ລາວ​ຈະ​ເປັນ​ຜູ້​ສົ່ງ​ອອກ​ໄຟຟ້າ​ອັນ​ດັບ​ໜື່ງຂອງ​ອາ​ຊຽນ

(GMT+08:00) 2012-02-14 11:01:36     cri
ອີງ​ຕາມ​ທີ່​ຕັ້ງພູມີ​ປະ​ເທດ​ແລະ​ຄວາມ​ອຸດົມສົມບູນ​ທາງທໍາ​ມະ​ຊາດ​ທີ່​ມີ​ປ່າ​ໄມ້​ປົກ​ຫຸ້ມ​ສ່ວນ​ໃຫຍ່​ທັງ​ມີ​ແມ່​ນໍ້າ​ລໍາ​ເຊ​ຢ່າງຫຼວງ​ຫຼາຍ, ​ແມ່​ນໍ້າ​ຫຼາຍ​ສາຍ​ລວມທັງ​ແມ່​ນໍ້າຂອງ​ແລະ​ສາຂາ​ແມ່​ນໍ້າຂອງ​ຢູ່​ໃນ​ປະ​ເທ​ດມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ສ້າງ​ເຂື່ອນ​ໄຟຟ້າ​ນໍ້າ​ຕົກ.

ຕາມ​ແຫຼ່ງຂໍ້​ມູນ​ຈາກ​ລັດ​ວິສະຫະ​ກິດ​ໄຟຟ້າ​ລາວ​ພົບ​ວ່າ: ການ​ສໍາ​ຫຼວດ​ແຫຼ່ງສາຍ​ນໍ້າ​ຕ່າງໆ​ໃນ​ລາວ, ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ເຖິງ 30 ພັນ​ເມ​ກາ​ວັດ.

ເພື່ອບັນລຸ​ເປົ້າໝາຍ​ດັ່ງ​ກ່າວ​ລັດຖະບານ​ຈື່ງ​ໄດ້​ວາງ​ທິດ​ທາງນະ​ໂຍບາຍທີ່​ຖືກຕ້ອງ ​ແລະ​ສ້າງ​ແຮງຈູງ​ໃຈ​ສ້າງ​ເງື່ອນ​ໄຂ​ດືງ​ເອົາ​ນັກ​ລົງທຶນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ເພື່ອ​ເອົາ​ທຶນ​ມາ​ພັດທະນາ​ສ້າງ​ເຂື່ອນ​ຕາມ​ລໍາ​ນໍ້າ​ສາຍ​ຕ່າງໆ​ຢູ່​ໃນ​ປະ​ເທດ.
ຜ່ານ​ມາ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ຕໍ່​ການ​ລະດົມ​ທຶນ​ໃນ​ການ​ສ້າງ​ເຂື່ອນ​ເຊັ່ນ: ນໍ້າ​ເທີນຫີນ​ບູນ, ​ເຂື່ອນ​ນໍ້າ​ງື່ມ, ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ​ຫົງ​ສາ ທັງ​ໝົດ​ນັ້ນ​ແມ່ນການ​ຊົມ​ໃຊ້​ພາຍ​ໃນ​ແລະ​ການ​ຂາຍ​ໃຫ້​ປ​ະ​ເທດ​ອາ​ຊຽນ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ອ້ອມ​ຂ້າງ.

ປະຈຸ​ບັນ​ລາວ​ມີ​ສັນຍາ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໃນ​ການ​ຊື້-ຂາຍ​ກະ​ແສ​​ໄຟຟ້າ​ກັບ 3 ປະ​ເທດ​ເຊັ່ນ: ​ໄທ, ຫວຽດນາມ​ແລະ​ກໍາປູ​ເຈຍ.
ສະ​ເພາະ​ໄທ​ແມ່ນ​ຕົກລົງ​ຊື້​ກະ​ແສ​ໄຟຟ້າ​ຈາກ​ລາວ 7.000 ​ເມ​ກາ​ວັດ, ພາຍ​ໃນ​ປີ 2015  ຂະນະ​ທີ່​ຜ່ານ​ມນລາວ​ກໍ​ໄດ້​ສົ່ງ​ະ​ແສ​ໄຟຟ້າ​ຂາຍ​ໃຫ້​ໄທ​ແລ້ວ​ສ່ວນ​ໜື່ງ.

ສ່ວນ ສສ ຫວຽດນາມ​ແມ່ນ​ມີ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ MOU ຊື້​ກະ​ແສ​ໄຟຟ້າ​ຈາກ​ລາວ​ຈໍານວນ 5.000 ​ເມ​ກາ​ວັດ ​ແລະ​ກໍາ​ປູ​ເຈຍ 3.000 ​ເມ​ກາ​ວັດ.

ເຊິ່ງລັດຖະບານ​ລາວ​ຕ້ອງ​ເລັ່ງສົ່ງ​ກະ​ແສ​​ໄຟຟ້າ​ໃຫ້​ສອງ​ປະ​ເທດ​ນີ້​ສໍາ​ເລັດ​ພາຍ​ໃນ​ປີ 2020.