ຄວນປ້ອງກັນພະ​ຍາດຄອມພິວ​ເຕີ​ແນວ​ໃດ

(GMT+08:00) 2012-02-14 15:17:52     cri
ການຄົ້ນຄົ້ວວິທະຍາສາດສະ​ແດງ​ໃຫ້​ເຫັນ​ວ່າ,ການ​ໃຊ້ຄອມພິວ​ເຕີ​ເປັນ​ເວ​ລາ​ຍາວ​ນານ​ຈະກະ​ທົບກະ​ເທືອນ​ເຖິງຕາ,​ກ້າມ​ເນື້ອ​ແລະ​ລະບົບ​ປະສາດ​ຂອງ​ຄົນ​ໃນ​ລະດັບ​ໃດ​ໜຶ່ງ,​ແລ້ວ​ເກີດ​ອາການ​ຕ່າງໆ​ເຊັ່ນ​ເມື່ອຍຕາ,​ສາຍຕາ​ອ່ອນ​ລົງ,ກ້າມ​ເນື້ອ​ເຈັບປວດ,​ເຈັບຫົວ​ແລະ​ປວດຮາກ​ເປັນຕົ້ນ,​ນີ້ກໍ່​ແມ່ນ​ພະຍາດ​ຄອມພິວ​ເຕີ"​ທີ່​ຄົນ​ທັງຫຼາຍ​ເວົ້າ​ເລື້ອຍໆ.

ສາມາດ​ເວົ້າ​ໄດ້​ວ່າ,ຄອມພິວ​ເຕີ​ແມ່ນ​ການ​ປະດິດ​ສ້າງ​ຢ່າງ​ໜຶ່ງ​ທີ່​ໃຫຍ່ກວ່າ​ໜູ່​ໃນ​ສັດຕະ​ຫວັດ​ທີ່​ແລ້ວ,​ຄຽງຄູ່​ກັບການ​ເຜີຍ​​ແຜ່​ອິນ​ເຕີ​ເນັດ,​ຄົນທັງ​ຫຼາຍ​ນັບ​ມື້ນັບ​ອາ​ໃສ​ຄອມພິວ​ເຕີ. ​ແຕ່​ວ່າ,​ໃນ​ຂະນະ​ທີ່​ຄອມພິວ​ເຕີນຳ​ເອົາ​ຄວາມ​ສະດວກ​ຕ່າງໆ​ມາ​ໃຫ້​ຄົນ​ເຮົາ​ນັ້ນ, ມັນກໍ່​ເກີດ​ຜົນສະທ້ອນ​ທາງ​ລົບ​ບາງ​ຢາງ​ຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ.

ອາການ​ທົ່ວ​ໄປຂອງ"ພະຍາດ​ຄອມພິວ​ເຕີ"​ແມ່ນ​ເມື່ອຍຕາ,​ຕາຝາດ.​ ຜູ້​ເປັນ​ໜັກ​ສາຍ​ຕາ​ອາດຈະ​ອ່ານ​ລົງ.​ນີ້​ແມ່ນຍ້ອນວ່າ,​ໃນ​ເວ​ລາ​ຄົນ​ເຮົາ​ໃຊ້ຄອມພິວ​ເຕີນັ້ນ,​ສາຍຕາ​ແມ່ນ​ຕ້ອມຢູ່​ແຕ່​ໜ້າຈໍທີ່​ນ້ອຍໆ,​ໄລຍະ​ຫ່າງ​ລະຫວ່າງ​ຕາ​ກັບ​ໜ້າຈໍ​ກໍ່ປ່ຽນ​​ແປງ. ​ເມື່ອ​ເປັນ​ແນວ​ນີ້,ຖ້າ​ໃຊ້​ຄອມພິວ​ເຕີ​ດົນ​ແລ້ວ,ຕາກໍ່ຈະ​ຫາບ​ແບກ​ເກີນ​ສ່ວນຢ່າງ​ບໍ່​ຮູ້ສຶກຕົວ,​ແລ້ວພາ​ໃຫ້​​ເມື່ອຍຕາ.

