ບາງ​ວິທີ​ກ່ຽວ​ກັບ​ການ​ຮັກ​ສາ​ສຸ​ຂະ​ພາບ​ສຳ​ລັບ​ຜູ້​ອອກ​ແຮງ​ງານ​ດ້ວຍ​ມັນ​ສະ​ໝອງ

(GMT+08:00) 2012-02-14 15:29:52     cri

ຄຳ​ສຸພາສິດຈີນ​ເວົ້າ​ວ່າ,ມະນຸດ​ຫຼັກ​ແຫຼມ​ກວ່າ​ສັດ​ສາ​ວາ​ສິ່ງ​ທັງຫຼາຍ​ແມ່ນ​ຍ້ອນ​ມັນ​ສະ​ໝອງ.​ທັງ​ນີ້​ກໍ​ເພາະວ່າ​ໃນ​ນ້ຳໜັກ​ຮ່າງກາຍ​ຂອງ​ຄົນ​ເຮົາ​ນັ້ນ,ມີ​ນ້ຳ​ໜັກ​ຂອງ​ສະໝອງ​ກວມ​ປະ​ມານ​2%.​ການ​ສິ້ນ​ເປືອງ​ອົກ​ຊິ​ແຊນ​ໃນ​ຈຸ​ລັງ​ປະສາດ​,ມັນສະໝອງ​ກວມ​ຍອດ​ປະລິມານ​ອົກ​ຊິ​ແຊນ​ທີ່​ສິ້ນ​ເປືອງ​ຈາກ​ນ້ຳ​ໝັກ​ຮ່າງກາຍ​ຂອງຄົນ​ເຮົາ​ເຖິງ20%.​ແຕ່​ລະນາ​ທີ,ສະໝອງ​ຕ້ອງ​ສິ້ນ​ເປືອງ​ກຼູໂກສ​ປະ​ມານ​50​ກະ​ລາ​ມ​ເຊິ່ງກວມ​ກະລີ​ກົສທີ່​ສິ້ນ​ເປືອງ​ໃນ​ທົ່ວ​ຮ່າງກາຍ​ຂອງ​ຄົນ​ເຮົາ​ເຖິງ1/4.​ເວົ້າ​ສຳ​ລັບຜູ້​ໃຊ້​ສະໝອງ​ດົນ​ແລະ​ເຄັ່ງ​ຕຶງ​ນັ້ນ​ແລ້ວ,ຖ້າ​ທາດ​ບຳລຸງ​ທີ່​ສົ່ງ​ເຂົ້າ​ລ້ຽງ​ສະໝອງ​ຫາກ​ພໍ່​ພຽງ​ພໍ,ກໍ​ຈະ​ເຮັດ​ໃຫ້​ປະລິມານ​ເລືອດ​ທີ່​ໄຫຼ​ລ້ຽງ​ສະໝອງ​ນັ້ນ​ຕ່ຳລົງ,​ແລະ​ຈະ​ພາ​ໃຫ້​ເກີດ​ມີ​ອາ​ການ​ເລືອດ​ລ້ຽງ​ສະໝອງ​ບໍ່ພຽງພໍ​ຫຼື​ອາການ​ທາດ​ນ້ຳຕານ​ໃນ​ເລືອດ​ຕ່ຳ.ຈິ່ງ​ມັກ​ຮູ້ສຶກ​ວິນ​ຫົວ​ລາຍ​ຕາ,​ອິດ​ເມື່ອຍ,​ຕາ​ເບິ່ງ​ຫຍັງ​ກໍ​ສີ​ມົວໆ​ຫຼືຮູ້ສຶກ​ເມື່ອຍ​ຕາ,ສະ​ນັ້ນ,​ເວົ້າ​ສຳລັບ​ຜູ້​ອອ​ກ​ແຮງ​ງານ​ດ້ວຍ​ມັນ​ສະ​ໝອງ,​ຖ້າ​ຢາກ​ໃຫ້​ສະໝອງ​ຍາມ​ໃດ​ກໍ​ມີ​ເຫື່ອ​ແຮງ​ແລະ​ໃສ​ຢູ່​ສະ​ເໝີ,​ນອກ​ຈາກ​ຕ້ອງ​ຊ່າງ​ໃຊ້​ສະ​ໝອງ​ຢ່າງ​ວິທະຍາສາດ​ແລ້ວ,ຍັງ​ຕ້ອງ​ຊ່າງ​ກິນ​ອາຫານ​​ແນວ​ທີ່​ມີ​ທາດ​ບຳລຸງ​ຢ່າງ​ເໝາະ​ສົມ​ນຳ​ອີກ.

