ແຂວ​ງຊຽງ​ຂວາງ​ເປີດ​ພູ​ເກັງ​ເປັນ​ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ໃໝ່

(GMT+08:00) 2012-02-14 15:34:01     cri
ຊຽງ​ຂວາງ​ເປັນ​ແຂວງ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ສັບ​ໃນ​ດິນ​ສິນ​ໃນ​ນໍ້າ​ແລະ​ປ່າ​ໄມ້​ຕຶບໜາ, ມີ​ແຫຼ່ງທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຫຼາຍ​ແຫ່ງ​ເຊັ່ນ: ທົ່ງ​ໄຫ​ຫີນ, ຖໍ້າ​ປີວ: ບໍ່​ນໍ້າ​ຮ້ອນ​ແລະ​ຖໍ້າ​ພະ​ຫຼ້າ​ສຸດ​ຫວ່າງ​ບໍ່​ດົນ​ນີ້, ​ແຂວງ​ຊຽງ​ຂວາງ​ໄດ້​ເປີດ​ພູ​ເກັງ​​ເປັນ​ປຫຼ່ງທ່ອງ​ທ່ຽວອີກ​ແຫ່ງ​ໜື່ງ​ເພື່ອ​ເປັນ​ການ​ຕ້ອນຮັບ​ປີ​ທ່ອງ​ທ່ຽວ​ລາວ, ພູ​ເກັງ ​ເປັນ​ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ໃໝ່​ຂອງ​ແຂວງ​ທີ່​ມີ​ລັກ​ຊະນະ​ຄົບ​ຊຸດ​ເປັນ​ຕົ້ນ​ແມ່ນ: ຮ່ອງຮອຍ​ປູຊະ​ນິຍະສະ​ຖານ​ແລະ​ຈຸດ​ສະໝໍລະພູມ​ທີ່​ດຸດ​ເດືອດ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ທົ່ງ​ໄຫ​ຫີນ​ຊຽງ​ຂວາງ​ສະ​ໃໝ​ສົງ​ຄາມ ​ເພື່ອ​ເປັນ​ການ​ດືງດູດ​ຄວາມ​ສົນ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ

ເພື່ອ​ເປັນ​ການ​ຕ້ອນຮັບ​ປີ​ທ່ອງ​ທ່ຍວລາວ, ທາງ​ງ​ແຂວງ​ໄດ້​ມີ​ການ​ກະກຽມ​ຈັດ​ສັນ​ແລະ​ປັບປຸງ​ສະຖານ​ທີ່​ແຫຼ່ງທ່ອງ​ທ່ຽວ​ຕ່າງ​ທ​ເປັນ​ຕົ້ນ: ​ເສັ້ນທາງ​ເຂົາ​ຫາ​ແຫຼ່ງທ່ອງ​ທ່ຽວ, ຮ່ອງ​ນໍ້າ, ລະບົບ​​ໄຟຟ້າ, ລະບົບ​ຫ້ອງ​ນໍ້າ, ​ເດີ່ນ​ຈອດ​ລົດ, ສະຖານ​ທີ່​ການສະ​ແດງ, ບ່ອນ​ເກັບ​ປີ້​ແລະ​ອື່ນໆ

ດ້ານ​ບໍລິການ​ໂຮງ​ແຮ​ມ​, ເຮືອນ​ພັກ​ແລະ​ຮ້າ​ນອາຫານ​ທາງ​ແຂວງ​ໄດ້​ມີ​ການຈັດ​ຊຸດ​ຝຶກ​ອົບຮົມ ພິ​ເສດ​ປີ​ນີ້, ທາງ​ແຂວງ​ໄດ້​ເປີດ​ພູ​ເກັງ​ເປັນ​ແຫຼ່ທ່ອງ​ທ່ຽວ​ແຫ່ງ​ໃໝ່​ຢູ່​ບ້ານ​ລາດ​ງ່ອນ​ເມືອງ​ແປກ​ຫ່າງ​ຈາກ​ຕົວ​ເມືອງ​ໂພນ​ສະຫວັນ​ໄປ​ທາງ​ທິດຕາ​ເວັນ​ຕົກ​ປະມານ 15 ກິ​ໂລ​ແມັດ​ພູ​ເກັງ ​ເຊິ່ງ​ເປັນ​ແຫຼ່ງທ່ອງ​ທ່ຽວ​ທີ່​ຄົບ​ຊຸດ​ມີ​ຮ່ອງຮອຍ​ປະຫວັດ​ສາດ, ຮ່ອງຮອຍ​ຂອງ​ຄົນ​ບູຮານ​ທີ່​ຜະຫຼິດ​ທົ່ງ​ໄຫ​ຫີນ​ບໍ່​ທັນ​ແລ້ວ, ຖໍ້າ​ປະຫວັດສາດ​ສະ​ໄໝ​ສົງຄາມ​ມີ​ຈຸດ​ຊົມ​ວິວທໍາ​ມະ​ຊາດ​ທີ່​ສວຍ​ງາມ​ອີກ​ດ້ວຍ

