ຄວາມ​ຂີ້​ຄ້ານ​ຂອງ​ນັກຮຽນ​ປິ່ນປົວ​ໄດ້​ໂດຍ​ການ​ສຶກສາ​ອົບ​ຮົມ

(GMT+08:00) 2012-02-14 11:16:49     cri

ຊາວໜຸ່ມ​ນັກຮຽນ​ຈໍານວນ​ໜື່ງ​ທີ່​ບໍ່​ເອົາ​ຫັວ​ໃສ່​ໃຈ​ຊາ​ຕໍ່​ການຮຽນ, ຊໍ້າ​ຍັງ​ປະພຶດ​ຕົນ​ບໍ່​ເໝາະສົມ​ເຮັດໃຫ້​ສັງຄົມ​ວິພາກ​ວິຈານ​ແລະ​ວິຕົກ​ກັງວົນ​ວ່າ: ລະຫວ່າງ​ສະຖາບັນ​ການສຶກສາ​ແລະ​ພໍ່ແມ່​ຜູ້ປົກຄອງ​ພາກສ່ວນ​ໃດ​ສົມຄວນ​ຮັບຜິດຊອບ​ໃນ​ການ​ອົບຮົມ​ສັ່ງສອນ​ລູກຫຼານ​ລາວ​ໃຫ້​ເປັນ​ຄົນ​ຮູ້​ຜູ້​ດີ.

ທ່ານ ລີຝຸງ​ຫົວໜ້າ​ກົມ​ມັດທະຍົມ​ສຶກສາ​ກະຊວງ​ສຶກສາ​ທິການ​ແລະ​ກິລາ ໄດ້​ອະທິບາຍ​ກ່ຽວກັບ​ບັນຫາ​ນີ້​ຢູ່​ນະຄອນຫຼວງ​ວຽງ​ຈັນ​ວ່າ: ​ແຕ່ລະ​ໂຮງຮຽນ​ກໍ່​ມີ​ລະບຽບ​ເພື່ອ​ຄຸ້ມ​ຄອງ​ໂຮງຮຽນ, ​ແຕ່ລະ​ປີ​ກ່ອນ​ຈະ​ເປີດ​ໂຮງຮຽນ​ກໍ່​ໄດ​ເຜີຍ​ແຜ່​ລະບຽບ​ລັກ​ການ​ຕ່າງໆ.

ເມື່ອ​ເບິ່ງ​ແລ້ວ​ນັກຮຽນ​ທີ່​ບໍ່​ດີ​ກໍ່​ມີ​ສ່ວນ​ໜ້ອຍ​ໜື່ງ​ແລະ​ເຮັດ​ໃຫ້​ພາບ​ລວມ​ໝອງ, ຄວາມ​ພະຍາຍາມ​ຂອງ​ໂຮງຮຽນ​ແມ່ນ​ເຮັດ​ແນວ​ໃດ​ໃຫ້​ນັກຮຽນ​ຢູ່​ໃນ​ຂອບ​ເຂດ​ໂຮງຮຽນ​ເປັນ​ຄົນຮູ້​ຜູ້ດີ.

​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ໃຫ້​ນັກຮຽນ​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້ຮອບດ້ານ, ມີ​ຄຸນສົ​ມັບ​ດ, ມີ​ຄວາມ​ຮູ້​ຄວາມ​ສາມາດ​ຮັບ​ໃຊ້​ຕົນ​ເອງ​ແລະ​ຮັບ​ໃຊ້​ສັງຄົມ.

ແຕ່​ຍັງ​ມີ​ຈໍານວນ​ນັກຮຽນ​ໜ້ອຍ​ໜື່ງທີ່​ຍັງ​ຖື​ເບົາ​ບໍ່​ທ​ເອົາ​ໃຈ​ໃສ່​ບໍ່​ເຫັນ​ຄວາມ​ສໍາ​ຄັນ​ຂອງ​ການ​ສຶກສາ​ແລ​ອານາ​ຄົດ​ຂອງ​ຕົນ​ເອງ ຊໍ້າ​ບໍ່ພໍ​ຍັງ​ວາງ​ໂຕ​ເອງ​ໄປ​ຕາມ​ມີ​ຕາມ​ເກີດ.

ປະຈຸ​ບັນ​ນີ້​ບໍ່​ມີ​ມາດ​ຕະການ​ຄື​ແຕ່​ກ່ອນ​ເຊັ່ນ໊ ​ໃສ່​ລະບຽບ​ໜັກ, ຄຸ​ມຂັງ, ​ໃຊ້​ຄວາມ​ຮຸນ​ແຮງ  ປະຈຸ​ບັນ​ນີ້​ເອົາ​ການ​ສຶກສາ​ອົບຮົມ​ເປັນ​ການ​ປິ່ນ​ປົວ​ພະຍາດ​ຕ່າງໆ​ບໍ່​ວ່າ​ຈະ​ເປັນ​ພະຍາດ​ຂີ້ຄ້ານ​ຫຼື​ຂີ້​ຕົວະ

ຢູ່​ສາກົນ​ກໍ່​ມີ​ບັນຫາ​ແບບ​ນີ້​ຄື​ກັນ, ຄູ​ຕວນ​ເອົາ​ໃຈ​ໃສ່​ບັນຫາ​ນີ້​ຫຼາຍ​ຂື້ນ ​ໃຫ້ການ​ໄກ້​ຊິດ​ຕິດ​ແທດ​ນັກຮຽນ​ຫຼາຍ​ຂື້ນ
ຖ້າ​ພວກ​ເຂົາ​ມີ​ບັນ​ຫາ​ກໍ່​ຄວນ​ກໍາ​ໄດ້​ແລະ​ສຶກສາ​ອົບຮົມ​ພວກ​ເຂົາ​ເຈົ້າ ​ເຊິ່ງອາດ​ມີ​ສາ​ເຫດ​ມາ​ຈາກ​ຄອບຄົວ​ຫຼື​ວ່າ​ສັງຄົມ, ໝູ່ຄູ່.

ຖ້າ​ມີ​ການ​ຕິດຕາມ​ຢ່າງ​ໄກ້​ຊິດ​ຕິດ​ແທດ​ແຕ່​ຫົວທີ​ເຊື່ອ​ແນ່​ວ່າກໍ​ຈະ​ສາມາດ​ກໍາຈັດ​ແລະ​​ແກ້​ໄຂ​ໄດ້​ທ່ວງທັນ. ຖ້າ​ແກ້​ບໍ່​ຕົກ​ຄວນ​ສົ່ງຂ່າວ​ຫາ​ພໍ່-​ແມ່​ແກ້​ໄຂ​ຊ່ວຍ​ກັນ.​

​ເພາະ​ພະຍາດ​ເປັນ​ແຕ່​ນ້ອຍ​ປິ່ນປົວ​ໄດ້ ຖ້າ​ໃຫຍ່​ແລ້ວ​ສຸມ​ຢາ​ໃສ່​ເທົ່າ​ໃດ​ກໍ່​ຍິ່ງ​ເພີ່ມ​ຄວາມ​ຮຸນ​ແຮງ ​ເພາະ​ໃສ່​ລະບຽບ​ວິ​ໃນ​ກໍ່​ອາດ​ມີ​ທາງ​ລົບ​ແທນ​ທີ່​ຈະ​ບວກ.