ກິດຈະກໍາ ຂອງ ລູກ ນ້ອຍ ຄວນ ຈະ ເຮັດ ກ່ອນ ອາຍຸ ຮອດ 3 ປີ

(GMT+08:00) 2012-02-12 13:08:52     cri
ທຸກມື້ນີ້ ຜູ້ປົກຄອງ ສ່ວນໃຫຍ່ ອາດຈະ ກຳລັງ ເຈັບຫົວ ກັບ ພຶດຕິກຳ ຂອງ ລູກນ້ອຍ ທີ່ ກຳລັງ ໃຫຍ່ ທີ່ ກຳລັງ ດື້ ຫລາຍ ແຕ່ ນັ້ນ ບໍ່ແມ່ນ ເລື່ອງ ແປກ ເພາະ ວ່າ ເດັກນ້ອຍ ອາຍຸ ຕັ້ງແຕ່ 0-3 ປີ ເປັນ ໄວ ທີ່ກຳລັງ ເລີ່ມຕົ້ນ ທີ່ ຈະ ຮຽນຮູ້ ພັດທະນາ ແລະ ຢາກລອງ ເຮັດ ສິ່ງ ທີ່ ບໍ່ເຄີຍເຮັດ ເຊິ່ງທາງ ເວັບໄຊ ຂອງ ອັງກິດ The Sun ເປີດ ເຜີຍວ່າ ກິດຈະກຳ ທີ່ ເດັກນ້ອຍ ຄວນເຮັດ ກ່ອນ ອາຍຸ ຈະຮອດ 3 ປີ ມາ ເຜີຍ ໃຫ້ຮູ້ກັນ ຫລັງມີ ການ ສຳຫລວດ ຈາກ ຜູ້ ປົກຄອງ ຊາວ ອັງກິດ ຈຳນວນ 1.000 ຄົນ ເພື່ອ ໃຫ້ ຮູ້ວ່າ ພວກເຂົາ ໃຫ້ ລູກນ້ອຍ ເຮັດ ກິດຈະກຳ ມ່ວນໆ ແບບ ໃດແດ່.

ສ່ວນຫລາຍ ແລ້ວ ຜູ້ ປົກຄອງ ມັກ ໃຫ້ ລູກນ້ອຍ ຮຽນແຕ້ມ ຮູບ ຕາມໃຈ, ຮ້ອງເພງ ສຽງດັງ ໃນ ທີ່ ສາທາ ລະນະ, ປີນໄຕ່ ຕາມ ທີ່ ຕ່າງໆ, ຝຶກໃຫ້ ກ້າ ສະແດງ ອອກ, ປ່ອຍ ໃຫ້ ຫລິ້ນ ໃນ ສວນ ແລ່ນໄລ່ ຈັບແມງໄມ້ ຕາມຄວາມມັກ ຂອງ ເດັກ, ລອຍນ້ຳ ໃນສະລອຍ ນ້ຳ ໂດຍ ມີ ຜູ້ປົກຄອງ ເບິ່ງແຍງ ຕະຫລອດ ເວລາ, ໃຫ້ ອາຫານ ສັດລ້ຽງ ເອງ, ໃຫ້ ເດັກ ເລືອກ ປຶ້ມ ນິທານ ເອງ, ເລືອກ ຂອງ ຫລິ້ນ ເອງ, ພາໄປ ທ່ຽວ ຊົມ ຫໍພິພິ ທະພັນ, ປະດິດ ເຄື່ອງຫລິ້ນ ທີ່ ເຮັດຈາກ ເຈ້ຍ ເຊັ່ນ ພັບ ເຮືອ ບິນ, ສອນ ໃຫ້ ລູກຖູແຂ້ວ, ຮັບ ໂທ ລະ ສັບ, ວາງແຜນ ຊີວິດ ວ່າ ໃຫຍ່ ຂຶ້ນ ມາ ລູກ ຢາກ ເຮັດ ຫຍັງແດ່ ແລະ ລອງ ໃຫ້ ລູກ ຕັ້ງຊື່ ໃຫ້ຄົນ ອື່ນ ຫລື ສັດ ລ້ຽງເອງ ເພື່ອ ຝຶກໃຫ້ ເດັກ ໄດ້ ມີ ການ ຄົ້ນຄິດ ໄປ ໃນ ຕົວ.

ເປັນຈັ່ງໃດກັນແດ່ ສຳລັບ ຜົນການ ສຳຫລວດ ທີ່ ໄດ້ມາ ເຊື່ອວ່າ ກິດຈະກຳ ຫລາຍໆ ຢ່າງ ລູກຂອງ ທ່ານ ກໍ່ ເຄີຍ ປະຕິບັດ ມາ ແລ້ວ ແນ່ນອນ ວ່າ ບາງກິດຈະກຳ ອາດເປັນ ເລື່ອງ ແປກ ຫລື ບໍ່ ເຫມາະສົມ ກັບ ບ້ານ ເຮົາ ປານໃດ ແຕ່ ຢ່າງຫນ້ອຍ ກິດຈະກຳ ເຫລົ່ານີ້ ຈະ ເຮັດໃຫ້ ເດັກໄດ້ ໃຊ້ ຈິນຕະນາ ການເພື່ອຝຶກຝົນ ແລະ ພັດທະນາ ຄວາມຄິດ ຂອງ ພວກເຂົາ ໄດ້ເປັນ ຢ່າງດີ ເພາະ ວ່າ ໄລຍະກ່ອນ ເດັກອາຍຸ ຮອດ 3 ປີ ຈະ ເປັນ ໄລຍະ ທີ່ ເດັກ ກຳລັງ ຮຽນຮູ້ ສະນັ້ນຢ່າ ປິດກັ້ນ ໃນ ສິ່ງ ທີ່ ພວກເຂົາ ຕ້ອງການ ຢາກ ເຮັດ ສິ່ງໃຫມ່ ຄວນປ່ອຍ ໃຫ້ ເດັກ ຮຽນຮູ້ ຫລິ້ນເອງ ສ່ວນ ຜູ້ ປົກຄອງ ຄວນ ຈະ ຢູ່ເບິ່ງ ຄວາມປອດໄພ ໃຫ້ ລູກ ກໍ່ ພໍແລ້ວ ຢ່າ ໄປ ຫ້າມ ພວກເຂົາ ເຖິງ ແມ່ນວ່າ ບາງຢ່າງ ເດັກອາດ ຈະຫລິ້ນເປື້ອນ ແດ່ ກໍ່ຕາມ ແຕ່ ຖ້າ ທ່ານເຂົ້າ ໄປ ຫ້າມ ຕອນ ທີ່ເດັກກຳລັງ ຫລິ້ນ ຢູ່ ນັ້ນ ຈະ ເປັນ ການເຮັດໃຫ້ ສະຫມອງ ຂອງ ເດັກຖືກ ປິດ ກັ້ນ ໄປນຳ.