ເລື່ອງ​ແປກ ກະ​ຕ່າຍ ໄດ້​ລູກ​ເປັນ ແມວ

(GMT+08:00) 2012-02-15 09:59:37     cri

ແມວ​ໂ​ຕໜຶ່​ງ​ເກີດ​ລູກ 6 ​ໂຕ ແລ້ວ​ແທນ​ທີ່​ຈະ​ລ້ຽງ ພັດ​ລຳ​ຄານ​ລູ​ກ​ດູດ​​ກິນ​ນົມ ເລີຍ​ຖິ້ມ​ລູກ​ໜີ​​ຈ້ອຍ ປ່ອຍ​ພວກ​ແມວ​ນ້ອຍທັງ 6 ​ໂຕ​ກຳ​ພ້າ

ໄຄ​ແຕ່ພວກ​ມັນ​ໂຊ​ຄະດີ ນາງ ເມ​ລາ​ນີ ຮຳ​ເບີ້ດ ໄວ 29 ນາ​ງ​ພະຍາບານ​ສັດຕະວະ​ແພດ​ພົບ​ເຫັນ ນາງ​ເລີຍ​ເກັບ​ໃສ່​ຕະ​ກ້າ​ຫິ້ວ​ກັບ​ເຮືອນ​ໃນ​ເມືອງ​ອາ​ເບີລ໌​ດີນ ກະ​ວ່າ​ຈະໃຫ້​ ແມວ ເພດ​ເມຍ​ຂອງ​ນາງ​ຮັບ​ໄວ້​ເປັນ​ລູກ​​ລ້ຽງ ແຕ່​ເອົາ​ໄປ​ເອົາ​ມາ​ກາຍ​ເປັນ​​ກະ​ຕ່າຍ​ຕຸ້ຍ ອຸ້ຍ​ລຸ້ຍ ທີ່​ຊື່ວ່າ "ຊຳ​ເມີລ໌" ສັດ​ລ້ຽງ​ສຸດຮັກ​ຂອງ​ນາງ ຍອມ​ເປັນ​ແມ່ລ້ຽງ​ໃຫ້​ແທ່ນດ້ວຍ​ຄວາມ​ເຕັມ​ໃຈ "ດ໋ຽວ​ນີ້​ລູກ​ແມວ​ທັງ​ຫົກ​ຮັກ​ແມ່​ລ້ຽງ​ສຸດ​ຈິດ​ສຸດ​ໃຈ ຕິດ​ຕາມ​ແມ່​ທີ່​ເປັນ​ກະຕ່າຍ​ບໍ່​ຍອມ​ຫ່າງ ​ໄປ​ໃສ​ກະ​ນຳ​ໄປ​ຂີ່​ຫລັງ ບາງ​​ໂຕ​ກະ​​ແກະ​ຮອດ​ຂີ້​ຫູ​ໃຫ້ ພວກ​ມັນ​ເຊື່ອ​ສະນິດ​ວ່າ​ກະ​ຕ່າຍ​ຄື​ແມ່​ແທ້​ໆຂອງ​ມັນ, ​ແລະ​ກະຕ່າຍ​ໂຕນີ້ ກໍ່ບໍ່​ໄດ້​ມີ​ທ່າ​ທີ ທີ່ຈະ​ຢ້ານ​ອິຫຍັງ​ເລີຍ ມັນນອນ​ໃຫ້​ດູດ​ນົມ​ຕາມ​ສະບາຍ​ເລີຍ... ໜ້າ​ອັດສະຈັນ​ແທ້ໆ" ເມ​ລາ​ນີ​ ເລົ່າ​ເຖິງ​ຄວາມສຳພັນ​ລະຫວ່າງ​ແມ່​ກະຕ່າຍ ​ກັບ​ລູກ​​ແມວ ນີ້​ວ່າ "ພວກ​ມັນ​ຮັກ​ກັນ​ຫລາຍ ເຫັນ​ແລ້ວ​ສະບາຍ​ໃຈ​" ຫວັງ​ວ່າ​ເມື່ອລູກ​ແມວ​ພວກ​ນີ້​ໃຫຍ່​ເຕັ່ມທີ່ ພວກ​ມັນຄົງ​ບໍ່​ເຫັນ​ແມ່​ກະຕ່າຍ​ໂຕນີ້ເປັນ​ອາຫານ!?