ໜຶ່ງ: ຕ້ອງ​ຮູ້​ວ່າ,ສະໝອງ​ຂອງ​ຄົນ​ເຮົາ​ແມ່ນ​ຕ້ອງການ​ກະລີ​ກົສ​ເຂົ້າ​ໄປ​ຫຼໍ່ລ້ຽງ.​ຕາມ​ຂໍ້​ມູນ​ພິ​ສູ​ດວ່າ,​ວັດຖຸ​ທີ່​ເປັນ​ພະລັງງານ​ຫຼໍ່ລ້ຽງ​ສະໝອງ​ນັ້ນ​ຕົ້ນຕໍ​ແມ່ນ​ກຼູໂກສ.​ໃນ​ປະລິມານ​ກຼູໂກສ​ທີ່​ສະ​ໝອງ​ຮັບ​ເຂົ້າ​ໄປ​ໃນ​ແຕ່​ລະ​ມື້​ນັ້ນ,ມັນ​ຕ້ອງ​ສິ້ນ​ເປືອງ​ໄປ​ປະມານ1/5,ໝາ​ຍຄວາມ​ວ່າ,ສະ​ເລ່ຍ​ແລ້ວ​ສະ​ໝອງ​ຂອງ​ຄົນ​ເຮົາ​ແມ່ນ​ຕ້ອງການ​ກຼູໂກສ​ແຕ່116​ຫາ145​ກະລາ​ມຕໍ່​ມື້.​ໃນ​ເວ​ລາ​ອອກ​ແຮງ​ງານ​ດ້ວຍ​ມັນສະໝອງ​ນັ້ນ,ກໍ​ຍິ່ງ​ສີ້​ນ​ເປືອງ​ກຼູໂກສ​ຫຼາຍ,ສະ​ນັ້ນ,ຈິ່ງ​ຄວນ​ກິນ​ຂອງ​ຫວານ​ໃຫ້​ຫຼາຍ​ແດ່,​ເຊັ່ນ​ນົມງົວ​,ນ້ຳ​ເຕົ້າຮູ້​ແລະ​ຂະໜົມບົງໆ​ເປັນ​ຕົ້ນ.​ເພື່ອ​ໃຫ້​ມີ​ວັດຖຸ​​ພະ​ລັງ​ງານ​ເຂົ້າ​ໄປ​ຫຼໍ່​ລ້ຽງ​ສະ​ໝອງ​ຢ່າງ​ພຽງພໍ.ການ​ກິນ​ສະໝອງ,​ເຄື່ອງ​ໃນ,​ໄຂ​ກະດູກ​ສັດ​ແລະ​ໄຂ່​ໄກ່​ເປັນ​ອາ​ຫານ​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ສະໝອງ​ຂອງ​ຄົນ​ເຮົາ​ມີ​ເຫື່ອ​ມີ​ແຮງ​ແລະ​ມີ​ຄວາມ​ຈື່​ຈຳ​ຫຼາຍ​ຂຶ້ນ.​ແຕ່​ພ້ອມ​ກັນ​ນັ້ນ​ກໍ​ຍັງ​ຕ້ອງ​ລະວັງ,ຢ່າ​ໄດ້​ຮັບ​ເອົາ​ກຼູໂກສ​​ເຂົ້າ​ໄປ​ໃນ​ຮ່າງກາຍ​ຫຼາຍ​ໂພດ,ຈົນ​ເກີນ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ທີ່​ມີ​ຮ່າງກາຍ​ສົ​ມບູນ.ຖ້າ​ຫາກ​ຮັບ​ເຂົ້າຫຼາຍ​ໂພດ,ມັນ​ກໍ​ຈະ​ກັບກາ​ຍ​ໄປ​ເປັນ​ໄຂ​ມັນ,​ທ້ອນ​ໂຮມ​ໄວ້​ຢູ່ໃນ​ຮ່າງກາຍ,​ແລະ​ພາ​ໃຫ້​ຄົນ​ຜູ້​ນັ້ນ​ເປັນ​ພະຍາດ​ອ້ວນ,ອັນ​ຈະ​ເປັນ​ຜົນ​ສະ​ທ້ອນ​ເຖິງ​ການ​ໃຊ້​ສະໝອງ.​ເຮັດ​ໃຫ້​ຜູ້ກ່ຽວ​ຍາ​ມ​ໃດ​ກໍ​ມັກ​​ເຫງົານອນ,​ເຮັດ​ຫຍັງ​ສະ​ໝອງ​ກໍ​ບໍ່​ຕ້ອມ.

