ງາມ​​​ແບບ​ສາວ​ຮອນ​ລີ​ວູ້​ດ

(GMT+08:00) 2012-02-15 10:14:32     cri
ໃບໜ້າ          ປັບ​ສະພາບ​ຜິວ​ດ້ວຍ​ໂລ​ຊັ່ນ​ເພື່ອ​ປັບ​ສົມ​ດຸນ​ຜິວ ຫລັງ​ຈາກ​ນັ້ນ​ກະ​ທ່າ​ຄີມ​ກັນ​ແດດ ແລ້ວ​ທາ​ເບດ​ເມກ​ອັບ ຊຶ່ງ ເຮົາ​ຂໍ​ແນະ​ນຳ​ໃຫ້​ເລືອກ​ຊະນິດ​ທີ່​ປັບ​ຄວາມ​ສົມ​ດຸນ​ໃຫ້​ຜິວ​ປັບ​ໂທນ​ສີ​ຜິວ​ໃຫ້​ສະ​ໝ່ຳ​ສະເໝີ​ແລະ ຍັງ​ຊ່ວຍ​ລຸດ​ຄວາມ​​ດ່າງ​ດຳ​ນຳ​ອີກ ສ່ວນ​ຮອງ​ພື້ນ​ນັ້ນ​ເລືອກ​ໃຫ້​ເໝາະ​ກັບ​ສະພາບ​ຜິວ​ແລະ​ສີ​ຜິວ​ໃຫ້​ຫລາຍ​ທີ່ສຸດ ຫາກ​ໃຜ ທີ່​ມີ​ບັນຫາ​ຈຸດ​ດ່າງ​ດຳ​ແລະ​ບ່ອນຕາ​ຄ້ຳ ໃຫ້​ໃຊ້​ຄອນ​ຊີນ​ເລີລ໌ 2 ເບີລ໌ ເບີລ໌​ນຶງ​ໃຊ້​ປັບ​ໃຕ້​ຕາ​ໃຫ້​ເບິ່ງ​ໄສ່​ຂຶ້ນ ສ່ວນ​ອີກ​ເບີລ໌​ໃຫ້​ເລືອກ​ທີ່​ໃກ້​ຄຽງ​ກັບ​ສີ​ຜິວ​ເພື່ອ​ປົກ​ປິດ​ຈຸດ​ດ່າງ​ດຳ ຕາມ​ດ້ວຍ​ແປ້ງ​ຝຸ່ນ ແລະ​ແປ້ງ​ປະສົມ​ຮອງ​ພື້ນສີ​ຄີ້ວ

          ສີ​ຄິ້ວ​ອາດ​ເປັນ​ເທົາ​ຫລື​ດຳ ທີ່​ສຳຄັນ​ຄິ້ວຄວນ​ເບິ່ງ​​ແບ​ບບາງຖ້າ ຢາກ​ໃຫ້​ເບິ່ງ​ສ່ຽວ​ສົ້ມ​ຂຶ້ນ ຄວນຂຽນ​ຄິ້ວ​ໃຫ້​ໂກ່ງ​ໄດ້​ຮູບ ສ່ວນ​ອາຍ​ແຊ​ໂດວ໌​ຈະ​ເປັນ​ສີ​ອ່ອນໆ ເຊັ່ນ ສີ​ທອງ ສີ​ຄີມ ແຕ່​ຈະ​ເນັ້ນ​ອາຍ​ໄລ​ເນີລ໌​ກັບ​ມາດ​ຄາ​ລ່າ​ຫລາຍກວ່າ​​ແກ້ມ          ການ​ປັດ​ແກ້ມ​ສາມາດ​ສ້າງ​​ໃຫ້​ເປັນ​ສາວ​ຫວານ​ ພຽງ​​ແຕ່​ປັດປະ​ມານ 45 ອົງ​ສາ ກໍ​ຈະ​ໄດ້​​ແກ້ມ​ສີໝາກກ້ຽງ ແຕ່​ຖ້າ​ຢາກ​​ໃຫ້​ຫວານ​ໄປ​ກ່ວາ​ນີ້​ແມ່ນ​ໃຫ້​ປັດ​ກະ​ຈາຍ​ຟົ້ງໆ ຕາມ​ໂໜກ​ແກ້ມ​ປັດ​ໃຫ້​ໜ້າ​ເບິ່ງ​ກົມ ໜ້າກໍ່​ຈະ​ເບິ່ງ​ແບ໊ວໆ ແຕ່​ກໍ​ຂຶ້ນ​ຢູ່​ກັບ​ຮູບ​ໜ້າ​ຂອງ​ແຕ່​ລະ​ຄົນ​ນຳຄືກັນ ຫາກ​ໜ້າ​ຍາວ​ຖ້າ​ເຮົາ​ປັດ​ກໍ່​ຈະ​ເຮັດໃຫ້​ໜ້າ​ເຮົາ​ເບິ່ງ​ຍາວ​ເກີນ​ໄປ ຄວນ​ເລືອ​ກ​ໄລ​ອ້ອນ​ສີ​ບົວ​ອອ່ນສີ​ສົບ

ແນ່ນອນ​ວ່າ​ລິບສະ​ຕິກ​ສີ​ສົດໆ ມາ​ແຮງ​ໃນ​​ໄລ​ຍະ​ນີ້ ບໍ່​ວ່າ ຈະ​ເປັນ​ສາວ​ຫວານ​ຫລື​ສາວ​ທີ່​ມັກ ​ໃນ​ການ​ທ່າ​ສີ​ສົບຕ່າງໆ ​ເລືອກ​ໃຊ້​ບໍລິເວນ​ສົບ​ທັງ​ນັ້ນ​ລິບ​ໄລ​ເນີລ໌​ເປັນ​ສິ່ງ​ສຳຄັນ ທ່າ​ໃສ່​ຂອບ​ປາກ​ດ້ວຍ​ລິບ​ໄລ​ເນີລ໌​ໃຫ້​ໄດ້​ຮູບ​ຫລາຍ​ທີ່ສຸດ ສີ່​ງສຳຄັນ​ຖ້າ​​ໄປ​ງານ​ແລ້ວ​ເຮົາ​ຮູ້​ວ່າ​ກິນ​ອາຫານ​ເຂົ້າ​ໄປ​ແລ້ວ​ລິບ​ມັນ​ຈະ​ມັກ​ອອກ​ສະ​ນັ້ນ​ເຮົາ​ຄວນໝັ່ນ​ໄປ​ຫ້ອງ​ນ້ຳ​ເພື່ອ​​ເຊັກ​ເບີ່​ງສະພາບ​ປາກ​ວ່າ​ລີບ​ຈາງ​​ແລ້ວ​ບໍ່​ຖ້າ​ວ່າ​ຈາງ​ກະ​ຄວນ​ທ່າ​ລົງ​ອີກໜ້ອຍໜື່ງ

