ສະບາຍດີມິດລາຍການເບິ່ງເມືອງຈີນທຸກທ່ານ! ເວລາ 19 ໂມງກໍມາພົບກັບໜຸ່ມໃຫຍ່ທຸກມື້! ມື້ນີ້ກໍແມ່ນວັນອັງຄານ,ທີ 17 ແລ້ວ, ຍັງອີກ 5-6 ມື້ບຸນກກຸດຈີນທີ່ເປັນບຸນປະເພນີສຳຄັນຂອງຈີນກໍຈະມາຮອດແລ້ວ, ຄົນຈີນຫຼືຄົນລາວເຊື້ອສາຍຈີນຢູ່ລາວກໍ່ຄົງຈະຕື່ນເຕັ້ນໃຈຈົດໃຈຈໍ່ລໍຖ້າຢູ່ເນາະ! ມັນກະເປັນທຳມະດາປີໜຶ່ງມີເທື່ອດຽວ! ຂີ່ລົດໄປຕາມເສັ້ນທາງຕ່າງໆໃຈກາງນະຄອນຫຼວງວຽງຈັນສີແດງກໍຫຼາຍຂື້ນແລ້ວໄດເນາະ! ສີແດງສຳຄັນແນວໃດຕໍ່ຄົນຈີນຕໍ່ບຸນກຸດຈີນໜຸ່ມໃຫຍ່ກໍເວົ້າສູ່ຟັງຜ່ານໄປແລ້ວ! ຕາມແຄມຖະໜົນບາງສາຍໃນນະຄອນຫຼວງວຽງຈັນໂດຍສະເພາະເສັ້ນປະຕູໄຊມຸ່ງໜ້າສູ້ໂພນເຄັງ ຕອນບ່າຍນີ້ຂີ່ລົດມາຢູ່ກ້ຳຊ້າຍມືໃກ້ຈະເຮັດທາງແວ່ຖະໜົນອາຊຽນນີ້, ໂອ່, ເຫັນພໍ່ຄ້າຫົວໃສເອົາກະຖັງຕົ້ນໝາກກ້ຽງໃບສີຂຽວມີໝາກສຸກເຫຼືອງຫຼາຍ 10 ໜ່ວຍຫ້ອຍຢູ່, ໂອ່, ງາມຂະໜາດ! ເລື່ອງຂອງຂັວນກຸດຈີນທີ່ເປັນສິຣິມຸງຄຸນທີ່ສຸດໜຸ່ມໃຫຍ່ກໍເວົ້າສູ່ຟັງໄປແດ່ລະເດ໋ເນາະ! ໃຜຢາກໄດ້ກໍແວ່ໄປເບິ່ງ, ຢູ່ບ່ອນອື່ນກໍຄືຊິມີຄືກັນລະເນາະ! ແຕ່ວ່າເລື່ອງຊິລົມສູ່ຟັງຄືນນີ້ກໍຍັງກ້ຽວໆວຽນໆຢູ່ນນຳເລື່ອງໝາກກະໂພກດອກໄມ້ໄຟນີ້ລະ! ໜຸ່ມໃຫຍ່ຈະເວົ້າສູ່ຟັງວ່າຢູ່ປັກກິ່ງເພິ່ນມີມາດຕະການແນວໃດ? ໃນການຊື້-ຂາຍ, ໃນການຈູດການຍິງນິນະ! ແຕ່ວ່າຕອນນີ້ຟັງເພງກ່ອນເນາະ!
