼາຍຢາກ​ໃຫ້​ພໍ່-​ແມ່ ທຸກ​ຄູ່​ເ​ປັນ​ແນວ​ນີ້​ເດ​ເນາະ ສັງຄົມ​ຈຶ່ງ​ຈະ​ມີ​ແຕ່​ຄວາມ​ອົບ​ອຸ່ນ ​ເອື້ອ​ເຟື້ອ​ເພື່ອ​ແຜ່ ບໍ່​ເປັນ​ສັງຄົມ​ທີ່​ເຫັນ​ແກ່​ຕົວ ​ເບິ່ງ​ຕ່ຳຜູ້​ດ້ອຍ​ກ່ວາ​ໂຕ​ຫຼືບໍ່​ເປັນ​ສັງຄົມ​ທີ່​ບ້າ​ວັດຖຸ​ນິຍົມ ຈົນ​ເກີດ​ການຈຳ​ແນ​ກກັນ​ໃນ​ສັງຄົມ. ຟັງ​ເພງ​ກ່ອນ​ແລ້ວ​ຈັ່ງ​ມາ​ຟັງ ພໍ່-​ແມ່ ຜູ້​ອື່ນ​ວ່າ​ຈັດການ​ກັບ​ເງິນ​ຈາກ​ຊອງ​ອັ່ງ​ເປົ່າ​ຂອງ​ລູກ​ໃນ​ໂອກາດ​ບຸນ​ກຸດຈີນ​​ແນວ​ໃດ?

​ເພງ

ຂໍ​ຂອບ​ໃຈ…………….. ຄືນ​ນີ້​ໜຸ່ມ​ໃຫຍ່ພວມ​ລົມ​ສູ່​ຟັງ​ກ່ຽວ​ກັບ​ຊອງ​ອັ່ງ​ເປົ່າ​ແດງ​ທີ່​​ເດັກນ້ອຍ​ຊາວ​ໜຸ່ມ​ຈີນ​ໄດ້​ຮັບ​ໃນ​ໂອກາດ​ບຸນ​ກຸດ​ຈີນ! ພໍ່-​ແມ່​ຈີນ​ບາງ​ຄົນ​ກໍ​ອະນຸຍາດ​ໃຫ້​ລູກ​ໃຊ້​ເງິນ​ທີ່​ໄດ້​ຈາກ​ຊອງ​ອັ່ງ​ເປົ່າ​ເລີຍ​ກໍ​ມີ​ໄດ໋! ​ເງິນ​ລູກ​ກະ​ໃຫ້​ລູກ​ຈ່າຍ​ວ່າ​ຊັ້ນ! ​ເຮັດ​ແນ​ວນີ້​ລະວັງ​ລູກ​ຈະ​ໄປ​ຈ່າຍ​ຊະຊາຍ​ແຕ່​ນ້ອຍ​ເດີ! ບັນຫາ​ທີ່​​ເກີດ​ຂື້ນ​ຢູ່​ຈີນ​ດຽວ​ນີ້​ກໍ​ແມ່ນ​ເລື່ອງ​ການ​ເອົາ​ຂອງ​ຂັວນທີ່​ເປັນ​ເງິນ​ຫຼາຍ​ຂື້ນ​ໃຫ້​ກັນ​ນິລະ! ຢູ່​​ໃນ​ລາຍການ​ທີ່​ລົມ​ກັນຂອງ​ໂທລະ​ພາບຊຽງ​ໄຮ ທີ່​ລົມ​ກັບ​ເດັກນ້ອຍ​ເລື່ອງ​ຊອງ​ອັ່ງ​ເປົ່າ​ປິິ​ນີ້, ​ເດັກນ້ອຍ​ຈຳນວນ​ໜຶ່ງ​ບອກ​ວ່າ​ປີ​ນີ້​ໄດ້​ເງິນ​ຈາກ​ຊອງ​ອັ່ງ​ເປົ່າຫຼາຍກ່ວາ 8 ໝື່ນ​ຢວນກໍ​ມີ! ບາງ​ຄົນ​ກໍ​ວ່າ​ໄດ້​ແຕ່ 2 ພັນ​ຢວນ ລະ​ກະ​ບໍ່​ສົນ​ໃຈ​ວ່າ​ໄດ້​ຫຼາຍຫຼື​ໜ້ອຍ! ​ແຕ່​ວ່າການ​ປຽບທຽບ​ການ​ໄດ້​ເງິນ​ຈາກ​ຊອງ​ອັ່ງ​ເປົ່າ​ຜູ້​ໄດ້​ຫຼາຍ​ຜູ້​ໄດ້​ໜ້ອຍ ​ເປັນ​ເລື່ອງ​ທີ່​ບໍ່​ຄ່ອຍ​ດີ​ສຳລັບ​ເດັກ. ທ່ານ ຊ່ອງ ຫັ່ນ​ຈົ່ງ ຫົວໜ້າ​ສູນ​ແກ້​ໄຂ​ຄວາມ​ກົດ​ດັນ​ຂອງ​ຊາວ​ໜຸ່ມ​ປັກ​ກິ່ງ ຂອງ​ມະຫາ​ວິທະຍາ​ໄລ​ປັກ​ກິ່ງ​ບອກ​ວ່າ​: ພໍ່-​ແມ່ ຄວນ​ແນະນຳ​ໃຫ້​ລູກ​ເຂົ້າ​ໃຈ​ເຖິງ​ເງິນ​ທີ່​ໄດ້​ແລະ​ຄວາມ​ໝາຍ​ທີ່​ດີ​ທີ່ຢູ່​ເບື້ອງ​ຫຼັງ​ຂອງ​ເງິນ​ນັ້ນຕາມ​ປະ​ເພນີ​ການ​ເຊື່ອ​ຖື​ຂອງ​ຈີນ! ​ເນັ້ນຄວາມ​ໝາຍ​ຂອງ​ການ​ໃຫ້​ບໍ່​ແມ່ນ​ຈະ​ປ່ອຍ​ໃຫ້​ລູກ​​ແລ່ນນຳ​ເງິນ ​ແລະ ຢາກ​ໄດ້​ແຕ່​ເງິນ​ຫຼາຍໆ​ ທ່ານ ​ໂຈ່​ວ ສຽວ​ເຊີ່ງ ນັກ​ຈິດ​ຕະວິທະຍາ​ຂອງ​ວິທະຍາ​ໄລ​ປະຊາຊົນ​ຈີນ​ເຊື່ອ​ວ່າ: ກິ​ດຈະ​ກຳ​​ໃຫ້​ເງິນ​ຫຼາຍໆ​ແກ່​ເດັກ​ເປັນ​ການ​ປູ​ພື້ນຖານ​ໃຫ້​ເກີດ​ບັນຫາ​ທາງ​ສັງຄົມ​ຢູ່​ຈີນຫຼາຍ​ຂື້ນມັກ​ເງິນ ໜ້າ​ເງິນ ກໍ​ຕ້ອງ​ເປັນ​ຄົນ​ເຫັນ​ແກ່​ຕົວ​ເປັນ​ຂອງ​ທຳ​ມະ​ດາ ທ່ານ ​ໂຈ່​ວ ຍັງ​ເປັນ​ຫ່ວງ​ອີກ​ກ່ຽວ​ກັບ​ຊ່ອງ​ວ່າງ​ລະ​ຫ່ວາງ​ຄວາມ​ຮັ່ງ​ກັບ​ຄວາມທຸກ​ທີ່​ສະ​ແດງ​ອອກ​ໃນ​ຊອງ​ອັ່ງ​ເປົ່າ​ທີ່​ເດັກ​ໄດ້​ຮັບ​ທີ່​ແຕກ​ຕ່າງ​ກັນ! ທ່ານ ​ໂຈ່​ວ ກໍ່​ຝາກ​ຂໍ້​ຄິດ​ໄວ້​ອີກ​ໄດ໋ວ່າ: ​ໃນ​ຂະນະ​ທີ່​ເດັກນ້ອຍ​ລຸ້ນທີ 2 ທີ 3 ຂອງ​ປະ​ເທ​ດຈີນ​ໃນ​ຄອບຄົວ​ຮັ່ງມີ​ທີ່​ໄດ້​ຮັບ​ຊອງ​ອັ່ງ​ເປົ່າ​ເປັນ​ກ້ອນ​ໃຫຍ່​ຈາກ​ຜູ້​​ໃຫຍ່​ນັ້ນ ກໍ​ບໍ່​ຄວນ​ລືມ​ວ່າ ຄົນ​ຈີນ​ອີກ​ຫຼາຍ​ລ້ານ​ຄົນ​ຍັງ​ດຳລົງ​ຊີວິດ​ຢູ່​ຢ່າງ​ທຸກ​ຍາກ​ປາກໝອງ​ຢູກໍ່​ມີ.
​ເພງ