2, ອາຫານ​ເຜັດ​ເຮັດ​​ໃຫ້​ຂາ​ໃຫຍ່​ໄດ້​ເດີ

   ທ່ານ​ຮູ້​ບໍ່​ວ່າ​ອາຫານ​ປະ​ເພດ​ຍຳ, ຕຳໝາກຮຸ່ງ​​ແລະ ອາຫານ​ທີ່​ມີ​ລົດຊາດ​ເຜັດ​ເຊີ່ງ​ວ່າ​ຫຼາຍຄົນ​ມັກ​ຮັບ​ປະທານ​ອາຫານ​ຫຼາຍນັ້ນ, ລວ້ນ​ເປັນ​ລາ​ຍການ​ອາຫານ​ທີ່​ຈະ​ເຮັດ​ໃຫ້ຫຼາຍຄົນ​ໄດ້​ມາ​ນັ່ງ​ກັງວົນ​ໃຈ ກັບ​ບັນຫາ​ຂາ​ໃຫຍ່​ແບບ​ບໍ່​ຮູ້​ຕົວ, ​ເນື່ອງ​ຈາກ​ອາຫານ​ລົດ​ຊາດ​ເຜັດ, ສົ້ມ​, ຫວານ ​ເຊີ່ງ​ມັນ​ເຮັດ​ໃຫ້​ຄວາມ ​ເຄັມ​ທີ່​ມາ​ຈາກ​ໂຊດຽມ ​ເຊີ່ງ​ມີ​ຄຸນສົມບັດ​ອູ້ມ,ນ້ຳ​ໄວ້​ໃນ​ເນື້ອ​ເຫຍື້ອ​​ໄຫຼລົງ​ສູ່​ທີ່​ຕ່ຳ​ ດວ້ຍ​ເຫດ​ນີ້ຈື່ງ​ເຮັດ​ໃຫ້ ຄົນ​ທີ່​ມັກ​ກີ​ກລົດ​ຊາດ​ເຜັດ​ໄດ້​ຄິດ​ຫນັກ​ໃຈກັບ​ບັນຫາ​ຂາ​ໃຫຍ່​ແບບ​ບໍ່​ຮູ້​ສາ​ເຫດ​​ໂດ​ຍສະ​ເພາະ​ແມ່​ຍິງ  ຫຼື ອີກ​ອັນໜື່ງນິກະ​ຍ້ອນ​ວ່າ​ເວລາ​ເຮົາ​ກິນ​ເຜັດ​ແລ້ວ​ຕ້ອງ​ໄດ້​ກິນ​ເຂົ້າ​ກິນນ້ຳ​ກິນ​ອັນ​ນັ້ນ​ອັນ​ນິ​ໄສ່!​ໃຫ້​ມັນ​ແກ້​ເຜັດ​ແນວ​ນິ ​ແລ້ວ​ອັນ​ນັ້ນ​ແລະ​ແມ່ນ​ສັນຍານ​ບອກ​ວ່າ​ຈະ​ເລີມ​ຕຸ້ຍ​ຫັ້ນ​ນະ ​ແຕ່​ວ່າ​ມັນ​ຈະ​ບໍ່​ຕຸ້ຍ​ກະທັນ​ຫັນ​ມັນ​ຈະ​ເລີ້ມ​ຈາກ​ແຂນ​ຈາກ​ຂາ​ເຮົາ​ກ່ອນ​​ແລ້ວ​ຈື່​ງຂື້ນໜ້າທ້ອງ ​ແຕ່​ກະ​ມີ​ວິທີ​ແກ້​ຄື​ກັນກະ​ຄື: ບໍ່​ກິນ​ເຄັມ​ແລະ​ເຜັດ​ເປັນປະ​ຈຳ​ຈົນ​ເກີນ​ໄປ​ແຕ່​ຄວນ​ເລືອ​ກຮັບປະ​ທານ​ອາຫານ​ທີ່​ມີ​ຜັກ ​ແລະໝາກ​ໄມ້ ນອກຈາກ​ນັ້ນ​ກະ​ຍັງ​ອອກກຳລັງ​ກາຍ​, ການ​ນວດ​ກົດ​ຈຸດ​ທີ່​ຮູ້​ສື​ກວ່າ​ມັນ​​ໃຫຍ່​ຜິດ​ປົກະຕິ​ເພາະວ່າ​ມັນ​ຈະ​ຂັບ​ໄລ່​ນ້ຳທີ່​ບວມ​​ໃນ​ກ້າມ​ຊີ້ນ​ຂາ​ອອກ​ໄປ​ທາງ​ລະບົບ​ນ້ຳ​ເຫຼືອງ​ອອກ​ດ້ວຍ​ການຖ່າຍ​ເບົາ,  ອັນ​ນິ​ແລະ ມີ​ເລື່ອງ​ດີພວກ​ເຮົາ​ກະ​ນຳ​ມາ​ເວົ້າ​ສູ່​ຟັງ​ມິດ​ລາ​ຍການ ​ເພາະ​ເລື່ອງ​ເລັກ​ນ້ອຍ​ທີ່​ເຮົາ​ເບີ່​ງ ຂ້າມ​ອາດ​ເປັນ​ເລື່ອງ​ເລັກ​ນ້ອຍ​ກະ​ໄດ້, ​ເອົາ​ຍັງ​ມີ​ອີກ​ເລື່ອງໝື່ງທີ່​ພວກ​ເຮົາ​ຈະ​ນຳ​ສະ​ເໜີ ຢ່າ​ຟ້າ​ວບິດ​ຄື້ນໜີ​ໄປ​ໄສ່​ເດີ​ມິດ​ລາຍ​ການ ຈັກໜ້ອຍອາ​ນົງ​ກັບ​ກົບກະຈະ​ມາ​ເວົ້າ​ສູ່​ຟັງ,

