ເຮືອນ​ສາມ​ນ້ຳ​ສີ່ ຊີ​ວິດ​ວັດ​ທະ​ນະທຳອັນ​ດີງາມ​ຂອງ​ຊາດ​ລາວ

(GMT+08:00) 2012-02-14 11:06:03     cri
ບັນ​ພະ​ບູ​ລຸດ​ລາວ ເພິ່ນ​ເປັນ​ຜູ້​ສະຫຼາດ​ປາດ​ເປື້ອງ​ອີ່ຫຼີ ທີ່​ຫາ​ຄົນ​ປຽບທຽບ​ຍາກ ເຮົາ​ຈະ​ສັງເກດ​ໄດ້​ວ່າ: ຄຳ​ຄົມ ສຸພາສິດ ຫຼື ຄຳ​ສັ່ງສອນ​ຕ່າງໆ ເພິ່ນ​ຈະ​ເວົ້າ​ເປັນ​ຄຳ​ປິ​ສ​ນາ ເພື່ອ​ໃຫ້​ຄົນ​ໃຊ້​ຄວາມ​ຄິດ​ໄປ​ສູ່​ການ​ປະຕິບັດ​ຕົວ​ຈິງໃນ​ຊີວິດ​ປະຈຳ​ວັນ ຄື​ດັ່ງ ເຮືອນ​ສາມ ນ້ຳ​ສີ່ ທີ່​ຍົກ​ມາ​ເປັນ​ຫົວຂໍ້​ນີ້.

ຂ້າພະເຈົ້າ​ເຄີຍ​ໄດ້​ອ່ານ​ການ​ຕີ​ຄວາມ​ຂອງ​ຫຼາຍໆ​ທ່ານ ທີ່​ຂຽນ​ອອກ​ວາລະສານ ໜັງສືພິມ ແລະ ອື່ນໆ​ແລ້ວ ເຫັນ​ວ່າ: ຍັງ​ເຮັດ​ໃຫ້​ຜູ້​ປະຕິບັດ​ສັບສົນ​ຢູ່ ເພາະວ່າ​ຜູ້​ປະຕິບັດ​ສ່ວນ​ຫຼາຍ​ແລ້ວ ຍັງ​ບໍ່​ເຖິງ​ຂັ້ນ​ປັນຍາ​ຊົນ​ເທື່ອ ຈຶ່ງ​ຍາກ​ໃນ​ການ​ຕີ​ຄວາມ​ໝາຍ​ຂອງ​ຄຳ​ສຸພາສິດ​ນັ້ນ​ໄດ້ ດັ່ງ​ເຮືອນ​ສາມ​ນ້ຳ​ສີ່.

1. ເຮືອນ​ຜົມ.

2. ເຮືອນຄົວ.

3. ເຮືອນນອນ.

ສ່ວນ​ນ້ຳ​ສີ່​ນັ້ນ​ມີ​ຄື:

1. ນ້ຳໃຈ.

2. ນ້ຳ​ໃຊ້.

3. ນ້ຳ​ດື່ມ.

4. ນ້ຳເຕົ້າ​ປູນ.

ໃນ​ນາມ​ສ່ວນ​ຕົວ​ຂອງ​ຂ້າພະເຈົ້າ ຂໍ​ຕີ​ຄວາມ​ດັ່ງນີ້:

ເຮືອນ​ສາມ ຄື:

1. ເຮືອນ​ຢູ່ ຄື​ເຮືອນ​ຜົມ.

2. ເຮືອນ​ກິນ ຄື​ເຮືອນຄົວ.

3. ເຮືອນນອນ.

ນ້ຳ​ສີ່ ຄື:

1. ນ້ຳ​ກິນ (ດື່ມ).

2. ນ້ຳ​ອາບ (ນ້ຳເຕົ້າ​ປູນ).

3. ນ້ຳ​ໃຊ້

4. ນ້ຳໃຈ