ງານ​ມະ​ຫະ​ກຳ​ບຸນຊ້າງ​ໄຊ​ຍະ​ບູ​ລີ 17-19 ກຸມພາ 2012

(GMT+08:00) 2012-02-12 12:57:02     cri
ງານ​ມະ​ຫະ​ກຳ​ບຸນ ຊ້າງ​ໄຊ​ຍະ​ບູ​ລີຄັ້ງ​ທີ VI ຈະ​ຈັດຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 17-19 ກຸມພາ 2012 ທີ່ ເມືອງ​ໄຊ​ຍະບູ​ລີ ເຊິ່ງ​ເປັນ​ເມືອງ​ເທດສະບານຂອງ​ແຂວງ, ຄາດ​ວ່າ​ຈະ​ມີ​ຊ້າງ ເຂົ້າ​ຮ່ວມ 63 ໂຕ.

ໃນ​ງານ​ບຸນ​ນອກຈາກ​ການສະແດງ​ຂະ​ບວນ​ຊ້າງ​ແລ້ວ ໃນງານ​ຍັງ​ຈະ​ມີ​ຂະ​ບວນ​ແຫ່​ກ້ອນກຳລັງ​ສະແດງ​ສິລະ​ປະ​ວັນນະຄະດີ​ບັນດາເຜົ່າ, ການ​ວາງ​ສະແດງ​ສິນຄ້າ, ງານ​ຕະຫລາດນັດ, ກິດຈະກຳ​ການທ່ອງທ່ຽວ​ຕາມສາຍ​ນ້ຳ​ຮຸ່ງ, ການ​ປະ​ກວດ​ນາງ ສາວ​ງາມ​ບຸນ​ຊ້າງ​ປະຈຳ​ປີ 2012, ພິທີ​ບາສີສູ່ຂວັນ​ຊ້າງ, ການ​ເອົາຊ້າງ​ອາບນ້ຳ, ການ​ຂີ່​ຊ້າງ ແລະ ການສະແດງ​ຄວາມ​ສາມາດຂອງ​ຊ້າງ​ຄຳຮູ້.

ມະ​ຫະ​ກຳ​ບຸນ​ຊ້າງ​ໄຊ​ຍະ​ບູ​ລີ ແມ່ນ​ບຸນ​ປະນີທີ່​ຕິດ​ພັນ​ກັບການ​ສົ່ງເສີມ​ການທ່ອງທ່ຽວ ແລະ ອະນຸ​ຮັກ​ສິລະ​ປະ​ວັດທະນະທຳ ຮີດຄອງ​ປະເພນີ​ທີ່​ເປັນ​ເອກະລັກ​ຂອງ​ທ້ອງຖິ່ນ ເຊິ່ງ​ໄດ້​ຈັດ​ຂຶ້ນ ແຕ່​ປີ 2007 ເປັນຕົ້ນ​ມາ​ໂດຍ ແມ່ນ​ເມືອງ​ທີ່​ມີ​ຊ້າງ​ຫລາຍ​ໄດ້ປ່ຽນ​ກັນ​ເປັນ​ເຈົ້າ ພາບ​ຄື: ເມືອງ ຫົງ​ສາ, ເມືອງ​ປາກ​ລາຍ ແລະ ເມືອງ​ໄຊ​ຍະ​ບູ​ລີ.

ສຳລັບ​ປີ​ນີ້​ແມ່ນ​ເມືອງ​ໄຊ​ຍະ ບູ​ລີ ເປັນ​ເຈົ້າພາບ​ຮອດ​ປະຈຸ​ບັນໄດ້​ກະກຽມ​ຄວາມ​ພ້ອມ​ແລ້ວ ຫລາຍ​ຢ່າງ​ຫວັງ​ໃຫ້​ບັນຍາກາດ​ໃນ​ງານ​ດັ່ງກ່າວ​ອອກ​ມາ​ດີ​ມີ​ສິ່ງດຶງ​ດູດ​ຄວາມ​ສົນໃຈ​ແຂກ​ຄົນ ທີ່​ໄປ​ທ່ຽວ​ຊົມ​ເປັນຕົ້ນ​ສະຖານທີ່​ຈັດ​ງານ, ບ່ອນ​ເຄື່ອນ​ໄຫວ​ກິດຈະ​ກຳ​ຊ້າງ, ຄວາມ​ພ້ອມ​ດ້ານທີ່​ພັກ ແລະ ອື່ນໆ.

ໄຊ​ຍະ​ບູ​ລີ ແມ່ນ​ແຂວງ​ຫນຶ່ງ ທີ່​ມີ​ຊ້າງ​ຫລາຍ​ກວ່າ​ຫມູ່​ໃນ​ປະເທດ​ລາວ ລວມ​ທັງ​ຊ້າງ​ປ່າ, ຈາກ​ເຫດຜົນ​ດັ່ງກ່າວ​ອຳນາດການ​ປົກຄອງ​ແຂວງ ຮ່ວມ​ກັບອົງການ​ອະນຸ​ຮັກ​ຊ້າງ​ອາຊີ ຈິ່ງໄດ້​ຈັດ​ໃຫ້​ມີ​ປະເພນີ​ບຸນ​ຊ້າງ​ໃນແຕ່​ລະ​ປີ ທັງ​ນີ້ ກໍ່​ເພື່ອ​ສົ່ງເສີມການ​ອະນຸ​ຮັກ​ຊ້າງ, ການ​ນຳ​ໃຊ້ຊ້າງ​ເຂົ້າ​ໃນ​ວຽກ​ງານ​ທ່ອງທ່ຽວ, ປູກ​ຈິດ​ສຳນຶກ​ໃຫ້​ທຸກ​ຄົນມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ດັ່ງກ່າວ​ຫລາຍ​ຂຶ້ນ.