ເພງ
ຜ່ານໄປ2ເພງທຳອິດມ່ວນໆຈາກລາຍການເບິ່ງເມືອງຈີນທີອອກອາກາດທຸກຄືນໃນເວລາ 19 ໂມງທາງ CRI FM 93mhz ແຫ່ງນີ້ລະ! ຄືນນີ້ຈະເວົ້າສູ່ຟັງວ່າຢູ່ປັກກິ່ງແທ້ໆ ຢູ່ແຜ່ນດິນຈີນແທ້ໆການຈູດໝາກກະໂພກ ການຍິງການຈູດດອກໄມ້ໄຟ ເພິ່ນກໍມີການຄຸ້ມຄອງດູແລກັນຢູ່ຫຼືບໍ່? ຫຼືວ່າປ່ອຍຊະຊາຍ! ກະຄືເວົ້າຫັ້ນລະວ່າປະເພນີຈີນຂໍແຕ່ວ່າແມ່ນການສະຫຼອງການຈູດໝາກກະໂພກລະແມ່ນຂາດບໍ່ໄດ້ແທ້ໆ ບໍ່ວ່າຈະເປັນງານດອງ, ງານເປີດຮ້ານໃໝ່, ບໍລິສັດ, ໂຄງການ, ຂື້ນເຮືອນໃໝ່ຫຼືບຸນວັນຊາດບຸນວັນຫຍັງກໍ່ແລ້ວແຕ່ຈູດໝົດ, ໂດຍສະເພາະແມ່ນບຸນກຸດຈີນທີ່ໃກ້ຈະມາຮອດນິລະ ຄືນວັນທີ 22ຕໍ່ໃສ່ວັນທີ 23 ນິລອງເບິ່ງໂລດ ທົ່ວປະເທດຈີນໂດຍສະເພາະຕາມຕົວເມືອງໃຫຍ່ຈູດດອກໄມ້ໄຟຮຸ່ງເຮືອງເຫຼືອງເຫຼື້ອມປານກາງເວັນພຸ້ນລະ! ສຽງໝາກກະໂພກນ້ອຍ, ໃຫຍ່ ປານຟ້າຊິຖະຫຼົ່ມດິນຊິທະລາຍພຸ້ນແລ້ວ ໂດຍສະເພາະກໍແມ່ນເລີ່ມແຕ່ 21 ໂມງໄປນິລະແຮງຂື້ນແຮງຂື້ນ ບາດຊິຮອດເວລາ 0ໂມງ ເຈົ້າເອີຍຈັກຊິເອົາຄວາມໃດມາພັນລະນາສຽງໝາກກະໂພກສຽງຈູດດອກໄມ້ໄຟ ຈັກໜ້າດິນ ຈັກເທິງຟ້າ ຕູມຕາມ ຕູມຕາມຈົນໄປຮອດ 1ໂມງຂອງມື້ໃໝ່ພຸ້ນລະຈັ່ງຄ່ອຍຮ້ວຍລົວຫັນນະ! ຜູ້ໃດເປັນພະຍາດຫົວໃຈບອກໂລດວ່າຢ່າໄປທ່ຽວຈີນໄລຍະບຸນກຸດຈີນ ! ຈັກໜ້ອຍຊິເວົ້າສູ່ຟັງເພິ່ນຈູດກັນພິລຶກປານນັ້ນກໍມີການຄວບຄຸມຢູ່ບໍ ?