ນອກ​ນີ້ ໃນ​ເວລາ​ໃຊ້ຄອມພິວ​ເຕີ,​ຕາ​ຕ້ອງຈ້ອງ​ເບິ່ງ​ຕົວໜັງສື,​ເຄື່ອງໝາຍ​ຫຼື​ພາບ​ທີ່ມາບ​ແມບ​ໃນ​ໜ້າຈໍ,ຈຶ່​ງເຮັດ​ໃຫ້​ພັບຕາ​ໜ້ອຍ​ລົງ,​ນີ້ກໍ່​ແມ່ນສາຍ​ເຫດ​ສຳຄັນ​ທີ່​ພາ​ໃຫ້ຕາ​ແຫ້ງ. ຕາມ​ໄດ້ຊາບ,ພັບຕາ​ສາມາດ​ເຮັດ​ໃຫ້​ນໍ້າຕາ​ຊືມ​ອອກ,ຖ້າ​ພັບຕາ​ໜ້ອຍ​ລົງ,ຕາກໍ່ຈະ​ແຫ້ງ​ຝາດ​ແລະ​ປວດ. ຖ້າຕາຢູ່​ໃນ​ສະພາບ​ເມື່ອຍ​ຫືຼ​ແຫ້ງ​ແລ້ວ,ສາຍຕາ​ກໍ່​ຈະ​ອ່ອນລົງ​ຊັກ​ໄຊ້ເຖິງ​ວ່າການ​ໃຊ້ຄອມພິວ​ເຕີ​ເປັນ​ເວລາດົນນານຈະ​ເປັນ​ໂທດ​ຕໍ່​ຕາຫຼາຍ​ຢ່າງ,​ແຕ່​ໂທດ​ເລົ່າ​ນີ້​ສາມາດ​ຜ່ອນຄາຍ​ຫຼື​ຫັບ​ຫາຍ​ໄປ​ໄດ້​ຖ້າ​ໃຊ້​ວິທີ​ຮັກສາ​ບາງ​ຢ່າງ. ທ່ານ​ເຈີ້ງ​ເຮີ​ຊິ່ນ ຜູ້ຊ່ຽວຊານ​ໃນ​ດ້ານ​ປ້ອງກັນ​ແລະ​ປົວ​ພະຍາດ​ອາຊີບ​ຂອງ​ສູນ​ປ້ອງກັນ​ແລະ​ຄວບຄຸມ​ພະຍາດ​ນະຄອນ​ປັກກິ່ງ​ເວົ້າ​ວ່າ:

"ທົ່ວໄປ​ແລ້ວ,ວິທີ​ປ້ອງກັນ​ກໍ່ງ່າຍ​ສົມຄວນ. ຖ້າ​ໃຊ້​ຄອມພິວ​ເຕີ​ເປັນ​ເວ​ລາ​ດົນນານ,ຄວນ​ໃຫ້​ຕາ​ພັກຜ່ອນ​ຢ່າງ​ເໝາະສົມ. ​ສົມມຸດ​ວ່າ,​ເຮັດ​ວຽກ​ໄດ້ຊົ່ວ​ໂມງ​ໜຶ່ງສອງຊົ່ວ​ໂມງ​​ແລ້ວ,ກໍຄວນ​ພັກຜ່ອນ​ຈັກ 10 ຮອດ 15 ນາທີ. ເຊັ່ນນັ່ງ​ລັບຕາ​ບຶດໜຶ່ງ​ກໍ່​ໄດ້,ຫຼື​ເບິ່ງຕົ້ນ​ໄມ້​ຫຼື​ພືດ​ສີຂຽວ​ຢູ່​ບ່ອນ​ໄກກໍ່​ໄດ້."