 ພ້ອມ​ກັນ​ນັ້ນ, ໃນອານາຄົດ​ຈະ​ສ້າງພູເກັງ​ໃຫ້​ເປັນ​ແຫຼ່ງ​ທ່ອງທ່ຽວ​ທີ່​ຄົບ​ວົງ​ຈອນ ເຊິ່ງ​ຈະ​ສ້າງສະລິງ​ໄຟຟ້າ​ຂື້ນລົງ, ສ້າງທາງ​ຢ່າງ​ລົງມາ​ທີ່​ສະຖານ​ທີ່​ຈອດລົດ, ຂອບເຂດ​ທາງຢ່າງ​ຮາວປະກັນ​ໄພບ່ອນ​ທີ່​ສູງຊັນ, ດືງໄຟຟ້າ​ເຂົ້າຫາຖໍ້າ, ຂຸມຄອງ​ໂຕ້​ດິນ​ແລະອື່ນໆ .

ນອກນັ້ນ​ທາງແຂວງ​ຍັງສ້າງພູຄັງ​ບັ້ງ​ໄຟ​ຫາ​ພູກູດຈອມ​ເລັກ​ວິ​ລະ​ຊົນ ເຊິ່ງ​ເປັນ​ແຫຼ່ງ​ທ່ອງທ່ຽວ​ດ້ານ​ປະຫວັດສາດ​ລະດັບ​ຊາດ, ເພື່ອ​ເປັນ​ການ​ດືງດູດ"ທ່ອງທ່ຽວ​ເຂົ້າມາ​ພາຍໃນ​ແຂວງ​ໃຫ້​ນັບມື້ນັບ​ຫຼາຍຂື້ນ

ໃນ​ປີ 2011ຜ່ານ​ມາ​ມີ​ນັກ​ທ່ອງ​ທ່ຽວ​ເຂົາ​ແຂວງ​ທັງ​ໝົດ​ປະມານ 31 ພັນ​ກວ່າ​ຄົນ ​ເຊິ່ງມີ​ນັກ​ທ່ອງ​ທ່ຽວ​ມາ​ຈ​າກຈີນ, ຫວຽດນາມ, ​ໄທ, ກວມ​ເອົາ​ຫຼາຍ​ທີ່​ສຸດ​ແມ່ນ​ມາ​ຈາກ​ເອີ​ຣົບສະ​ເພາະ​ປີ​ນີຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ພາຍ​ໃນ​ແຂວງ​ເພີ່ມ​ຂືນຫຼາຍ​ກວ່າ​ເກົ່າ​ຕາມ​ແຜນ​ຈະ​ສູ້​ຊົນ​ໃຫ້​ໄດ້​ປະມານ 38 ພັນ​ກວ່າ​ຄົນ

ບັນດາ​ທ່ານ​ທີ່​ໄດ້​ເດີນທາງ​ໄປ​ແຂວງ​ຊຽງ​ຂວາງ​ຕະຫຼອດ​ປີ​ທ່ອງ​ທ່ຽວ 2012ນີ້​ທ່ານ​ຈະ​ໄດ້​ພົບ​ກັບ​ບັນຍາກາດ​ອັນ​ແປກ​ໃໝ່​ທີ່​ປະດັບ​ປະດາ​ໄປ​ດ້ວຍ​ຕົ້ນ​ໄມ້​ໃບ​ຫຍ້າ​ປະດົບປະດາ​ຕາມ​ຖະໜົນຫົນທາງ​ແລະ​ສະຖານ​ທີ່​ຕ່າງໆ​ທີ່​ໄດ້​ຮັບ​ການ​ປັບປຸງ. ພິ​ເສດ​ຈະ​ມີ​ງານ​ສົມ​ໂພດ​ບັ້ງ​​ໄຟ​ໃຫຍ່​ທີ່​ສ້າງ​ແລ້ວ​ຂອງ​ຊາວ​ພວນ​ທີ່​ຄົ້ນ​ພົບ​ພະພຸດທະ​ຮູບ 12ອົງ ​ແລະ​ເຫຼັກ​ຍັດ​ບັ້ງ​ໄຟ​ຍາວ​ເກືອບ 2​ແມັດ, ​ເຊິ່ງຈະ​ຈັດ​ຂື້ນ​ທີ່​ບ້ານ​ຊອງ​ເມືອງ​ພູ​ກູດ​ໃນ​ວັນ​ທີ 6 ກຸມພາ 2012ນີ້.