ເພງ
ຂະນະນີ້ໜຸ່ມໃຫຍ່ພວມເລົ່າການຈູດກະໂພກຢູ່ຈີນສູ່ຟັງຢູ່! ກະຄືຮູ້ຢູ່ວ່າບຸນກຸດຈີນຂາດການຈູດກະໂພກຈູດດອກໄມ້ໄຟບໍ່ໄດ້ແທ້ໆ! ເພິ່ນຈູດກໍແມ່ນຂັບໄລ່ສິ່ງບໍ່ດີຄວາມອັບປະມຸງຄຸນຫຼືຜີສາງນາງຮ້າຍໂຊກຮ້າຍຄວາມຊວຍ ເຄາະເຂັນເວນຮ້າຍຕ່າງໆໃຫ້ໜີໄປນຳປີເກົ່າ,ທັງຮັບເອົາໂຊກໄຊໃໝ່ເຂົ້າສູ່ບ້ານສູ່ເຮືອນ ສູ່ທຸລະກິດ ສູ່ກິດຈະການຕ່າງໆ ແນວນັ້ນຄວາມໝາຍຂອງມັນນະ! ແຕ່ວ່າຂໍຢ້ຳຄຳວ່າ " ແຕ່ວ່າ " ເດີ້ທ່ານຜູ້ຟັງ! ເຖິງວ່າຢູ່ເມືອງຈີນແທ້ໆເປັນບ່ອນຜະລິດໝາກກະໂພກແລະດອກໄມ້ໄຟໃຫຍ່ນ້ອຍທຸກຊະນິດແລະນຳໃຊ້ກໍຫຼາຍທີ່ສຸດໃນໂລກ ແຕ່ວ່າປານນັ້ນເພິ່ນກໍຍັງມີການຈຳກັດຄວບຄຸມໄດ! ຍ້ອນເພິ່ນເຫັນຜົນຮ້າຍ ຜົນລົບຂອງມັນຫັນລະ ອັນໃດກໍຍ່ອມມີ2ດ້ານ ດີບວກກັບດ້ານລົບສະເໝີ, ຄັນນຳໃຊ້ບໍ່ເປັນປະໝາດເລີນເລີ້ ແທນທີ່ມັນຊິເອົາໂຊກລາບມາໃຫ້ຊ້ຳພັດນຳຄວາມໂຊກຮ້າຍເຄາະເຂັນມາໃຫ້ໃນໂອກາດປີໃໝ່ຊ້ຳໄດ໋! ສະນັ້ນລະແຕ່ລະປີຄັນໃກ້ບຸນທາງການຈີນບໍ່ວ່າຈະເປັນຢູ່ປັກກິ່ງ ຫຼື ເຂດແຂວງໃດ? ນະຄອນໃດກໍແລ້ວແຕ່ເພິ່ນຈະອອກຄຳສັ່ງແນະນຳມາໂລດໃນການຄວບຄຸມການຈູດໝາກກະໂພກແລະດອກໄມ້ໄຟນິນະ! ຢູ່ປັກກິ່ງການຂາຍກະໂພກດອກໄມ້ໄຟເພິ່ນບໍ່ໄດ້ໃຫ້ຂາຍທົ່ວທີບຕາມຮ້ານຂາຍເຄື່ອງຍ່ອຍຕາມແຄມທາງແນວນີ້ໄດ໋! ເພິ່ນຈະໃຫ້ຜູ້ທີ່ແລະບ່ອນທີ່ໄດ້ຮັບອະນຸຍາດເທົ່ານັ້ນຈັ່ງມີສິດຂາຍ ຂາຍເປັນບ່ອນສະເພາະ! ຂາຍຊົ່ວຄາວໃນໄລຍະບຸນຫັ້ນທໍ່ນັ້ນ! ຄັນຮ້ານອື່ນໄປຂາຍຖືກສັ່ງປິດຮ້ານຕະຫຼອດການໂລດແລ້ວ ! ອັນນີ້ບໍ່ແມ່ນໃຜເວົ້າສູ່ຟັງໄດ, ໜຸ່ມໃຫຍ່ເຫັນເອງ ຢູ່ປັກກິ່ງຕັ້ງວ່າ 5 ປີ ລະກະຢູນຳຄຸ້ມຄົນຈີນອີກເລີຍຮູ້ດີ! ບັດນີ້ບ່ອນຈູດເດ່ ເພິ່ນສັ່ງແນວໃດ? ຈັກໜ້ອຍຊິເວົ້າສູ່ຟັງ!
