ຄ່າຈ້າງ​ຕໍ່າສຸດ​ເລີ່ມ​ມີຜົນ, ຖ້າຄ່າ​ແຮງ​ງານ ຍັງ​ຄືເກົ່າ​ແຈ້ງ​ໄດ້​ຜູ້ຄຸ້ມຄອງ​ຝ່າຍລັດ

(GMT+08:00) 2012-02-14 16:03:17     cri
ມັງ​ກອນ ປີ 2012 ນັບເປັນ​ເດືອນ​ທຳ​ອິດ​ຂອງ​ການ​ຈັດຕັ້ງ​ປະ​ບັດ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳສຸດ​ທີ່​ປັບ​ຂຶ້ນ​ໃຫມ່ ແຕ່​ຜູ້​ຄຸ້ມ​ຄອງ​ແຮງ​ງານ​ຄາດ​ເດືອນ​ນີ້ ອາດຈັດ​ຕັ້ງ​ຍັງ​ບໍ່​ທົ່ວ​ເຖິງ ພ້ອມ​ສະເຫນີ​ແຮງ​ງານ​ຫາກ​ບໍ່​ໄດ້​ຮັບຕາມ​ການ​ປັບ​ໃຫມ່​ແຈ້ງ​ໄດ້​ຜູ້​ຄຸ້ມ​ຄອງ​ຂອງ​ລັດ​ທີ່​ຢູ່​ໃກ້.

ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດ​ທີ່ ປັບ​ຂຶ້ນ​ໃຫມ່​ຈາກ 348.000 ກີບ ຕໍ່​ເດືອນ​ໃນ​ປີ​ກາຍ ມາ​ເປັນ 626.000 ກີບຕໍ່​ເດືອນ​ແມ່ນ​ເລີ່ມ​ຕົ້ນ​ແຕ່​ມັງ ກອນ​ປີ​ນີ້​ເປັນ​ຕົ້ນ​ໄປ ໂດຍ​ທີ່​ກະຊວງ​ແຮງ​ງານ ແລະ ສະຫວັດ​ດີການ​ສັງຄົມ​ ໄດ້​ອອກ​ຖະແຫລງການ​ກ່ຽວ​ກັບ​ການ​ປັບ​ຂຶ້ນ​ດັ່ງກ່າວ​ແລ້ວ ເມື່ອ​ກາງ​ເດືອນ​ຜ່ານມາ​ໂດຍ​ມີ​ຈຸດປະສົງ​ເພື່ອ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ອອກແຮງ​ງານ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ຢ່າງໃດ​ກໍ່​ຕາມ ສະເພາະ​ໃນ ເດືອນ​ທຳ​ອິດ​ທີ່​ປະຕິບັດ​ນີ້ ທ່ານ ຄຳ​ຂານ ພິນ​ສະຫວັນ ຫົວຫນ້າ ກົມ​ຄຸ້ມ​ຄອງ​ແຮງ​ງານ​ກະຊວງແຮງ​ງານ ແລະສະຫວັດດີ​ການສັງຄົມ ຫລື ຮສສ ຍອມຮັບວ່າ: ບັນດາ​ຫົວຫນ່ວຍ​ແຮງ​ງານ ໃນ​ທົ່ວ​ປະເທດ​ອາດ​ຍັງ​ບໍ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຢ່າງ​ເຕັມ ສ່ວນເນື່ອງ​ຈາກ​ການ​ກະຈາຍເອກະສານ​ການ​ແຈ້ງ​ປັບ​ຂຶ້ນ ອາດ​ຍັງ​ບໍ່​ທົ່ວ​ເຖິງ ຫລື ບໍ່​ກໍ່ ອາດຜູ້​ປະກອບ​ການ​ບາງ​ຫົວຫນ່ວຍຍັງ​ບໍ່​ພິຈາລະນາ.