ສອງ:ສະໝອງ​ຄົນ​ຍັງ​ຕ້ອງການ​ໂປຼຕິນ,​ໂປຼຕິນ​ແມ່ນ​ພື້ນຖານ​ດ້ານ​ວັດຖຸ​ຂອງ​ຊີວິດ,​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ມັນ​ມີ​ບົດບາດ​ສຳຄັນ​ມີ່​ສຸດ​ສຳລັບ​ໃຫ້​ຄົນ​ເຮົາ​ຮູ້​ໃຊ້​ຫົວຄິດ​ກຶກກອງ​ແລະ​ມີ​ຄວາມ​ຈື່​ຈຳ.​ສະ​ນັ້ນ,​ຜູ້​ອອກ​ແຮງ​ງານ​ດ້ວຍ​ມັນ​ສະ​ໝອງ​ຈິ່ງ​ມີ​ຄວາມ​ຕ້ອງ​ການ​ໂປຼຕິນ​ແຕ່​80​ຫາ​180​ກະ​ລາ​ມ​ຕໍ່​ມື້.​ໃນ​ນັ້ນ,ມີ60%​ແມ່ນ​ໂປຼ​ຕິນ​ທີ່​ເອົາ​ມາ​ຈາກ​ສັດ.ການ​ກິນ​ປາ,ຊີ້ນ,​ໄຂ່,​ເຄື່ອງ​ໃນ​ສັດ​ແລະ​ອາ​ຫານ​ປະ​ເພດ​ໝາກ​ຖົ່ວ​ໃຫ້​ຫຼາຍ​ພໍ​ດ້າມ​ພໍດີ​ຈະ​ສາ​ມາດ​ຈຸນ​ເຈືອ​ທາດ​ໂປຼຕິນທີ່​ຂາດ​ເຂີນ​ຢູ່​ໃນ​ຮ່າງ​ກາຍ.​ແຕ່​ກໍ​ບໍ່​ໄດ້​ໝາຍ​ວ່າ,​ກິນ​ຫຼາຍ​ທໍ່​ໃດ​ຍິ່ງ​ດີ​ທໍ່​ນັ້ນ​ດອກ.​ເພາະ​ວ່າ​ອາ​ຫານ​ທີ່​ມີ​ໂປຼ​ຕິນ​ສູງ​ຄື​ໄຂ່​ໄກ່,​ຊີ້ນ​ງົວ​ຊີ້ນ​ຄວາຍ​ແລະ​ນົມງົວ​ເຫຼົ້າ​ນີ້​ມັນ​ເປັນ​ອາ​ຫານ​ປະ​ເພດ​ທີ່​ມີ​ໄຂ​ມັນ​ຫຼາຍ,​ຖ້າ​ຫາກ​ກິນ​ຫຼາຍ​ເກີນ​ຄວນ,ມັນ​ພັດ​ຈະ​ພາ​ໃຫ້​ເປັນ​ໂລກ​ຫົວ​ໃຈ,ສາຍ​ເລືອດ​ດຳ​ແຂງ,​ພາ​ໃຫ້​ເລືອດ​ດັນ​ສູງ​ແລະ​ເປັນ​ພະຍາດ​ເບົາ​ຫວານ.​ສ່ວນ​ອາຫານ​ປະ​ເພດ​ຊີ້ນ​ງົວ,​ເຂົ້າ,ມັນ​ຝະ​ຣັ່ງ,​ອາ​ຫານ​ປະ​ເພດ​ໝາກ​ຖົ່ວ,​ໂຟຼມາ​ແລະ​ຕັບ​ໄຕ​ສັດ​ນັ້ນ​ພັດ​ມີ​ທາດ​ກຼູຕາ​ມິກ ອາ​ຊິດ​ຫຼາຍ​ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ຄົນ​ເຮົາ​ມີ​ຄວາມ​ຈື່​ຈຳ​ໄດ້​ດີ​ຂຶ້ນ.