ເພງ
ມື້ກີ້ເວົ້າເລື່ອງຊື້-ຂາຍ, ບັດນີ້ຈະເວົ້າເລື່ອງການອະນຸຍາດໃຫ້ຈູດສູ່ຟັງ! ຢູ່ຈີນຢູ່ໃສກໍ່ຢ່າເພື່ອປ້ອງກັນອັກຄີໄພຫັ້ນນະ ເຈົ້າໜ້າທີ່ອະນຸຍາດໃຫ້ຈູດແຕ່ຢູ່ບ່ອນເວີງທີ່ມີເດີ່ນກ້ວາງ ບໍ່ໃຫ້ຈູດໃນເຮືອນໃນຫ້ອງລ້າຫ້ອງການ ບໍລິສັດຫ້າງຮ້ານເດັດຂາດ, ໃຜຝືນຖືກຕຳຫຼວດຢູ່ຄຸ້ນນັ້ນຫັ້ນຫິ້ວໄປໂລດແລ້ວ, ຕະຫຼາດກໍບໍ່ໃຫ້ຈູດ, ຕຶກອາຄານທີ່ມີຝາເປັນວັດຖຸເກັບຄວາມຮ້ອນ ບໍ່ໃຫ້ຈູດໃກ້ໄລຍະ 60 ແມັດ. ຕຶກອາຄານສູງໆບໍ່ໃຫ້ຈູດໃກ້ 30 ແມັດ, ສຳລັບຕຶກທີ່ມີ 10 ຊັ້ນຂື້ນໄປກໍ່ບໍ່ໃຫ້ຈູດໃກ້ຕ່ຳສຸດ 24 ແມັດ, ເຂດຊຸມຊົນແອອັດທີ່ມີເຮືອນຊັ້ນດຽວແລະບ່ອນທີ່ລົດດັບເພີງເຂົ້າໄປຍາກ ແລະບ່ອນສ່ຽງອື່ນໆ ເພິ່ນບໍ່ໃຫ້ຈູດໝາກກະໂພກແລະດອກໄມ້ໄຟເດັດຂາດ, ອັນນີ້ຄືມາດຕະການຮັກສາຄວາມປອດໄພຂອງນະຄອນຫຼວງປັກກິ່ງ, ນະຄອນຕ່າງໆໃນທົ່ວປະເທດຈີນເລີຍລະ! ຢູ່ຈີນເຈົ້າໜ້າທີ່ຕຳຫຼວດ ອາສາສະໝັກຮັກສາຄວາມປອດໄພຢູ່ແຕ່ລະຄຸ້ມບໍ່ໄດ້ອໍ້ແອ້ບໍ່ໄດ້ໄວ້ໜ້າໃຜໄດ໋! ຄັນມີແຈ້ງການແລ້ວເຈົ້າຍັງຝ່າຝືນຢູ່ບໍ່ວ່າຈະນ້ອຍຫຼືໃຫຍ່ກໍຖືກເອົາໄປພັກຜ່ອນໃນບ່ອນທີ່ເໝາະສົມຕາມຄວາມຜິດໂລດລະ! ບໍ່ມີໃຜໂອຫັງບັງອາດຝ່າຝືນດັອກ! ບໍ່ແມ່ນຊິປ່ອຍໃຫ້ຊື້-ຂາຍຊະຊາຍຄືບາງປະເທດໄດ໋! ມີຄຳສັ່ງແລ້ວມີລະບຽບແລ້ວແຕ່ການຈັດຕັ້ງບໍ່ສັກສິດຫຍັງເລີຍ ບໍ່ມີໃຜຢ້ານກົວເລີຍ ຢູ່ຈີນເຮັດແນວນັ້ນບໍ່ໄດ້ ເອົາ, ຟັງເພງມ່ວນໆອີກກ່ອນເນາະແລ້ວຈະມາເວົ້າເລື່ອງປີຕາປະຕິທິນຕາມຈີນຈັນທະຄະຕິຂອງຈີນສູ່ຟັງ! ເພາະວ່າປີໃໝ່ຂອງຈີນທີ່ຈະມາຮອດໃນ 5-6 ມື້ຂ້າງໜ້ານີ້ແມ່ນປີມະໂລງໄດ໋ນິ! ຄັນຄົນລາວກໍເອີ້ນປີງູໃຫຍ່ເນາະ ! ຄັນຄົນຈີນເອີ້ນຊ້ຳພັດປີມັງກອນຊັ້ນໄດ໋!