ຜູ້ຊ່ຽວຊານ​ແນະນຳ​ວ່າ,​ໃນ​ເວລາ​​ໃຊ້ຄອມພິວ​ເຕີນ​ນັ້ນ​ຍັງ​ຄວນ​ລະວັງ​ຫຼາຍຂໍ້​ດັ່ງລຸ່ມ​ນີ້​ຄື: ຄວາມ​ສະຫວ່າງ​ດີ​ທີ່ສຸດ​ຂອງ​ໜ້າຈໍ​ຄວນ​ເປັນສາມ​ເທົ່າຂອງ​ແສງ​ສະຫວ່າງ​ສິ່ງ​ແວດ​ລ້ອມ,​ຢ່າ​ໃຫ້​ແສງ​ຢູ່​ນອກ​ປ່ອງຢ້ຽມ​ຫຼື​ແສງ​ໄຟຟ້າໃນ​ຫ້ອງ​ສະທ້ອງ​ຢູ່​ໜ້າຈໍ;​ສາຍຕາ​ສອງ​ເບື້ອງ​ຄວນສະ​ເໝີ​ກັບ​ໜ້າຈໍ​ຫຼື​ສູງກວ່າ​ໜ້ອຍ​ໜຶ່ງ; ​ໄລຍະຫ່າງ​ລະຫວ່າງ​ຕາກັບ​ໜ້າຈໍ​ຕ້ອງຄວນ​ໄກກັນ 60 ຊັງຕີ​ແມັດ. ນອກ​ນີ້​ ​ໃນ​ເວລາ​ໃຊ້​ຄອມພິວ​​ເຕີ,​ໃຫ້​ພິບຕາ​ເລື້ອຍໆ​ແດ່​ຫືຼຢອດ​ຢາຕາ​ແນວ​ເປັນນໍ້າ​ເພື່ອ​ເຮັດ​ໃຫ້ຕາ​ຊຸ່ມຊື່ນ. ​ວິທີ​ເຫົ່ຼານີ້​ລ້ວນ​ແຕ່ຈະ​ຊ່ວຍ​ຜ່ອນ​ຄາຍ​ຄວາມ​ບໍ່ສະບາຍ​ຕາໃນ​ເວລາ​ໃຊ້​ຄອມພິວ​ເຕີ.

ນອກຈາກກະທົບກະ​ເທືອ​ນ​ເຖິງຕາ, ການ​ໃຊ້ຄອມພິວ​ເຕີຍາວນານ,ກໍ່ຈະ​ເຮັດ​ໃຫ້​ຄົນ​ສ່ວນໜຶ່ງ​ຮູ້ສຶກ​ເຈັບ​ປວດ​ກ້າມ​ເນື້ອ,ມູນ​ເຫດ​ສຳຄັນແມ່ນ​,ໃນເວລາ​ດີດ​ຄອມພິວ​ເຕີ​ນັ້ນ,ຈະ​ເຮັດ​ແຕ່​ທ່າດຽວ​ບໍ່ສູ້​ເປັນ​ທ່າ​ອື່ນ,ຈຶ່ງພາ​ໃຫ້​ກ້າມ​ເນື້ອ​ອິດ​ເມື່ອຍ,​ດົນ​ແລ້ວກໍ່​ເຈັບ​ປວດ​ຕາມ​ຂໍ້ມື,​ແຂນ,ບ່າ​ໄຫຼ່​ແລະກ້າມຄໍ​ເປັນຕົ້ນ.

ຜູ້ຊ່ຽວຊານ​ແນະນຳ​ວ່າ,​ເພື່ອ​ຫຼົບ​ຫຼີກ​ບັນຫານີ້,​ວິທີ​ທີ່ໄດ້ຜົນ​ແມ່ນ​ຕ້ອງມີ​ທ່າ​ຖືກຕ້ອງ​ໃນ​ເວລາ​ໃຊ້​ຄອມພິວ​ເຕີ,​ຕົວຢ່າງ​ຄື​ໃນ​ເວ​ລາ​ດີດ​ຄີບອດ,​ຮັກສາ​ໃຫ້​ແຂນ​ສອກ​ພຽງ​ກັບ​ຄີບອດ,​ຕີນ​ທັງສອງຢູ່​ໜ້າດິນ,ນັ່ງ​ແອວ​ຊື່ອີງ​ໃສ່​ພະນັກ​ເກົ້າອີ້,​ເລືອກ​ເອົາ​ເກົ້າອີ້ທີ່​ປັບ​ຄວາມ​ສູງຕໍ່າ​ແລະ​ມຸມ​ແຈ​ໄດ້.