ແຕ່​ແຮງ​ງານ​ທີ່ຢູ່​ຕາມ​ບັນດາຫົວຫນ່ວຍ​ແຮງ​ງານ​ຫາກ​ຍັງຮັບ​ຄ່າ​ແຮງ​ງານ​ຕ່ຳ​ສຸດ​ໃນ​ອັດຕາ​ເກົ່າ​ກໍ່​ສາມາດ​ມາ​ແຈ້ງ​ກັບອົງການ​ຄຸ້ມ​ຄອງ​ຂອງ​ລັດ​ທີ່ຢູ່ໃກ້​ເປັນຕົ້ນ​ແມ່ນ​ພະ​ແນກ ຮສສ ແຂວງ ແລະ ຫ້ອງການ ຮສສ ເມືອງ ຫລື ຈະແຈ້ງ ໂດຍ​ກົງ​ເຖິງພະ​ແນກ​ຄຸ້ມ​ຄອງ​ແຮງ​ງານ​ກົມ ຄຸ້ມ​ຄອງ​ແຮງ​ງານກະຊວງ ຮສສ ໄດ້​ທີ່​ຫມາຍ​ເລກໂທລະສັບ 021 213007 ຫລື 021 213247.

ສ່ວນ​ມາດຕາ​ການ​ຕໍ່​ຫົວຫນ່ວຍ​ແຮງ​ງານ​ທີ່​ລະເມີດ​ຫາກ ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຫາກ​ກວດ​ພົບ​ຈະ​ໄດ້​ເອີ້ນ​ເຈົ້າຂອງ​ກິດຈະການ​ເຂົ້າ​ມາ​ສຶກ​ສາ​ອົບ​ຮົບ​ພຽງ 2 ຄັ້ງ ຫາກ​ມີ​ຄັ້ງ​ທີ 3 ກໍ່​ຈະ​ໄດ້​ສະເຫນີ​ຕໍ່​ອົງການ​ທີ່ກ່ຽວຂ້ອງ​ໃນ​ການ​ຕັດ​ນະໂຍບາຍຕ່າງໆ​ດ້ານ​ພາສີອາກອນ ຫລື ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ​ກໍ່​ສັ່ງ​ໃຫ້​ຖອນ​ໃບ​ອະນຸຍາດ​ການ​ດຳເນີນກິດຈະການ ພ້ອມ​ຖືກ​ດຳເນີນ​ຄະດີ​ຕາມ​ລະບຽບ​ກົດຫມາຍ , ທ່ານ ຄຳ​ຂານ ພິນ​ສະຫວັນ ກ່າວ.

 ຂະນະ​ທີ່​ຜ່ານ​ມາ ກົມ​ຄຸ້ມ​ຄອງແຮງ​ງານ ໂດຍ​ສົມທົບ​ກັບ​ກົມ​ປົກ ປ້ອງ​ແຮງ​ງານ​ຂອງ​ສູນ​ກາງກຳມະບານ​ລາວ ແລະ ສະພາການ​ຄ້າ ແລະ ອຸດ​ສະຫະ​ກຳ​ແຫ່ງຊາດ​ໄດ້​ເຜີຍແຜ່​ແຈ້ງ​ການ​ປັບຂຶ້ນ​ດັ່ງກ່າວ ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຂອງ​ແຕ່​ລະ​ແຂວງ ແລະ ເມືອງ​ຊາບ ໃນ​ທີ່​ປະຊຸມ​ປະກອບຄວາມ​ຄິດ​ເຫັນ​ໃສ່​ຮ່າງ​ກົດຫມາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແຮງ​ງານທີ່​ຈັດ​ຂຶ້ນ​ຢູ່​ບັນດາ​ແຂວງ​ໃນ​ທົ່ວປະເທດ​ແລ້ວ, ທ່ານ ຄຳ​ຂານ ພິນ​ສະຫວັນ ກ່າວ​ຢ້ຳ.