ສີ​ລະ​ປະ​ມວຍ​ລາຍ​ລາວ​ສືບ​ທອດ​ແຕ່​ອາ​ດີ​ດຮອດ​ປັດຈຸບັນ

(GMT+08:00) 2012-02-14 10:56:21     cri

ຖ້າ​ເມື່ອ​ເວົ້າ​ເຖິງ​ສີ​ລະ​ປະ​ມວຍ​ລາຍ​ລາວ ຫຼາຍທ່ານ​ກໍ​ຄົງ​ຈະ​ຮູ້​ແລ້ວຕິ​ເນາະ, ​ໂດຍ​ສະ​ເພາະ​ຄົນ​ຮຸ້ນ​ໃໝ່ກໍ​ອາດ​ຈະ​ເຄີຍ​ໄດ້​ເຫັນ​ໃນ​ງານ​ກິລາຊີ​ເກ​ມຄັ້ງ​ທີ່ 25 ທີ່​ລາວ​ເປັນ​ເຈົ້າພາບ ​ໃນ​ປີ 2009 ໄດ້​ມີ​ການສະ​ແດງ​ຢ່າງ​ຄຶກຄື້ນ, ​ໃນ​ໂອກາດ​ງານ​ມະຫາ​ກິ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 9 ທີ່​ແຂວງຫຼວງພະ​ບາງ​ນີ້​ກໍ​ໄດ້​ມີ​ການຈັດ​ເຂົ້າ​ໃນ​ການສະ​ແດງ​ເຊັ່ນ​ກັນ, ສະ​ນັ້ນ​ຈຶ່ງ​ໄດ້​ນຳ​ເອົາ​ຂໍ້​ມູນ​ເບື້ອງຫຼັງມາ​ໃຫ້​ບັນດາທ່ານ​ຮັບ​ຮູ້​ນຳ​ກັນ.

ສີ​ລະ​ປະການ​ສະ​ແດງ​ມວຍ​ລາຍ​ລາວ​ໃນ​ງານ​ຫຼວງພະ​ບາງ​ເກ​ມນີ້​ປະດິດ​ໂດຍ ທ່ານ ຂັນ​ທະ​ລີ ​ໂພທິ​ລານ ​ແລະ​ສະ​ແດງ​ໂດຍ ນັກຮຽນຊາຍ​ຈຳນວນ 400 ຄົນ. ສີ​ລະ​ປະ​ມວຍ​ລາຍ​ລາວ​ແມ່ນ​ວິຊາ​ການ​ຕໍ່ສູ້ປ້ອງ​ກັນ​ຕົວດ້ວຍ​ມື​ເປົ່າ​ຂອງ​ຄົນ​ບູຮານ​ລາວ, ບັນພະບຸລຸດ​ລາວ​ທຸກ​ຍຸກ ທຸກ​ສະ​ໄໝ ​ໄດ້​ນຳ​ໃຊ້​ວິຊາ​ມວຍ​ລາຍ​ລາວ​ເຂົ້າ​ໃນ​ການ​ຝຶກ​ແບບ​ປະກອບ​ອາວຸດ​ບູ ຮານ​ຄື: ງ້າວ, ຫຼາວ ​ເພື່ອ​ປ້ອງ​ກັນ​ຕົວ​ແລະ​ປົກ​ປັກສາ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຊາດ​ລາວ​ໄວ້.

ທ່າ​ທາງ​ - ລີລາ ​ໃນ​ການສະ​ແດງ​ທັງໝົດນີ້​ແມ່ນ​ມີ​ຕົ້ນ​ກຳ​ເນີ​ດຢູ່​ແຂວງ​ຫຼວງພະ​ບາງ, ​ເປັນ​ຕຳລາ​ຕົ້ນ​ສະບັບ​ຂອງ​ອາຈານ ວັນ​ເພງ ​ເພຍ​ພົນ​ອາສາ, ບ້ານ​ພັນຫຼວງ​ເພີ່ນ​ໄດ້​ຖ່າຍ​ທອດ​ໃຫ້​ເລົ່າ​ລູກສິດ​ທັງຫຼາຍ​ຈຳນວນ 10.000 ຄົນລະຫວ່າງ​ປີ ຄ.ສ 1865 – 1951.

​ໃນ​ນັ້ນ​ຄື: ມີ​ລຸງ​ທິດ​ແພງ, ບ້ານ​ພັນຫຼວງ​, ລຸງ​ຈານ​ພັນ ບ້ານ​ວັດ​ແສ​ນ, ລຸງ​ທິດ​ຜຸຍ ອຸ​ໄຮ ບ້ານຫຼັກຄຳ ​ແລະ​ລຸງ​ອອ່ນຈັນ​ ສຸຂະ​ພົນ ບ້ານ ວັດ​ທາດ. ຜູ້​ຖ່າຍ​ທອດ​ສືບ​ຕໍ່ກັນ​ມາ​ຄື: ອາຈານ​ສີ​ສຸພັນ ວັນ​ຮະ​ຈິດ ບ້ານ​ວັດ​ແສນ​ເປັນ​ຜູ້​ບັນທຶກ​ຕຳລາ​ມວຍ​ລາຍ​ລາວ​ຄືນ, ຖ່າຍ​ທອດ​ໃຫ້​ອາຈານ​ສິງ​ຄຳ ພົງ​ປະຈິດ ​ແລ້ວ​ນຳ​ເຂົ້າ​ໄປ​ສອນ​ຢູ່​ວິທະຍາ​ໄລ​ຄູ​ພາລະ​ສຶກສາ​ທີ່​ວຽງຈັນ​ຢ່າງ​ເປັນ​ທາງ​ການ​ແຕ່​ປີ 1978 ​ເປັນ​ຕົ້ນ​ມາ​ເຖິງ​ປັດຈຸບັນ.