ສາມ: ​ໃນ​ເວລາ​ເຮັດ​ວຽກ​ດ້ວຍ​ມັນສະໝອງນັ້ນ​ແມ່ນ​ຕ້ອງການ​ວິຕາມິນ​ຫຼາຍ​ແດ່. ​ເຊັ່ນ​ວິ​ຕາ​ມິນ​ອາ,​ເບ,​ເຊ.​ໂດຍ​ສະ​ເພາະ​ແມ່ນ​ວິຕາມິນ​ເບ​ນັ້ນ​ສາມາດ​ປ່ຽນ​ທາດ​ນ້ຳຕານ​ໃຫ້​ເປັນ​ພະ​ລັງ​ງານ.​ຖ້າ​ຕົນ​ໂຕ​ຂອງ​ຄົນ​ເຮົາ​ຫາກ​ຂາດ​ວິຕາ​ມິນ​ເບ-1,ຄວາມ​ສາມາດ​ໃຊ້​ຫົວຄິດ​ວິນິ​ໄສ,​ຄວາມ​ຈື່​ຈຳ​ແລະ​ຄວາມ​ຮູ້ສຶກ​ຕົວ​ຂອງ​ຄົນ​ເຮົາ​ກໍ​ຈະ​ຫຼຸດ​ລົງ.ຖ້າ​ຫາກ​ຂາດ​ວິຕາມິນ​ເບ-2,ກໍ​ຈະ​ເປັນ​ຜົນ​ກະ​ທົບ​ເຖິງ​ລະ​ບົບປະສາດ​ສ່ວນ​ກາງ.ຖ້າ​ຫາກ​ຂາດ​ວິຕາມິນ​ເບ-6,​ແລະ​ເບ-12ກໍ່ອາດ​ຈະ​ເຮັດ​ໃຫ້​ປັນ​ຍາ​ຫຼຸດ​ໜ້ອຍ​ລົງ.​ສະ​ນັ້ນ,​ເວົ້າ​ສຳລັບຜູ້​ໃຊ້​ສະໝອງ​ເປັນ​ປະ​ຈຳ​ຈິ່ງ​ຄວນ​ກິນ​ອາຫານ​ທີ່​ມີ​ວິ​ຕາ​ມິນ​ຫຼາຍ.​ເຊັ່ນ​ໝາກ​ໄມ້,ຜັກ,ໝາກ​ຖົ່ວດິນ​ແລະ​ອາຫານ​ປະ​ເພດ​ໝາກ​ຖົ່ວ​ເປັນ​ຕົ້ນ.​ສ່ວນ​ວິ​ຕາ​ມິນ​ເຊ​ແລະ​ວິ​ຕາ​ມິນ​ເອນັ້ນ,ສາມາດ​ຕໍ່​ອາຍຸ​ຈຸ​ລັງ​ໃນ​ສະ​ໝອງ​ໄດ້.ສ່ວນ​ວິ​ຕາ​ມິນ​ເດ​ນັ້ນ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ສຳ​ລັບ​ເຮັດ​ໃຫ້​ຈຸ​ລັງ​ເສັ້ນປະສາດ​ເພີ່ມ​ຄວາມ​ມີ​ປະ​ຕິ​ກິ​ລິ​ຍາ​ສະ​ດຸ້ງ​ໄວ.