 

 

ອື້​ຮື! "ຫ້ອງ​ນ້ຳ" ທອງ​ຄຳ

ຮ່ອງ​ກົງຂອງ​ຈີນ​ມີ​ການສ້າງ ຫ້ອງ​ນ້ຳ​ທອງ​ຄຳ ໂດຍ​ຫ້ອງ​ນ້ຳນີ້ ເຮັດ​ດ້ວຍ​ທອງ​ຄຳ​ແທ້ 24 ກະ​ລັດ ບໍ່​ວ່າ​ຈະ​ເປັນ​ໂຖ​ສັກ​​ໂຄ ອ່າງ​ລ້າງ​ມື ແປງ​ພັດ​ຫ້ອງ​ນ້ຳ ກອບ​​ແວນ​​ແຍງ ໂຄມ​ໄຟ​​ແລະ ອື່ນໆ   ຫ້ອງ​ສຸ​ຂາ​ທອງ​ຄຳ​ທີ່​ວ່າ​ນີ້ ເປີດ​ໃຫ້​ຊົມ​ມາ​ຕັ້ງ​ແຕ່​ວັນທີ່ 23 ກຸມພາ.2001 ພຸ້ນ​ລະ ບໍ່​ຮູ້​ວ່າ​ປ່ານ​ນີ້​ຍັງ​ຢູ່​ດີ​ຫລື​ບໍ່    ​ເຊີ່ງ​ວ່າ​ຫ້ອງ​ນ້ຳທີ່​ວ່າ​ນີ້ ຈັດ​ສ້າງ​ຂຶ້ນ​ໃນ​ຮ້ານ ຂາຍ​ເພັດ​ຊື່ 3D-Gold ໃນ​ຮ່ອງ​ກົງຂອງ​ຈີນ ​ເຈົ້າຂອງ​ຮ້ານ​ແມ່ນ​ທ້າວ ​ລຳ ໄຊ-ວິງ ໜຸ່ມ​ຈີນ​ແຜ່ນດິນ​ໃຫຍ່​ໄວ 45ປີ ​ມາເຮັດ​​ຄ້າ​ຂາຍ​ກ່ຽວ​ເລື່ອງ​ເພັດ​ ເລື່ອງພອຍ​ ຂອງ​ ​ຈົນມາຕັ້ງ​ຮ້ານ​​ເປັນ​ຂອງ​ຕົວ​ເອງ​ໄດ້​ສຳ​ເລັດ​ລ້ຳລວຍ​ສົມ​ປາດຖະຫນາ  ຫ້ອງ​ນ້ຳ​ທອງ​ຄຳ​ແຫ່ງ​ນີ້​ເປັນ​ທີ່​ກ່າວ​ຂວັນ​ກັນ​ຢ່າງ​ທົ່ວ​ເຖີ່​ງ ເພາະ​ເຮັດ​ດ້ວຍ​ທອງ​ຄຳ​ແທ້ 24 ກະ​ລັດ ບໍ່​ວ່າ​ຈະ​ເປັນ​ໂຖ​ວີ​ດ ອ່າງ​ລ້າງ​ມື ກອບ​​ແວນ ໂຄມ​ໄຟ​ ແມ່ນ​ກະ​ທັ່ງ​ເພ​ດານ ຝາ​ຫ້ອງ ພື້ນ​ກະ​​ໂລ້ ແລະ​ ປະ​ຕູ​ ກໍ່ຍັງ​ເຮັດ​ດ້ວຍ​ທອງ​ຄຳ​ແທ້​ ໆ ສະເພາະ​ເພ​ດານ​ວີ​ດ​ນັ້ນ​ຍັງ​ຝັງ​ເພັດ-ພອຍ​ຈຳ​ພວກ ທັບ​ທິບ ໄພ​ລິນ ​ແລະ​ອຳຍະມະ​ນີ ຈຳນວນ​ 6,200 ເມັດ
​  ຫ້ອງ​ນ້ຳ​​ແຫ່ງ​ນີ້ອອກ​ແບບ​ເປັນ​ສະ​ໄຕລ໌​ໂລ​ມັນ ແລະ​ທີ່​ພື້ນ​ຫ້ອງ​ຝັງ​ທອງ​ຄຳ​​ໜັກ​ປະມານ 2 ປອນດ໌​ໄວ້​ເທິງ​ກະ​​​ໂລ້ແຕ່​ລະ​ແຜ່ນ  ​ຫ້ອງ​ນ້ຳ​ແຫ່ງ​ນີ້​​ຖ້າ​ຄີ​ດ​ໄລ​ເປັນ​ເງີ​ນຈະ​ຕົກ​ຢູ່ປະ​ມານ 38 ລ້ານ​ຫລຽນ​ຮ່ອງ​ກົງ ແຕ່​ກໍ​ກຸ້ມຄ່າ​ເພາະວ່າ​ມີ​ລູກ​ຄ້າ​ ພາກັນ​ເຂົ້າ​ມາ​ ​ຊົມ​ຢ່າງ​ຫຼວງຫຼາຍ ຈົນ​ຕ້ອງ​ຈັດ​ຄິວ​ເຂົ້າ​ເບິ່ງ​ ແລະ​ນອກຈາກ​ນັ້ນສະຖານີ​ໂທລະພາບ CNN ຍັງ​ມາ​ຖ່າຍ​ເຮັດ​ຂ່າວ​ອອກ​ເຜີຍແຜ່​ໄປ​ທົ່ວ​ໂລກ ດັ່ງ​ລະ​ເບີດ  ​ແຕ່​ເຖີງຢ່າງ​ໃດ​ກໍ່ຕາມ​ ຫ້ອງ​ນ້ຳ​ແຫ່ງ​ນີ້ກໍ່ມີ​ຂໍ້ຫ້າມ​ອັນ1 ຄື ກ່ອນ​ຈະ​ເຂົ້າ​ໄປ​ເບີ່​ງຫ້ອງ​ນ້ຳ​ແຫ່ງ​ນີ້ຕ້ອງ​ປົດ​ເກີບ​ເສຍ​ກ່ອນ



