ການຄັດເລືອກ​ນາງງາມ​ກັບ​ການ​ສຶກ​ສາ​ຂັດ​ກັນ

(GMT+08:00) 2012-02-14 16:39:42     cri

ຄໍາເຫັນບາງຕອນ​ຂອງທ່ານລັດຖະ​ມົນຕີ​ກະຊວງ​ສຶກສາທິການ​ແລະ​ກິລາ​ທີ່ກ່າວ​ຕໍ່​ກອງປະຊຸມ​ສະພາ​ໃນຫົວຂໍ້​ແຜນປະຕິຮູບ​ການສຶກສາ​ແຫ່ງຊາດ​ໃນ​ສ່ວນ​ທີ່​ພົວພັນ​ກັບ​ການ​ຄັດເລືອກ​ນາງງາມ​ນັ້ນ ທ່ານ​ລັດຖະ​ມົນຕີ​ຊີ້ແຈງ​ເຊິ່ງ​ສາມາດ​ສະຫຼຸບ​ໄດ້ວ່າ:

ກິດຈະກໍາ​ຄັດເລືອກ​ນາງງາມ​ບໍ່ແມ່ນ​ທິດທາງ​ສົ່ງເສີມ​ການ​ສຶກສາ​ດັ່ງ​ນັ້ນ, ກະຊວງ​ສຶກສາ​ແລະ​ກິລາ​ຈະ​ບໍ່​ສະໜັບ​ສະໜູນ​ໃຫ້​ມີ​ກິດຈະ​ກໍາ​ດັ່ງກ່າວ​ປະ​ຈໍາ​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ ​ບໍ່​ວ່າ​ຈະ​ເປັນ​ພາກ​ລັດ​ຫຼື​ພາກ​ເອກ​ຊົນ

ກິດຈະ​ກໍາ​ຄັດ​ເລືອກ​ນາງ​ງາມ​ບໍ່​ແມ່ນ​ການ​ສົ່ງ​ເສີມ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຮຽນ​ຂອງ​ນັກ​ສຶກສາ ກົງກັນ​ຂ້າມ​ຍິ່ງ​ເຮັດ​ໃຫ້​ນັກ​ສຶກສາ​ຫັນ​ໄປ​ສົນ​ໃຈ​ຄ່າ​ນິຍົມ​ທີ່​ຜິດ

ສະ​ຖາ​ບັນ​ການ​ສຶກສາ​ແມ່ນ​ບ່ອນ​ທີ່​ກໍ່ສ້າງ​ຄົນ​ໃຫ້​ມີ​ວິຊາ​ຄວາມ​ຮູ້, ຄວາມ​ສາມາດ, ​ເປັນ​ຄົນ​ມີ​ຄຸນສົມບັດ, ​ບໍ່​ແມ່ນ​ບ່ອນ​ທີ່​ຈະ​ມາ​ແຂ່ງຂັນ​ຄວາມງາມກັນ

ກະຊວງ​ສຶກສາ​ທິການ​ແລະ​ກິລາ​ຈະ​ສະໜັບສະໜູນ​ຢ່າງ​ແຂງ​ແຮງຕໍ່​ສະ​ຖາ​ບັນ​ທີ່​ຈັດ​ກິດຈະ​ກໍາ​ກ່ຽວ​ກັບ​ການ​ສອນ​ດີ-ສອນ​ເກ​ຫ່ວ, ຮຽນ​ດີ-ຮຽນ​ເກັ່ງ ​ແຂ່ງຂັນ​ສິນລະປະ​ວັນນະຄະດີ​ຫຼື​ສິລະ​ປະ​ວັນນະຄະດີ​ປະ​ເພດ​ຕ່າງໆ ທີ່​ນອນ​ຢູ່​ໃນ 5 ຫຼັກການ​ຂອ​ງການ​ສຶກສາ​ຄື: ຄຸນສົມບັດ​ສຶກສາ, ປັນຍາ​ສຶກສາ, ສິລະ​ປະ​ສຶກສາ, ພາລະ​ສຶກສາ​ແລະ​ແຮງ​ງານ​ສຶກສາ

ນອກຈາກ​ກິດຈະ​ກໍາ​ທີ່​ກ່າວ​ມາ​ນັ້ນ​ທ່ານ​ລັດຖະມົນ​ຕີ​ກະຊວງ​ສຶກສາ​ທິການ​ແລະ​ກິລາ ຍັງ​ຕໍາ​ນິສ່ອງ​​ແສງ​ບາງ​ໂຮງ​ຮຽນ ຫຼື​ສະ​ຖາ​ບັນ​ການ​ສຶກສາ​ທີ່​ຈັດ​ກິດຈະ​ກໍາ​ບາງ​ດ້ານ​ທີ່​ເປັນ​ການ​ສົ່ງ​ເສີມ​ໃຫ້​ນັກຮຽນ​ມີ​ແນວ​ຄິດ​ໄປ​ທາງ​ທີ່​ບໍ່​ສອດຄ່ອງ​ເຊັ້ນ: ການ​ປະ​ກວດ​ນາງ​ງາມ​ລວມ​ເຖິງ​ການ​ແຕ່ງ​ຕົວ​ທີ່​ບໍ່​ສອດຄ່ອງ​ກັບ​ຮີດຄອງ​ປະ​ເພນີ

ປັດຊະຍາຊີວິດ

ເປົ້າໝາຍ​ຂອງ​ການສຶກສາ​ຄື​ສຶກສາ​ເພື່ອ​ຊິວິດ

ເປົ້າໝາຍ​ຂອງ​ຊີວິດ​ຄື​ດຳລົງ​ຕົນ​ເປັນ​ຜູ້​ມີສະຕິ ມີຄຸນ​ນະທຳ​ແລະ​ກ້າຫານ

ກ້າວ​ທຳອິດ​ທີ່​ພາດພັ້ງ ຄື​ກ້າວຫຼັງ​ທີ່​ໝັ້ນໃຈ ກ້າວ​ໜຶ່ງ​ທີ່ພາດໄປ ຈົ່ງ​ກ້າໃໝ່​ໃຫ້​ໝັ້ນຄົງ

ນົກ​ບໍ່​ມີ​ຂົ່ນ ຄົນ​ບໍ່​ມີ​ຄວາມຮູ້ ຍ່ອມ​ບິນຂື້ນ​ສູ່​ບ່ອນ​ສູງ​ບໍ່ໄດ້ ສະນັ້ນ ຈົ່ງ​ເອົາໃຈ​ໃສ​ໃຫ້ ຫຼາຍໆ……ໃນ​ການ​ສຶກສາ​ຮ່ຳຮຽນ.