ອັນ​ທີ່​ຄົນ​ເຮົາ​ບໍ່​ສູ້ຮູ້ກັນ​ຫຼາຍ​ປານ​ໃດ​ນັ້ນ​ຄື:​ເພື່ອ​ຮັກສາ​ມັນສະໝອງ​ແລະ​ເສີມ​ຂະ​ຫຍາຍ​ທຸກ​ບົດບາດ​ຂອງ​ສະໝອງ​ໃຫ້​ໄດ້​ຢ່າງ​ເຕັມທີ່​ນັ້ນ,​ໃນ​ແຕ່​ລະ​ມື້​ຕ້ອງ​ກິນ​ນ້ຳ​ໃນ​ລະ​ຫວ່າງ​2​ລິດ.​ເພາະ​ວ່າ,​ໃນ​ຂະ​ບວນວິວັດ​ປ່ຽນ​ຖ່າຍ​ນັ້ນ​ໃນ​ສະໝອງ​ຈະ​ມີ​ສິ່ງ​ປ່ຽນ​ຖ່າຍ​ແນວ​ຂາດ​ນ້ຳ​ຊະ​ນິດ​ໜຶ່ງ​ອອກ,​ແລ້ວ​ມັນ​ຈະ​ອອກ​ໄປ​ຂ້ອນ​ກັນ​ຢູ່​ໃນ​ເສັ້ນ​ເລືອດ​ຝອຍ​ເທື່ອ​ລະ​ເລັກ​​ເທື່ອ​ລະ​ນ້ອຍ,​ແລ້ວ​ຈະ​ໄປ​ຕັນ​ນ້ຳ​ທີ່​ເປັນ​ຜູ້​ສົ່ງ​ທາດ​ບຳລຸງ​ເຂົ້າ​ໄປ​ນັ້ນ.​ເມື່ອ​​ເປັນ​ແນວ​ນັ້ນ,​ກໍ​ຈະ​ພາ​ໃຫ້​ບົດ​ບາດ​ຕ່າງໆ​ໃນ​ສະໝອງ​ຫຼຸດຜ່ອນ​ຢ່ອນ​ແຮງ​ລົງ,​ເພາະສະ​ນັ້ນ,ຖ້າ​ຢາກ​ໃຫ້​ສະ​ໝອງ​ມີ​ບົດບາດ​ເຮັດ​ວຽກ​ຕໍ່​ໄປ​ຈິ່ງ​ຕ້ອງ​ຮັກສາ​ໃຫ້​ຮ່າງກາຍ​ເຮົາ​ມີ​ນ້ຳ​ຢູ່​ສະ​ເໝີ.

ຜູ້​ເຮັດ​ວຽກ​ດ້ວຍ​ມັນສະໝອງ​ສ່ວນ​ຫຼາຍ​ແມ່ນ​ຕ້ອງ​ນັ່ງ​ດົນ,​ເມື່ອ​ນັ່ງ​ດົນ​ແລ້ວ,ກ້າມ​ຊີ້ນ​ໃນ​ຮ່າງ​ກາຍ​ກໍ​ຈະ​ບໍ່​ສູ້​ເໜັງ​ຕີງ,ອັນ​ເປັນ​ເຫດ​ພາ​ໃຫ້​ກ້າມ​ຊີ້ນຫົດ​ຫູ່ແລະ​ກ້າມ​ຊີ້ນ​ກໍ​ຈະ​ອ່ອນ​ແຮງ​ລົງ.​ເມື່ອ​ນັ່ງ​ດົນ​ຫຼາຍ​ກໍ​ຈະ​ເຮັດ​ໃຫ້​ເລືອດ​ໃນ​ສາຍ​ເລື​ອດດຳ​ໄຫຼ​ບໍ່​ສະ​ດວກ.​ດົນ​ຕາມ​ດົນ​ກໍ​ຈະ​ພາ​ໃຫ້​ເລືອດ​ຂ້ອນ​ຈົນ​ກາຍ​ເປັນ​ລີດ​ສະ​ດວງ​ທວານ​ໜັກ.