ໂທດຊະນິດທີ່ສາມຂອງການ​ໃຊ້ຄອມພິວ​ເຕີ​ດົນນານ​ແມ່ນ​ຄອມພິວ​ເຕີ​ແຜ່​ລັງສີ​ຕໍ່​ລະບົບ​ປະສາດ. ​ເຖິງ​ວ່າ​ການ​ແຜ່​ລັງສີ​ຕ່າງໆ​ຈາກໜ້າຈໍ​ຈະປອດ​ໄພກໍ່ຕາມ, ​ແຕ່​ຖືກ​ລັງສີ​ເປັນ​ເວ​ລາດົນ​ນານ​ກໍ່​ຈະ​ກະທົບກະ​ເທືອນ​ເຖິງ​ລະບົບ​ປະສາດ​ຂອງຄົນ​ຄືກັນ,ພາ​ໃຫ້​ມີ​ອາການ​ຕ່າງໆ​ເຊັ່ນ ​ເຈັບຫົວ,​ປວດຮາກ,ອຶດ​ອັດ,ອອ່ນ​ເພຍ​ແລະ​ນອນ​ບໍ່​ລັບ​ເປັນຕົ້ນ.​ຕໍ່​ຜົນສະທ້ອນ​ເຫຼົ່າ​ນີ້,​ຜູ້ຊ່ຽວຊານ​ຊີ້ອອກວ່າ,​ວິທີ່ດີທີ່ສຸດ​ແມ່ນ​ຫ່າງ​ໄກ​ຈາກ​ຄອມພິວ​ເຕີ​ຄາວໜຶ່ງ,​ເພື່ອ​ຫົຼບຫຼີກ​ລັງສີ​ຜູ້​ມີ​ອາການ​ໜັກ​ຄວນກີນ​ຢາ​ສົມທົບ,​ອາການ​ກໍ່ຈະ​ຄ່ອຍທຸ​ເລົາ​ລົງ​ແລະ​ຫາຍ​ໄປ.

ນອກຈາກ​ຜົນ​ຮ້າຍ​ຫຼາຍ​ຢ່າງ​ທີ່ກ່າວມາຂ້າງ​ເທິງ​ນີ້​ແລ້ວ,ວົງການ​ແພດສາດ​ພວມຄົ້ນ​ຄວ້າ​ບັນຫາ​ທີ່​ວ່າ​ຄອມພິວ​ເຕີ​ຈະມີ​ຜົນສະທ້ອນ​ຕໍ່ລູກ​ໃນ​ທ້ອງຫຼື​ບໍ່.​ທ່ານ​ເຈິ້ງຮືຊິ່ນ​ທີ່ສູນປ້ອງກັນ​ແລະ​ຄວບຄຸມ​ພະຍາດ​ນະຄອນ​ປັກກິ່ງ​ເວົ້າ​ວ່າ,​ລັງສີ​ແມ່​ເຫັຼກ​ໄຟຟ້າ​ທີ່​ເກີດ​ຄອມພິວ​ເຕີ​ແມ່ນອ່ອນ​ທີ່ສຸດ,​ແຕ່ກໍ່ຍັງ​ຄວນລະວັງ,ທ່ານ​ເວົ້າ​ວ່າ:"​

ໃນສາມ​ເດືອນຕົ້ນ,ລູກ​ໃນ​ທ້ອງຢູ່​ໃນ​​ໄລຍະສະດຸ້ງ​ໄວ,​ໃນ​ໄລຍະ​ນີ້,​ຜົນສະທ້ອນ​​ໃດໆ​ຂອງປັດ​ໃຈ​ຕ່າງໆ,​ເຊັ່ນ​ຊີວະຊາດ,​ຟີຊິກ​ແລະ​ເຄມີ,​ລ້ວນ​ແຕ່​ອາດຈະ​ພາ​ໃຫ້​ລູກ​ໃນ​ທ້ອງ​ວິ​ຮູບ​ຫຼື​ເປັນ​ໄປ​ແນວ​ອື່ນ. ສະນັ້ນ ​ໃນ​ໄລຍະ​ຖື​ພາສາມ​ເດືອນຕົ້ນ​ຈຶ່ງສະ​ເໜີ​ໃຫ້​ແມ່ມານ​ພະຍາຍາມ​ໃຊ້​ຄອມພິວ​ເຕີ​ໃຫ້​ໜ້ອຍ​ຫຼືບໍ່​ຍິ່ງດີ