3, ລະ​ວັງ​ໃຫ້​ດີ​ເດີ​ສຳລັບ​ສາວ​ທີ່​ເພີ່ນ​ມັກ​ໃສ່​ເສື້ອ​ຊ້ອນ​ສີດຳ​ ມັນ​ກໍ່​ໃຫ້​ເກີ​ດມະ​ເຮັງ​​ໃດ໋ ອັນ​ນີ້​ອາ​ນົງ​ວ່າ ສິບໍ່​ເວົ້າ​​ເພາະ​ວ່າ​ກະ​ອາຍ ​ແຕ່​ວ່າ​ມັນ​ເປັນ​​ເລື່ອງ​ສຳຄັນ​ໃດ໋ ບາງ​ຄົນ​ທີ່​ມັກ​ໄສ່ສີ​ນັ້ນ​ສີ​ນີ້​ແຕ່​ບໍ່​ຮູ້​ວ່າ​ມັນ​ເປັນ​ອັນຕະລາຍ​ຕໍ່​ຮ່າງກາຍ​ແນ​ວ​ໃດ໋ ?

   ອັນ​ນີ້​ແມ່ນ​ຍ້ອນ​ເສື້ອ​ຊ້ອນ​ໃນ​ບາງ​ຍີ່​ຫໍ້​ມີ​ສານ​ເຄມີ​ສີ​ດຳ​ໃນ​ປະລິມານ​ສູງ​ ​ເຊີ່ງ​ເປັນ​ທີ່ກໍ່​ໃຫ້​​ເກີດມະ​ເຮັງ​ໃນ​ເຕົ້າ​ນົມ ​ເພາະວ່າ​ເວລາ​ໄສ່​ເມື່ອ​ເຫື່ອອອກ​ຈະ​ເຮັດ​ໃຫ້ສານ​ເຄມີ​ຕົກສີ​ອອກ​ມາ​ເຮັດ​ໃຫ້​ຜິວໜັງ​ໄດ້ ຮັບ​ສານ​ເຄມີ​ອັນຕະລາຍ ​ແລະ ມັນ​ກະ​ຕຸ້ນ​ໃຫ້​ເກີດ​ມະ​ເຮ​ງ​ໄດ້, ນອກຈາກສານ​ເຄມີ​ສີດຳ​​ແລ້ວ​ຍັງ​ພົບ​ສານ​ອັນຕະລາຍ​ບ່ອນ​ເຫຼັກທີ່​ເປັນ​ຕົວ​ຢືດຂອງ​ເສື້ອ​ຊ້ອນ​ໃນ​ສານ​ດັ່ງ​ກ່າວ ​ແລະ​ມັນ​ຍັງ​ເປັນສານ​ທີ່​ຫ້າມ ສຳລັບ​​ເຄື່ອງຫຼີ້ນຂອງ​ເດັກນ້ອຍ

   ​ແຕ່​ສຳລັບ​ຜູ້​ໃດ໋ທີ່​ມີ​ເສື້ອ​ຊ້ອນ​ສີດຳ​ຢູ່​ຫຼັງຈາກ​ໄດ້​ຍິນ​ອາ​ນົງ​ເວົ້າ​ແລ້ວ​​ບໍ່​ແມ່ນ​ວ່າ​ສິ​ເອົາ​ໄປ​ຖີ້ມໝົດທຸກ​ໂຕເລີຍ​ເດີ ​ເພາະວ່າ​ຊຽວຊານ​ເພີ່ນ​ຍັງ​ໄດ້​ເນາະນຳ​ວ່າ​ຖ້າ​ເສື້ອຊ້ອນ​ໃນ​ສີດຳ​ມາ​ຄວນນຳ​​ໄປ​ຊັກ​ໃຫ້​ສະ ອາດ​ຕາກ​ແດດ​ໃຫ້​ແຫ້ງ​ດີ​ກ່ອນ​ແລ້ວ​ຈື່ງ​ນຳ​ມາ​ໃສ່ ພຽງ​ເທົ່າ​ນີ້​ກໍ່​ເຮັດ​ໃຫ້​ສານ​ດັ່ງ​ກ່າວ​ຫຼຸດລົງ