ບໍ່ກິນຜັກບໍ່ມີເຍື່ອ ໃນ ທ້ອງ ບໍ່ເອົາ ພີ່ນ້ອງ ເສຍໜໍ່ ເສຍແນວ

(GMT+08:00) 2012-02-14 16:17:08     cri
ເມືອງ ຫຼວງພະບາງ ຊະນະເລີດ ເປັນ ເມືອງຍອດນິຍົມ ແຫ່ງ ການ ທ່ອງທ່ຽວ ໂລກ 2012

ໃນປີ 2012ນີ້ ເມືອງ ຫຼວງພະບາງ ສາມາດ ຍາດ ໄດ້ ຊະນະເລີດ ແຫ່ງ ເມືອງ ຍອດນິຍົມ ການ ທ່ອງທ່ຍວ ໂລກ ຈາກວາລສານ ການທ່ອງທ່ຽວ ຊື່ດັງ ຂອງ ປະເທດ ອັງກິດ Wanderlust Travel Magazine ເຊິ່ງ ເປັນ ປີທີສາມ ຕິດຕໍ່ ກັນ ນັບຈາກ ປີ 2010 ເປັນ ຕົ້ນມາ.

ຕາມຄວາມຈິງ ເມືອງຫຼວງພະບາງ ໄດ້ຮັບ ລາງວັນ ດັ່ງກ່າວ ເປັນ ຄັ້ງ ທີ 6 ນັບຈາກ ປີ 2006 ເປັນຕົ້ນມາ ຈົນ ເຖິງ ປີ 2008 ຖືໄດ້ວ່າ 3 ປີ ຕິດຕໍ່ ກັນ ແຕ່ຕົກ ມາຮອດປີ 2009 ເມືອງ ຫຼວງພະບາງ ໄດ້ຮັບສຍງໂຫວດ ໜ້ອຍລົງ ຈື່ງ ຕົກມາອັນດັບທີ 9 .

ແຕ່ໃນປີ 2010 ຈົນເຖິງ 2012 ລວງພະບາງ ໄດ້ ກັບມາ ຊະນະເລີດ ຄັ້ງໃໝ່ ເຊິ່ງເປັນ ໄລຍະ 3 ປີ ຕິດຕໍ່ກັນ ໄລຍະ ທີ2 ໂດຍ ສາມາດ ເອົາ ຊະນະ ບັນດາ ຫົວເມືອງໃຫຍ່ ໃນທົ່ວໂລກ ເປັນ ພັນ ກວ່າ ເມືອງ.

ສາເຫດທີ່ ເມືອງຫຼວງພະບາງ ໄດ້ ຊະນະເລີດ ກໍ່ເນື່ອງ ມາ ຈາກ ຫຼວງພະບາງ ເປັນ ເມືອງມໍລະດົກ ໂລກ ທີ່ ໄດ້ຮັບ ການ ລູລະນະ ປັບປຸງ ປົວແປງ ແລະ ປົກປັກ ຮັກສາ ໄວ້ເປັນ ຢ່າງດີ, ເປັນເມືອງ ທີ່ມີ ການປະສົມ ປະສານ ກັນ ລະຫວ່າງ ວັດທະ ນະທໍາ ແລະ ທໍາມະຊາດ, ເປັນ ເມືອງ ທີ່ມີ ສະເໜ່ ມີການບໍລິການ ຫຼາຍ ລະດັບ ປະຊາຊົນ ກໍ່ມີ ຄວາມຍີ້ມແຍ້ມແຈ່ມໃສ ມີໄມ ຕີ ຈິດ ທີ່ ດີ ທີ່ ສໍາຄັນ ມີນໍ້າໃຈ ຮັກແຂກແພງຄົນ ມີຄວາມເປັນ ເຈົ້າບ້ານ ທີ່ ດີ.

ຄໍາຂວັນແຂວງຫຼວງພະບາງ: 

ຫຼວງພະບາງເມືອງງາມ----ອາລາມຮຸ່ງເຮືອງ

ງາມພູຕັ້ງຢູ່ກາງເມືອງ----ເລື່ອງລືວັດທະນະທໍາ

ເມືອງນຸ່ງສີ້ນໄໝ----ຂວັນໃຈນັກທ່ອງທ່ຽວ

ເອາະຫຼາມໃສ່ສະຂ່ານ----ງານຊ່ວງເຮືອເດືອນ 9

ເມືອງກ້ຽງຄໍາຫວານ----ຕໍານານເມືອງຂັບທຸ້ມ.