ເພງ
ຂໍຂອບໃຈ........................ ເອົາ, ບັດນີ້ກໍມາລົມກັນເລື່ອງ 12ລາສີເນາະ! ເວົ້າເລື່ອງນີ້ຢູ່ອາຊີກໍມີຄ້າຍໆກັນຫັ້ນລະບໍ່ວ່າຊິຢູ່ຈີນ, ລາວ, ຫວຽດນາມ, ກຳປູເຈຍ, ມຽນມາ ຫຼືປະເທດອື່ນໆນອກຈາກມີປະຕິທິນສາກົນແລ້ວກໍຍັງມີປະຕິທິນຫຼືວ່າຈັນທະຄະຕິພື້ນບ້ານພື້ນເມືອງຂອງຕົນອີກກະເລີ່ມດ້ວຍປີ ຊວດ ໝູ, ສະຫຼູ ງົວ, ຂານ ເສືອ, ເຖາະ ກະຕ່າຍ, ມະໂລງ ງູໃຫຍ່ ຫຼື ມັງກອນ, ມະເສງ ງູນ້ອຍ, ມະເມຍ ມ້າ, ມະແມ ແບ້, ວອກ ລີງ, ລະກາ ໄກ່, ຈໍ ໝາ, ກຸນ ໝູ! ແນວນີ້ລະເນາະ! ກະຄືເວົ້າຫັ້ນລະເລີ່ມເຂົ້າວັນທີ 23ເດືອນນີ້ຕາມປະຕິທິນຈີນກໍເຂົ້າປີມະໂລງ ທີ່ເປັນປີມັງກອນແລ້ວ! ດຽວນີ້ຈັກຮູບຈັກປະຕິທິນຈັກສະແຕັມ ຈັກຕຸກກະຕາ ຈັກເຄື່ອງທີ່ລະລຶກຕ່າງໆຢູ່ຈີນແມ່ນເປັນມັງກອນໝົດ ຂາຍດິບຂາຍດີກັນມາເປັນເດືອນແລ້ວຢູ່ປະເທດຈີນນະ! ບັດນີ້ຄົນຈີນແຫ່ງຖືມັງກອນເປັນສັດທີ່ປະເສີດສັດສິຣິມຸງຄຸນ ເປັນສັນຍາລັກຂອງປະເທດຈີນເລີຍລະ! ຄົນຈີນຍັງເອີ້ນຕົນເອງວ່າເປັນລູກຫຼານມັງກອນ! ປະເທດຈີນອີກຊື່ໜຶ່ງກໍເອີ້ນວ່າ " ແດນມັງກອນ " ຫັ້ນເດຊັ້ນນະ! ກໍຄືຄົນລາວນັບຖືພະຍານາກນິລະ! ບໍ່ຄືຄົນຕາເວັນຕົກໄດ໋ເພາະວ່າເຂົາເຈົ້າວ່າມັງກອນເປັນສັດຊົ່ວຮ້າຍ! ແຕ່ຄົນຈີນນັບຖືມັງກອນວ່າເປັນສັດແຫ່ງຄວາມມີບາລະມີພະລະກຳລັງອຳນາດເຂັ້ມແຂງກ້າຫານຊັ້ນໄດ໋! ຄົນຈີນຖືມັງກອນເປັນສັດປະເສີດມາຫຼາຍພັນປີແລ້ວ! ຕາມພະລາຊະວັງ, ຕາມວັດ, ຕາມເຮືອນ, ພາຊະນະເຄື່ອງໃຊ້ສອຍປະຈຳວັນແຕ່ບູຮານມາຮອດດຽວນີ້ຈົນຮອດວຽກສິລະປະ ຄັວດແກະສະລັກພາບແຕ້ມໄປຮອດເຄື່ອງດົນຕີ ເສື້ອຜ້າໜ້າແພຂອງຮ່ອງເຕ້ຈົນຮອດຄົນທຳມະດາຄັນເຫັນຮູບມັງກອນກໍໝາຍເຖິງຄົນຈີນໂລດແລ້ວ!
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |