ກະຊວງ​ສຶກສາ​ທິການ​ແລະ​ກິລາ​ລາວ ມີ​ແຜນ​ແຍກ​ນັກ​ສຶກສາ​ທີ່​ມີ​ພອນ​ສະຫວັນ​ອອກ​ຈາກ​ສາມັນ

(GMT+08:00) 2012-02-14 10:55:15     cri
ພາຍຫລັງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດຖະບານ​ຕິດ​ພັນ​ກັບ​ການ​ພັດທະນາ​ກີລາ-ກາຍະກຳ​ແຕ່ນີ້​ຫາປີ 2020 ເພື່ອ​ປົດ​ປະເທດ​ອອກ​ຈາກ​ການ​ດ້ອຍ​ພັດທະນາ ໂດຍ​ມີ​ການ​ສຶກສາ​ເປັນ​ກຸນແຈ​ສຳຄັນ.

ທ່ານ ດຣ.ພັນຄຳ ວິພາວັນ ກຳມະການ​ກົມ​ການເມືອງ​ສູນກາງ​ພັກ,​ລັດຖະ​ມົນຕີ​ວ່າ​ການ​ກະຊວງ​ສຶກສາ​ທິການ​ແລະ ກີລາ​ລາຍງານ​ຕໍ່​ກອງ​ປະຊຸມ​ສະໄຫມ​ສາມັນ​ເທຶ່ອທີ 2 ຂອງ ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ທີ່​ຜ່ານມາ​ໃຫ້​ຮູ້ວ່າ: ເພື່ອ​ຍົກລະດັບ​ການ​ສຶກສາ​ໃຫ້​ເຂົ້າ​ເປັນ​ລະບົບ​ເຊິ່ງ​ໄດ້ເພີ່ມ ມ 7 ແລະ ຍຸບ​ການສຶກສາ​ລະບົບ​ພິເສດ​(ເຊື່ອມຕໍ່, ​ຕໍ່ເນື່ອງ​ພາກຄ່ຳ) ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ການສຶກສາ​ຄຽງຄູ່​ໄປກັບ​ກີລາ​ໃຫ້​ເຂັ້ມແຂງ​ເທື່ອ​ລະກ້າວ​ມີເວທີ​ສາກົນ​ເປັນ​ຫລັກ.

ທັງນີ້​ຍັງມີ​ແຜນສ້າງ​ໂຮງຮຽນ​ແກ່​ນັກກີລາ​ທີ່​ເປັນ​ທີມຊາດ​ແລະ​ນັກກີລາ​ທີ່​ມີ​ພອນສະຫວັນ​ເຂົ້າມາ​ຝຶກຊ້ອມ​ຄຽງຄູ່​ໄປ​ກັບ​ການສຶກສາ​ເພື່ອ​ສ້າງ​ໃຫ້​ພວກເຂົາ​ເຫລົ່ານີ້​ກາຍ​ເປັນ ນັກກີລາ​ອາຊີບ​ໃນ​ອະນາຄົດ. ເພາະ​ຜ່ານມາ​ພົບວ່າ​ນັກສຶກສາ​ເຫລົ່ານີ້​ຍັງມີ​ການຮຽນ​ທີ່​ຊ້າກວ່າ​ນັກຮຽນສາ​ມັນ​ສືບມາຈາກ​ພວກ​ເຂົາເລົ່າ​ນີ້​ບໍ່ມີເວລາ​ຮ່ຳຮຽນ​ຢ່າງ​ເຕັມສ່ວນ ເພາະ​ຕ້ອງ​ໄດ້​ແບ່ງ​ເວລາ​ໃຫ້ແກ່​ການຝຶກຊ້ອມ​ເປັນ​ເວລາຍາວ​ເພື່ອ​ເຂົ້າຮ່ວມແຂ່ງຂັນ​ທັງໃນ​ລະດັບ​ປະເທດ​ແລະ​ລະດັບ​ຊາດ ທ່ານດຣ. ພັນຄຳ ກ່າວ.

ໄລຍະ​ຜ່ານມາ​ມີ​ນັກກີລາ​ທີ່​ສາຍແວວ​ເກ່ງກາດ​ຫລາຍຄົນ​ເຂົ້າມາ​ຕິດ​ທີມຊາດ​ໄລຍະຫນຶ່ງແລ້ວ​ກໍ່​ຖອນໂຕ​ອອກ​ໄປ​ຍ້ອນວ່າ​ຜູ້ປົກຄອງ​ຂອງ​ນັກກີລາ​ເຫລົ່ານີ້​ຈະ​ສະຫນັບ​ສະ ຫນູນ​ໃຫ້​ກັບ​ການສຶກສາ​ແລະ​ຮ່ຳຮຽນ​ຫລາຍ​ກວ່າ​ກີລາ. ເພາະ​ເຊື່ອວ່າ​ການເປັນ​ນັກກີລາ​ບໍ່ສາມາດ​ສ້າງອາຊີບ​ທີ່ດີ​ແກ່​ເຂົາໄດ້​ແລະ​ທັງວົງການ​ກີລາ​ບ້ານເຮົາ​ເບິ່ງ​ຍັງແຄບ​ທີ່​ອາ ຊີບນີ້​ຈະ​ສ້າງເງິນໄດ້.

ພາຍຫລັງ​ຊີເກມ​ບ້ານ​ເຮົາ​ເປັນ​ເຈົ້າພາບ 2009 ໂດຍ​ນັກກີລາ​ລາວຍາດ​ຫລຽນ​ໄດ້​ຫລາຍສຸດ​ໃນ​ປະ​ຫວັດ​ສາດ 33 ຫລຽນ​ຄຳ. ເຮັດໃຫ້​ລັດຖະບານ​ມີ​ນະໂຍບາຍ​ສ້າງ​ນັກກີລາ ລາວ​ໃຫ້​ກາຍເປັນ​ອາ ຊີບ​ເທື່ອ​ລະ​ກ້າວ​ດ້ວຍ​ການເອົາ​ກະຊວງ​ສຶກສາ​ທິການ​ມາ​ໂຮມ​ເຂົ້າ​ກັນ​ກັບ​ກາຍະ​ກຳ-ກີລາ​ແຫ່ງຊາດ​ເພື່ອ​ສະດວກ​ໃນ​ການບໍລິຫານ​ໂດຍ​ການ​ສຶກສາ​ຄຽງ ຄູ່​ໄປ​ກັບ​ກີລາ​ເຮັດໃຫ້​ໃນ​ການແຂ່ງຂັນ​ກີລາ​ແຫ່ງ​ຊາດ​ຄັ້ງທີ IX ປີກາຍ​ມີ​ຈຳນວນ​ນັກກີລາ​ເພີ່ມຂຶ້ນ​ຢ່າງຫລາຍ. ເຊື່ອວ່າ​ຖ້າຫາກ​ໂຮງຮຽນ​ພອນສະຫວັນ​ສຳເລັດ​ຕາມ​ແຜນ​ວົງການ ກີລາ​ລາວ​ຈະ​ຄຶກຄັກ​ກວ່າເກົ່າ​ຢ່າງແນ່ນອນ.

ຄວາມ​ຂີ້ຄ້ານ​ຂອງ​ນັກຮຽນ​ປິ່ນປົວ​ໄດ້​ໂດຍ​ການ​ສຶກສາ​ອົບຮົມ

ຊາວ​ໜຸ່ມ​ນັກຮຽນ​ຈໍານວນ​ໜື່ງ​ທີ່​ບໍ່​ເອົາ​ຫົວ​ໃສ່​ໃຈ​ຊາ​ຕໍ່​ການຮຽນ, ​ຊໍ້າ​ຍັງ​ປະພຶດ​ຕົນ​ບໍ່ ເໝາະ​ສົມ​ເຮັດ​ໃຫ້​ສັງຄົມ​ວິພາກວິຈານ​ແລະ​ວິຕົກ​ກັງວົນ​ວ່າ:​ລະຫວ່າງ​ສະຖາບັນ​ການສຶກສາ​ແລະ​ພໍ່ແມ່​ຜູ້ປົກຄອງ​ພາກສ່ວນ​ໃດ​ສົມຄວນ​ຮັບຜິດຊອບ​ໃນ​ການອົບຮົມ​ສັ່ງສອນ​ລູກຫຼານ​ລາວ​ໃຫ້​ເປັນ​ຄົນ​ຮູ້ຜູ້ດີ.

ທ່ານ ລີຝຸງ​ຫົວໜ້າ​ກົມມັດ​ທະຍົມ​ສຶກສາ​ກະຊວງ​ສຶກສາ​ທິການ​ແລະ​ກິລາ​ໄດ້​ອະທິ ບາຍ​ກ່ຽວກັບ​ບັນຫາ​ນີ້​ຢູ່​ນະຄອນຫຼວງ​ວຽງ​ຈັນ​ວ່າ: ​ແຕ່ລະ​ໂຮງຮຽນ​ກໍ່​ມີ​ລະບຽບ​ເພື່ອ​ຄຸ້ມ​ຄອງ​ໂຮງຮຽນ, ​ແຕ່ລະ​ປີ​ກ່ອນ​ຈະ​ເປີດ​ໂຮງຮຽນ​ກໍ່​ໄດ​ເຜີຍ​ແຜ່​ລະບຽບ​ລັກ​ການ​ຕ່າງໆ.

ເມື່ອ​ເບິ່ງ​ແລ້ວ​ນັກຮຽນ​ທີ່​ບໍ່​ດີ​ກໍ່​ມີ​ສ່ວນ​ໜ້ອຍ​ໜື່ງ​ແລະ​ເຮັດ​ໃຫ້​ພາບ​ລວມ​ໝອງ, ຄວາມ​ພະຍາຍາມ​ຂອງ​ໂຮງຮຽນ​ແມ່ນ​ເຮັດ​ແນວ​ໃດ​ໃຫ້​ນັກຮຽນ​ຢູ່​ໃນ​ຂອບ​ເຂດ​ໂຮງຮຽນ​ເປັນ​ຄົນຮູ້​ຜູ້ດີ.

​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ໃຫ້​ນັກຮຽນ​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້ຮອບດ້ານ, ມີ​ຄຸນສົ​ມັບ​ດ, ມີ​ຄວາມ​ຮູ້​ຄວາມ​ສາມາດ​ຮັບ​ໃຊ້​ຕົນ​ເອງ​ແລະ​ຮັບ​ໃຊ້​ສັງຄົມ.

​ແຕ່​ຍັງ​ມີ​ຈໍານວນ​ນັກຮຽນ​ໜ້ອຍ​ໜື່ງທີ່​ຍັງ​ຖື​ເບົາ​ບໍ່​ທ​ເອົາ​ໃຈ​ໃສ່​ບໍ່​ເຫັນ​ຄວາມ​ສໍາ​ຄັນ​ຂອງ​ການ​ສຶກສາ​ແລ​ອານາ​ຄົດ​ຂອງ​ຕົນ​ເອງ ຊໍ້າ​ບໍ່ພໍ​ຍັງ​ວາງ​ໂຕ​ເອງ​ໄປ​ຕາມ​ມີ​ຕາມ​ເກີດ.

ປະຈຸ​ບັນ​ນີ້​ບໍ່​ມີ​ມາດ​ຕະການ​ຄື​ແຕ່​ກ່ອນ​ເຊັ່ນ໊ ​ໃສ່​ລະບຽບ​ໜັກ, ຄຸ​ມຂັງ, ​ໃຊ້​ຄວາມ​ຮຸນ​ແຮງ  ປະຈຸ​ບັນ​ນີ້​ເອົາ​ການ​ສຶກສາ​ອົບຮົມ​ເປັນ​ການ​ປິ່ນ​ປົວ​ພະຍາດ​ຕ່າງໆ​ບໍ່​ວ່າ​ຈະ​ເປັນ​ພະຍາດ​ຂີ້ຄ້ານ​ຫຼື​ຂີ້​ຕົວະ

ຢູ່​ສາກົນ​ກໍ່​ມີ​ບັນຫາ​ແບບ​ນີ້​ຄື​ກັນ, ຄູ​ຕວນ​ເອົາ​ໃຈ​ໃສ່​ບັນຫາ​ນີ້​ຫຼາຍ​ຂື້ນ ​ໃຫ້ການ​ໄກ້​ຊິດ​ຕິດ​ແທດ​ນັກຮຽນ​ຫຼາຍ​ຂື້ນ
ຖ້າ​ພວກ​ເຂົາ​ມີ​ບັນ​ຫາ​ກໍ່​ຄວນ​ກໍາ​ໄດ້​ແລະ​ສຶກສາ​ອົບຮົມ​ພວກ​ເຂົາ​ເຈົ້າ ​ເຊິ່ງອາດ​ມີ​ສາ​ເຫດ​ມາ​ຈາກ​ຄອບຄົວ​ຫຼື​ວ່າ​ສັງຄົມ, ໝູ່ຄູ່.

ຖ້າ​ມີ​ການ​ຕິດຕາມ​ຢ່າງ​ໄກ້​ຊິດ​ຕິດ​ແທດ​ແຕ່​ຫົວທີ​ເຊື່ອ​ແນ່​ວ່າກໍ​ຈະ​ສາມາດ​ກໍາຈັດ​ແລະ​​ແກ້​ໄຂ​ໄດ້​ທ່ວງທັນ. ຖ້າ​ແກ້​ບໍ່​ຕົກ​ຄວນ​ສົ່ງຂ່າວ​ຫາ​ພໍ່-​ແມ່​ແກ້​ໄຂ​ຊ່ວຍ​ກັນ.​

​ເພາະ​ພະຍາດ​ເປັນ​ແຕ່​ນ້ອຍ​ປິ່ນປົວ​ໄດ້ ຖ້າ​ໃຫຍ່​ແລ້ວ​ສຸມ​ຢາ​ໃສ່​ເທົ່າ​ໃດ​ກໍ່​ຍິ່ງ​ເພີ່ມ​ຄວາມ​ຮຸນ​ແຮງ ​ເພາະ​ໃສ່​ລະບຽບ​ວິ​ໃນ​ກໍ່​ອາດ​ມີ​ທາງ​ລົບ​ແທນ​ທີ່​ຈະ​ບວກ.