ຄົນ​ທີ່​ກົ້ມ​ຫົວ​ເຮັດ​ວຽກຢູ່​ເທິງ​ໂຕະ​ຍາວ​ນານ​ນັ້ນ,ພາກສ່ວນ​ຫົວ​ແລະ​ຄໍ​ມັກ​ອຽງ​ໄປ​ທາງ​ໜ້າ.​ເຮັດ​ໃຫ້​ເສັ້ນປະສາດ​ກ້ານຄໍ​ຖືກ​ໜີບ,ດົນ​ຕາມ​ດົນ,ກໍ​ຈະ​ກາຍ​ເປັນ​ພະຍາດ​ເຈັບ​ກ້າມ​ຄໍ.​ສ່ວນ​ຜູ້ເປັນ​ຄູ​ນັ້ນ​ແມ່ນ​ຈະ​ຕ້ອງ​ຢືນ​ຫຼາຍ,ຖ້າ​ຢືນ​ຫຼາຍ​ກໍ​ຈະ​ພາ​ໃຫ້​ກະດູກ​ສັນຫຼັງ​ແລະ​ຮ່າງ​ກະ​ດູກ​ແຄ່ງ​ຂາ​ຮັບ​ນ້ຳ​ໜັກ​ໝົດ​ຄີງຢ່າງ​ຍາວ​ນານ,ດົນ​ຕາມ​ດົນ​ກໍ​ຈະ​ເຮັດ​ໃຫ້​ເລືອ​ດ​ໃນ​ສາຍ​ເລືອດ​ດຳ​ໄຫຼ​ບໍ່​ສະ​ດວກ.​ແລ້ວ​ພາ​ໃຫ້​ຜູ້ກ່ຽວ​ມັກ​ປວດ​ແອວ,​ເຈັບ​ສັນຫຼັງ,ຫົວ​ເຂົ່າ​ອ່ອນ​ແລະ​ມືນ​ຕີນ,​ສາຍ​ເລືອດ​ດຳ​ຢູ່​ຕາມ​​ແຄ່ງ​ຂາ​ຄົດ​ໂງ​ແລະ​ເປັນ​ປະດົງ​ຄໍ່​ຢູ່​ຕາມ​ແອວ​ແລະ​ແຄ່ງ​ຂາ.ຖ້າຫາກ​ໃຊ້​ສະ​ໝອງ​ເຄັ່ງ​ຢ່າງ​ຍາວ​ນານ,ຈຸ​ລັງ​ສະໝອງ​ກໍ​ຈະ​ສິ້ນ​ເປືອງ​ອົກ​ຊິ​ແຊນ​ຫຼາຍ.ຖ້າ​ກ້າມ​ຊີ້ນ​ໃນ​ພາກ​ສ່ວນ​ອື່ນໆ​ຫາກ​ບໍ່​ມີ​ການ​ເຄື່ອນ​ໄຫວ​ພຽງພໍ,ສິ່ງ​ທີ່​ໝົດ​ຄຸນ​ຈາກ​ການ​ປ່ຽນ​ຖ່າຍ​ໃນ​ພາ​ກສ່ວນ​ກ້າມ​ຊີ້ນ​ເຊັ່ນ​ກາກ​ໂບ​ນິກ​ເປັນ​ຕົ້ນ​ກໍ​ຈະ​ລະບາຍ​ບໍ່​ອອກ​ຢ່າງ​ທັນ​ການ.​ອົກ​ຊິກ​ແຊນ​ທີ່​ສົ່ງ​ເຂົ້າ​ໄປ​ຫຼໍ່​ລ້ຽງ​ເລືອດ​ພັດ​ສົ່ງ​ເຂົ້າ​ບໍ່​ພຽງພໍ​ແລ້ວ​ຈະ​ພາ​ໃຫ້​ຜູ້ກ່ຽວ​ຮູ້ສຶກ​ອິດ​ເມື່ອຍ,ປວດ​ຕົນ​ປວດ​ໂຕ​ແລະ​ມືນ.​ເພາະ​ສະ​ນັ້ນ,​ຜູ້​ເຮັດ​ວຽກ​ດ້ານ​ມັນສະໝອງ​ຈິ່ງ​ຄວນ​ເອົາ​ໃຈ​ໃສ່​ເບັດ​ວາດ​ນັ່ງ​ວາດ​ຢືນ​ຂອງ​ຕົນ​ໃຫ້​ມັນ​ໄດ້​ສ່ວນ​ເລື້ອຍໆ