2011 ປະຊາກອນ​ໂລກ​ມີ 7 ຕື້​ຄົນ

(GMT+08:00) 2012-02-14 10:23:23     cri

ຖ້າ​ນັບ​ຖອຍ​ຫຼັງຈາກ​ນີ້​ໄປ 38.000 ປີ, ກ່ອນ​ ຄ.ສ ປະຊາກອນ​ໃນ​ທົ່ວ​ໂລກ​ມີ​ພຽງ​ແຕ່ 1 ຕື້​ຄົນຄື:​ ພາຍ​ຫຼັງ​ມີ ຄ.ສ ມີ 300 ລ້ານ​ຄົນ,ຮອດ​ປີ​ ຄ.ສ 1800 ມີ 1ຕື້​ຄົນ, ປີ 1930 ມີ 2 ຕື້​ຄົນ​ແລະ​ຮອດ​ປີ 1960 ມີ 3 ຕື້​ຄົນ, ຕາມ​ການລຍ​ງານ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 31 ຕຸລາ 2011 ປະຊາກອນ​​ໂລກ​ຢູ່​ທີ 7 ຕື້​ຄົນ​ແລະ​ຕາມ​ການ​ຄາດ​ຄະ​ເນ​ໃນ​ປີ 2030 ປະຊາກອນ​​ໂລກ​ຈະ​ມີ​ເຖິງ 8 ຕື້​ຄົນ​ແລະ15 ຕື້​ໃນ​ປີ 2050.

ສະພາບ​ຂອງ​ປະຊາກອນ​ໃນ​ປັດຈຸບັນ​ໂດ່​ນສະ​ເລ່ຍມີ​ເພດ​ຊາຍ 104-106 ຄົນ​ຕໍ່​ເພດ​ຍິງ 100ຄົນ, ຢູ່​ອິນ​ເດຍ​ແລະ​ຫວຽດນາມ​ອັດຕາ​ສ່ວນ​ເພດ​ຊາຍ​ແມ່ນ 112ຄົນ​ຕໍ່​ເພດ​ຍິງ 100ຄົນ, ຢູ່​ຈີນ​ເພດ​ຊາຍ 120-130 ຄົນ. ປັດຈຸບັນ​ຢູ່​ຈີນ​ແລະ​ອິນ​ເດຍຂາດ​ແມ່ຍິງ 50ລ້ານ​ຄົນ.

ປະຊາກອນ​ເພີ່ນ​ຂື້ນ​ຢ່າງ​ໄວວາຄ່ຽງຄູ​ກັບ​ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ກົງກັນຂ້າມ​ທຳ​ມະ​ຊາດ​ພັດ​ນັບ​ມີ້​ນັບຫຼຸດລົງ. ຖ້າ​ຕົວ​ເລກ​ປະຊາກອນ​ເປັນ​ໄປ​ຕາມ​ຄາດໝາຍຮອດ​ປີ 2030 ​ໂລກ​ຈະ​ຂາດ​ເຈີ​ນນ້ຳ​ດືມ​ເຖິງ 30 ສ່ວນ​ຮ້ອຍ, ບໍ່ສາມາດ​ຜະລິດ​ສະບຽງອາຫານ​ໃຫ້​ພຽງພໍຕາມ​ຄວາມ​ຕ້ອງການ​ໄດ້, ຄວາມ​ຕ້ອງການ​ພະ​ລັງ​ເພີ່ມ​ຂື້ນ 3 ​ເທົ່າ, ມະນຸດ​ຈະ​ບໍ່ສາມາດ​ລ້ຽງຊິ​ຊິດ​ຄົນ​ໃນ​ທົ່ວ​​ໂລກ​ໄດ້.

ເມື່ອ​ເປັນ​ແນວ​ນັ້ນ​ຈະ​ແກ້​ໄຂ​ບັນຫາ​ນີ້​ໃນ​ອານາ​ຄົດ​ແນວ​ໃດ?

ນັກວິທະຍາສາດ​ທັງຫຼາຍ​ໄດ້​ສະ​ເໜີບາງ​ວິທີ​ການ​ຄື:

ຕ້ອງພັດທະນາ​ການ​ສຶກສາ

ຈຳກັດ​ການ​ເກີດ​ໃຫ້ໜ້ອຍລົງ

ຫນປ່ຽນການ​ຜະລິດ​ສະບຽງອາຫານ​​ແລະ​ຫານ​ບໍລິ​ໂພ​ກ: ຊ່ວຍ​ເຫຼືອ​ຊາວນາ, ຂະຫຍານ​ການ​ລ້ຽງສັດ​ນ້ຳ, ​ເພີ່ມ​ການ ​ເພີ່ມ​ການ​ກິນ​ຜັກ​ແທນ​ການ​ກິນ

ຫຼຸດຜ່ອນ​ການ​ສູນ​ເສຍ​ໃນ​ການ​ຜະລິດ.

ບໍ່​ເພີ່ມ​ດິນ​ກະສິກຳ​ທີ່​ທຳລາຍ​ປ່າ​ໄມ້-​ສິ່ງ​ແສດ​ລ້ອມ.

ສ້າງສາງ​ເກັບມ້ຽນ​ອາຫານ​ໄວ້​ໃຊ້​ໃຫ້​ໄດ້​ດົນ.

ນຳ​ໃຊ້​ພະ​ລັງ​ງານ​ຊີວະ​ພາບ