ວິທີ​ຫລຸດ​ຜ່ອນ ອາການ ຢາກ​ນອນ

(GMT+08:00) 2012-02-14 10:20:03     cri
ຖ້າທ່ານ​ເປັນຄົນ​ຫນຶ່ງ​ທີ່​ມັກຫາວນອນ​ຕ້ອງ​ທົນ​ທໍລະມານ​ກັບ​ອາການ​ຢາກນອນ​ໃນ​ຕອນສວາຍ​ເຮັດໃຫ້​ເສຍ​ສະມາທິ​ໃນ​ການ​ເຮັດວຽກ​ຫລື​ຮຽນນັ້ນ​ເປັນ ເພາະວ່າ​ການ​ຮັບປະທານ​ອາຫານ​ຕອນສວາຍ​ອຸດົມ​ໄປດ້ວຍ​ແປ້ງ ແລະ ນໍ້າຕານ​ຫລາຍ​ລອງຫລຸດ​ປັດໄຈ​ດັ່ງກ່າວ​ລົງແລ້ວ​ເພີ່ມ​ປະລິມານ​ຂອງຜັກ, ຫມາກໄມ້ ລວມເຖິງ​ທັນຍາຫານ​ເພີ່ມຂຶ້ນ​ອີກຈາກ​ນັ້ນ​ຄອຍ​ສັງເກດ​ຄວາມປ່ຽນແປງ.

ຜັກ-ຫມາກໄມ້​ອຸດົມ​ໄປດ້ວຍ​ວິຕາມິນຊີ​ຈຳ​ພວກຫມາກ​ສີດາ, ຫມາກກ້ຽງ, ຜັກບລ໋ອກໂຄລີ​ຈະ​ຊ່ວຍຕ້ານ​ຄວາມເມື່ອຍລ້າ​ຈາກ​ອາການ​ເຄັ່ງຄຽດ ແລະ ກັງວົນ​ໃຈ, ສ່ວນ​ແອບເປິນ, ກ້ວຍ ຊ່ວຍ​ຮັກສາ​ລະດັບ​ນ້ຳຕານ​ໃນເລືອດ ແລະ ເພີ່ມ​ພະລັງງານ​ແກ່​ຮ່າງກາຍ, ສ່ວນ​ທັນຍາຫານ​ເຊັ່ນ: ງາ, ຖົ່ວ​ເມັດແຫ້ງ ເຊິ່ງ​ບໍ່ຜ່ານ​ການຂັດສີ ຫລື ຂັດສີ​ຫນ້ອຍທີ່ສຸດ​ຊ່ວຍ​ບຳລຸງ​ປະສາດ ແລະ ຊ່ວຍ​ເຮັດໃຫ້​ຈິດໃຈ​ແຈ່ມໃສຂຶ້ນ.

ນອກຈາກນີ້​ອາດປ່ຽນ​ອະລິ​ຍະບົດ ໂດຍ​ການ​ລຸກຍ່າງ​ດ້ວຍ​ໄລຍະ​ກ້າວຂາປານ​ກາງ​ປະມານ 3-5 ນາທີ​ກໍ່ເປັນ​ອີກ​ວີທີ​ຫນຶ່ງ​ໃນ​ການ​ຜ່ອນຄາຍ​ອາການ​ຢາກນອນ​ໄດ້​ເນື່ອງ​ຈາກ​ວ່າ​ມັນຊ່ວຍ ກະຕຸ້ນ​ການ​ໄຫລວຽນ​ເລືອດ, ຄື້ນສະຫມອງ​ເຮັດວຽກ​ໄດ້ດີ​ຂຶ້ນ ແລະ ຮ່າງ​ກາຍ​ຮູ້ສຶກ​ຕື່ນຕົວ​ຂຶ້ນ​ມາ​ທັນທີ.

ຖ້າທ່ານ​ເຮັດວຽກ​ຢູ່ຫນ້າ​ຈໍຄອມພິວເຕີ​ເປັນ​ເວລາ​ດົນ​ຄວນຫັນມາ​ພັກສາຍ​ຕາທຸກ 1 ຊົ່ວໂມງ​ໂດຍ​ຫລັບຕາ ຫລື ແນມເບິ່ງ​ໄປໄກໆ​ປະມານ 5 ນາທີ​ອາດໃຊ້​ຜ້າເຊັດຫນ້າ​ຈຸບນ້ຳຫ​ນ້ອຍຫນຶ່ງ ມາ​ປະຄົບ​ດວງຕາ​ປະມານ 2-3 ນາທີ​ຈະ​ຊ່ວຍຜ່ອນ​ຄາຍກ້າມ​ຊີ້ນຕາ ແລະ ເຮັດໃຫ້​ເລືອດ​ຫມຸນ​ວຽນມາ​ລ້ຽງ​ດວງຕາ​ໄດ້​ດີແຖມ​ຍັງ​ຫລຸດ​ອາການ​ຢາກນອນ ຫລື ຫລຸດ​ການ​ອ່ອນ​ເພຍ​ສາຍ ຕາ​ໄດ້​ນຳ.

ຢ່າລືມ​ເອົາ​ນ້ຳສະອາດ​ຕິດໂຕ​ໄວ້​ດື່ມເດີ້:

ຄ່ອຍໆ​ດື່ມ​ເທື່ອ​ລະ​ຫນ້ອຍ​ໃນ​ລະຫວ່າງ​ມື້​ຄວນ​ເປັນ​ນ້ຳ​ທຳມະດາ​ບໍ່​ເຢັນ​ຫລາຍ​ເພື່ອ​ຮ່າງ​ກາຍ​ຈະ​ໄດ້​ດູດຊຶມ​ໄປ​ໃຊ້​ໃນ​ລະບົບ​ຫມູນວຽນ​ເລືອດ​ໄດ້​ທັນ ທີ​ຊ່ວຍ​ເພີ່ມ​ຄວາມ​ສົດ​ຊື່ນ​ແລະ​ຫ້າວຫັນ​ຕື່ນຕົວ. ນີ້ເປັນວິທີງ່າຍໆທີ່ຈະຊ່ວຍເຮັດໃຫ້ຄົນທີ່ເຫງົານອນເຊົາຢາກນອນໄດ້ທັນທີລອງນຳເອົາໄປປະຕິບັດເບິ່ງ.