ລາວ​ຈັດ​ຈິດ​ຈະ​ກຳ​ເຕົ້າ​ໂຮມ​ລົດ​ຮຸ້ນ​ເກົ່າ​ເປັນ​ເທື່ອ​ທີ່​ສອງ​ຢູ່​ນະຄອນຫຼວງວຽງຈັນ

(GMT+08:00) 2012-02-15 09:53:57     cri
ບໍລິສັດ ນ້ຳມັນ​ເຊື້ອ​ໄຟ ຫຼວງພະ​ບາງ ຈຳກັດ​ຜູ້ດຽວ ຮ່ວມ​ກັບ​ສະມາຄົມ​ນັກ​ຂ່າວ ​ແຫ່ງ​ປະ​ເທດ​ລາວ ຈັດ​ຈິດ​ຈະ​ກຳ​ເຕົ້າ​ໂຮມ​ລົດ​ລຸ້ນ​ເກົ່າ​ຂື້ນ ຢູ່​ນະຄອນຫຼວງວຽງຈັນ ຢູ່​ທີ່​ເດີນ​ທາດຫຼວງ ​ໂດຍ​ມີ​ທ່ານ ສົມ​ສະໜຸກ ມີ​ໄຊ ຮ່ອງ​ປະ​ທ່ານ​ສະມາຄົມ​ນັກ​ຂ່າວ​ແຫ່ງ ປະ​ເທດ​ລາວ, ຜູ້ອຳນວຍການ-ຮອງ​ອຳນວຍ​ການ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟຫຼວງພະ​ບາງ ພ້ອມ​ບັນດາ​ແຂກ​ຕ່າງປະ​ເທດ, ນັກ​ທ່ອງ​ທ່ຽວ​ແລະ ​ແຂກ​ທີ່​ຖືກ​ຮັບ​ເຊີນ​ເຂົ້າຮ່ວມ​ຢ່າງຫຼວງຫຼາຍ.

ທ່ານ ​ເຈີຣີ ສະ​ວິ​ເດັນ ຮອງ​ອຳນວຍ​ການ ບໍລິສັດ ນ້ຳມັນ​ເຊື້ອ​ໄຟ​ຫຼວງພະ​ບາງ ​ໄດ້​ບອກ​ໃຫ້​ຮູ້​ວ່າ: ການຈັດ​ຈິດ​ຈະ​ກຳ​ເຕົ້າ​ໂຮມ​ລົດ​ຮຸ້ນ​ເກົ່າ ​ເທື່ອ​ນີ້​ແມ່ນ​ເທື່ອ​ທີ່​ສອງ ​ເຊີ່ງ​ເທື່ອ​ທຳ​ອິດ​ໄດ້​ຈັດ​ຂົ້ນ​ໃນ​ປີ 2011 ​ແລະ​ຈະ​ສືບຕໍ່ຈັດ​ຂື້ນທຸກໆປີ. ສຳ​ລັບ​ປີນີ້ຈຳພວກ​ລົດ​ທີ່​ເຂົ້າຮ່ວມ 40​-50 ກວ່າ​ຄັນ ​ເຊີ່ງຫຼາຍກວ່າ​ປີ​ທີ່​ຜ່ານ​ມາ. ພາຍຫຼັງການ​ເຕົ້າ​ໂຮມ​ຂະ​ບວນລົດ​ດັງ​ກ່າວ​ແລ້ວ ກໍ່​ໄດ້​ເຄື່ອນ​ຍ້າຍ​ອອກ​ຈາກ​ເດີ່ນ​ທາດຫຼວງ ​ແລ່ນ​ໄປ​ຕາມ​ທະໜົນລ້ານ​ຊ້າງ ຜ່ານ​ປະຕູ​ໄຊ, ຫໍຄຳ ກ້ຽວ​ໄປ​ໃສ່ 4 ​ແຍກ​ທາວ​ຂາວ ລົງ​ໃສ່​ປາກ​ປະ​ສັກ​ເລາະ​ຕາມ​ຖະໜົນ ​ແຄມ​ຂອງ​ໄປ​ຫາ​ສວນ​ເຈົ້າອານຸວົງ ​ແລ້ວ​ແລ່ນ​ກັບ​ຄື່ນ​ສູ່​ຈຸດ​ເດີມ ​ເພື່ອ​ໃຫ້​ຊາວ​ນະຄອນຫຼວງ​ໄດ້​ເບິ່​ງ​ໄດ້​ຊົມ.

ທັງ​ນີ້ກໍ່​ເພື່ອ​ເປັນ​ການ​ເຕົ້າ​ໂຮມ​ລົດ​ເກົ່າ​ແກ່ ​ແລະ​ເພື່ອ​ໃຫ້​ຄົນ​ລຸ້ນ​ໃໝ່​ໄດ້​ຊົມ​ໄດ້​ເບິ່ງ ​ແລະ​ໄດ້​ຮັບ​ຮູ້​ເຖີ່​ງປະຫວັດ​ຄວາມ​ເປັນ​ມາ ຂອງ​ການ​ນຳ​ໃຊ້​ລົດ​ແຕ່​ລະ​ລຸ້ນ ​ໃນ​ສະ​ໄໝທີ່​ຜ່ານ​ມາ ຈົນ​ເຖິງ​ສະ​ໄໝປະຈຸ​ບັນ ຂອງ​ຄົນ​ລາວ.