ເຂື່ອນ​ທີ່​ສູງທີ່​ສຸດ​ໃນ​ໂລກ

ແມ່ນ​ເຂື່ອນ ນູຣີກ ​ເປັນ​ເຂື່ອນ​ດີ​ນຖົມ​ທີ່​ໃຫຍ່​ຢູ່​ທີ່​ແມ່ນ້ຳ ວາກ ​ໃນ​ອາຊີ​ກາງ ປະ​ເທດ ຕາ​ຈີກກີ​ສຖານ

ເຂື່ອນ ນູຣີກ ​ແຫ່ງ​ນີ້ ມີ​ຄວາມ​ສູງ​ປະມານ 300 ​ແມັດ ຊື່​ງ​ໃນ​ປີ 2008 ​ໄດ້​ຈັດ​ໃຫ້​ເປັນເຂື່ອນ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ

ການກໍ່ສ້າງ​ເຂື່ອນ​ນີ້ ​ແມ່ນ​ເລີ່​ມ​ແຕ່​ປີ 1961 ​ແລະ​ສຳ​ເລັດ​ໃນ​ປີ 1980 ຕັ້ງ​ແຕ່​ສະ​ໄໝ ປະ​ເທດ ຕາ​ຈິກ​ກີ​ສຖານ ​ເປັນລັດໜຶ່ງຂອງ​ອະດີດ​ສະຫະພາບ​ໂຊ​ຫວຽດ.

ຢູ່​ທີ່​ໃຈກາງ​ຂອງ​ເຂື່ອນ​​ແມ່ນ ​ເປັນ​ເບ​ຕົງ, ຊັ້ນຕໍ່ມາ​ຖົມ​ດ້ວຍ​ຫີນ ​ແລະ ຖົມ​ດ້ວຍ​ດີ​ນ. ມີ​ບໍ​ລິ​ມາດ​ທັງໝົດ 54ລ້ານ ​ແມັດ​ກ້ອນ ມີ​ເຄື່ອງ​ຈັກ​ປັ່ນ​ໄຟ 9 ໜ່ວຍ. ​ເຂື່ອນ​ນີ້ມີ​ກຳລັງ​ຜະລິດ​ໄຟ້າ​ໄດ້​ເຖີ່​ງ 2,7 ຈິ​ກະ​ວັດ. ​ໃນ​ປີ 1994 ສາມາດ​ເພີ່ມ​ກຳລັງ ຜະລິດ​ໄຟ້າ​ໄດ້ 4 ຈິ​ກະ​ວັດ. ອ່າງ ສາມາດ​ເກັບ​ກັກ​ນ້ຳ​ໄດ້​ເປັນ​ບໍລິ​ມາດ​ນ້ຳທັງໝົດ​ແມ່ນ 10,5 ກິ​ໂລ​ແມັດ​ກ້ອນ, ທີ່​ປະກອບ​ດ້ວຍ​ອ່າງ​ນ້ຳທີ່​ມີ​ຄວາມ​ຍາວ 70 ກິ​ໂລ​ແມັດ ກວມ​ເອົາ​ເນື້ອທີ່ໜ້ານ້ຳ ປະມານ 98 ກິ​ໂລ​ແມັດ​ກ້ອນ ​ເຊີ່ງ​ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ຊົນລະປະທານ ​ແລະ ການ​ກະສິກຳ ກວມ​ເນືອທີ່​ປະມານ 700 ກິ​ໂລ​ແມັດ​ກ້ອນ.