ສັນຍາ​ລັກ​ກອງ​ປະຊຸມ​ອາ​ເຊັມຄັ້ງ​ທີ 9 ລາວ​ເປັນ​ເຈົ້າພາບ2012

(GMT+08:00) 2012-02-14 10:25:44     cri
ສັນຍາ​ລັກຫຼື​ໂລ​ໂກ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີ​ລົບ(ອາ​ເຊັມ) ຄັ້ງ​ທີ 9ທີ່​ລາວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ໄດ້​ສ່ອງ​ແສງ​ຝຫ້​ເຫັນ​ເຖິ່ງການ​ຮັດ​ແໜ້ນການ​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ທະວີບອາຊີ-​ເອີ​ລົບ ​ໂດຍ​ມີ​ຄວາມໝາຍສ່ອງ​ແສງ​ໃຫ້​ເຫັນ​ເຖິ່ງຮິດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ລາວ​ໂດຍ​ການ​ນຳ​ໃຊ້​ເສັ້ນ​ໄໝຫຼາຍສີ​ໃນ​ການ​ປະ​ດິດລວດລາຍ​ເປັນ​ຕົວໜັງຊື A ໝາຍ​ເຖິງ​ອາຊີ​ແລະE ໝາຍ​ເຖິງ​ເອີ​ລົບ, ​ໃນ​ຮູບ​ແບບ​ສັນຍາ​ລັກ​ທີ່​ງ່າຍ​ດ່າ​ຍ​ແຕ່​ງົດ​ງາມ​ເຊິ່ງມີ​ການ​ປະສົມ​ປະສານ​ຂອງ​ສີ​ແດງ, ສີ​ເຫຼືອງ​ແລະ​ສີ​ຟ້າ​ຂອງ​ອາຊີ​ແລະ​ເອີ​ລົບ, ​ເສັ້ນ​ໃໝ 9​ເສັ້ນໝາຍ​ເຖິງ​ກອງ​ປະຊຸມ​ອາ​ເຊັມຄັ້ງ​ທີ9, ດອກ​ຈຳປາ​ແມ່ນ​ດອກ​ໄມ້​ປະຈຳ​ຊາດ​ຂອງ​ລາວ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ບັນດາ​ຜູ້​ແທນ​ສະມາຊິກ​ອາ​ເຊັມ​ເຂົ້າ​ສູ່​ກອງ​ປະຊຸມ​ອາ​ເຊັມຄັ້ງ​ທີ9, ​ໂບສີຂຽວໝາຍ​ເຖິງ​ຄວາມ​ອຸດົມສົມບູນ​ທາງ​ທຳ​ມະ​ຊາດ​ແລະ​ປ່າ​ໄມ້​ຢູ່​ລາວ, ​ເພື່ອ​ເປັນ​ແຮງ​ດຶງ​ດູດ​ແລະ​ຈູ​ງໃຈກະຕຸກ​ຊຸກຍູ້​ໃຫ້​ປະຊາຊົນ​ຫັນ​ມາ​ປູກ​ຕົ້ນ​ໄມ້​ໃຫ້ຫຼາຍຂື້ນ, ພ້ອມ​ຟບສີຂຽວໝາຍ​ເຖິງ​ແນວ​ຄິດ​ການ​ພັດທະນາ​ສີຂຽວ​ແລະ​ໂບດັ່ງກ່າວ​ນັ້ນ​ໄດ້​ຮັດ​ແໜ້ນສອງ​ທະວີບອາຊີ​ເອີ​ລົບ​ເພື່ອ​ພ້ອມ​ກັນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດ​ຕະພາບ​ແລະ​ສະໜິດ​ແໜ້ນຂອງ​ສອງ​ທະວີບ.

ຄຳ​ຂັວນ​ຂອງ​ກອງ​ປະຊຸມ​ແມ່ນ: "​ເພື່ອນ​ມິດ ​ເພື່ອນ​ສັນຕິພາບ, ​ເພື່ອນ​ຮ່ວມ​ມື​ເພື່ອ​ຄວາມ​ສົມບູນ​ພູນ​ສຸກ" ສ່ວນ​ເວ​ບ​ໄຊຂອງ​ກອງ​ປະຊຸມ​ອາ​ເຊັມຄື: www.Asem9.la ກອງ​ປະຊຸມ​ອາ​ເຊັມຄັ້ງ​ທີ 9 ທີ່​ລາວ​ເປັນ​ເຈົ້າພາບ​ນີ້​ຈະ​ໄດ້​ມີ​ຂື້ນ​ໃນ​ເດືອນ​ພະຈິກ 2012, ຈະ​ມີ​ຜູ້​ແທນ​ຈາກ 46 ປະ​ເທດ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີ​ລົບຫຼືອາ​ເຊັມ​ແມ່ນ​ເວທີ​ປິກ​ສາ​ຫາລື​ລະຫວ່າງ​ສອງ​ພາກ​ພື້ນ​ອາຊີ​ແລະ​ເອີ​ລົບ​ທີ່​ກວມ​ລວມ​ເອົາ​ບັນດາ​ບັນຫາ​ທີ່​ສຳຄັນ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆຂອງສອງ​ທະວີບ​ທີ່​ໃຫ້​ຄວາມ​ສົນ​ໃຈ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ.

ອາ​ເຊັມສ້າງ​ຕັ້ງ​ຂື້ນ​ໃນ​ປີ 1996 ​ໂດຍ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ປະຖົມມະ​ລືກ​ໃນ​ວັນ​ທີ 1-2 ມີນາ 1996 ທີ່​ບາງ​ກອງ​ປະ​ເທດ​ໄທ, ຈຸດປະສົງ​ຕົ້ນຕໍ​ຂອງ​ອາ​ເຊັມ​ແມ່ນ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊີ່ງ​ກັນ​ແລະ​ກັນ, ສົ່ງ​ເສີ່​ມຮັດ​ແໜ້ນການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ທະວີບອາຊີ-​ເອີ​ລົບ ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ພັດທະນາ​ເສດຖະກິດ​ສັງ​ຄົມ​ຂອງ​ສອງ​ທະວີບ, ການ​ປຶກສາ​ຫາລື​ແລະ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ອາ​ເຊັມມີ​ລັກສະນະ​ບໍ່​ເປັນ​ທາງ​ການ​ແລະ​ດຳ​ເນີ​ໄປ​ບົນ​ພື້ນຖານ​ການ​ເປັນ​ຄູ່​ຮ່ວມື​ທີ່​ເທົ່າ​ທຽມກັນ​ແລະ​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ​ໃນ 3​ເສົາ​ຄ້ຳ​ຄື: ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ​​ເສດຖະກິດ​ແລະ​ວັດທະນາ​ທຳ​ສັງຄົມ.